ຫ້ອງການຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດຮ່ວມກັບບັນດາຫົວໜ່ວຍທຸລະກິດຂອງຫວຽດນາມໄດ້ປະມວນຜົນສຳເລັດທີ່ຍາດມາໄດ້

00:00 | 14/12/2023

ຍສໝ - ນີ້ຄືຈິດໃຈລວມຂອງກອງປະຊຸມພົບປະຫາລືລະຫວ່າງບັນດາຜູ້ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ ກັບບັນດາສຳມະພັນ ແລະ ຫົວໜ່ວຍທຸລະກິດຂອງຫວຽດນາມຈັດຂຶ້ນໃນວັນທີ 15/12 ຢູ່ທີ່ ຮ່າໂນ້ຍ ໂດຍກະຊວງການຕ່າງປະເທດໃນຂອບກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 32.

ຜູ້ຕາງໜ້າຫວຽດນາມ ຄວ້າລາງວັນນາງງາມທ່ອງທ່ຽວສາກົນ 2021 ຜູ້ຕາງໜ້າຫວຽດນາມ ຄວ້າລາງວັນນາງງາມທ່ອງທ່ຽວສາກົນ 2021
ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍຢ່າງຄົບຖ້ວນ ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍຢ່າງຄົບຖ້ວນ

ກອງປະຊຸມຄັ້ງນີ້ສາມາດດຶງດູດເອົາສະຖານທູດ ແລະຜູ້ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດເຂົ້າຮ່ວມປະມານ 100 ຫົວໜ່ວຍ, ຜູ້ຊ່ຽວຊານດ້ານເສດຖະກິດ, ຕາງໜ້າບັນດາສຳມະພັນ ແລະ ຫົວໜ່ວຍທຸລະກິດຂອງຫວຽດນາມເຂົ້າຮ່ວມປະມານ 300 ຫົວໜ່ວຍ.

ໃນກອງປະຊຸມຄັ້ງນີ້ ບັນດາຜູ້ແທນໄດ້ຍົກໃຫ້ເຫັນກາລະໂອກາດ ແລະ ສິ່ງທ້າທາຍທົດສອບຕໍ່ບັນດາຫົວໜ່ວຍທຸລະກິດຂອງຫວຽດນາມໃນຂະບວນວິວັດແຫ່ງການເຊື່ອມໂຍງ ແລະ ສະເໜີທິດທາງລະອຽດເພື່ອຊ່ວຍໃຫ້ບັນດາຫົວໜ່ວຍທຸລະກິດມີການສົ່ງອອກແຂງແຮງຂຶ້ນ, ມີການລົງທຶນ ແລະ ນຳໃຊ້ທິດທາງໃໝ່ເພື່ອເປີດກວ້າງຂະແໜງການ ແລະ ຂົງເຂດໃໝ່ຕື່ມອີກ. ບັນດາຫົວໜ່ວຍທຸລະກິດ, ສະຖານທູດ ແລະ ບັນດາຫ້ອງການຜູ້ຕາງໜ້າ ກໍໄດ້ແລກປ່ຽນຄຳຄິດເຫັນນຳກັນຢ່າງກົງໄປກົງມາ ເພື່ອໃຫ້ເກີດການຈັບຈ່ອງ ແລະ ສັ່ງຊື້ສິນຄ້າໃຫ້ເປັນຮູບປະທຳ...

Các diễn giả trao đổi tại tọa đàm. (Ảnh: Thế giới & Việt Nam)

ບັນດາຜູ້ແທນກອງປະຊຸມ(ພາຍ: ໂລກ ແລະ ຫວຽດນາມ).

ຕໍ່ກັບ"ການສັ່ງຊື້ສິນຄ້າ" ຈາກຫົວໜ່ວຍທຸລະກິດໂດຍກົງນັ້ນ

ທ່ານຫວຽນວັນ ຄວາ, ຜູ້ອຳນວຍການໃຫ່ຍສະຫະບໍລິສັດ FPT ໃຫ້ຮູ້ວ່າ, ຕະລອດໄລຍະ 10 ປີທີ່ສົ່ງອອກສິນຄ້າໄປຕ່າງປະເທດຫ້ອງການຜູ້ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດໄດ້ເປັນບ່ອນອີງ ແລະ ເປັນຜູ້ຊ່ວຍເຫຼືອສະຫະບໍລິສັດ FPT ຢ່າງແທ້ຈິງ.

