ຫວຽດນາມ - ເນປານ ຈະສົມທົບກັນຈັດຕັ້ງຫຼາຍການເຄື່ອນໄຫວຮ່ວມມື, ແລກປ່ຽນປະຊາຊົນ

00:00 | 12/12/2023

ຍສໝ - ວັນ​ທີ 12 ທັນວາ ຢູ່ ​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ​ເນ​ປານ ​ໄດ້​ມີ​ການເຮັດວຽກກັບ​ຄະນະ​ຜູ້​ແທນ​ສະພາ​ສັນຕິພາບ ​ແລະ ຄວາມ​ສາມັກຄີ​ແຫ່ງ​ຊາດ ​ເນ​ປານ ​ໂດຍ​ທ່ານ Rabindra Adhikari, ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ​ເນ​ປານ Marxist-Unified Leninist (CPN-UML), ປະທານສະພາສັນຕິພາບ ແລະ ຄວາມສາມັກຄີ ເນປານ (NPSC) ເນື່ອງໃນໂອກາດທີ່ຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 2 ຝ່າຍເຫັນ​ດີ​​ເປັນ​ເອກະ​ພາບ​ສົມທົບ​ກັນ ​ຈັດ​ຕັ້ງ​ຫຼາຍການເຄື່ອນໄຫວຮ່ວມມື, ແລກປ່ຽນປະຊາຊົນໃນ​ໄລຍະ​ຈະ​ມາ​ເຖິງ.

ມອບຂອງຂວັນຂອງພຸດທະສາສະນິກກະຊົນຫວຽດນາມ ໜູນຊ່ວຍປະຊາຊົນອິນເດຍ ແລະ ເນປານ ຕ້ານໂລກລະບາດໂຄວິດ-19 ມອບຂອງຂວັນຂອງພຸດທະສາສະນິກກະຊົນຫວຽດນາມ ໜູນຊ່ວຍປະຊາຊົນອິນເດຍ ແລະ ເນປານ ຕ້ານໂລກລະບາດໂຄວິດ-19
ຫວຽດນາມ ສະໜັບສະໜູນອົງການ ASEF ໃນການເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ແລກປ່ຽນປະຊາຊົນ ລະຫວ່າງສອງທະວີບອາຊີ ແລະ ເອີຣົບ ຫວຽດນາມ ສະໜັບສະໜູນອົງການ ASEF ໃນການເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ແລກປ່ຽນປະຊາຊົນ ລະຫວ່າງສອງທະວີບອາຊີ ແລະ ເອີຣົບ

ທີ່ກອງປະຊຸມ, ທ່ານ ປອ. ເຈີ່ນແອ່ງຕ໋ວນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ເນປານ ໄດ້ຕີລາຄາສູງການຮ່ວມມືຂອງ NPSC. ສິ່ງນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາຖະໜາ​ອັນ​ແທ້​ຈິງ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ກໍ່​ຄື​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ ໃຫ້​ໄດ້​ຮັບ​ໝາກຜົນຢ່າງຈົບງາມ.

2 ຝ່າຍ ​ໄດ້​ຢືນຢັນ​ຄືນ​ໃໝ່ວ່າ 4 ເນື້ອ​ໃນ​ການ​ຮ່ວມ​ມືທີ່​ໄດ້​ເຫັນ​ດີ​ເປັນ​ເອກະພາບ​ໃນ​ການ​ຢ້ຽມຢາມ ​ເນ​ປານ ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເນ​ປານ ​ເມື່ອ​ເດືອນ​ພຶດສະພາ​ ຜ່ານ​ມາ.​ ລະອຽດ: ສະ​ເໜີ​ເປີດ​ອົງການ​ຜູ້ຕາງໜ້າການ​ທູດ​ຢູ່​ເຂດ​ດິນ​ແດນຂອງ ​ຫວຽດ​ນາມ ແລະ ເນ​ປານ; ​ເຊື່ອມ​ຕໍ່​ການ​ສ້າງ​ຕັ້ງ​ສາຍ​ການ​ບິນ​ໂດຍ​ກົງ​ລະ​ຫວ່າງ​ສອງ​ປະ​ເທດ​; ເພີ່ມທະວີ ແລະ ພັດທະນາການພົວພັນດ້ານການລົງທຶນ, ການຄ້າ; ເຊື່ອມ​ຕໍ່ ​ແລະ ພັດທະນາບັນດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ ແລະ ​ໂຮງ​ແຮມ​ລະຫວ່າງ 2 ຝ່າຍ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ​ເນ​ປານ.

