ບຸນໄຫວ້ພະຈັນ ແມ່ນບຸນເຕັດທີ່ເປັນມູນເຊື້ອ, ເຊິ່ງແມ່ນງານບຸນວັດທະນະທຳໃຫຍ່ຂອງຫຼາຍປະເທດອາຊີ, ຢູ່ຫວຽດນາມ ບຸນໄຫວ້ພະຈັນ ຍັງແມ່ນບຸນເຕັດສຳລັບເດັກ. ງານບຸນໄຫວ້ພະຈັນແມ່ນກົງກັບວັນທີ 15/08 ໄລ່ຕາມຈັນທະປະຕິທິນ ຂອງແຕ່ລະປີ. ໃນໂອກາດນີ້, ເດັກນ້ອຍຈະໄດ້ຮັບຂອງຂວັນເປັນເຄື່ອງຫຼິ້ນຈາກຜູ້ໃຫຍ່ຕາມປົກກະຕິແມ່ນ: ກອງ, ໂຄມໄຟດວງດາວ, ໜ້າກາກ, ເຄື່ອງປັ້ນຕໍແຮ, ຮັບຊົມການສະແດງເຊີດສິງໂຕ, ກິນເຂົ້າໜົມໄຫວ້ພະຈັນ…
ບ້ານຫາວ ຕັ້ງຢູ່ຖະໜົນ ໂຟໂນຍ, ໃຈກາງແຂວງຮືງອຽນ, ໂດຍຫ່າງຈາກນະຄອນຮ່າໂນ້ຍ ໄປທາງທິດຕາເວັນອອກສ່ຽງເໜືອເກືອບ 40 ກ.ມ. ຕາມບັນດາຜູ້ອາຍຸສູງຢູ່ບ້ານຫາວ ແລ້ວ, ບໍ່ຮູ້ວ່າມີມາແຕ່ຍາມໃດ, ອາຊີບຟອກໜັງໄດ້ກາຍເປັນອາຊີບທີ່ເປັນມູນເຊື້ອຂອງຊາວບ້ານແຫ່ງນີ້. ແຕ່ອາຊີບເຮັດກອງໃຫ້ເດັກນ້ອຍຫຼິ້ນໃນໂອກາດບຸນໄຫວ້ພະຈັນຢູ່ບ້ານຫາວ ໄດ້ມີມາກ່ອນນີ້ກວ່າ 100 ປີແລ້ວ. ໃນໂອກາດບຸນໄຫວ້ພະຈັນ, ໃນທົ່ວໝູ່ບ້ານມີລົດທຽວໄປມາຊື້ສິນຄ້າຢ່າງຄັບຄາໜາແໜ້ນ. ປະຊາຊົນໃນໝູ່ບ້ານບໍ່ພຽງແຕ່ເຮັດກອງ, ເຄື່ອງລະຫຼິ້ນເທົ່ານັ້ນ, ຫາກຍັງເຮັດກອງໃຫຍ່ເພື່ອຂາຍໃຫ້ໂຮງຮຽນ ຫຼື ຮັບໃຊ້ໃຫ້ແກ່ງານບຸນຕ່າງໆອີກດ້ວຍ. ສຽງກອງຂອງບ້ານຫາວ ໄດ້ດັງກ້ອງກັງວານໄປທົ່ວພາກເໜືອພາກໃຕ້ຂອງຫວຽດນາມ. ທ່ານ ຫວູຮຸຍດົງ, ຜູ້ອາຍຸສູງຢູ່ບ້ານຫາວ ເລົ່າສູ່ຟັງວ່າ.
