ປະ​ທານ​ປະ​ເທດ ຫວ​ໍ​ວັນ​ເຖືອງ ຖະ​ຫວາຍ​ທູບ​ທຽນ​ໄຫ້​ວ​ບ​ູຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2023

14:32 | 30/04/2023

ຍສໝ - ຕອນເຊົ້າວັນທີ 29 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ຢູ່ວັງ ກິງທຽນ ເທິງພູເຫງ້ຍລິງຂຶ້ນກັບເຂດຮ່ອງຮອຍປະຫວັດສາດ ແຫ່ງຊາດ ພິເສດ ວິຫານຮຸ່ງ (ແຂວງ ຝຸເທາະ), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ບັນດາການນຳ ພັກ, ລັດ ໄດ້ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ.

ວັນ​ບຸນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ, ກົກ​ເຄົ້າ​ເຫງົ້າ​ກໍ່​ຜູກ​ມັດ​ຊົນ​ຊາດ​ຫວຽດ​ນາມ ວັນ​ບຸນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ, ກົກ​ເຄົ້າ​ເຫງົ້າ​ກໍ່​ຜູກ​ມັດ​ຊົນ​ຊາດ​ຫວຽດ​ນາມ
ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ

ໂດຍຕາງໜ້າປະຊາຊົນຫວຽດນາມ ກ່ວາ 90 ລ້ານຄົນ, ທ່ານບຸຍວັນກວາງ, ປະທານຄະນະກຳມະການປະຊາຊົນແຂວງ ຝຸເທາະ ມີບົດກ່າວອາໄລຫາບັນດາເຈົ້າຊີວິດຮຸ່ງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາເຈົ້າຊີວິດຮຸ່ງ ແລະ ບັນພະບຸລຸດ ຜູ້ທີ່ມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຂໍລາຍງານຕໍ່ດວງວິນຍານຂອງບັນດາບັນພະບຸລຸດ ກ່ຽວກັບບັນດາຜົນສຳເລັດອັນຍິ່ງໃຫຍ່ ເຊິ່ງປະເທດຊາດບັນລຸໄດ້ໃນກິດຈະກຳແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາປະເທດຊາດ.

ປະ​ທານ​ປະ​ເທດ ຫວ​ໍ​ວັນ​ເຖືອງ ຖະ​ຫວາຍ​ທູບ​ທຽນ​ໄຫ້​ວ​ບ​ູຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2023

ປະ​ທານ​ປະ​ເທດ ຫວ​ໍ​ວັນ​ເຖືອງ ຖະ​ຫວາຍ​ທູບ​ທຽນ​ໄຫ້​ວ​ບ​ູຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2023.

ຫຼັງຈາກນັ້ນ, ບັນດາການນຳພັກ, ລັດ ໄດ້ໄປວາງພວງມາລາ, ຈຸດທູບໄຕ້ທຽນ ຢູ່ສຸສານເຈົ້າຊີວິດຮຸ່ງ, ຖະຫວາຍດອກໄມ້ຢູ່ພາບແກຄວັດສະຫຼັກ ປະທານໂຮ່ຈີມິນ ໂອ້ລົມກັບພະນັກງານ, ນັກຮົບກອງພົນໃຫຍ່ ທະຫານປະຈັນບານ ຢູ່ ຫ້າແຍກ ເດັດຢຽງ

ມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ພາຍໃນ ແລະ ຕ່າງປະເທດ, ເພື່ອນມິດສາກົນໄດ້ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອ ເຊິ່ງໄດ້ຈັດຂຶ້ນໃນໂອກາດນີ້. ໂດຍມາຖະຫວາຍທູບທຽນຢູ່ ວິຫານຮຸ່ງ, ທ່ານ ຫງວຽນຮຸຍທັ້ງ, ຊາວຫວຽດນາມອາໄສຢູ່ ເຢຍລະມັນ ແບ່ງປັນວ່າ:

ເມື່ອມາວິຫານຮຸ່ງ, ຂ້າພະເຈົ້າມີຄວາມຮູ້ສຶກພິເສດ ແລະ ມີຄວາມຜາສຸກທີ່ສຸດ. ຄວາມຮັບຜິດຊອບຊອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນຕ້ອງປູກລ້ຽງຈິດໃຈຮັກຊາດ ໃຫ້ແກ່ຄົນລຸ້ນໜຸ່ມ ຫວຽດນາມ ຢູ່ຕ່າງປະເທດ, ເຮັດໃຫ້ເຂົາເຈົ້າຍາມໃດກໍ່ອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນ ແລະ ມີຄວາມຮັບຜິດຊອບໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ປະ​ທານ​ປະ​ເທດ ຫວ​ໍ​ວັນ​ເຖືອງ ຖະ​ຫວາຍ​ທູບ​ທຽນ​ໄຫ້​ວ​ບ​ູຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2023

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.