ຫວຽດນາມ - ເນປານ ຈະສົມທົບກັນຈັດຕັ້ງຫຼາຍການເຄື່ອນໄຫວຮ່ວມມື, ແລກປ່ຽນປະຊາຊົນ

ການ​ເຮັດ​ວຽກ​ລະ​ຫວ່າງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ເນ​ປານ ແລະ ຄະ​ນະ​ກຳ​ມະ​ການ​ສັນ​ຕິ​ພາບ ແລະ ຄວາມ​ສາ​ມັກ​ຄີ ເນ​ປານ.

​ເພື່ອ​ຜັນຂະຫຍາຍບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດັ່ງກ່າວ, 2 ຝ່າຍ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ຈັດ​ຕັ້ງ​ສະເຫຼີມສະຫຼອງບັນດາງານ​ບຸນ​ສຳຄັນ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ ດ້ວຍ​ຮູບ​ການ​ທີ່​ຫຼາກຫຼາຍ ແລະ ເນື້ອ​ໃນທີ່ອຸດົມສົມບູນ. ຈັດຕັ້ງບັນດາກອງປະຊຸມສຳມະນາ, ເວທີປາໄສ, ງານຕະຫຼາດນັດ; ປະສານ​ສົມທົບ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ປະຈຳ​ປີ, ກໍຄື​ແນະນຳບັນດາຄະນະວິສາຫະກິດ, ທ່ອງ​ທ່ຽວ​ເພື່ອ​ຊອກ​ຫາ​ກາລະ​ໂອກາດດຳ​ເນີນ​ທຸລະ​ກິດ​ຢູ່ 2 ປະ​ເທດ. 2 ຝ່າຍ​ກໍ່​ໄດ້​ສົ່ງເສີມ​ຂໍ້​ສະ​ເໜີແນະ​ໃຫ້​ລັດຖະບານ 2 ປະ​ເທດ ເຊີດຊູ, ຍ້ອງຍໍ ແລະ ມອບບັນດານາມມະຍົດອັນສູງສົ່ງໃຫ້​ບັນດາ​ອົງການ, ບຸກຄົນ​ທີ່​ມີ​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ກໍ່ສ້າງ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ທີ່​ການ​ພົບ​ປະ, ການ​ນຳ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເນ​ປານ ​ໄດ້​ສະ​ເໜີ​ໃຫ້ NPSC ມີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ ​ແລະ ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ກິລາ ​ແລະ ສຶກສາບຳລຸງ​ສ້າງ. ໂດຍສະເພາະແມ່ນ ໄດ້​ສົ່ງ​ຄະນະ​ນັກ​ກິລາ ​ເນ​ປານ​ ໄປ​ ຫວຽດນາມ ​ເພື່ອ​ຮ່ຳຮຽນ​​ພັດທະນາ​​ສິລະ​ປະ​ມວຍ​ Vovinam ​ແລະ ເຊີດສິງໂຕ; ສົ່ງ​ກຸ່ມ​ຄູ​ສອນ​ພາ​ສາ​ອັງ​ກິດ​ໄປ​ຮ່ວມ​ມື ແລະ ເຮັດ​ວຽກ​ຢູ່​ບັນ​ດາ​ສະ​ຖານ​ທີ່​ຝຶກ​ອົບ​ຮົມ​ພາ​ສາ​ອັງ​ກິດ​ຢູ່​ ຫວຽດ​ນາມ... ສະໜອງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ປະ​ເທດ, ປະຊາຊົນ ​ແລະ ວັດທະນະທຳ​ຂອງ ​ເນ​ປານ ​ເພື່ອ​ໃຫ້​ສະມາຄົມ​ສາມາດ​ໂຄສະນາ ​ແລະ ແນະນຳຕໍ່​ຊາວ ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ທ່ານປະທານ Rabinndra Adhikari ສະໜັບສະໜູນບັນດາຂໍ້ສະເໜີນີ້ ແລະ ຖືວ່າ: “ບັນດາການເຄື່ອນໄຫວເຊິ່ງສອງຝ່າຍ ໄດ້ ແລະ ພວມເຫັນດີເປັນເອກະພາບຜັນຂະຫຍາຍ ຈະແມ່ນຂີດໝາຍສຳຄັນໃນການສ້າງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ເນປານ”.

ມິງດຶກ

ເຫດການ