“ກ່ອນນີ້, ບ້ານໄດ້ເຮັດກອງ, ຕຸກະຕາ, ໜ້າກາກ, ໂຄມໄຟ, ຫວ່າງມໍ່ໆມານີ້ໄດ້ປະດິດອອກເຄື່ອງຫຼິ້ນຫຼາຍຢ່າງຕື່ມອີກ. ສະເພາະໜ້າກາກເພື່ອໃຫ້ເດັກ ກໍ່ມີຮອດ 20 ຊະນິດ, ຕົ້ນຕໍແມ່ນສັດ 12 ລາສີ... ງານບຸນໄຫວ້ພະຈັນແຕ່ລະປີຄອບຄົວຂ້າພະເຈົ້າເຮັດເຄື່ອງຫຼິ້ນປະມານ 20.000 ອັນ, ລວມມີກອງ, ຕຸກກະຕາ, ໜ້າກາກ… ປະຈຸບັນ, ໃນ ບ້ານມີ 10 ຄອບຄົວເຮັດອາຊີບນີ້”.
ເຮັດໜ້າກາກ.(ພາບ: tintucvietnam.vn)Ảnh minh họa
ເພື່ອເຮັດກອງມາຮັບໃຊ້ໃນງານບຸນໄຫວ້ພະຈັນໄດ້ອັນໜຶ່ງນັ້ນ, ປະຊາຊົນຢູ່ບ້ານຫາວ ໄດ້ຊື້ໜັງຄວາຍ, ງົວມາຈາກທ້ອງຖິ່ນອື່ນໆ. ກອງໄດ້ເຮັດດ້ວຍໄມ້ທີ່ເອົາມາຈາກປ່າ ຫຼື ໄມ້ໂພ ຍ້ອນໄມ້ຊະນິດນີ້ເຮັດງ່າຍກວ່າ, ລາຄາກໍ່ຖືກ, ເໝາະສົມກັບຕະຫຼາດເຄື່ອງຫຼິ້ນ. ສຳລັບບັນດາເຄື່ອງຫຼິ້ນທີ່ເປັນມູນເຊື້ອຄື: ໜ້າກາກ, ຕຸກກະຕາ, ຫົວສິງໂຕ… ໄດ້ເຮັດດ້ວຍເຈ້ຍ, ເຊິ່ງເອົາມາຈາກແກັດເຈ້ຍ, ໜັງສືພິມເກົ່າ. ບັນດາເຄື່ອງຫຼິ້ນດັ່ງກ່າວໄດ້ເຮັດດ້ວຍສີມືອັນຄ່ອງແຄ້ວຂອງປະຊາຊົນໃນບ້ານ. ປ້າ ຫວູທິຟູ໋ກ, ຊາວບ້ານຫາວ, ໃຫ້ຮູ້ວ່າ.
“ເຮັດໜ້າກາກຕ້ອງມີແບບ, ໜ້າກາກແຕ່ລະອັນມີແບບສະເພາະຂອງມັນ. ທຳອິດເຮົາຕ້ອງນຳເອົາເຈ້ຍໃສ່ແບບ, ທານ້ຳເຂົ້າແປ້ງໃສ່, ຫຼັງຈາກນັ້ນເອົາແກັດເຈ້ຍຕິດໃສ່, ຕໍ່ຈາກນັ້ນກໍ່ເອົາເຈ້ຍຂາວຕິດໃສ່, ເຮັດແບບນັ້ນຕິດຕໍ່ກັນໃຫ້ເປັນ 3 ຊັ້ນຈຶ່ງເປັນໜ້າກາກໄດ້. ຫຼັງຈາກນັ້ນເຮັດຂອບ, ສຸດທ້າຍແມ່ນຂັ້ນຕອນທາສີ, ແຕ້ມ ຈຶ່ງເປັນອັນວ່າໜ້າກາກໄດ້ສຳເລັດ. ເຮັດໜ້າກາກແມ່ນງ່າຍ, ສ່ວນເຮັດຫົວສິງໂຕຈະຍາກກວ່າຍ້ອນມີຫຼາຍຂັ້ນຕອນກວ່າ. ໃນບ້ານ, ມີຄອບຄົວເຮັດສະເພາະແຕ່ກອງ, ເຮັດກອບກອງ, ຜູ້ເຮັດໜ້າກາກ… ແຕ່ລະຄົນຈະເຮັດຂັ້ນຕອນໜຶ່ງ, ຖ້າຄອບຄົວໜຶ່ງເຮັດແຕ່ຕົ້ນຈົນສຳເລັດຜະລິດຕະພັນຈະບໍ່ບັນລຸປະສິດທິຜົນສູງ”.
