ແນະ​ນຳ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ຫວຽດ​ນາມ ຄັ້ງ​ທີ 5

07:40 | 13/12/2022

ເວທີປາໄສຈະເຮັດແຈ້ງການຮັບປະກັນບັນດາຄວາມດຸ່ນດ່ຽງໃຫ່ຍຂອງພື້ນຖານເສດຖະກິດ, ເລືອກເຟັ້ນນະໂຍບາຍໃຫ້ເໝາະສົມໃນປີ 2023 ແລະ ຊຸມປີຕໍ່ໄປ.

ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ຫວຽດ​ນາມ - ລາວ ​ຄັ້ງ​ທີ 7 ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ຫວຽດ​ນາມ - ລາວ ​ຄັ້ງ​ທີ 7
ການ​​ປຶກ​ສາ​ຫາ​ລືດ້ານ​ການ​ເມືອງ ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ມົງ​ໂກນ ຄັ້ງ​ທີ 10 ການ​​ປຶກ​ສາ​ຫາ​ລືດ້ານ​ການ​ເມືອງ ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ມົງ​ໂກນ ຄັ້ງ​ທີ 10

ຕອນເຊົ້າວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູງກາງ ໄດ້ຈັດກອງປະຊຸມຂ່າວ ກ່ຽວກັບເວທີປາໄສເສດຖະກິດຫວຽດນາມ ຄັ້ງທີ 5 ດ້ວຍຫົວເລື່ອງ “ເສດຖະກິດຫວຽດນາມ 2023: ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫ່ຍ, ຜ່ານຜ່າສິ່ງທ້າທາຍ” ຊື່ງຈັດຂຶ້ນໃນວັນທີ 17 ທັນວາ ຢູ່ຮ່າໂນ້ຍ. ເວທີປາໄສຄັ້ງນີ້ ໄດ້ຈັດຂຶ້ນແບບຊຶງໜ້າສົມທົບກັບທາງໄກ ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 1000 ທ່ານ ແມ່ນການນຳບັນດາຄະນະ, ກະຊວງ, ຂະແໜງການສູງກາງ ແລະ ທ້ອງຖິ່ນ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນຫຼາຍຝ່າຍ ແລະ ສະຖານທູດ, ສະຖານກົງສູນບາງປະເທດ, ບັນດາວິສາຫະກິດ…

ເວທີປາໄສຈະເຮັດແຈ້ງການຮັບປະກັນບັນດາຄວາມດຸ່ນດ່ຽງໃຫ່ຍຂອງພື້ນຖານເສດຖະກິດ, ເລືອກເຟັ້ນນະໂຍບາຍໃຫ້ເໝາະສົມໃນປີ 2023 ແລະ ຊຸມປີຕໍ່ໄປ.

ພາບ​ປະກອບ​: VOV
ພາບ​ປະກອບ​: VOV

​ເວທີ​ປາ​ໄສ​ລວມມີ​ກອງ​ປະຊຸມ​ຄົບ​ຄະນະ​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 17/12; ​ໃນ​ຕອນ​ເຊົ້າ​ວັນ​ທີ 17 ທັນວາ​ນີ້, ກອງ​ປະຊຸມ​ສຳ​ມະ​ນາ 4 ຫົວ​ຂໍ້​ໄດ້​ຈັດ​ຂຶ້ນ.

ກອງ​ປະຊຸມ​ຄັ້ງ​ນີ້​ລວມມີ 5 ບົດ​ລາຍ​ງານ​ຕົ້ນຕໍ​ຄື: ສະພາບ​ລວມ​ເສດຖະກິດ​ຫວຽດນາມ 2022 ​ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​ປີ 2023; ຄາດ​ຄະ​ເນ​ເສດຖະກິດ​ໂລກ 2023 ​ແລະ ບັນດາ​ຂໍ້​ສະ​ເໜີ​ນະ​ໂຍບາຍ​ໃຫ້​ແກ່​ຫວຽດນາມ; ບັນດາ​ບັນຫາ​ທີ່​ໄດ້​ຍົກ​ອອກ​ໃຫ້​ແກ່​ເສດຖະກິດ​ຫວຽດນາມ ​ໃນ​ປີ 2023 ຜ່ານ​ການ​ຕີ​ລາຄາ​ການ​ຕອບ​ສະໜອງ​ນະ​ໂຍບາຍ​ມະຫາ​ພາກ​ຂອງ​ບັນດາ​ປະ​ເທດ ​ແລະ ຄາດ​ຄະ​ເນ​ຄາດ​ຄະ​ເນ​ເສດຖະກິດ​ອາຊີ​ໃນ​ປີ 2023; ສະຖຽນລະພາບດ້ານການເງິນ, ຕະຫຼາດການເງິນທີ່ມີສຸຂະພາບດີ ແລະ ຕະຫຼາດອະສັງຫາລິມະສັບຫວຽດນາມ ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດໃນປີ 2023; ຍູ້​ແຮງ​ການ​ລົງທຶນ​ພາກ​ລັດ ​ແລະ ​ເປີດ​ກວ້າງ​ບັນດາ​ແຫຼ່ງທຶນ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ເພື່ອ​ສ້າງ​ບາດກ້າວ​ພັດທະນາ​ເສດຖະກິດ​ຫວຽດນາມ ​ໃນ​ປີ 2023.

ກອງ​ປະຊຸມ​ສຳ​ມະ​ນາ 4 ​ຫົວ​ຂໍ້​ລວມມີ: ສ້າງ​ພື້ນ​ທີ່​ການ​ພັດທະນາ ​ແລະ ການ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ໃໝ່; ຕະຫຼາດການເງິນ ແລະອະສັງຫາລິມະຊັບທີ່ມີສຸຂະພາບດີ ເພື່ອການພັດທະນາເສດຖະກິດຢ່າງວ່ອງໄວ ແລະຍືນຍົງ; ເລັ່ງ​ແກ້​ໄຂ​ບັນດາ​ສິ່ງ​ກີດຂວາງ​ດ້ານ​ການ​ລົງທຶນ​ພາກ​ລັດ ​ແລະ ການ​ຂອດ​ແຫຼ່ງທຶນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ; ຮັບປະກັນ​ປະກັນ​ສັງຄົມ, ສະຫວັດດີ​ການ ​ແລະ ວຽກ​ເຮັດ​ງານ​ທຳ​ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ​ໃນ​ປີ 2023.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.