ຫວຽດນາມ ຖືການຊຸກຍູ້ບົດບາດຂອງແມ່ຍິງປັນບູຣິມະສິດສຳຄັນ

14:43 | 09/11/2023

ຍສໝ - ວັນ​ທີ 6 ພະຈິກ​ນີ້, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ສົມທົບ​ກັບ​ອົງການ​ສະຫະ​ປະຊາ​ຊາດ​ເພືື່ອສົ່ງເສີມບົດບາດ​ຍິງ-​ຊາຍ ​ແລະ ຄວາມກ້າວໜ້າຂອງແມ່ຍິງ (UN Women) ຈັດຕັ້ງການສຳມະນາປຶກສາຫາລືແຫ່ງ​ຊາດ ​ກ່ຽວ​ກັບໂຄງການກະທຳແຫ່ງ​ຊາດກ່ຽວ​​ກັບແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ.

ສະຫະພັນ​ແມ່ຍິງ​ແຂວງ ອານ​ຢາງ “​ໄປ​ຄຽງ​ຄູ່​ກັບ​ແມ່​ຍິງ​ຊາຍ​ແດນ” ສະຫະພັນ​ແມ່ຍິງ​ແຂວງ ອານ​ຢາງ “​ໄປ​ຄຽງ​ຄູ່​ກັບ​ແມ່​ຍິງ​ຊາຍ​ແດນ”
ສະແດງຄວາມຂອບໃຈທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ສຳລັບຄວາມສະເໝີພາບ ແລະ ການພັດທະນາຂອງແມ່ຍິງຫວຽດນາມ ສະແດງຄວາມຂອບໃຈທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ສຳລັບຄວາມສະເໝີພາບ ແລະ ການພັດທະນາຂອງແມ່ຍິງຫວຽດນາມ

ກ່າວຄຳປາໄສທີ່​ການສຳມະນາ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໂດ່ຮຸ່ງຫວຽດ ຢືນຢັນ​ຄວາມ​ສຳຄັນ​ຂອງ​ແມ່ຍິງ​ໃນ​ສັງຄົມ. ການເພີ່ມທະວີບົດບາດຂອງແມ່ຍິງແມ່ນຕິດພັນກັບການພັດທະນາ ເເລະຄວາມກ້າວໜ້າຂອງສັງຄົມມວນມະນຸດ. ພຽງແຕ່​ເມື່ອແມ່​ຍິງ​ໄດ້​ຮັບການມອບສິດ, ​ໄດ້ມີຄວາມ​​ສະເໝີພາບ, ​ພຽງແຕ່ເມື່ອສຽງເວົ້າ ​ແລະ ປະສົບ​ການ​ຂອງ​ແມ່ຍິງ​ໄດ້​ຮັບການຖືເປັນສຳຄັນ ​ແລະ ​ຍົກສູງ, ບັນດາວິທີການແກ້ໄຂໃໝ່ຈິ່ງຈະມີລັກສະນະທີ່ຮອບດ້ານ, ຍືນ​ຍົງ ​ແລະ ຍາວ​ນານຢ່າງແທ້ຈິງ.

ຫວຽດນາມ ຖືການຊຸກຍູ້ບົດບາດຂອງແມ່ຍິງປັນບູຣິມະສິດສຳຄັນ
ທ່ານ​ນາງ Caroline Myamayemombe, ຫົວໜ້າ​ຜູ້ຕາງໜ້າ​ອົງການ ​UN Women ປະຈຳ ຫວຽດນາມ ກ່າວຄຳປາໄສ. (ພາບ: TTXVN)

ພັກ ​ແລະ ລັດ ຫວຽດນາມ ຖືການຊຸກຍູ້ບົດບາດຂອງແມ່ຍິງ​​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນເປັນບູຣິມະສິດສຳຄັນ. ຫວຽດນາມ ​ໄດ້ຢັ້ງຢືນຂີດໝາຍສຳຄັນເມື່ອເປັນເຈົ້າ​ການ​ເມື່ອຊຸກຍູ້ສະພາ​ຄວາມ​ໝັ້ນຄົງ ຮັບຮອງ​ເອົາ​ມະຕິເລກທີ 1889 (2009) ກ່ຽວ​ກັບ​ບົດບາດ​ຂອງ​ແມ່ຍິງ ​ແລະ ​ເດັກຍິງ​ໃນ​ສະຖານະການພາຍຫຼັງ​ການ​ປະ​ທະ​ກັນ. ປະຈຸ​ບັນ, ຫວຽດນາມ ກໍ່​ແມ່ນ​ປະ​ເທດ​ທີ່​ມີ​ມາດຕາສ່ວນທະຫານ​ຍິງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ຢູ່ລະດັບສູງ, ບັນລຸ 16%, ສູງ​ກວ່າ​ຫຼາຍລະດັບປານກາງຂອງ​ສະຫະ​ປະຊາ​ຊາດແມ່ນ 4%.

ໂດຍກ່າວຄຳປາໄສທີ່ການສຳມະນາ, ທ່ານ​ນາງ Caroline Nyamayemombe, ຫົວໜ້າ​ຜູ້ຕາງໜ້າ​​ອົງການ UN Women ປະຈຳ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ ຫວຽດນາມ ກໍ່ສ້າງ​ໂຄງການ​ກະທຳ​ແຫ່ງ​ຊາດ​ກ່ຽວ​ກັບ​ແມ່ຍິງ, ສັນຕິພາບ, ຄວາມ​ໝັ້ນຄົງ. ທ່ານນາງ​ກ່າວ​ວ່າ ​ໂຄງການ​ໄດ້​ຮັບ​ຮູ້​ບົດບາດ​ສຳຄັນ​ຂອງ​ແມ່ຍິງ​ຫວຽດນາມ​ໃນ​ການ​ສ້າງ​ສັນຕິພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ. ການມອບສິດໃຫ້​ແກ່​ແມ່ຍິງ ​ແລະ ​ເດັກ​ຍິງ, ການ​ປະຕິບັດ​ສິດທິ​ມະນຸດ​ຂອງ​ເຂົາ​ເຈົ້າ ​ແມ່ນ​ສ່ວນ​ໜຶ່ງ​ທີ່​ສຳຄັນ​ໃນຄວາມ​ພະຍາຍາມ​ເພື່ອ​ຮັກສາ​ສັນຕິພາບ​ສາກົນ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.