ປະຊາຊົນບ້ານຫາວ ເຮັດອາຊີບນີ້ຕະຫຼອດປີ, ແຕ່ເຮັດຫຼາຍສຸດແມ່ນໃນເດືອນ 6 ເດືອນ 7 ໄລ່ຕາມຈັນທະປະຕິທິນ ຍ້ອນນີ້ແມ່ນຈຸດເວລາຂາຍສົ່ງໃຫ້ທ້ອງຖິ່ນຕ່າງໆ. ປະຈຸບັນ, ເຖິງວ່າຕ້ອງແກ່ງແຍ້ງກັບບັນດາສິນຄ້າທີ່ນຳເຂົ້າຈາກຕ່າງປະເທດກໍຕາມ, ແຕ່ບັນດາເຄື່ອງຫຼິ້ນທີ່ເປັນມູນເຊື້ອຂອງໝູ່ບ້ານຍັງຂາຍໄດ້ດີໃນທ້ອງຕະຫຼາດ. ໂດຍມີຊື່ສຽງດ້ວຍອາຊີບຫັດຖະກຳທີ່ເປັນມູນເຊື້ອ, ສະນັ້ນ, ນັກທ່ອງທ່ຽວຕ່າງປະເທດກໍ່ໄດ້ຮູ້ຈັກເຖິງ ແລະ ມາທ່ຽວເພື່ອຊອກຮູ້ກ່ຽວກັບໝູ່ບ້ານອາຊີບນີ້. ທ່ານ ຫວູຮຸຍດົງ, ຊາວບ້ານຫາວ, ໃຫ້ຮູ້ວ່າ.
“ນັກທ່ອງທ່ຽວຕ່າງປະເທດຫຼາຍຄະນະໄດ້ມາຢ້ຽມຢາມເຮືອນຂອງຂ້າພະເຈົ້າ, ມີທັງຊາວອາເມລິກາ, ແບນຊິກ, ຝລັ່ງ… ເມື່ອບັນດາຄະນະນັກທ່ອງທ່ຽວມາຢ້ຽມຢາມ, ອຳນາດການປົກຄອງຕາແສງໄດ້ພາເຂົາເຈົ້າໄປຢ້ຽມຢາມບັນດາຄອບຄົວເຮັດອາຊີບເຄື່ອງຫຼິ້ນໃຫ້ເດັກ, ແນະນຳກ່ຽວກັບໝູ່ບ້ານອາຊີບ. ທາງຕາແສງກໍ່ໄດ້ໜູນຊ່ວຍບັນດາຄອບຄົວດຳເນີນທຸລະກິດກູ້ຢືມທຶນບຸລິມະສິດຕ່ຳເພື່ອພັດທະນາການຜະລິດ.”
ເຄື່ອງຫຼິ້ນທີ່ເປັນມູນເຊື້ອໃນບຸນໄຫວ້ພະຈັນ ບໍ່ພຽງແຕ່ສ້າງຄວາມດຶງດູດສຳລັບເດັກ ແລະ ມີລັກສະນະສຶກສາເທົ່ານັ້ນ, ຫາກຍັງແມ່ນຂອງຂວັນທີ່ເຕັມໄປດ້ວຍສີສັນເຂດບ້ານນາຂອງຫວຽດນາມ ອີກດ້ວຍ. ແຕ່ລະມື້, ບັນດານາຍຊ່າງຢູ່ບ້ານຫາວ ໄດ້ຜະລິດອອກບັນດາເຄື່ອງຫຼິ້ນທີ່ເປັນມູນເຊື້ອທີ່ສວຍງາມ, ນຳຄວາມງາມຂອງໝູ່ບ້ານຫວຽດນາມ ໃຫ້ກ້າວໄປໄກກວ່າ.
(ແຫຼ່ງຂໍ້ມູນ: vov5)