ສົນ​ທິ​ສັນ​ຍາ Paris ໃນ​ຄວາມ​ຊົງ​ຈຳ​ຂອງ​ພາ​ສາ​ແປ

12:04 | 23/03/2023

ຍ​ສ​ໝ - ຊຸມ​ວັນ​ກາງ​ເດືອນ​ມັງ​ກອນ ປີ 2023, ໃນ​ບັນ​ຍາ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ Paris ກ່ຽວ​ກັບ​ການ​ຢຸດ​ຕິ​ສົງ​ຄາມ, ສ້າງ​ສັນ​ຕິ​ພາບ​ຢູ່ ຫວຽດ​ນາມ (27/1/1973 – 29/1/2023), ໃນ​ຫ້ອງ​ຮັບ​ແຂກ​ທີ່​ກ້​ວາງ​ກ່​ວາ 20 ຕາ​ແມັດ ຢູ່​ຊັ້ນ 5 ຂອງ​ເຂດເຮືອນ​ພັກ ແທັງ​ກົງ, ຮ່າ​ໂນ້ຍ, ທ່ານ ​ຟ້າມ ​ເລົ່າ​ສູ່​ຟັງ​ກ່ຽວ​ກັບ​ຄອບ​ຄົວ, ວິ​ວັດ​ການ​ຮຽນ​ພາ​ສາ​ດ້ວຍ​ຕົນເອງ ແລະ ບູນ​ວາດ​ສະ​ໜາ​ກັບ​ຂະ​ແໜງ​ການ​ຕ່າງ​ປະ​ເທດ​ຂອງ​ຕົນ.

ຄະ​ນະ​ຜູ້​ແທນ​ສາ​ກົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ Paris ໄປ​ອາ​ໄລ​ຫາ​ສຸ​ສານລຸງ​ໂຮ່ ຄະ​ນະ​ຜູ້​ແທນ​ສາ​ກົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ Paris ໄປ​ອາ​ໄລ​ຫາ​ສຸ​ສານລຸງ​ໂຮ່
ຫວຽດນາມ ໂຄສະນາຜະລິດຕະພັນຢູ່ງານຕະຫຼາດນັດອຸດສາຫະກຳທັນຍາຫານສາກົນ Sial Paris 2022 ຫວຽດນາມ ໂຄສະນາຜະລິດຕະພັນຢູ່ງານຕະຫຼາດນັດອຸດສາຫະກຳທັນຍາຫານສາກົນ Sial Paris 2022

ໂດຍ​ແມ່ນ​ສະ​ມາ​ຊິກ​ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ປະ​ເທດ ປະ​ຊາ​ທິ​ປະ​ໄຕ ​ສາ​ທາ​ລະ​ນະ​ລັດ ຫວຽດ​ນາມ ຢູ່ກອງ​ປະ​ຊຸມ Paris, ທ່ານ​ຟ້າມ​ງາກ, ອະ​ດີດ​ຫົວ​ໜ້າ​ກົມ​ຈັດ​ຕັ້ງ​ສາ​ກົນ (ກະ​ຊວງ​ການ​ຕ່າງ​ປະ​ເທດ), ອະ​ດີດ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ ປະ​ຈຳ ຊູ​ແອັດ, ທັງ​ປະ​ຈຳ ແຟງ​ລັງ, ນອກ​ແວ, ເດ​ນ​ມາ, ອຽກ​ລັງ ເຖິງວ່າ​ມີ​ອາ​ຍຸ 88 ປີ​ແລ້ວ​ກໍ່​ຕາມ ແຕ່ຍ​ັງຮູ້​ສຶກ​ກະ​ຕື້​ລື​ລົ້ນ, ມີ​ຄວາມ​ຕ​ື້ນ​ຕັນ​ໃຈ​ເມື່ອ​ເລົ່າ​ຄືນ​ກ່ຽວ​ກັບ​ຊຸມ​ວັນ​ເຈ​ລະ​ຈາ​ຢູ່ກອງ​ປະ​ຊຸມ Paris ຢ່າງ​ເຄັ່ງ​ຕຶງ.

