ຕຳຫຼວດທະເລ ກັບປະຊາຊົນບັນດາເຜົ່າ ແລະ ສາສະໜາຢູ່ແຂວງ ຮ່ວາບິງ

00:00 | 25/11/2023

ຍສໝ - ວັນທີ 24 ພະຈິກ, ຢູ່ໂຮງຮຽນມັດທະຍົມຕອນປາຍ ບັກເຊີນ, ກົມເສນາທິການຕຳຫຼວດທະເລ ຫວຽດນາມ ໄດ້ຈັດຕັ້ງລາຍການ “ຕຳຫຼວດທະເລ ກັບປະຊາຊົນບັນດາເຜົ່າ ແລະ ສາສະໜາ” ຢູ່ຕາແສງ ຮູ່ງເຊີນ, ເມືອງ ກິມໂບຍ, ແຂວງ ຮວ່າບິ່ງ.

ຕຳຫຼວດທະເລ ຫວຽດນາມ ແລະ ຈີນ ສິ້ນສຸດການລາດຕະເວນປະສົມຢູ່ເຂດທະເລໃກ້ກັບເຂດກຳນົດເສັ້ນຊາຍແດນຢູ່ເຂດອ່າວພາກເໜືອ ຕຳຫຼວດທະເລ ຫວຽດນາມ ແລະ ຈີນ ສິ້ນສຸດການລາດຕະເວນປະສົມຢູ່ເຂດທະເລໃກ້ກັບເຂດກຳນົດເສັ້ນຊາຍແດນຢູ່ເຂດອ່າວພາກເໜືອ
ກົດໝາຍວ່າດ້ວຍຕຳຫຼວດທະເລ: ບົດບາດທີ່ຈຳເປັນໃນການປົກປັກຮັກສາປະເທດຊາດ ກົດໝາຍວ່າດ້ວຍຕຳຫຼວດທະເລ: ບົດບາດທີ່ຈຳເປັນໃນການປົກປັກຮັກສາປະເທດຊາດ

ຢູ່​ທີ່​ນີ້, ນັກລາຍງານຕຳຫຼວດທະເລ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະຖານະ​ການ​ທະ​ເລ ​ແລະ ໝູ່​ເກາະ, ກົດໝາຍ​ຕຳຫຼວດທະເລ​ຫວຽດນາມ, ທັດສະນະ ​ນະ​ໂຍບາຍ​ຊົນ​ເຜົ່າ, ສາສະໜາ​ຂອງ​ພັກ ​ແລະ ລັດ​; ກົດໝາຍສ່າດ້ວຍການຕ້ານຢາເສບຕິດ ມາຍັງເຈົ້າໜ້າທີ່ ແລະປະຊາຊົນໃນເຂດດັ່ງກ່າວ 300 ກວ່າຄົນ. ຜ່ານ​ນັ້ນ​ ກໍ່ເພີ່ມ​ທະວີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພົນລະ​ເມືອງ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ ​ແລະ ໝູ່​ເກາະ​ຂອງ​ປະ​ເທດ​ຊາດ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ຢູ່ບໍລິເວນ ກັບພະນັກງານ, ນັກຮົບກົມເສນາທິການຕຳຫຼວດທະເລ ຫວຽດນາມ.

ຕຳຫຼວດທະເລ ກັບປະຊາຊົນບັນດາເຜົ່າ ແລະ ສາສະໜາຢູ່ແຂວງ ຮ່ວາບິງ
ກົມເສນາທິການຕຳຫຼວດທະເລ ຫວຽດນາມ ໜູນ​ຊ່ວຍ​ບັນດາ​ຄອບຄົວ​ທຸກ​ຍາກ​ຢູ່​ຕາ​ແສງ ຮູ່ງເຊີນ, ເມືອງ ກິມໂບຍ, ແຂວງ ຮວ່າບິ່ງ ດ້ວຍ​ຈຳນວນ​ເງິນ 50 ລ້ານ​ດົ່ງ ​ໃນ​ໂຄງການ “ຕຳຫຼວດທະເລ ກັບປະຊາຊົນບັນດາເຜົ່າ ແລະ ສາສະໜາ"

ຕາມ​ທ່ານ​ພັນ​ເອກ ຫງວຽນ​ກວາງ​ຊີ, ຫົວໜ້າການເມືອງກົມເສນາທິການຕຳຫຼວດທະເລ ຫວຽດນາມ, ​ລາຍການ​ຕຳຫຼວດທະເລ ກັບປະຊາຊົນບັນດາເຜົ່າ ແລະ ສາສະໜາ ແມ່ນກົມເສນາທິການ ​ໄດ້​ຈັດ​ຕັ້ງ ດ້ວຍ​ຄວາມ​ໝາຍ​ແຫ່ງ​ການ​ຊຸກຍູ້​ທາງ​ຈິດ​ໃຈ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ ​ແລະ ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ບັນດາ​ນັກຮຽນ​ທີ່ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ການ​ຮ່ຳຮຽນ. ພ້ອມ​ກັນ​ນັ້ນ, ຜ່ານ​ໂຄງການ​ນີ້ ກໍ່​ໂຄສະນາ​ໃຫ້​ປະຊາຊົນ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ, ປະຊາຊົນ ​ກໍ່ໄດ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃນພັນທະ​ພົນລະ​ເມືອງ​ ແລະ ​​ໜ້າ​ທີ່​ຮັບຜິດຊອບ​ໃນ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ອະທິປະ​ໄຕ​ຢູ່​ທະ​ເລ ​ແລະ ໝູ່​ເກາະ.

