ເຖິງວ່າຈະຖືກຕໍ່ຕ້ານຈາກຫຼາຍພາກສ່ວນ ເປັນຕັ້ນແມ່ນສາວົົກ “ຜູ້ຄົນທີ່ມັກກິນ” ຂອງເຝີງົວ , ເຝີໄກ່ກໍ່ຍັງຄົງກຳເນີດຂື້ນມາ ແລະ ພັດທະນາຢ່າງເປັນທາງການ.
ກຳເນີດເຝີໄກ່ຂື້ນມາຊ້າໜ້ອຍໜື່ງແຕ່ພັດທະນາຄຽງຄູ່ກັບເຝີງົວຮອດປະຈຸບັນ.
ເລື່ອງຂອງ ພໍ່ເຖົ້າເຕົ່າໄບ
ໜື່ງໃນຮ້ານຂາຍເຝີງົວທີ່ເກົ່າແກ່ທີ່ສຸດ ໝັ້ນຄົງທີ່ສຸດຈົນມາຮອດປະຈຸບັນຄື: ຮ້ານເຝີເຕົ່າໄບ. ມາຮອດປະຈຸບັນ 2018 ກາການຄ້າ ເຝີດັ່ງກ່າວນີ້ ໄດ້ ມີອາຍຸ 80 ປີແລ້ວ, ຜູ້ເປັນເຈົ້າຂອງຮ້ານຫາບ ເຝີເຕົ່າໄບ ໄດ້ຮັບການຢັ້ງຢືນຈາກ ນັກປະພັນ ໂຕຮວ່າຍ ຊື່ແທ້ແມ່ນ ຟ້າມດັງຢ່ານ.
ຫາບເຝີຂາຍ ທ່ານຢ່ານ ປະກອບອາຊີບນີ້ມາແຕ່ ປີ 1938 ຢູ່ ສວນດອກໄມ້ ຮ່າງແກ່ນ ຕໍ່ໜ້າປະຕູຂົງ ພະແນກ ບຳນານ ອິນດູຈີນ
ຕັ້ງແຕ່ເຊົ້າໆຂອງທຸກໆມື້ ພໍ່ເຖົ້າ ເຕົ່າໄບ ຜູ້ດຸໝັ່ນຫາບເຝີຂາຍຢູ່ໄກ້ຄ້ອຍ ໄກ້ກັບຮົ່ມກົກໝາກໄຂ່ ໃນເດີ່ນ ພະແນກ ບຳນາ ອິນດູຈີນ . ດ້ວຍຄວາມບັງເອີນ ລາວມັກໃສ່ໝວກແກັບໜັງຄ້າຍຄືກັບໝາກຂອງປີຫຼົດ ສະນັ້ນລາວໃສ່ມັນທຸກມື້.
ຄວາມຈິງແລ້ວມັນເປັນເລື່ອງແປກ ດ້ວຍພາບລັກອັນຊື່ໆຂອງພໍ່ເຖົ້າ - ບໍ່ມີຍາມໃດບໍ່ໃສໝວກໜັງເທິງຫົວ, ພັດຍັງບໍ່ຮູ້ຊື່ລາວອີກບາດນິ ຜູ້ຄົນພາກັນເອີ້ນລາວດ້ວຍຄວາມຮັກແພງ ແບບເປັນກັນເອງວ່າ: "ພໍ່ເຖົ້າເຕົ່າໄບ" ເອີ້ນໄປເອີ້ນມາ ກາຍເປັນຊື່ ແລະ ກາຍມາເປັນຊື່ຂອງຄົນຫາບເຝີຂາຍນຳ.
ເຝີທີ່ ພໍ່ເຖົ້າເຕົ່າໄບ ຂາຍ ແຊບ ແລະ ມີຊື່ສຽງ ແຕ່ລະມື້ມີແຂກພາກັນມາ ກິນອຸດໜູນລາວຫຼາຍ ເຮັດໃຫ້ເກີດຄວາມຄືກຂະນອງຕໍ່ໜ້າ ປະຕູຂົງຂອງພະແນກ. ພະນັກງານຄົນ ຝລັ່ງເສດຢາກຮ້າຍ ສັ່ງໃຫ້ໄລ່ລາວໜີໄປຂາຍບ່ອນອື່ນ.
ໂຊກດີສຳລັບ ອີ່ລຸງ ຢ່ານ , ພະນັກງານປົກຄອງ ຄົນຫວຽດ ຂອງພະແນກ ບຳນານ ອິນດູຈີນ ຄື: ທ່ານ ໂດ໋ຟຸ໋ກເລີມ ພັກມັກກິນເຝີເຕົ່າໄບ ໄດ້ຮ້ອງຂໍນຳຫົວໜ້າພະແນກ ຄົນຝລັ່ງ ວ່າ: ໃຫ້ລຸງ ຢ່ານ ຂາຍເຝີຢູ່ຕໍ່ໜ້າປະຕູຂົງໄດ້. ຈາກການຫາບເຝີຂາຍ ອີ່ລຸງ ຢ່ານ ຂາຍດີເປັນເທນຳ້ເທທ່າ ມີເງິນມີຄຳຈະເລີນຂື້ນ.