ສົນ​ທິ​ສັນ​ຍາ Paris ໃນ​ຄວາມ​ຊົງ​ຈຳ​ຂອງ​ພາ​ສາ​ແປ
ທ່ານ​ ຟ້າມ​ງາກ, ອະ​ດີດ​ຫົວ​ໜ້າ​ກົມ​ຈັດ​ຕັ້ງ​ສາ​ກົນ (ກະ​ຊວງ​ການ​ຕ່າງ​ປະ​ເທດ) (ພາ​ບ: ຊວັນ​ຈຸງ)

ຊຸມ​ວັນ​ກາງ​ເດືອນ​ມັງ​ກອນ 2023, ໃນ​ບັນ​ຍາ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ Paris ກ່ຽວ​ກັບ​ການ​ຢຸດ​ຕິ​ສົງ​ຄາມ, ສ້າງ​ສັນ​ຕິ​ພາບ​ຢູ່ ຫວຽດ​ນາມ (27/1/1973 – 29/1/2023), ໃນ​ຫ້ອງ​ຮັບ​ແຂກ​ທີ່​ກ້​ວາງ​ກ່​ວາ 20 ຕາ​ແມັດ ຢູ່​ຊັ້ນ 5 ຂອງ​ເຮືອນ​ພັກ ແທັງ​ກົງ, ຮ່າ​ໂນ້ຍ, ທ່ານ​ ຟ້າມ ​ເລົ່າ​ສູ່​ຟັງ​ກ່ຽວ​ກັບ​ຄອບ​ຄົວ, ວິ​ວັດ​ການ​ຮຽນ​ພາ​ສາ​ດ້ວຍ​ຕົນເອງ ແລະ ບູນ​ວາດ​ສະ​ໜາ​ກັບ​ຂະ​ແໜງ​ການ​ຕ່າງ​ປະ​ເທດ​ຂອງ​ຕົນ.

ທ່ານ​ເລົ່າ​ສູ່​ຟັງ​ວ່າ ຕອນ​ຫ​າ​ກໍ່​ຮັບ​ໜ້າ​ທີ່, ທ່ານ​ຄິດ​ວ່າ​ການ​ເຈ​ລະ​ຈາ​ພຽງ​ແຕ່​​ດຳເນີນໃນ​ໄລ​ຍະ​ເວ​ລາ 2 – 3 ເດືອນ, ບໍ່​ຄິດ​ວ່າ​ຈະ​ແກ່​ຍາວ​ເກືອບ 5 ປີ. ທ່ານ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ວິ​ວັດ​ການ​ເຈ​ລະ​ຈາ​ Paris ເກືອບ​ທັງ​ໝົດ​, ຈາກກອງ​ປະ​ຊຸມ​ຢ່າງ​ເປັນ​ທາງ​ການ 4 ຝ່າຍ​ຢູ່​ສູນກອງ​ປະ​ຊຸມ​ສາ​ກົນ Paris ຕະຫຼອດ​ຮອດ​ບັນ​ດາ​ການ​ເຈ​ລະ​ຈາ​ລັບ ອາ​ເມ​ລິ​ກາ - ຫວຽດ​ນາມ ພິ​ທີ​ລົງ​ນາມ​ສັນ​ຍາ, ພິ​ທີ​ເຊັນ​ສົນ​ທິ​ສັນ​ຍາ​ສາ​ກົນ ແລະ ຫຼັງ​ຈາກ​ນັ້ນ​ແມ່ນ​ການ​ເຈ​ລະ​ຈາ ອາ​ເມ​ລິ​ກາ - ຫວຽດ​ນາມ ກ່ຽວ​ກັບ​ການ​ຮຳບາດແຜ​ຂອງ​ສົງ​ຄາມ (ເດືອນ​ພຶດ​ສະ​ພາ, ມິ​ຖຸ​ນາ 1973).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.