ເພິ່ນຝາກຄວາມຫວັງໄວ້ນຳລັດຖະບານວ່າ: "ໃຫ້ລັດຖະບານຖືເອົາປະຊາຊົນ ແລະ ບັນດາຫົວໜ່ວຍທຸລະກິດເປັນລູກຄ້າຂອງຕົນ ເພາະວ່າພວກເຮົາເປັນຜູ້ເສຍພາສີໃຫ້ລັດຖະບານ, ພ້ອມດຽວກັນພວກເຮົາກໍຂໍໃຫ້ກະຊວງການຕ່າງປະເທດຖືເອົາຫົວໜ່ວຍທຸລະກິດຄືລູກຄ້າຂອງຕົນເຊັ່ນດຽວກັນ ເພາະຂ້າພະເຈົ້າເຊື່ອວ່າໃນເມື່ອຖືຫົວໜ່ວຍທຸລະກິດເປັນລູກຄ້າຂອງຕົນແລ້ວ ຄະນະນຳຂອງກະຊວງຈະມີ KPI ຕໍ່ຫ້ອງການຜູ່ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ". ທ່ານສະເໜີໃຫ້ບັນດາຫ້ອງການຜູ້ຕາງໜ້າຢູ່ຕ່າງປະເທດ ຈົ່ງແບ່ງປັນຂໍ້ມູນຂ່າວສານດ້ານວັດທະນະທຳ ແລະ ຂໍ້ກຳນົດກົດລະບຽບທີ່ມີຕໍ່ບໍລິສັດໃນປັດຈຸບັນໃຫ້ເລິກເຊິ່ງກວ່າເກົ່າ.

ທ່ານ ກວັກ ຮຸ່ງ ຮອງຄະນະກຳມະການໄຟຟ້າ ແລະ ພະລັງງານທົດແທນຂອງກຸ່ມບໍລິສັດນໍ້າມັນ ແລະ ອາຍແກດ ຫວຽດນາມ ຮຽກຮ້ອງໃຫ້ຫ້ອງການຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດຈົ່ງສືບຕໍ່ໃຫ້ການຊ່ວຍເຫຼືອຫົວໜ່ວຍທຸລະກິດເພື່ອດຶງດູດແຫຼ່ງທຶນຈາກພາຍນອກຕື່ມອີກ ໂດຍສະເພາະແມ່ນບັນດາເປົ້າໝາຍຄູ່ຮ່ວມມືທີ່ມີວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າດັ່ງບັນດາປະເທດ ຈີ7.

ທ່ານ ດຶກ ຫວຽດ, ຮອງປະທານສຳມະພັນຕັດຫຍິບຫວຽດນາມ-ຜູ້ອຳນວຍການໃຫ່ຍບໍລິສັດຕັດຫຍິບເລກ 10 ໄດ້ສະເໜີຕໍ່ບັນດາສະຖານທູດ ແລະ ຫົວໜ້າຫ້ອງການຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດຈົ່ງຊ່ວຍລະດົມນຳເອົາຮູບແບບຂອງບັນດາຫົວໜ່ວຍທຸລະກິດຂອງຕ່າງປະເທດມານຳໃຊ້ຢູ່ພາຍໃນປະເທດ, ຈັດຕັ້ງໂຄງການດຶງດູດການຄ້າດ້ວຍຫົວຂໍ້ຕ່າງໆ ເພື່ອຊອກຮູ້ຂໍ້ມູນກ່ຽວກັບລູກຄ້າທີ່ມີທຶນຮອນກ້ອນໃຫ່ຍມາລົງທຶນຢູ່ພາຍໃນປະເທດ.

