ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ ອະ​ນຸ​ສັນ​ຍາ​ຫ້າມ​ອາ​ວຸດ​ເຄ​ມີ ຢ່າງ​ຄົບ​ຖ້ວນ ແລະ ເຂັ້ມ​ງວດ

07:01 | 22/05/2023

ຍສໝ - ຢູ່ກອງປະຊຸມສະຫຼຸບຄັ້ງທີ 5 ທີ່ໄດ້ດຳເນີນຢູ່ La Haye (ໂຮນລັງ) ໃນລະຫວ່າງວັນທີ 15 – 19 ພຶດສະພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ຟ້າມວຽດແອັງ ຜູ້ຕາງໜ້າຫວຽດນາມ ປະຈຳອົງການຫ້າມອາວຸດເຄມີ (OPCW), ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການປະຕິບັດອະນຸສັນຍາຫ້າມອາວຸດເຄມີ ( CWC) ຢ່າງຄົບຖ້ວນ ແລະ ມີຄວາມຮັບຜິດຊອບ.

ສະ​ເໜີ ອາ​ເມ​ລິ​ກາ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ໂດຍ​ໄວ ສະ​ເໜີ ອາ​ເມ​ລິ​ກາ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ໂດຍ​ໄວ
ຢັ້ງ​ຢືນ​ທີ່​ຕັ້ງ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ ຢັ້ງ​ຢືນ​ທີ່​ຕັ້ງ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ

ຢູ່ກອງປະຊຸມສະຫຼຸບຄັ້ງທີ 5 ທີ່ໄດ້ດຳເນີນຢູ່ La Haye (ໂຮນລັງ) ໃນລະຫວ່າງວັນທີ 15 – 19 ພຶດສະພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ຟ້າມວຽດແອັງ ຜູ້ຕາງໜ້າຫວຽດນາມ ປະຈຳອົງການຫ້າມອາວຸດເຄມີ (OPCW), ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການປະຕິບັດອະນຸສັນຍາຫ້າມອາວຸດເຄມີ ( CWC) ຢ່າງຄົບຖ້ວນ ແລະ ມີຄວາມຮັບຜິດຊອບ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຢັ້ງຢືນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜູນການບໍ່ເຜີຍແປ ແລະ ຫຼຸດຜ່ອນອາວຸດລ້າງຜານຢ່າງສິ້ນເຊິ່ງໂດບມີການກວດກາ ລວມມີອາວຸດເຄມີ, ກ່າວປະນາມທຸກການກຳທະນຳໃຊ້ອາວຸດເຄມີບໍ່ວ່າຜູ້ໃດ, ບໍ່ວ່າບ່ອນໃດ, ໃນທຸກຮູບແບບ ແລະ ບໍ່ວ່າສາຍເຫດໃດ. ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາປະຕິບັດ CWC ຢ່າງຄົບຖ້ວນ ແລະ ມີຄວາມຮັບຜິດຊອບ.

ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ ອະ​ນຸ​ສັນ​ຍາ​ຫ້າມ​ອາ​ວຸດ​ເຄ​ມີ ຢ່າງ​ຄົບ​ຖ້ວນ ແລະ ເຂັ້ມ​ງວດ

ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ ອະ​ນຸ​ສັນ​ຍາ​ຫ້າມ​ອາ​ວຸດ​ເຄ​ມີ ຢ່າງ​ຄົບ​ຖ້ວນ ແລະ ເຂັ້ມ​ງວດ

ຄະນະຜູ້ແທນ ຫວຽດນາມ ສະເໜີ ແລະ ຮຽກຮ້ອງບັນດາການເຄື່ອນໄຫວຂອງ OPCW ຕ້ອງປະຕິບັດຕາມບົດບາດໜ້າທີ່ ທີ່ໄດ້ກຳນົດໃນອະນຸສັນຍາ CWC, ເພີ່ມທະວີການຮ່ວມມື, ເຈລະຈາເພື່ອແກ້ໄຂຄວາມແຕກຕ່ງກັນ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດໃນການພັດທະນາອຸດສາຫະກຳເຄມີຢ່າງປອດໄພ ແລະ ມີຄວາມໝັ້ນຄົງ, ເພື່ອເປົ້າໝາຍສັນຕິພາບ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.