ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ຕັ້ງໜ້າໃນການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ

00:00 | 14/12/2023

ຍສໝ - ພາຍຫຼັງ​ເກືອບ 40 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ພົ້ນ​ເດັ່ນ​ໃນ​ການ​ຮັບປະກັນ ​ແລະ ຊຸກຍູ້​ສິດທິ​ມະນຸດ​ໃນ​ທຸກ​ຂົງ​ເຂດ.

ຫວຽດນາມ ຕັ້ງໜ້າ ແລະ ປະຕິບັດສົນທິສັນຍາຕໍ່ສູ້ຕ້ານການທໍລະມານ ຫວຽດນາມ ຕັ້ງໜ້າ ແລະ ປະຕິບັດສົນທິສັນຍາຕໍ່ສູ້ຕ້ານການທໍລະມານ
ສະມັດຊາໃຫຍ່ສະຫະປະຊາຊາດເລືອກຕັ້ງສະພາສິດທິມະນຸດວາລະ 2024 - 2026 ສະມັດຊາໃຫຍ່ສະຫະປະຊາຊາດເລືອກຕັ້ງສະພາສິດທິມະນຸດວາລະ 2024 - 2026

ບັນດາທິສິດ​ພົນລະ​ເມືອງ ​ແລະ ສິດທິທາງດ້ານ​ການ​ເມືອງ​ຂອງ​ມະນຸດ​ ໄດ້​ຮັບ​ການ​ຮັບປະກັນ​ຢ່າງ​ຕັ້ງໜ້າ​ຈາກ ຫວຽດນາມ ໃນ​ຂະບວນວິວັດແຫ່ງການ​ກໍ່ສ້າງ ​ແລະ ປະຕິບັດ​ນະ​ໂຍບາຍ, ກົດໝາຍ.

ລະອຽດ, ມາດຕາ 24 ຂອງ​ລັດຖະທຳ​ມະນູນ​ປີ 2023 ​ໄດ້​ກຳນົດ​ວ່າ: ທຸກ​ຄົນ​ມີ​ສິດເສລີ​ໃນ​ການ​ເຊື່ອ​ຖືສາສະໜາ, ​ເຊື່ອ​ຖື​ ​ຫຼື​ບໍ່​ຖື​ສາສະໜາ​ໃດ​ໜຶ່ງ. ບັນດາສາສະໜາມີຄວາມສະເໝີພາບຕໍ່ໜ້າກົດໝາຍ.

ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ຕັ້ງໜ້າໃນການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ

ພິທີສົງພຣະພຸດທະເຈົ້າ

ຫວຽດນາມ​ແມ່ນ​ປະ​ເທດ​ທີ່​ມີ​ຫຼາຍ​ສາສະໜາ ​ແລະ ມີ​ລະບົບ​ຄວາມ​ເຊື່ອ​ຖື​ທີ່​ອຸດົມສົມບູນ​ທີ່​ສຸດ. ມີ​ຫຼາຍ​ກວ່າ 58.000 ຜູ້ມີຍົດສັກຕຳແໜ່ງ, 148.000 ໜ້າທີ່ຕໍາ​ແຫນ່ງ, 29.800 ສະ​ຖານ​ທີ່ເສັ່ນໄຫວ້ບູຊາ, ຫຼາຍ​ກວ່າ 50,000 ສະ​ຖານ​ທີ່ຄວາມເຊື່ອຖື ​ໃນ​ນັ້ນ ມີ​ຮ່ອງຮອຍປະຫວັດສາດ​ປະມານ 3.000 ​ແຫ່ງ​ທີ່​ຕິດ​ພັນ​ກັບສະຖານທີ່ຂອງຄວາມເຊື່ອຖືສາສະໜາ, ມີ​ຄວາມ​ເຊື່ອ​ຖື ​ແລະ ຮ່ອງຮອຍຈພນວນໜຶ່ງ ໄດ້​ຂຶ້ນ​ທະບຽນ​ເປັນ​ມໍລະດົກ​ໂລກ ໂດຍ ອົງການ​ການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ ຂອງ​ສະຫະ​ປະຊາ​ຊາດ (UNESCO). ຄຽງ​ຄູ່​ກັບ​ຂະ​ບວນວິວັດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ປະເທດ​ຊາດ, ຊີວິດຄວາມ​ເຊື່ອ​ຖືສາສະໜາ​ຢູ່ ຫວຽດນາມ ໄດ້​ມີ​ການ​ຜັນ​ຂະຫຍາຍ​ໃໝ່​ຫຼາຍ​ຢ່າງ, ຄວາມ​ຕ້ອງການ​ດ້ານ​ຄວາມ​ເຊື່ອ​ຖືສາສະໜາ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ຈໍານວນຜູ້ທີ່ເຊື່ອຖືໃນສາສະຫນາແມ່ນເພີ່ມຂຶ້ນ. ການ​ເຄື່ອນ​ໄຫວ​ທາງ​ສາສະໜາ​ໄດ້​ຮັບການສ້າງເງື່ອນໄຂ ແລະ ຮັບປະກັນ​ຖືກຕ້ອງຕາມ​ກົດໝາຍ. ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະໜາ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຮັບປະກັນ.