ສ່ວນທ່ານ ເຈືອງດິງ ແຮ່, ເລຂາທິການຂອງບັນດາສຳມະພັນຜູ້ປຸງແຕ່ງ ແລະ ສົ່ງອອກຜະລິດຕະພັນສິນນໍ້າຂອງຫວຽດນາມ(VASEP) ໃຫ້ທັດສະນະວ່າ ບັນດາຫ້ອງການຜູ້ຕາງໜ້າຄວນມີຂໍ້ມູນຂ່າວສານທີ່ຖືກຕ້ອງເພື່ອຊ່ວຍໃຫ້ບັນດາຫົວໜ່ວຍທຸລະກິດກຳໄດ້ສະພາບການ, ຂໍ້ມູນຂ່າວສານກ່ຽວກັບຕະຫຼາດ ແລະ ມີຄວາມເຂົ້າໃຈດີຕໍ່ກັບຕະຫຼາດ. ບັນດາຫົວໜ່ວຍທຸລະກິດຄວນໄດ້ຮັບການຊ່ວຍເຫຼືອຈາກສະຖານທູດເພື່ອຊອກຫາຄູ່ຮ່ວມມືໃຫ່ຍໆ , ປຸກລະດົມການຊ່ວຍເຫຼືອນອກລະບົບເພື່ອແກ້ໄຂສິ່ງກີດຂວາງທາງການຄ້າຕໍ່ຜະລິດຕະພັນຂອງຫວຽດນາມ.

ໃນປັດຈຸບັນຂະແໜງຜະລິດຕະພັນສິນນໍ້າຂອງຫວຽດນາມໄດ້ມີແຜນການເປີດກວ້າງຕະຫຼາດໄປສູ່ອີນເດຍແລະ ຕາເວັນອອກກາງ ຊຶ່ງເປັນຕະຫຼາດໃຫ່ຍ. ສະນັ້ນ, ສຳມະພັນເຊື່ອວ່າ ຈະໄດ້ຮັບການຊ່ວຍເຫຼືອຈາກກະຊວງການຕ່າງປະເທດ ເພື່ອບັນລຸແຜນຍຸດທະສາດສົ່ງອອກໃນປີ 2030 20 ຕື້ໂດລາ.

ພ້ອມທັງຈະສະໜັບສະໜູນໃຫ້ບັນດາຫົວໜ່ວຍທຸລະກິດເຂົ້າເຖິງຕະຫຼາດຂອງຈີນ

ທ່ານ ໂດນາມ ຈູງ ຫົວໜ້າກົງສູນໃຫຍ່ຂອງຫວຽດນາມທີ່ ໜານໜິງ ຈີນ ໄດ້ຊີ້ແຈງໃຫ້ເຫັນ 3 ປັດໄຈໃຫ່ຍທີ່ມີຄວາມສະດວກຕໍ່ຫົວໜ່ວນທຸລະກິດຂອງຫວຽດນາມທີ່ຈະສາມາດຄອບງຳຕະຫຼາດໃຫ່ຍຂອງຈີນໄດ້ນັ້ນວ່າ: ປັດຈຸບັນການພົວພັນລະຫວ່າງສອງປະເທດກຳລັງມີການຂະຫຍາຍຕົວດີ, ໂດຍສະເພາະແມ່ນພາຍຫຼັງການຢ້ຽມຢາມຂອງສອງເລຂາທິການໃຫ່ຍນຳກັນ; ສອງປະເທດລ້ວນແຕ່ເປັນສະມາຊິກຂອງບັນດາສົນທິສັນຍາຮ່ວມກັນຂອງ RSEP, ຈີນ ອາຊຽນ ພາຍຫຼັງຜ່ານພົ້ນວິກິດການລະບາດຂອງພະຍາດໂຄວິດ-19 ແລ້ວ, ທັງສອງປະເທດກໍໄດ້ເປີດກວ້າງປະຕິສູ່ກັນ ແລະ ກຳລັງປັບປຸງຢ່າງແຂງແຮງ; ຊັ້ນຄົນປານກາງຂອງຈີນກວມເອົາຈຳນວນສ່ວນຫຼາຍ ຊຶ່ງເປັນລູກຄ້າທີ່ໃຊ້ຜະລິດຕະພັນຂອງຫວຽດນາມຫຼາຍທີ່ສຸດ.

