ຜູ້ຕາງໜ້າຫວຽດນາມ ຄວ້າລາງວັນນາງງາມທ່ອງທ່ຽວສາກົນ 2021

06:29 | 22/12/2021

ຍສໝ - ຫວ່າງແລ້ວນີ້​, ຮອບຊີງຊະນະເລີດການ​ປະ​ກວດ​ນາງ​ງາມທ່ອງ​ທ່ຽວ​ສາ​ກົນ 2021 (Miss Tourism International) ໄດ້​ໄຂ​ຂຶ້ນ​ຢູ່​ປະ​ເທດ​ມາ​ເລ​ເຊຍ​ດ້ວຍ​ຮູບ​ແບບ​ອອນ​ລາຍ. ນັກ​ປະ​ກວດ​ຫວຽດ​ນາມ ຮວ່າງ​ເຮືອງ​ລີ ​ໄດ້​ເຂົ້າ​ສູ່​ທອັບ 5 ຄົນ ແລະ ຄວ້າ​ລາງວັນ​ນາງ​ງາມ​ທ່ອງ​ທ່ຽວ​ສາ​ກົນ - Miss Tourism Metropolitan International.

ນາງ ຫງວຽນທຸກຖຸ່ຍຕຽນ-ຜູ້ຕາງໜ້າຂອງ ຫວຽດນາມ ໄດ້ຮັບນາມມະຍົດນາງງາມສັນຕິພາບສາກົນ 2021 (Miss Grand International 2021) ນາງ ຫງວຽນທຸກຖຸ່ຍຕຽນ-ຜູ້ຕາງໜ້າຂອງ ຫວຽດນາມ ໄດ້ຮັບນາມມະຍົດນາງງາມສັນຕິພາບສາກົນ 2021 (Miss Grand International 2021)
ນາງງາມ, ນັກທຸລະກິດ ນີງຫງວຽນ ແລະ ຄວາມປາດຖະໜາຢາກນຳເອົາ ເຝີຫວຽດນາມ ໄປສູ່ ອາເມລິກາ ນາງງາມ, ນັກທຸລະກິດ ນີງຫງວຽນ ແລະ ຄວາມປາດຖະໜາຢາກນຳເອົາ ເຝີຫວຽດນາມ ໄປສູ່ ອາເມລິກາ
ຜູ້ຕາງໜ້າຫວຽດນາມ ຄວ້າລາງວັນນາງງາມທ່ອງທ່ຽວສາກົນ 2021
ນາງ​ງາມທ່ອງ​ທ່ຽວ​ສາ​ກົນ ຮວ່າງ​ເຮືອງ​ລີ. ພາບ: tienphong.vn

ນາງ ຮວ່າງ​ເຮືອງ​ລີ ເກີດເມື່ອປີ 1996 ຢູ່ແຂວງຢາລາຍ, ໂດຍຮູ້ວ່າ ລີ ໄດ້ລອດເຂົ້າ Top 5 ຂອງນາງງາມທະເລຫວຽດນາມ 2016 ແລະ ຍາດໄດ້ລາງວັນຜູ້ປະກວດທີ່ມີຮູບຮ່າງງາມທີ່ສຸດ.

ນາງ​ງາມ​ທ່ອງ​ທ່ຽວ​ສາ​ກົນ ໄດ້ຈັດຂຶ້ນແຕ່ປີ 1994 ດ້ວຍການເຂົ້າຮ່ວມຂອງ ປະມານ 80 ປະເທດ. ຫວຽດນາມມີຜູ້ຕາງໜ້າເຂົ້າຮ່ວມ 11 ​ຄົນ ​ໃນ​ນັ້ນ​ມີ ງອັກແອວງ (2002), ຫວູເຮືອງຢາງ (2003), ເຢືອງຖຸ່ຍລີງ (2004), ຟຸ່ງງອັກອຽນ (2005), ງອັກຢ້ຽມ (2008), ຟານຮວ່າງທູ (2013), ຫງວຽນຢ້ຽວລີງ (.2014), ເຈິ່ນທິຢາວລີງ (2018).

ບູນມີ

ເຫດການ
302 Found

Found

The document has moved here.