ໜັງ​ສືພິມ​ອານ​ເຊ​ຣີ ເຊີດ​ຊູ​ບົດ​ບາດ​ຂອງ ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ

11:48 | 31/08/2021

ຍ​ສໝ - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະຫຼອງ 110 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ (25 ສິງ​ຫາ​ 1911 – 25 ສິງ​ຫາ 2021), ມີ​ໜັງ​ສື​ພິມຫຼາຍ​ສະ​ບັບ ແລະ ເວັບ​ໄຊ​ໃຫຍ່ ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ ຢູ່ ອານ​ເຊ​ຣີ​ຄື: El Moudjahid, Liberte Algerie, La Tribune Diplomatique, L’Expressiondz, Le Grand Soir , Algerie 360, Crésus, Reporters, El Massa, Cuturealgerie... ລ້ວນ​ແຕ່​ລົງ​ຂ່າວ​ກ່ຽວ​ກັບ​ເຫດ​ການນີ້.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ ຫວຽດ​ນາມ
ເສັ້​ນ​ທາງ​ສວຍ​ງາມ​ທີ່​ສຸດ​ຢູ່​ກາວ​ບັ່ງ ໃສ່​ຊື່​​ທ່ານ ຫວໍ​ຫງວຽນ​ຢາບ ເສັ້​ນ​ທາງ​ສວຍ​ງາມ​ທີ່​ສຸດ​ຢູ່​ກາວ​ບັ່ງ ໃສ່​ຊື່​​ທ່ານ ຫວໍ​ຫງວຽນ​ຢາບ
ໜັງ​ສືພິມ​ອານ​ເຊ​ຣີ ເຊີດ​ຊູ​ບົດ​ບາດ​ຂອງ ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ
ພາບ​ປະ​ກອບ: TTXVN

ບັນ​ດາ​ບົດ​ຂຽນ​ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງພອນ​ສະ​ຫວັນ, ບຸກຄະລິກກະພາບ ແລະ ຜົນ​ກະ​ທົບ​ຂອງ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ ຕໍ່​ການ​ປະ​ຕິ​ວັດ ຫວຽດ​ນາມ ເວົ້າ​ສ​ະ​ເພາະ ແລະ ດ້ວຍ​ຂະ​ບວນ​ການ​ປົດ​ປ່ອຍ​ຊາດ​ຂອງປະ​ຊາ​ຊົນ​ທີ່ຖືກ​ກົດ​ຂີ່ຂູ​ດ​ຮີດໃນ​ໂລກ​ເວົ້າ​ລວມ.

ທ່ານ​ພົນ​ເອກ ໄດ້​ອຸທິດ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ ເພື່ອ​ປົກ​ປ້ອງ​ສອງ ອຸ​ດົມ​ການ ແມ່ນ​ເອ​ກະ​ຊາດ​ຊົນ​ຊາດ ແລະ ລັດ​ທິ​ກອມ​ມູ​ນິດ. ນັບ​ແຕ່​ຄາວ​ຍັງ​ໜຸ່ມ ທ່ານ ຫວໍ​ງວຽນ​ຢາບ ໄດ້​ສືບ​ທອດຈິດ​ໃຈ​ຮັກ​ຊາດ ຈາກ​ຄອບ​ຄົວ, ຊາດ, ສົມ​ທົບ​ລະ​ຫວ່າງ​ລັດ​ທິ​ກອມ​ມູ​ນິດ ແລະ ແນວ​ຄິດ​ໂຮ່​ຈີ​ມິນ, ໄດ້​ປະ​ກອບ​ສ່ວນ​ຢ່າງ​ຍິ່ງ​ໃຫຍ່​ເຂົ້າ​ໃນ​ການ​ຕໍ່ສູ້ໃຫ້​ຫົວ​ເມືອງ​ຂຶ້ນ​ຝ​ລັ່ງ​, ພວກ​ຈັກ​ກະ​ພັກ ອາ​ເມ​ລິ​ກາ ປະ​ຊາ​ໄຊ ເພື່ອ​ຍາດ​ເອົາ​ເອ​ກະ​ລາດ​ຊົນ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ປະ​ກອບ​ສ່ວນ​ນຳ​ຫວຽດ​ນາມ ຫຍັບ​ເຂົ້​າ​ໃກ້​ກັບ​ເພື່ອນ​ມິດ​ສາ​ກົນ.

ໜັງ​ສື​ພິມ ອານ​ເຊ​ຣີ ຍັງໄດ້​ຍ້ອງ​ຍໍ​ພາ​ລະ​ກິດ ແລະ ວິ​ລະ​ກຳ​ທີ່​ມະ​ຫັດ​ສະ​ຈັນ ຂອງ​ພົນ​ເອກ ຫວໍ​ງວຽນ​ຢາບ, ເຊີດ​ຊູ​ຊື່ສຽງ​ຂອງ​ທ່ານ ໃນ​ຫໍ​ບູ​ຊາ​ວິ​ລະ​ຊົນ​ພ້ອມ​ກັບ​ບັນ​ດາ​ການນຳຂອງ​ການ​ປະ​ຕິ​ວັດ​ໃນ​ທົ່ວ​ໂລກ ຄື​ປະ​ທານ​ໂຮ່​ຈີ​ມິນ, ປະ​ທານ ກູຍ​ບາ Fidel Castro, ນັກ​ວິ​ລະ​ຊົນ​ອາ​ເມ​ລິ​ກາ ລາ​ຕິນ Che Guevara ແລະ ​ນັກ​ປະ​ຕິ​ວັດ​ຕ່າງໆ.