ປີ 1952 ເຝີເຕົ່າໄບ ຂອງແທ້ໄດ້ ເປີດຢູ່ຕໍ່ໜ້າປະຕູວັດ ກົກຊີ ຖະໜົນ ເຊີນເຕີຍ, ໄກ້ກັບຄິວລົດເມ ກິມໝ໋າ. ຫຼັງຈາກນັ້ນລາວໄດ້ເປີດອີກຫຼາຍສາຂາ ເປັນອັນດັບໜື່ງຂອງ ຮ່າໂນ້ຍ ໄລຍະສົງຄາມຢຸດເຊົາຊົ່ວຄາວ.
ປີ 2015 ບັງເອີນ ຂ້ອຍພົບ ທ່ານ ຫງວ໋ຽນໂດ໋ນາມ ເຫຼັນເຊັ່ນທີ 3 ທາງເມຍ ເຈົ້າຂອງຮ້ານ ເຝີເຕົ່າໄບ. ລາວໄດ້ໃຫ້ຮູ້ວ່າ ເຝີເຕົ່າໄບ ໄດ້ຈັດຕັ້ງຂາຍເປັນຕ່ອງໂສ້ ຕັ້ງແຕ່ ເຄິ່ງສັດຕະວັດກ່ອນ. ສະນັ້ນຈັ່ງຮູ້ວ່າ ຮ້ານ ເຝີ 24 ບໍ່ມີຫຍງັໃໝ່ຖ້າທຽບກັບບັນພະບູລຸດຂອງ ເຝີ.
ຕ່ອງໂສ້ຂອງຮ້ານຂາຍເຝີນີ້ ມີ 6 ຮ້ານ: ຢູ່ຕາມເສັ້ນທາງ ຂອງນະຄອນຮ່າໂນ້ຍອັນເກົ່າແກ່. ແຕ່ລະມື້ເລີ່ມແຕ່ 4-5ໂມງເຊົ້າ ຊີ້ນງົວສົດ, ເສັ້ນເຝີ ທີ່ຫາກໍ່ຊອຍແລ້ວ ຖືກນຳອອກມາແຈກຢາຍໃຫ້ບັນດາຮ້ານທີ່ເປັນສະມາຊິກ.
ຫຼັງຈາກນັ້ນ ໂດຍພໍ່ເຖົ້າເຕົ່າໄບເອງ ໃສ່ຊຸດ ແວັດ ຂີ່ລົດໃຫຍ່ອອກໄປ ກວດກາແຕ່ລະຮ້ານ. ຄວາມເອົາໃຈໃສ່ທຳອິດອັນເປັນພື້ນຖານຂອງລາວແມ່ນ ໝໍ້ນ້ຳເຝີຕ້ອງຖືກກັບລົດຊາດ, ຄວາມເປັນເອກກະລັກຂອງຮ້ານ ແລະ ຕ້ອງສະອາດ.
ລາວເປັນຄົນຊີມນ້ຳເຝີ ແລະ ສັ່ງເປີດຮ້ານດ້ວຍຕົນເອງ. ມື້ໃດໆກໍ່ຄືກັນ ຂັ້ນຕອນເຂັ້ມງວດບໍ່ເຄີຍລົບເລືອນ. ມີບາງເທື່ອລາວໄປກວດກາ ມີບາງຮ້ານ ນ້ຳເຝີບໍ່ໄດ້ມາດຕະຖານຄວາມເຂັ້ມຂຸ້ນ... ລາວສັ່ງໃຫ້ປິດຮ້ານບໍ່ໃຫ້ຂາຍ!
ເຝີໄກ່ພັດທະນາເປັນຄູຂະໜານກັບເຝີງົວ
ປີ 1939 ເຝີໄກ່ເລີ່ມເກີດຂື້ນມາ ຍ້ອນໄລຍະນັ້ນອາທິດໜື່ງມີພຽງສອງມື້: ວັນຈັນ ແລະ ວັນສຸກ ບໍ່ມີຊີ້ນງົວຂາວຕາມທ້ອງຕະຫຼາດ, ບັນດາຮ້ານຂາຍເຝີງົວ ຕ້ອງຍອມແພ້ບໍ່ມີຫຍັງຂາຍ.(ຕູ້ເຢັນຍັງບໍ່ທັນໄດ້ມີ)
ຍັງບໍ່ຊັດເຈນວ່າເປັນຫຍັງ? ແຕ່ອາດຈະຍ້ອນສາຍເຫດ ໄລຍະນັ້ນການຂ້າສັດຄື ງົວ-ຄວາຍ ແມ່ນຖືກຈຳກັດ ໄລຍະສັກດີນາ, ຍ້ອນຄວາຍຍັງເປັນກຳລັງຫຼັກໃນການໄຖນາ ຂອງຊາວນາ-ກະສິກອນຂອງຫວຽດນາມ.
