ການ​ຮ່ວມ​ມືການ​ຊ່ວຍ​ເຫຼືອສັງຄົມ​ລະຫວ່າງ​ຫວຽດນາມ ​ແລະ ລາວ ນັບ​ມື້​ນັບ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ

16:22 | 01/12/2022

ຍ​ສ​ໝ - ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດ​ນາມ ຫງວຽນ​ບ໋າ​ຮວານ ​ໃຫ້​ຮູ້​ວ່າ: ກາ​ນ​ຮ່ວມ​ມືດ້ານ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ ແລະ ການຮັບປະກັນຊີວິດສັງ​ຄົມ ຫວຽດນາມ - ລາວ ​ນັບ​ມື້​ນັບ​ແທດຈິງ.

ຊຸກຍູ້​ການ​ພົວພັນ​ຮ່ວມ​ມືທີ່ເປັນມູນເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ອັງ​ໂກ​ລາ ຊຸກຍູ້​ການ​ພົວພັນ​ຮ່ວມ​ມືທີ່ເປັນມູນເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ອັງ​ໂກ​ລາ
Wallonie – Bruxelles ສືບ​ຕໍ່​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ ແບບ​ຍືນ​ຍົງ Wallonie – Bruxelles ສືບ​ຕໍ່​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ ແບບ​ຍືນ​ຍົງ
ການ​ຮ່ວມ​ມືການ​ຊ່ວຍ​ເຫຼືອສັງຄົມ​ລະຫວ່າງ​ຫວຽດນາມ ​ແລະ ລາວ ນັບ​ມື້​ນັບ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດ​ນາມ ຫງວຽນ​ບ໋າ​ຮວານ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ

ທີ່​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ຫວຽດນາມ - ລາວ ກ່ຽວ​ກັບ​​ແຮງ​ງານ, ສະຫວັດດີ​ການ​ສັງຄົມ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ ກວາງ​ນິງ ​ໃນ​ວັນ​ທີ 28 ພະຈິກ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດ​ນາມ ຫງວຽນ​ບ໋າ​ຮວານ ​ໃຫ້​ຮູ້​ວ່າ: ກາ​ນ​ຮ່ວມ​ມືດ້ານ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ ແລະ ການຮັບປະກັນຊີວິດສັງ​ຄົມ ຫວຽດນາມ - ລາວ ​ນັບ​ມື້​ນັບ​ແທດຈິງ.

ທ່ານ​ກ່າວ​ວ່າ: ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ໃນ​ຫຼາຍ​ປີຜ່ານມາ​ນັບ​ມື້​ນັບ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. 2 ຝ່າຍ​ໄດ້​ແລກປ່ຽນ, ແບ່ງ​ປັນ ​ແລະ ຖອດ​ຖອນ​ບົດຮຽນ​ໃນ​ການ​ສ້າງ ​ແລະ ປະຕິບັດ​ກົດໝາຍ, ນະ​ໂຍບາຍກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ຄຸ້ມ​ຄອງ​ລັດ ຕາມ​ຂອບເຂດຄວາມ​ຮັບຜິດຊອບ​ຂອງ​ສອງ​ກະຊວງ​ກ່ຽວ​ກັບ​ແຮງ​ງານ, ວ​ຽກ​ເຮັດ​ງານ​ທຳ ​ແລະ ການຮັບປະກັນຊີວິດ​ສັງ​ຄົມ. 2 ຝ່າຍ​ໄດ້​ໜູນ​ຊ່ວຍ​ດ້ານ​ຈິດ​ໃຈ ແລະ ​ວັດຖຸ, ​ເຕັກນິກ ​ແລະ ການ​ເງິນ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ, ພ້ອມ​ກັນ​ສະໜັບສະໜູນ​ທັດສະນະ ​ແລະ ຂໍ້​ລິ​ເລີ່​ມຂອງ ຫວຽດນາມ ​ແລະ ລາວ ​ໃນ​ຫຼາຍ​ເວທີ​ປາ​ໄສ​ພາກ​ພື້ນ​ຄື ອາ​ຊຽນ, ILO ​ແລະ ສາກົນ​ອື່ນໆ.