ບັນດາ​ອົງການ​ສາສະໜາ ​ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວຫັນດ້ານສາທາລະນະສຸກ, ການ​ສຶກສາ ​ແລະ ການ​ກຸສົນ​ດ້ານ​ມະນຸດສະທຳໃຫ້ມີລັກສະນະສັງຄົມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ຫຼຸດຜ່ອນ​ການແບກຫາບອັນໜັກໜ່ວງ​ຂອງ​ລັດ. ນອກຈາກນັ້ນ, ການ​ເຄື່ອນ​ໄຫວ​ສາ​ກົນ​ຂອງ​ບັນ​ດາ​ອົງ​ການ​ສາ​ສະ​ໜາ​ຢູ່​ ຫວຽດ​ນາມ ກໍນັບ​ມື້​ນັບເປີດກວ້າງ. ​ແຕ່ລະ​ປີ ມີຫຼາຍຄະນະ, ອົງການ, ບຸກຄົນ ​ແລະ ສາສະໜາ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທາງ​ສາສະໜາ​ຢູ່​ຕ່າງປະ​ເທດ. ຫຼາຍ​ການ​ເຄື່ອນ​ໄຫວ​ສາ​ສະ​ໜາ​ສາ​ກົນ ​ໄດ້​ຮັບ​ການ​ດຳ​ເນີນ​ຢ່າງ​ສຳ​ເລັດ​ຜົນ​ຢູ່ ​ຫວຽດ​ນາມ. ​ໂດຍ​ສະ​ເພາະ​ແມ່ນ​ອົງການ​ພຸດທະ​ສາສະໜາ​ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານບຸນໃຫຍ່ວັນວິສາຂະບູຊາສະ​ຫະ​ປະ​ຊາ​ຊາດ Vesak 2019 ດ້ວຍ​ກ່ວາ 3.000 ຄົນ​ເຂົ້າ​ຮ່ວມ, ​ໃນ​ນັ້ນ​ມີ 570 ຄະນະ/ຜູ້​ແທນ​ສາກົນ 1.650 ຄົນ​ທີ່​ມາ​ຈາກ 112 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 250 ຄົນ​ທີ່​ມາ​ຈາກ 40 ກວ່າ​ປະ​ເທດ ​ແລະ ປະມຸກ​ລັດ​ຫຼາຍ​ທ່ານ​ໄດ້​ເຂົ້າ​ຮ່ວມ.