ສຳລັບແຟນໆນັກຊີມເຝີບໍ່ສາມາດທີ່ຈະຂາດຕະຫຼາດໄດ້ແມ້ແຕ່ມື້ດຽວ! ເພື່ອຕອບສະໜອງກັບເນື້ອໃນຈິດໃນອັນນັ້ນ ບາງຮ້ານໄດ້ຫັນໄປທົດລອງເຮັດເຝີໄກ່.
ຕອນທຳອິດ ຜູ້ມີຄຸນນະວຸດກ່ຽວກັບວົງການເຝີ ໄດ້ທຳນາຍວ່າ: "ເຝີໄກ່ທຽບບໍ່ໄດ້ກັບເຝີງົວ, ຍ້ອນນ້ຳເຝີຈາກກະດູກໄກ່ ຈາງ ບໍ່ສາມາດທຽບກັບ ນ້ຳຕຸນກະດູກງົວທີ່ຮ້ອນຕະຫຼອດຕິດຕໍ່ກັນເຖິງ 6 ຊົ່ວໂມງໄດ້".
ເຫດຜົນເປັນແນວນັ້ນແທ້ ຄຸນນະພາບຄວາມຫວານຂອງກະດູກງົວ ແລະ ກະດູກໂຄ່ຍ ຄື: ເຄື່ອງປຸງ, ສະໝຸນໄພຕ່າງໆ... ໄດ້ເຮັດໃຫ້ລົດຊາດຂອງນ້ຳເຝີ ກາຍເປັນສານເຮັດໃຫ້ຜູ້ຄົນຕິດ ເຮັດໃຫ້ຜູ້ທີ່ມີຄວາມມັກ ໃນອາຫານປະເພດເຝີ ບໍ່ສາມາດປ່ຽນໃຈໄປເປັນອື່ນໄດ້.
ແຕ່ແລ້ວຄວາມແຊບຂອງໄກ່ບ້ານ, ຊີ້ນເສັ້ນຂາວໆ, ໜັງສີເຫຼືອງອາລ່າມ, ຫຍາບໆກ໋ອບໆ , ພິເສດຄວາມມັນຂອງພວງໄຂ່ອ່ອນ ໄດ້ຄ່ອຍໆປ່ຽນແປງແນວຄິດຂອງລູກຄ້າ.
ພິເສດ ກິ່ນຂອງຜັກບົ່ວປົນກັບຜັກຫອມປ້ອມ, ບວກກັບໃບໝາກນາວຊອຍຫອມເຕະດັ່ງ ເຮັດໃຫ້ເຝີມີຊີວິດຊີວາຂື້ນມາໃໝ່, ກິ່ນ-ລົດຊາດ-ຄວາມເປັນພື້ນບ້ານ ແລະ ໄກ້ສິດກັບປະຊາຊົນ ເຮັດໃຫ້ຫຼາຍຄົນຄິດຄືນກ່ຽວກັບເຝີໄກ່.
ມີຫຼາຍຄົນທີ່ຕົກຫຼຸມຮັກ ກັບຄວາມແຊບຂອງເຝີໄກ່ ປຽບເໝືອນ ເດັກຍິງທີ່ຫາກໍ່ແຕກສາວ ຖ້າທຽບໃສ່ກັບອ້າຍເຝີງົວ.
ເຖິງວ່າມີຫຼາຍຄົນຈະຕໍ່ຕ້ານຈາກໂດຍສະເພາະແມ່ນສາວົກຂອງເຝີງົວ, ແຕ່ເຝີໄກ່ຍັງເກີດຂື້ນມາ ແລະ ພັດທະນາມາຮອດປະຈຸບັນ.
ມີເຈົ້າຂອງຮ້ານເຝີງົວຫຼາຍຮ້ານຕັດສິນໃຈວາງມີດ-ປິດຮ້ານສອງມື້ໃນອາທິດທີ່ບໍ່ມີຊິ້ນງົວຂາຍ, ແຕ່ກໍ່ບໍ່ສາມາດການກຳເນີດແລະ ພັດທະນາຂອງເຝີໄກ່. ນັບຕັ້ງແຕ່ປີ 1939 ເຝີງົວ ແລະ ເຝີໄກ່ ໄດ້ພັດທະນາເປັນຄູ່ຂະໜານຢ່າງເປັນທາງການ ເຂົ້າເຖິງລົດຊາດຂອງຄົນຫວຽດເປັນຕົ້ນມາ.
(ຫັດທະບູນ)