​ເນື່ອງ​ໃນ​ໂອກາດ​ນີ້, ກົມເສນາທິການຕຳຫຼວດທະເລ ຫວຽດນາມ ​ໄດ້​ຈັດ​ການມອບ​ຂອງ​ຂວັນ​ໃຫ້​ບັນດາ​ຄອບຄົວ​ທີ່ຫຍຸ້ງຍາກ, ນັກຮຽນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຮ່ຳຮຽນ; ມອບຂອງຂວັນໃຫ້ໂຮງຮຽນ ແລະ ອຳນາດການປົກຄອງທ້ອງຖິ່ນ, ລວມມູນຄ່າຂອງຂວັນກວ່າ 300 ລ້ານດົ່ງ.

ຕາມ​ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ຫງວຽນ​ວັນ​ຮຶງ ແລ້ວ, ຮູ່ງເຊີນ ແມ່ນ​ເຂດ​ພູດ​ອຍ​ຂອງ​ແຂວງ ຮ່​ວາ​ບິ່ງ ມີສ່ວນຫຼາຍແມ່ນ​ຊົນ​ເຜົ່າ​​ດຳ​ລົງ​ຊີ​ວິດ, ປີ 2020 ຫຼັງ​ຈາກ​ໄດ້​ຖືກ​ລວມ​ເຂົ້າ​ກັບ​ຄະ​ນະ​ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຮູ່ງເຊີນ ໄດ້​ຮັບ​ການ​ໜູນ​ຊ່ວຍ ຈາກ​ຄະນະ​ພັກ ກໍ່​ໄດ້ຮັບຄວາມ​ເອົາ​ໃຈ​ໃສ່​ຈາກ​ທຸກ​ຂັ້ນ​ໃນ​ແຂວງ ​ແມ່ນ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ລະບົບ​ໄຟຟ້າ, ຖະໜົນ​ຫົນທາງ, ​ໂຮງຮຽນ, ສະຖານີ ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ. ລາຍການຂົນຂວາຍປະຊາຊົນຂອງກົມເສນາທິການຕຳຫຼວດທະເລ ຫວຽດນາມ ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ໃຫ້​ປະຊາຊົນ​ກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ, ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ ​ແລະ ​ເຂົ້າ​ໃຈ​ກົດໝາຍຕຳຫຼວດທະເລ ຫວຽດນາມ, ຜ່ານ​ນັ້ນ​ ກໍ່ໄດ້​ເສີມ​ຂະຫຍາຍ​ບົດບາດຄວາມຮັບຮູ້ຂອງ​ປະ​ຊາ​ຊົນ​ໃນ​ການ​​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ລາຍການຂົນຂວາຍປະຊາຊົນ "ຕຳຫຼວດທະເລ ກັບປະຊາຊົນບັນດາເຜົ່າ ແລະ ສາສະໜາ" ​ແມ່ນ​ຮູບ​ແບບ​ຂົນຂວາຍ​ມະຫາຊົນ​ທີ່​ມີ​ຄວາມ​ໝາຍ ​ແລະ ມີ​ປະສິດທິ​ຜົນ ​ແລະ ​ໄດ້​ຮັບ​ການ​ຮັກສາ​ໂດຍກົມເສນາທິການຕຳຫຼວດທະເລ ຫວຽດນາມ ໃນ​ຫຼາຍ​ປີ​ຢູ່​ທ້ອງ​ຖິ່ນ. ຜ່ານ​ໂຄງການ, ກຳລັງຕຳຫຼວດທະເລ ຫວັວຢາກຮຽກຮ້ອງປະຊາຊົນ​ບັນດາ​ເຜົ່າ ​ແລະ ສາສະໜາ​ ເຊີດ​ຊູ​ຈິດ​ໃຈ​ສາມັກຄີ, ປະຕິບັດ​ບັນດາແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ, ຮັກສາ​ເອກະລັກ​ວັດທະນະທຳ​ຂອງ​ຊາດ, ຕັ້ງໜ້າ​ທຳການຜະລິດ ​ແລະ ພັດທະນາ​ເສດຖະກິດ.

ມິງດຶກ

ເຫດການ
302 Found

Found

The document has moved here.