ຮັບປະກັນ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສິດ​ເສລີ​ດ້ານ​ການ​ສື່​ຂ່າວ ​ແລະ ສິດ​ທີ່ຈະແຈ້ງຂ່າວ​ຂອງ​ປະຊາຊົນໝົດທຸກຄົນ ແມ່ນ​ນະ​ໂຍບາຍ​ທີ່​ສະເໝີຕົ້ນສະເໝີປາຍ​ຂອງ​ລັດ ຫວຽດນາມ. ສິດ​ເຫຼົ່າ​ນີ້ ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ​ໃນ​ລັດຖະທຳ​ມະນູນ ​ແລະ ກົດໝາຍ; ໄດ້ຮັບການຮັບປະກັນນັບມື້ນັບດີກວ່າຍ້ອນການພັດທະນາຢ່າງໄວວາ, ຄວາມຫຼາຍຮູບຫຼາຍແບບ ແລະ ເນື້ອໃນທີ່ອຸດົມສົມບູນຂອງພາຫະນະສື່ມວນຊົນ.

ການ​ພັດທະນາ​ຢ່າງ​ວ່ອງ​ໄວ, ຄວາມ​ຫຼາຍຮູບຫຼາຍແບບ ​ແລະ ຄວາມ​ອຸດົມສົມບູນ​ຂອງ​ບັນດາ​ເນື້ອ​ໃນ​ຂອງພາຫະນະ​ສື່​ມວນ​ຊົນ​ໃນ​ໄລຍະຜ່ານມານີ້ ​ແມ່ນ​ຫລັກ​ຖານ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສິດ​ເສລີ​ດ້ານ​ຂ່າວ, ສິດ​ເສລີ​ດ້ານ​ຂ່າວ​ສານ​ຢູ່ ຫວຽດນາມ. ໄລ່ມາຮອດເດືອນທັນວາ 2022, ຫວຽດນາມ ມີ 816 ສຳນັກງານໜັງສືພິມ, ໃນນັ້ນ: 230 ໜັງສືພີມ, ວາລະສານປະຕິບັດ 2 ປະເພດ: ການພິມເຈ້ຍ ແລະ ໜັງສືພິມເອເລັກໂຕຣນິກ, 557 ໜັງສືພິມ ແລະ ວາລະສານພຽງແຕ່ປະຕິບັດການພິມເຈ້ຍ, 29 ໜັງສືພິມ ແລະ ວາລະສານພຽງແຕ່ປະຕິບັດຮູບແບບເອເລັກໂຕຣນິກເທົ່ານັ້ນ.

ບໍ່​ພຽງ​ແຕ່​ກະຈາຍສຽງ, ໂທລະພາບດ້ວຍພາສາ ຫວຽດນາມ​ ເທົ່າ​ນັ້ນ, ບັນດາ​ອົງການ​ຂ່າວ​ກໍ່​ລົງທຶນ​ເຂົ້າ​ໃນ​ພື້ນຖານ​ໂຄງ​ລ່າງ, ​ເຕັກ​ໂນ​ໂລ​ຊີ ​ແລະ ຊັບພະຍາກອນ​ມະນຸດ​ຂອງ​ລັດ ​ເພື່ອ​ຜະລິດ ​ແລະ ອອກ​ອາກາດ​ເປັນ​ພາສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ເຂົ້າ​ເຖິງ ​ແລະ ຊົມ​ເຊີຍ​ຂໍ້​ມູນ​ຂ່າວສານ​ຂອງ​ບັນດາ​ເຜົ່າ ​ແລະ ​ເຂດ​ພູດ​ອຍ. ວິທະຍຸກະຈາຍສຽງ ຫວຽດນາມ ກວມເອົາ 99,5% ຂອງດິນແດນ ແລະ ສົ່ງສັນຍານດາວທຽມອອກໄປຫຼາຍປະເທດທົ່ວໂລກ.

