ກົດໝາຍວ່າດ້ວຍຕຳຫຼວດທະເລ: ບົດບາດທີ່ຈຳເປັນໃນການປົກປັກຮັກສາປະເທດຊາດ

16:45 | 02/09/2021

ຍ​ສ​ໝ - ຕໍ່​ໜ້າ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ທະ​ເລ​ໃນ​ປັດ​ຈຸ​ບັນ, ເປັນ​ຕົ້ນ​ແມ່ນ​ການ​ຂັດ​ແຍ້ງ​​ອະ​ທິ​ປະ​ໄຕ​ທາງ​ທະ​ເລ, ໝູ່​ເກາະ, ການ​ຄ້າ​ເຖື່ອນ, ການ​ລ່ວງລຳ້​ເຂດ​ທະ​ເລ ໃນ​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ, ສິນ​ທະ​ເລ... ແລະ ທ່າ​ອ່ຽງ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ກົດ​ໝາຍ​ວ່າ​ດ້ວຍຕຳຫຼວດ​ທະ​ເລ ແມ່ນ​ເຄື່ອງ​ມືທີ່​​ແຫຼມຄົມ, ແມ່ນ​ພື້ນ​ຖານ​ນິ​ຕິ​ກຳ​ໃຫ້​ແກ່​ກຳ​ລັງ​ຕຳຫຼວດ​ທະ​ເລ​ປະ​ຕິ​ບັດ​ກົດ​ໝາຍ​ໃນທະ​ເລ​ຢ່າງ​ແທ້​ຈິງ, ປະ​ກອບ​ສ່ວນ​ໃນ​ການ​ຄຸ້ມ​ຄອງ, ຮັກສາອະທິປະໄຕ, ສິດອະທິປະໄຕ, ສິດໃນການຕັດສິນ, ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ແລະ ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ຢູ່​ບັນ​ດາ​ເຂດ​ທະ​ເລ ຫວຽດ​ນາມ.

ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ​ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງທາງ​ທະ​ເລ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ​ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງທາງ​ທະ​ເລ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ
ຢັ້ງ​ຢືນ​ບົດ​ບາດ​ຂອງ​ການ​ເຄົາ​ລົບ​ກົດ​ໝາຍສາ​ກົນ​ໃນ​ບັນ​ຫ​າທະ​ເລ​ຕາ​ເວັນ​ອອກ ຢັ້ງ​ຢືນ​ບົດ​ບາດ​ຂອງ​ການ​ເຄົາ​ລົບ​ກົດ​ໝາຍສາ​ກົນ​ໃນ​ບັນ​ຫ​າທະ​ເລ​ຕາ​ເວັນ​ອອກ
ກົດໝາຍວ່າດ້ວຍຕຳຫຼວດທະເລ: ບົດບາດທີ່ຈຳເປັນໃນການປົກປັກຮັກສາປະເທດຊາດ
ພາບ​ປະ​ກອບ

ດ້ວຍ​ເສັ້ນ​ທາງແຄມຝັ່ງ​ທະ​ເລ​ທີ່​ມີ​ຄວາມຍາວ​ກ່​ວາ 3.260 ກີ​ໂລ​ແມັດ, ມີ​ເກາະ​ກ່​ວາ 3000 ແຫ່ງ ແລ​ະ ເຂ​ດ​ເສດ​ຖະ​ກິດ​ພິ​ເສດ, ດິນ​ຕໍ່​ແຜ່ນ​ທີ່ກວ້າງ​ໃຫຍ່, ຫຼາຍ​ປີ​ຜ່ານ​ມາ, ທະ​ເລ​ໝູ່​ເກາະ ໄດ້​ນຳ​ມາ​ເຊິ່ງ ແຫຼ່ງ​ຜົນ​ປະ​ໂຫຍດ​ບໍ່​ແມ່ນໜ້ອຍ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ເຮົາ.

ແຕ່​ການ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ຄຶກ​ຄຶ້ນ​ຂອງບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ທະ​ເລ ພ້ອມ​ກັບ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ແບບ​ໃໝ່​ທີ່​ຫາ​ກໍ່​ເກີດ​ຂຶ້ນ ແລະ ສະ​ພາບ​ການ​ລະ​ເມີດ​ກົດ​ໝາຍ, ອາ​ດ​ຊະ​ຍາ​ກຳໃນ​ທະ​ເລນັບ​ມື​ນັ້ບ​ເພີ່ມ​ຂຶ້ນ​ໄດ້​ກໍ່​ຜົນ​ກະ​ທົບ​ຫຍໍ້​ທໍ້ຫຼາຍ​ຢ່າງ​ຕໍ່​ສິ່ງ​ແວດ​ລ້ອມ, ຊັບ​ພະ​ຍາ​ກອນ​ທຳ​ມ​ະ​ຊາດ, ທຳ​ມະ​ຊາດ​ທະ​ເລ, ພິ​ເສດ​ແມ່ນ​ຄວາມ​ສ່ຽງ​ຂາດ​ສະ​ຖຽນ​ລະ​ພາບ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ.

ໂດຍ​ຮັບ​ຮູ້​ໄດ້​ສິ່ງ​ນັ້ນ, ໃນ​ຊຸມ​ປີ​ຜ່ານ​ມາ, ພັກ, ລັດ​ໄດ້​ມີຫຼາຍແຜນ​ນະ​ໂຍບ​າຍ, ນະ​ໂຍ​ບາຍ​ເພີ່ມ​ທະ​ວີ​ວຽກ​ງານ​ຮັກ​ສາຄວາມເປັນລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ, ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ບັນ​ດາ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ, ເພື່ອ​ແນ​ໃສ່​ຂຸດ​ຄົ້ນບັນດາແຫຼ່ງ​ຜົນ​ປະ​ໂຫຍດ​ຈາກ​ທະ​ເລ.

