ສັບປະດາ ທ່ອງທ່ຽວ ມໍລະດົກ ນາຂັ້ນໄດ ຮວ່າງຊູຟີ

14:34 | 06/09/2018

ຍສໝ - ສັບປະດາທ່ອງທ່ຽວດ້ານວັດທະນະທຳ “ ຜ່ານພື້ນຖານມໍລະດົກນາຂັ້ນໄດ ຮວ່າງຊູຟີ ” ປີ 2018 ຈະຈັດຂື້ນແຕ່ວັນທີ 28-30 ກັນຍາ 2018.

ສັບປະດາ ທ່ອງທ່ຽວ ມໍລະດົກ ນາຂັ້ນໄດ ຮວ່າງຊູຟີ

ນາຂັ້ນໄດ ຢູ່ ຮວ່າງຊູຟີ ລະດູເກັບກ່ຽວ(ເຂົ້າສຸກເຫຼືອງ) ດຶງດູດນັກທ່ອງທ່ຽວມາທ່ຽວຢ່າງຫຼວງຫຼາຍ.

ແນໃສ່ນຳເອົາທັດສະນີຍະພາບ ຂອງນາຂັ້ນໄດ ຮວ່າງຊູຟີ ລະດູເກັບກ່ຽວມາຮອດ ເຕັມໄປດ້ວຍນັກທ່ອງທ່ຽວທົ່ວສາລະທິດ, ສັບປະດາທ່ອງທ່ຽວດ້ານວັດທະນະທຳ “ ຜ່ານພື້ນຖານມໍລະດົກນາຂັ້ນໄດ ຮວ່າງຊູຟີ ” ປີ 2018 ຈະໄດ້ຈັດຂື້ນ ເຊິ່ງຈະມີການເຄື່ອນໄຫວກິດຈະກຳທີ່ຫຼາກຫຼາຍ ແລະ ດຶງດູດຄື: ງານວາງສະແດງຕິພັນກັບບັນຍາກາດຕົວຈິງ ແນະນຳສິນຄ້າທີ່ເປັນເອກກະລັກຂອງເມືອງ, ສະຖານທີ່ດື່ມດຳ່ກັບນຳ້ຊາ ຮວ່າງຊູຟີ ຢູ່ຕໍ່ໜ້າສຳນັກງານ ສະພາປະຊາຊົນ-ຫ້ອງວ່າການປົກຄອງເມືອງ; ກິດຈະກຳທ່ອງທ່ຽວວັດທະນະທຳແບບໂຮມສະເຕ ຢູ່ ກຸ່ມບ້ານນຳ້ຕີ, ທົງຫງວຽນ, ບ້ານເປ້ວ, ຕ້າຊື້ຈອງ, ບ້ານຍຸ່ງ, ບ້ານຟຸ່ງ, ບ້ານລ້ວກ, ໂຮ່ເທົ່າ; ສະຫຼຸບ ແລະ ມອບລາງວັນໃນການປະກວດ ຮູບພາບ “ ຮວ່າງຊູຟີ-ທໍລະນີ ແລະ ຄົນ”; ການແຂ່ງຂັນ“ມົນສະເໜ່ຂອງຊົນເຜົ່າ ຮວ່າງຊູຟີ ”...

ສັບປະດາທ່ອງທ່ຽວດ້ານວັດທະນະທຳ “ ຜ່ານພື້ນຖານມໍລະດົກນາຂັ້ນໄດ ຮວ່າງຊູຟີ ” ປີ 2018 ແມ່ນແນໃສ່ໂຄສະນາເຜົຍແຜ່ ຄວາມງົດງາມຂອງທິວທັດທຳມະຊາດຂອງນາຂັ້ນໄດ ຮ່ວາງຊູຟີ ລະດູເກັບກ່ຽວ.

ພ້ອມກັນນັ້ນກໍ່ເປັນໂອກາດດີໃຫ້ແກ່ມວນຊົນ, ປະຊາຊົນບັນດາເຜົ່າເຂດພູດອຍ ເມືອງ ຮວ່າງຊູຟີ ແນະນຳມູນເຊື້ອວັດທະນະທຳອັນເປັນເອກກະລັກຂອງຕົນ, ປະກອບສ່ວນໃນການໂຄສະນາ ທ່າແຮງ ຄວາມສາມາດບົ່ມຊ້ອນດ້ານວັດທະນະທຳ ທ່ອງທ່ຽວ ຂອງທ້ອງຖິ່ນ ສູ່ສາຍຕາຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

ຂໍ້ມູນຈາກຈັດຕັ້ງງານ ຕົ້ນເດືອນ ກັນຍາ ວຽກງານການກະກຽມ ໃຫ້ແກ່ການຈັດງານ ສັບປະດາ ທ່ອງທ່ຽວດ້ານວັດທະນະທຳ “ ຜ່ານພື້ນຖານມໍລະດົກນາຂັ້ນໄດ ຮວ່າງຊູຟີ ” ປີ 2018 ສຳເລັດພື້ນຖານແລ້ວໂດຍການສົມທົບຂອງ ທ້ອງຖິ່ນຮາກຖານຂອງເມືອງ ເພື່ອຈະນຳສະເໜີໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແຂວງ ໄດ້ຮັບປະສົບການອັນຫຼາກຫຼາຍ, ໜ້າປະທັບຈາກການທ່ອງທ່ຽວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.