 Tọa đàm giữa các Trưởng Cơ quan đại diện Việt Nam ở nước ngoài với các hiệp hội và doanh nghiệp. (Ảnh: Thế giới & Việt Nam)

ການປຶກສາຫາລືລະຫວ່າງບັນດາຫົວໜ້າຫ້ອງການຜູ້ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດກັບບັນດາສະມາຄົມ ແລະ ວິສາຫະກິດ(ພາບ: ໂລກ ແລະ ຫວຽດນາມ).

ຄຽງຄູ່ກັນນັ້ນ, ຈີນກໍໄດ້ຖືເອົາຫວຽດນາມເປັນເປົ້າໝາຍຕະຫຼາດຈຳໜ່າຍຂອງຕົນ, ທັງສອງປະເທດຍັງໄດ້ຍົກສູງການສົ່ງອອກຜະລິດຕະພັນສິນນໍ້າຊຶ່ງກັນແລະກັນ. ສະນັ້ນ ຫວຽດນາມອາດຈະເຈລະຈາເພື່ອແລກປ່ຽນຖານະບົດບາດເທົ່າທຽບກັນກັບເພື່ອນໄດ້. ດ້ານພູມສັນຖານ, ທັງສອງປະເທດເປັນບ້ານໃກ້ເຮືອນຄຽງ, ຈຶ່ງມີຄວາມສະດວກສະບາຍໃນການຂົນສົ່ງ ແລະ ເຄື່ອນຍ້າຍສິນຄ້າໄປມາຫາສູ່ກັນຢ່າງສະດວກ. ດ້ານຄວາມສຳພັນ, ຈີນ ແລະ ຫວຽດນາມມີສິ່ງທີ່ຄ້າຍຄືກັນທາງດ້ານວັດທະນະທຳ, ໃນເວລາດຽວກັນການຄ້າຜະລິດຕະພັນສິນນໍ້າກໍໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານທັງສອງປະເທດເປັນຢ່າງດີ.

ເຖິງຢ່າງໃດກໍຕາມ, ການທ້າທາຍຕໍ່ຫົວໜ່ວຍທຸລະກິດຂອງຫວຽດນາມທີ່ຈະສົ່ງສິນຄ້າໄປຍັງຕະຫຼາດຂອງຈີນນັ້ນກໍບໍ່ໄດ້ງ່າຍປານໃດ ເພາະຈີນບໍ່ແມ່ນຕະຫຼາດທີ່ເອົໃຈຍາກ, ຈີນເປັນຕະຫຼາດເອເລັກໂຕຣນິກຂະຫຍາຍຕົວສູງ ສະນັ້ນຜະລິດຕະພັນກະສິກຳຂອງຈີນຈຶ່ງນັບມື້ມີຄຸນນະພາບສູງ, ບັນຫາດັ່ງກ່າວຮຽກຮ້ອງໃຫ້ຫວຽດນາມຈຳເປັນຕ້ອງພັດທະນາຄຸນນະພາບຜະລິດຕະພັນຂອງຕົນໃຫ້ສູງຂຶ້ນເຊັ່ນດຽວກັນ. ຄວາມວ່ອງໄວໃນການຂົນສົ່ງສິນຄ້າບາງຄັ້ງຄາວກໍຍັງບໍ່ໄດ້ສະດວກເທົ່າທີ່ຄວນ.

ເອກອັກຄະລັດຖະທູດ ແລະ ຫົວໜ້າຄະນະຜູ້ແທນຝ່າຍຫວຽດນາມປະຈຳຢູ່ປະເທດ ແບນຊິກ ແລະ ເອີໂຣບ ທ່ານ ຫວຽນວັນ ຖາວ ກ່າວວ່າ, ໂລກປັດຈຸບັນນັບມື້ມີການພັດທະນາຕາມທິດສີຂຽວ, ຖ້າເສດຖະກິດດັ້ງເດີມຫາກບໍ່ມີການປັບຕົວກໍຈະຖືກປັດເຂ່ຍອອກຈາກນອກວົງຈອນ, ໃນເວລາດຽວຄູ່ຮ່ວມມືກໍນັບມື້ມີຂໍ້ກຳນົດທີ່ເຄັ່ງຄັດກວ່າເກົ່າ, ສະນັ້ນ ບັນດາຫົວໜ່ວຍທຸລະກິດຕ້ອງເປັນເຈົ້າການໃນການຊອກຮູ້ ແແລະ ປັບຕົນເອງ. ໃນຖານະເຮັດໜ້າທີ່ເສດຖະກິດທາງການທູດເພື່ອຮັບໃຊ້ການພັດທະນາ, ບັນດາຫ້ອງການຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດພ້ອມແລ້ວທີ່ຈະເດີນໜ້າພ້ອມກັບວົງຄະນະຍາດທຸລະກິດ.