ພາຍຫຼັງການ​ສ້າງ​ຕັ້ງ​ມາ​ເປັນ​ເວ​ລາ 20 ປີ, ພວ​ກ​ເຮົາ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (1982), ປະ​ກາດ​ໃຊ້​ນິ​ຕິ​ບັນ​ຍັດ​ວ່າ​ດ້ວຍ​ກຳ​ລັງ​ຕຳຫຼວດ​ທະ​ເລ ຫວຽດ​ນາມ.

ເມື່ອໃຫ້​ຄຳເຫັນກ່ຽວກັບການ​ຜັນ​ຂະ​ຫຍາຍ​ກົ​ດ​ໝາຍ​ວ່າ​ດ້ວຍ​ຕຳຫຼວດ​ທະ​ເລ ຫວຽດ​ນາມ ມາ​ເປັນ​ເວ​ລາ 2 ປີ, ທ່ານ​ພົນ​ຈັດ​ຕະ​ວາ ບຸຍກວັກ​ອວຍ, ຜູ້​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ ຕຳຫຼວດ​ທະ​ເລ ໃຫ້​ຮູ້​ວ່າ: ພາຍຫຼັງ​ການ​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ມາ​ເປັນ​ເວ​ລາ 2 ປີ, ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້, ເຈດ​ຈຳ​ນົງ​ດ້ານ​ກົດ​ໝາຍຂອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ ແລະ ປະ​ຊາ​ຊົນ​ໝົດ​ທຸກ​ຄົນ ກ່ຽວ​ກັບ​ວຽກ​ງານ​ຄຸ້ມຄອງແຫ່ງລັດດ້ວຍກົດໝາຍ​ໃນ​ບັນ​ດາ​ເຂດ​ທະ​ເລ, ໝູ່​ເກາະ​ຂອງປະ​ເທດ​ຊາດກໍ່​ຄື​ທີ່​ຕັ້ງ, ບົດ​ບາດ, ພາ​ລະ​ບົດ​ບາດ, ໜ້າ​ທີ່​ຂອງ​ກຳ​ລັງ​ຕຳຫຼວດ​ທະ​ເລ.

ພິ​ເສດ, ດ້ວຍ​ພື້ນ​ຖານຮ​າກ​ຖານ​ນິ​ຕິ​ກຳ​ທີ່​ໝັ້ນ​ຄົງ ແມ່ນ​ບັນ​ດາ​ຂໍ້​ກຳ​ນົດ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ, ພາ​ຫະ​ນະ, ອຸ​ປະ​ກອນ... ຂ​ອງ​ກຳ​ລັງ, ຄວາມຮຽກ​ຮ້ອງ​​ສ້າງ​ຕຳຫຼວດ​ທະ​ເລ ຫວຽດ​ນາມ ປັດ​ຈຸ​ບັນ​ຕາມ​ທິດ​ກະ​ທັດ​ລັດ, ເຂັ້ມແຂງ ໄດ້​ຮັບການຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ, ມີ​ປະ​ສິດ​ທິ​ຜົນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ໜ້າ​ທີ່​ຂອງ​ກຳ​ລັງ​ໃນ​ສະ​ພາບ​ການ​ໃໝ່ ນັບ​ມື້​ນັບ​ດີ​ກ່​ວາ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເພື່ອ​ສືບ​ຕໍ່​ນຳ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ຫວຽດ​ນາມເຂົ້າ​ໃນການດຳລົງຊີ​ວິດ​, ໄປເຖິງ​ພໍ່​ແມ່​ຊາວ​ປະ​ມົງ​ທີ່ໄປ​ຫາ​ປາ​ໃນ​ທະ​ເລ ໂດຍ​ກົງ​, ກອງ​ບັນ​ຊາ​ການ​ຕຳຫຼວດທະ​ເລ ຈະ​ສືບ​ຕໍ່​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ສຸມ​ໃສ່​ຢູ່​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ​ໃນ​ທົ່ວ​ກຳ​ລັງ ແລະ ບັນ​ດາ​ທ້ອງ​ຖິ່ນ​ແຕ່​ຂັ້ນ​ຕາ​ແສງ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ທ້ອງ​ຖິ່ນ​ແຄມ​ທະ​ເລ. ຈາກ​ນັ້ນ, ເພື່ອ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບວຽກ​ງານ​ຄຸ້ມຄອງແຫ່ງ​ລັດ ດ້ວຍ​ກົດ​ໝາຍ​ໃນ​ບັນ​ດາ​ເຂດ​ທະ​ເລ​ໝູ່​ເກາະ, ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈກັບ​ກຳ​ລັງ​ຕຳຫຼວດ​ທະ​ເລ ຫວຽດ​ນາ​ມ, ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປ້ອງ​ອະ​ທິ​ປະ​ໄຕ, ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ໃນ​ທະ​ເລ, ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ໃຫ້​ແກ່​ບັນ​ດາ​ເຂດ​ທະ​ເລ​ໝູ່​ເກາະ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດໃຫ້​ເປັນ​ຢ່ງ​ດີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.