ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາຜູ້​ວ່າ​ການ​ອົງ​ການ​ພະ​ລັງ​ງານ​ປະ​ລາ​ມາ​ນູ​ສາ​ກົນ

06:00 | 07/06/2023

ຍສໝ - ວັນທີ 5 ມິຖຸນາ, ຢູ່ວຽນນາ, ປະເທດ ໂອຕາລິດ, ໄຂກອງປະຊຸມປະຈຳໄລຍະສະພາຜູ້ວ່າການ ອົງການພະລັງງານປະລາມານູສາກົນ (IAEA) ໄດ້ໄຂຂຶ້ນດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 35 ປະເທດສະມາຊິກສະພາ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​​ວົງແຄບ​ຢູ່ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽ​ນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​​ວົງແຄບ​ຢູ່ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽ​ນ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ສະ​ພາ​ສັນ​ຕິ​ພາບ​ໂລກ ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ຂອງ ຫວຽດ​ນ​າມ ໃນ​ສະ​ພາ​ສັນ​ຕິ​ພາບ​ໂລກ ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ສະ​ພາ​ສັນ​ຕິ​ພາບ​ໂລກ ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ຂອງ ຫວຽດ​ນ​າມ ໃນ​ສະ​ພາ​ສັນ​ຕິ​ພາບ​ໂລກ

ໃນວັນທີ 5 ມິຖຸນາ, ຢູ່ວຽນນາ, ປະເທດ ໂອຕາລິດ, ໄຂກອງປະຊຸມປະຈຳໄລຍະສະພາຜູ້ວ່າການ ອົງການພະລັງງານປະລາມານູສາກົນ (IAEA) ໄດ້ໄຂຂຶ້ນດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 35 ປະເທດສະມາຊິກສະພາ, ພ້ອມກັບບາງປະເທດສະມາຊິກ IAEA ແລະ ອົງການຈັດຕັ້ງສາກົນ ໃນຖານະເປັນນັກສັງເກດການ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການຂອງຫວຽດນາມ ຢູ່ IAEA ນຳໜ້າ.

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາຜູ້​ວ່າ​ການ​ອົງ​ການ​ພະ​ລັງ​ງານ​ປະ​ລາ​ມາ​ນູ​ສາ​ກົນ

ອົງ​ການ​ພະ​ລັງ​ງານ​ປະ​ລາ​ມາ​ນູ​ສາ​ກົນ

ເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນການເຜີຍແຜ່ອາວຸດ, ມຸ່ງໄປເຖິງການຫຼຸດຜ່ອນອາວຸດ ນິວເຄຼຍແບບສິ້ນເຊິງ, ທ່ານເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການລະຫວ່າງສາມເສົາຄ້ຳຂອງສົນທິສັນຍາວ່າດ້ວຍການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT), ຜ່ານນັ້ນກໍ່ຍົກສູງສິດຂອງບັນດາປະເທດໃນການນຳໃຊ້ພະລັງງານ ແລະ ໝູນໃຊ້ເຕັກໂນໂລຢີນິວເຄຼຍ ເພື່ອເປົ້າໝາຍສັນຕິພາບບົນພື້ນຖານກົດໝາຍສາກົນ ແລະ ພັນທະຕໍ່ NPT, ຍົກສູງຄວາມມານະພະຍາຍາມ ແລະ ຜົນສຳເລັດຂອງ ຫວຽດນາມ ໃນຂົງເຂດກວດກາອາວຸດນິວເຄຼຍ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນບົດບາດຂອງ IAEA, ຕີລາຄາສູງບັນດາໂຄງການຮ່ວມມືດ້ານເຕັກນິກ, ເປັນຕົ້ນແມ່ນບັນດາໂຄງການທີ່ພວມໄດ້ຮັບການຜັນຂະຫຍາຍລະຫວ່າງ ຫວຽດນາມ ແລະ IAEA.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.