ປຶກສາຮ່າງບົດລາຍງານແຫ່ງຊາດ ຄັ້ງທີ 4 ວ່າດ້ວຍການປະຕິບັດສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ

06:30 | 24/12/2022

ວັນທີ 21 ທັນວາ, ຢູ່ນະຄອນ ບວນມາທວດ, ແຂວງ ດັກລັກ, ກະຊວງຍຸຕິທຳ ຫວຽດນາມ ໄດ້ສົມທົບກັບຫ້ອງການຜູ້ຕາງໜ້າຂອງຄະນະຊີ້ນຳສິດທິມະນຸດຂອງລັດຖະບານ ຈັດຕັ້ງກອງປະຊຸມສຳມະນາປຶກສາ ຫາລືຂໍຄຳເຫັນຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເຂດໄຕງວຽນ ກ່ຽວກັບຮ່າງບົດລາຍງານແຫ່ງຊາດ ຄັ້ງທີ 4 ວ່າດ້ວຍການປະຕິບັດສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ (ICCPR).

ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ
ການທ່ອງທ່ຽວຫວຽດນາມ ກົບມາສ້າງຄວາມປະທັບໃຈ, ຊອກຫາບັນດາບາດກ້າວກະໂດດຂັ້ນຄືນໃໝ່ ການທ່ອງທ່ຽວຫວຽດນາມ ກົບມາສ້າງຄວາມປະທັບໃຈ, ຊອກຫາບັນດາບາດກ້າວກະໂດດຂັ້ນຄືນໃໝ່
ປຶກສາຮ່າງບົດລາຍງານແຫ່ງຊາດ ຄັ້ງທີ 4 ວ່າດ້ວຍການປະຕິບັດສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ
ປຶກສາຮ່າງບົດລາຍງານແຫ່ງຊາດ ຄັ້ງທີ 4 ວ່າດ້ວຍການປະຕິບັດສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ. ພາບ: TTXVN

ເລື່ອງຈັດຕັ້ງກອງປະຊຸມສຳມະນາເພື່ອແນໃສ່ປະຕິບັດສຳເລັດບົດລາຍງານແຫ່ງຊາດຂອງ ຫວຽດນາມ, ພ້ອມທັງ ແມ່ນບາດກ້າວກະກຽມສຳຄັນໃຫ້ແກ່ວາລະປ້ອງກັນບົດລາຍງານຢູ່ສະພາສິດທິມະນຸດ ປີ 2023 - ເຊິ່ງເປັນປີທຳອິດທີ່ ຫວຽດນາມ ຮັບດຳລົງຕຳແໜ່ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025. ນີ້ແມ່ນກາລະໂອກາດ ເພື່ອໃຫ້ ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນຄວາມຮັບຜິດຊອບ, ປະກອບສ່ວນຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມລວມຂອງ ສປຊ ແລະ ປະຊາຄົມສາກົນໃນການປົກປ້ອງ, ຊຸກຍູ້ ບັນດາຄຸນຄ່າທົ່ວໄປກ່ຽວກັບສິດທິມະນຸດ, ພ້ອມທັງປະຕິບັດບັນດາພັນທະຕາມສົນທິສັນຍາສາກົນກ່ຽວກັບສິດທິມະນຸດຢ່າງເຂັ້ມງວດ, ໃນນັ້ນມີສົນທິສັນຍາ ICCPR.

ທີ່ກອງປະຊຸມ ສຳມະນາ, ຜູ້ຕາງໜ້າບັນດາອົງການສູນກາງ ແລະ ທ້ອງຖິ່ນຢູ່ຫຼາຍຂົງເຂດທີ່ແຕກຕ່າງກັນ ໄດ້ປະກອບຄຳເຫັນໂດຍສຸມໃສ່ບັນຫາກ່ຽວກັບຊົນເຜົ່າສ່ວນໜ້ອຍ, ຄົນທຸກຍາກ… ໃນຮ່າງບົດລາຍງານ ICCPR.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.