ເອກອັກຄະລັດຖະທູດຫວຽດນາມປະຈຳຢູ່ສະຫະລັດອາເມລິກາ, ທ່ານ ຫງວຽນກວັກ ຢຸງ ສະເໜີຕໍ່ບັນດາຫົວໜ່ວຍທຸລະກິດວ່າ ບັນດາທ້ອງຖິ່ນຄວນເປັນເຈົ້າການໃກ້ສິດຕິດແທດກັບຄູ່ຮ່ວມມືໃຫ້ຫຼາຍຂຶ້ນ, ເຂົ້າຮ່ວມເວທີປຶກສາຫາລື, ການວາງສະແດງສິນຄ້າ, ຈັດງານຕະຫຼາດນັດ, ການສຳມະນາ ເພື່ອຊອກຮູ້ຄວາມອາດສາມາດ, ຄວາມຕ້ອງການຂອງຄູ່ຮ່ວມມື. ບັນດາຫົວໜ່ວຍທຸລະກິດກໍຕ້ອງປັບຕົວໃຫ້ເຂົ້າກັບສະພາບຄວາມເປັນຈິງ. ທຽບໃສ່ເງື່ອນໄຂຂອງຕົນເພື່ອຮັບຮູ້ຕົນເອງວ່າມີອັນໃດແຂງ, ອັນໃດອ່ອນແລ້ວປັບປຸງຕົນເອງ. ບັນດາກະຊວງ ແລະ ຂະແໜງການຈະປະສານສົມທົບກັນ ແລະ ພົວພັນກັບທ້ອງຖິ່ນເພື່ອແກ້ໄຂບັນຫາທີ່ຍັງຂ້ອງຄາ.

ສະຫຼຸບຜົນການປຶກສາຫາລືຄັ້ງນີີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ນາງ ຫງວຽມິງ ຮັ່ງ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ຄວາມເປັນເຈົ້າການ, ຄວາມຕັດສິນໃຈຂອງວົງຄະນະຍາດຫົວໜ່ວຍທຸລະກິດຫວຽດນາມ ທີ່ມີການຊຸກຍູ້ຊ່ວຍເຫຼືອຈາກກະຊວງການຕ່າງປະເທດ, ບັນດາຫ້ອງການຜູ້ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ ແລະ ບັນດາກະຊວງ ຂະແໜງການ ໂດຍສະເພາະແມ່ນຈາກຜົນຂອງການຫາລືຄັ້ງນີ້ ທາງຂະແໜງການຕ່າງປະເທດ ແລະ ບັນດາຫົວໜ່ວຍທຸລະກິດຫວຽດນາມຈະມີທິດທາງລະອຽດຕົວຈິງຕື່ມເພື່ອຜັກດັນວຽກງານເສດຖະກິດຕ່າງປະເທດໃຫ້ແຂງແຮງ ເພື່ອປະກອບສ່ວນຊ່ວຍຫົວໜ່ວຍທຸລະກິດ ເພື່ອ"ຫັນປ່ຽນວິກິດການມາເປັນໂອກາດ" ເພື່ອຂ້າມຜ່ານຄວາມທ້າທາຍຫຍຸ້ງຍາກ, ນຳໃຊ້ໝາກຜົນຂອງກາລະໂອກາດເພື່ອປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຍົກສູງຄວາມອາດສາມາດຂອງການແຂ່ງຂັນໃຫ້ກ້າວໄປສູ່ລະດັບພາກພື້ນ ແລະ ສາກົນ, ສືບຕໍ່ສ້າງພາລະກິດພັດທະນາແຫ່ງຄວາມສຳເລັດໃນໄລຍະໃໝ່ຂອງປະເທດຊາດ.

ລູກເມືອງພວນ