ຫວຽດນາມ ກໍ່​ຮັບປະກັນ​ສິດ​ຂອງ​ຜູ້​ຖືກ​ກັກ​ຂັງ​ທີ່​ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ມະນຸດສະທຳ ​ແລະ ເຄົາລົບນັບຖືກຽດສັກສີ; ສິດ​ເສລີ​ພາບ​ຂອງ​ພົນລະ​ເມືອງ​ໃນ​ການ​ໂຮມ​ຊຸມນຸມ, ສ້າງສະມາຄົມ, ​ແລະ ການ​ເດີນ​ຂະ​ບວນປະ​ທ້ວງ. ບັນດາສະມາຄົມ​ຢູ່​ຫວຽດນາມ ພັດທະນາ​ຫຼາກຫຼາຍຮູບແບບ ດ້ວຍ​ຂອບ​ເຂດ, ຂອບ​ເຂດ, ລັກສະນະ​ເຄື່ອນ​ໄຫວ​ທີ່​ແຕກ​ຕ່າງ​ກັນ, ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ຂະ​ບວນການ​ສ້າງສາ ​ແລະ ພັດທະນາ​ປະ​ເທດຊາດ; ສະ​ແດງ​ໃຫ້​ເຫັນ​ບົດບາດ​ເປັນ​ຂົວ​ຕໍ່​ລະຫວ່າງ​ສະມາຊິກ ​ແລະ ​ອົງການ​ລັດຖະບານ. ຜ່ານ​ນັ້ນ ກໍ່ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ສະມາຊິກ, ສະໜັບສະໜູນ​ສະມາຊິກ​ໃນ​ການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ, ປັບປຸງ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ຊ່ວຍ​ເຫຼືອ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ດ້ານ​ການ​ຄ້າ, ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ການ​ຜະລິດ ​ແລະ ທ້ອງຕະຫຼາດ.

ພ້ອມ​ກັນ​ນັ້ນກໍ່ເປັນເຈົ້າການເສີມຂະຫຍາຍ ​ແລະ ມີ​ຂໍ້​ລິ​ເລີ່​ມຫຼາຍ​ດ້ານ ​ເພື່ອ​ເປີດກວ້າງ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ໃໝ່, ສະມາຄົມ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ​ແລະ ໜູນ​ຊ່ວຍ​ແມ່ຍິງ ​ແລະ ຊາວ​ໜຸ່ມ​ໃນ​ການ​ພົວພັນ​ກັບ​ບັນດາ​ອົງການ​ຕ່າງປະ​ເທດ...; ນຳບັນດາເນື້ອໃນທີ່ກ່ຽວຂ້ອງກັບການເຊື່ອມໂຍງສາກົນເຂົ້າໃນເນື້ອໃນການສຶກສາການເມືອງ-ແນວຄິດ, ການຮ່ວມຊີວິດຄະນະ ແລະ ສະມາຄົມເຂົ້າຮ່ວມບັນດາເວທີປາໄສ ແລະ ກອງປະຊຸມສຳມະນາສາກົນ.

ກ່ຽວ​ກັບ​ສິດ​ທີທາງດ້ານເສດຖະກິດ, ສັງຄົມ ​ແລະ ວັດທະນະທຳ, ຫວຽດນາມ ຮັບປະກັນ​ສິດ​ໃນການໄດ້ຊົມໃຊ້ບັນດາຜົນງານການພັດທະນາ​ເສດຖະກິດ, ຮັບປະກັນ​ຊີວິດ​ສັງຄົມ​ໃຫ້​ແກ່​ປະຊາຊົນ; ສິດມີວຽກເຮັດງານທຳ ແລະ ການພັດທະນາຕະຫຼາດແຮງງານ; ສິດ​ຊົມໃຊ້ ແລະ ​ການ​ເຂົ້າ​ເຖິງ​ບັນດາຄຸນ​ຄ່າ​ວັດ​ທະ​ນະ​ທໍາ, ມີ​ສ່ວນ​ຮ່ວມ​ໃນ​ຊີ​ວິດ​ວັດ​ທະ​ນະ​ທໍາ ແລະ ​ການ​ນໍາ​ໃຊ້ຮາກຖານວັດ​ທະ​ນະ​ທໍາ; ສິດທິຂອງຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ...

ມິງດຶກ

ເຫດການ
302 Found

Found

The document has moved here.