​​ຕໍ່​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ຂົງ​ເຂດ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ ​ແລະ ​ການຮັບປະກັນຊີວິດ​ຂອງ​ຍຸກ​ດິຈິ​ຕອລ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຫຼື ໂລກ​ລະ​ບາດ, ສອງ​ກະຊວງ​ຕ້ອງ​ຜັນ​ຂະຫຍາຍປັ​ບ​ປຸງ​ກົດໝາຍ, ນະ​ໂຍບາຍ, ​ໂຄງການ ​ແລະ ການ​ເຄື່ອນ​ໄຫວ​ເພື່ອ​ປັບ​ຕົວ​ເຂົ້າ​ກັບ​ສະພາບ​ການ​ໃໝ່.

ທີ່​ກອງ​ປະ​ຊຸມ, ທ່ານ​ ປະ​ເດີມ​ພອນ ສົນ​ທະ​ນີ ຮອງ​ລັດ​ຖະ​ມົນ​ຕີກະຊວງ​ແຮງ​ງານ ​ແລະ ສະຫວັດດີການສັງຄົມ ລາວ ໃຫ້​ຮູ້​ວ່າ: ໂລກ​ລະ​ບາດ Covid – 19 ສົ່ງ​ຜົນ​ກະ​ທົບ​ເຖິງ​ສອງ​ປະ​ເທດ​ຫວຽດ​ນາມ - ລາວ, ພິ​ເສດ​ແມ່ນ​ໃນ​ບັນ​ຫາ​ແຮງ​ງານ, ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ຊັບ​ພະ​ຍາ​ກອນ​ມະ​ນຸດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ - ລາວ ​ໄດ້​ພັດທະນາ​ຢ່າງເຂັ້ມ​ແຂງ​ໃນ​ທຸກ​ຂົງ​ເຂດ, ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ປະ​ເທດ. ພິ​ເສດ​ແມ່ນ​ການຈັດ​ຕັ້ງ ​ແລະ ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື ຫວຽດນາມ - ລາວ ​ເປັນ​ຕົ້ນ​ແມ່ນ​ບັນດາ​ຂໍ້​ຕົກລົງ​ດ້ານ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ທີ່​ອາດສາມາດ​ເຂົ້າ​ສູ່​ລວງ​ເລິກ ​ແລະ ບັນລຸ​ໄດ້​ໝາກຜົນ​ທີ່ແທດຈິງ​ຫຼາຍ​ຢ່າງ.

ທ່ານ​ ປະ​ເດີມ​ພອນ ສົນ​ທະ​ນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ໄດ້ກ່າວວ່າ: ກອງປະຊຸມກ່ຽວ​ກັບແຮງງານ, ສະຫວັດດີການສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ ແມ່ນໂອກາດເພື່ອໃຫ້ຄະນະຜູ້ແທນຂອງສອງກະຊວງ ໄດ້ພົບປະ ແລະ ແລກປ່ຽນວຽກ​ງານ​ກ່ຽວ​ກັບຂົງ​ເຂ​ດ​ດັ່ງ​ກ່າວໂດຍ​ກົງ ​​ພາຍຫຼັງຈາກຜົນກະທົບທາງລົບຂອງ Covid-19. ນີ້​ແມ່ນ​ຈຸດ​ເວລາ​ສຳຄັນ​ເພື່ອ​ໃຫ້ 2 ກະຊວງ​ກະກຽມ​ບັນດາ​ເນື້ອ​ໃນ​ໃຫ້​ກອງ​ປະຊຸມ​ລັດຖະມົນຕີ​ພິ​ເສດ, ຜ່ານບັນດາ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ, ​ແລກປ່ຽນ, ​ແບ່ງປັນ​ບັນດາ​ຂໍ້​ມູນ​ຂ່າວສານ​ທີ່​ເປັນ​ປະ​ໂຫຍ​ດກ່ຽວ​ກັບ​ບັນດາ​ນະ​ໂຍບາຍ, ລະບຽບ​ການ​ກ່ຽວ​ກັບ​ແຮງ​ງານ, ສະຫວັດດີ​ການ​ສັງຄົມ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ. ພ້ອມ​ກັນ​ນັ້ນ, ກໍ່ກວດກາ​ຄືນ​ບັນດາ​ບົດ​ບັນທຶກ​ກອງ​ປະຊຸມ​ລັດຖະມົນຕີ ​ຄັ້ງ​ທີ 7, ຜ່ານ​ນັ້ນກໍ່​ເຫັນ​ໄດ້​ບັນດາ​ໝາກຜົນ, ​ຈຸດ​ດີ, ຈຸດ​ອ່ອນ ​ແລະ ການ​ກຳ​ນົດທິດ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ແຕ່ລະ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.