ຝູ໋ກ໋ວກ ຕິດທ໋ອບ 5 ສະຖານທີ່ທ່ອງທ່ຽວ ລະດູໃບໄມ້ຫຼົ່ນ ຂອງອາຊີ ຈັດອັນດັບໂດຍ CNN

08:53 | 12/09/2018

ຍສໝ - ເກາະທີ່ງາມຄືກັນກັບ ສະຫວັນຊັ້ນຟ້າສຳລັບການພັກຜ່ອນ ເປັນເຂດທີ່ມີພູມມິອາກາດ ອົບອຸ່ນ ແລະ ຊາຍຫາດປົກຫຸ້ມດ້ວຍຮົ່ມຕົ້ນໝາກພ້າວອັນຮົ່ມເຢັນ.

ສຳລັບນັກທ່ອງທ່ຽວທີ່ຄັ້ງທຳອິດມາທ່ອງທ່ຽວ ອາຊີ-ປາຊີຟິກ ສະຖານທີ່ທ່ອງທ່ຽວຫຼັກໆທີ່ຈະໄປແມ່ນບັນດານະຄອນໃຫຍ່ ເຊັ່ນ: ນະຄອນຊຽງໄຮ້ (ປະເທດຈີນ), ໂຕກຽວ(ປະເທດຍີ່ປຸ່ນ) ຫຼືວ່າ ສິງກາໂປ. ແຕ່ຖ້າຫາກໄດ້ກັບມາອີກຄັ້ງ ນັກທ່ອງທ່ຽວຈັ່ງຄ່ອຍຫັນມາຍັງບັນດາສະຖານທີ່ທ່ອງທ່ຽວໃໝ່ບໍ່ຄ່ອຍດົ່ງດັງປານໃດແຕ່ມີສິ່ງທີ່ໜ້າສົນໃຈ ແລະ ໜ້າຊອກຫາ.

ດ້ວຍອາກາດທີ່ສະບາຍສະບາຍ ທິວທັດທຳມະຊາດຮົ່ມເຢັນ, ລະດູໃບໄມ້ຫຼົ່ນ ແມ່ນຊ່ວງເວລາທີ່ເໝາະສົມໃຫ້ແກ່ການທ່ອງທ່ຽວທີ່ສຸດ. CNN ໄດ້ຈັດອັນດັບສະຖານທີ່ທ່ອງທ່ຽວ ອັນດັບຕົ້ນໆຂອງ ອາຊີ-ປາຊີຟິກ 5 ແຫ່ງເພື່ອໃຫ້ນັກທ່ອງທ່ຽວມາສຳຜັດໃນລະດູນີ້.

ຝູ໋ກ໋ວກ ຕິດທ໋ອບ 5 ສະຖານທີ່ທ່ອງທ່ຽວ ລະດູໃບໄມ້ຫຼົ່ນ ຂອງອາຊີ ຈັດອັນດັບໂດຍ CNN

ຊາຍຫາດຂາວຂອງຟູ໋ກ໋ວກ. (ພາບ: JW Marriott Emerald Bay Resort)

ຝູ໋ກ໋ວກ ປະເທດຫວຽດນາມ

ຝູ໋ກ໋ວກ ໄດ້ຮັບການຂະໜານນາມວ່າເປັນ ໄຂ່ມຸກຂອງການທ່ອງທ່ຽວລະດູນີ້, ເປັນເກາະທີ່ໃຫຍ່ທີ່ສຸດຂອງ ຫວຽດນາມ. ໃຊ້ເວລາເດີນທາງພຽງ 1 ຊົ່ວໂມງ ຈາກ ນະຄອນໂຮ່ຈີ໋ມິງ , ຝູ໋ກ໋ວກ ດຶງດູດນັກທ່ອງທ່ຽວຕ່າງປະເທດມາທ່ຽວດ້ວຍທິວທັດທຳມະຊາດທີ່ສວຍງາມ ແລະ ນຳ້ທະເລໃສເໝາະແກ່ການລົງຫຼິ້ນ. ນອກນັ້ນນັກທ່ອງທ່ຽວຍັງສາມາດ ອາບແດດ ແລະ ມຸດນຳ້ຊົມປະກາລັງ ລຽບຕາມ ແຄມທະເລ ອົງຫຼາງ.

ນອກນັ້ນນັກທ່ອງທ່ຽວຍັງຈະໄດ້ສຳຜັດ ແລະ ຢ້ຽມຊົມ ຄຸກເກົ່າ ຝູ໋ກ໋ວກ ເໝາະສຳລັບນັກທ່ອງທ່ຽວທີ່ມັກທ່ອງທ່ຽວສຶກສາປະຫວັດສາດ , ພ້ອມນີ້ຍັງມີ ປ່າສະຫງວນແຫ່ງຊາດ ຝູ໋ກ໋ວກ ແລະ ເຊ ແຈັງ ເໝາະສຳລັບໃຜທີ່ມັກດື່ມດຳ່ກັບທຳມະຊາດ. ສ່ວນອາຫານການກິນ ຝູ໋ກ໋ວກ ມີນຳ້ປາ ທີ່ມີໂດ່ງດັງ ເປັນສິ່ງທີ່ບໍ່ສາມາດຂາດໄດ້ໃນພາເຂົ້າ ກໍ່ຄືໃນການປຸງແຕ່ງອາຫານຂອງຫວຽດນາມ.

ສະຖານທີ່ທ່ອງທ່ຽວໃນລະດູໃບໄມ້ຫຼົ່ນທີ່ຕິດໃນ 5 ອັນດັບ:

ຝູ໋ກ໋ວກ ຕິດທ໋ອບ 5 ສະຖານທີ່ທ່ອງທ່ຽວ ລະດູໃບໄມ້ຫຼົ່ນ ຂອງອາຊີ ຈັດອັນດັບໂດຍ CNN

ນະຄອນຫຼວງ ປະເທດຈີນ.

ຝູ໋ກ໋ວກ ຕິດທ໋ອບ 5 ສະຖານທີ່ທ່ອງທ່ຽວ ລະດູໃບໄມ້ຫຼົ່ນ ຂອງອາຊີ ຈັດອັນດັບໂດຍ CNN

Fukuoka ປະເທດຍີປຸ່ນ.

ຝູ໋ກ໋ວກ ຕິດທ໋ອບ 5 ສະຖານທີ່ທ່ອງທ່ຽວ ລະດູໃບໄມ້ຫຼົ່ນ ຂອງອາຊີ ຈັດອັນດັບໂດຍ CNN

Jeju ປະເທດເກົາຫຼີໃຕ້.

ຝູ໋ກ໋ວກ ຕິດທ໋ອບ 5 ສະຖານທີ່ທ່ອງທ່ຽວ ລະດູໃບໄມ້ຫຼົ່ນ ຂອງອາຊີ ຈັດອັນດັບໂດຍ CNN

Perth ປະເທດ ອ໋ອດສະເຕເລຍ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.