ບົດ​ບາດ​ຂອງ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ພ້ອມ​ກັບ​ໄຊ​ຊະ​ນະ​ປະ​ຫວັດ​ສາດ​ ດ້ຽນ​ບຽນ​ຝູ, ບັງ​ຄັບ​ພວກ​ຫົວ​ເມືອງ​ຂຶ້ນ​ຝ​ລັ່ງ ຕ້ອງ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ, ຢຸດ​ຕິ​ສົງ​ຄາມ​ຢູ່​ອິນ​ໂດ​ຈິນ ແລະ ປົດ​ປ່ອຍທົ່ວ​ພາກ​ເໜືອ ຫວຽດ​ນາມ, ໄຊ​ຊະ​ນະ​ດັງ​ກ້ອງ​ກັງ​ວານໄປ​ທົ່ວ 5 ທະ​ວີບ, ​ເຮັດ​ໃຫ້​ທົ່ວ​ໂລກສັ່ນ​ສະ​ເທືອນ, ອັນໄດ້​ປະ​ກອບ​ສ່ວນ​ປຸກ​ລຸກ​ບັນ​ດາ​ຊົນ​ຊາດ​ທີ່​ຖືກປົກຄອງ.

ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ ຍັງ​ແມ່ນ​ສະຖາປະນິກຂອງ​ບັ້ນ​ຕໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ ຮຸກ​ຮານ, ນຳ​ປະ​ເທດ​ຊາດ ແລະ ຜືນ​ແຜ່ນ​ດິນ ຫວຽດ​ນາມ ເຕົ້າໂຮມເປັນອັນໜຶ່ງອັນດຽວ. ນອກ​ຈາກ​ພອ​ນສະ​ຫວັນ​ດ້ານ​ການ​ທະ​ຫານ, ທ່ານ​ພົນ​ເອກ ຍັງ​ແມ່ນ​ນັກ​ການ​ທູດ​ທີ່​ດີ​ເດັ່ນ. ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ​ອັນ​ຍິ່ງໃຫຍ່​ຂອງ​ທ່ານ ໃນ​ການ​ປະ​ຕິ​ວັດ​ປົດ​ປ່ອຍ​ຊາດ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ທາງ​ກາ​ນ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ເພື່ອນ​​ມິດ​ຕະ​ພາບໃນ​ທົ່ວ​ໂລກ.

ບັນ​ດາ​ບົນ​ຂຽນ ຍັງ​ສ​ະ​ແດງ​ຄວາມ​ຮັ​ກ​ແພງ, ຄວາມເຄົາ​ລົບ​ຕໍ່​ພອນ​ສະ​ຫວັນ, ບຸກຄະລິກກະພາບຂອງ​ທ່ານ​ພົນ​ເອກ, ຄືດັ່ງບູລຸດ​ທີ່​ຍິ່ງ​ໃຫຍ່​ຂອງ​ໂລກ, ເຖິງວ່າ​ມີ​ການ​ດຳ​ລົງ​ຊີ​ວິດ​ແບບ​ລຽບງ່າຍ​, ຈຽມຕົວ ແຕ່​ຍາມ​ໃດ​ກໍ່​ຢຶດ​ໝັ້ນ, ສຸດ​ຈິດ​ສຸດ​ໃຈ​ໃຫ້​ແກ່​ພາ​ລ​ະ​ກິດ​ແຫ່ງ​ການ​ປົດ​ປ່ອຍຊາດ ບໍ່​ພຽງ​ແຕ່​ສຳ​ລັບປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງເພື່ອທຸກໆ​ຊົນ​ຊາດ​ທີ່​ຖືກ​ກົດ​ຂີ່​ຂູດ​ຮີດ​ໃນ​ທົ່ວ​ໂລກ​ເວົ້າ​ລວມ, ໃນ​ນັ້ນ​ມີ​ປະ​ຊາ​ຊົນ ອານ​ເຊ​ຣີ.

ໃນ​ໂອ​ກາດນີ້, ໜັງ​ສື​ພິມ​ອານ​ເຊ​ຣີ ຍັງ​ລົງ​ຂ່າວ​ກ່ຽວ​ກັບ​ເຫດ​ການ​ສະ​ຖານ​ທູດ ຫວຽດນາມ ປະ​ຈຳ ອານ​ເຊ​ຣີ ຈັດ​ຕັ້ງ​ງານ​ວາງ​ສະ​ແດ​ງ​ພາບ​ຖ່າຍ ແລະ ເອ​ກະ​ສານ​ປະ​ຫວັດ​ສາດ​ກ່ຽວ​ກັບ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ ແລະ ຢັ້ງ​ຢືນ​ວ່າ ນີ້​ແມ່ນໂອ​ກາດ​ເພື່ອ​ໃຫ້​ເພື່ອນ​ມິດສາ​ກົ​ນ​ເຊີດ​ຊູ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ ໃຫ້​ແກ່​ບັນ​ດາ​ຂ​ະ​ບວນ​ການ​ປົດ​ປ່ອຍ​ຊາດ​ໃນ​ທົ່ວ​ໂລກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.