ຮູບພາບຂອງໜ່ວຍໂລກຈາກອາວາກາດ

18:58 | 07/05/2018

ຍ​ສ​ໝ - ດ້ວຍຮູບພາບການທ່ອງທ່ຽວອາວາກາດ ກຳລັງຈະປາກົດເປັນເລື່ອງທີ່ຈິງໃນມໍ່ໆນີ້, ກໍ່ຄື ໂຮງແຮມນອກອາວາກາດທຳອິດຈະເປີດໂຕໃນ ປີ 2022, ປະຊາກອນໂລກຈະເລີ່ມໄດ້ລື້ງເຄີຍກັບພາບຂອງໜ່ວຍໂລກທີ່ມີມຸມກ້ອງມາຈາກນອກໂລກ. ບັນດາຮູບພາບດັ່ງລຸ່ມນີ້ແມ່ນຖ່າຍໂດຍອົງການນາຊ້າ: ນັດຕັ້ງແຕ່ ກຳແພງເມືອງຈີນ ໄປຈົນຮອດ ແມ່ນ້ຳ ດານູບ ແລະ ບັນດາເຂດ ເອົ້າແບັກ ອັນກວ້າງໃຫຍ່ຂອງ ອ໋ອດສະເຕເລຍ ສະຫຼັກ ແຕ່ງແຕ້ມໜ່ວຍໂລກຈາກອາວາກາດຄືກັນກັບພາບລະບາຍສີນ້ຳມັນ, ຮູບພາບທີ່ຜູ່ຄົນທົ່ວໄປຈະໄດ້ຮັບຊົມຢ່າງປະຈັກຕາດ້ວຍຕົນເອງ.

ຮູບພາບຂອງໜ່ວຍໂລກຈາກອາວາກາດ

ສາຍ​ພູ ອັນ​ຕີ-ອາດ​ລາດ , ​ປະ​ເທດ ມາ​ໂລ໋ກ: ບັນ​ດາ​ຮູບ​ພາບ​​ເຂດ​ປີ່ນ​ຂອງ​ສາຍ​ພູ ອັນ​ຕີ-ອາດ​ລາດ ຖ່າຍ​ໂດຍ ASTER ຂອງ​ດາວ​ທຽມ ເຕີ​ລາ ຂອງ ນາ​ຊ້າ. ເກີດ​ຂື້ນ​ມາ​ໄດ້​ປະ​ມານ 80 ລ້ານ​ປີ​ກ່ອນ, ບັນ​ດາ​ຈອມ​ພູ​ກຳ​ເນີດ​ຂື້ນ​ມາ​ໃນ​ຊ່ວງ​ໄລ​ຍະ​ການເລື່ອນປະ​ທະ​​ກັນ​ຂອງ​ສອງ​ທະ​ວີບ ອາບ​ຟ​ະ​ລິ​ກາ ແລະ ທະ​ວີບເອີ​ລົບ ຕັ້ງ​ແຕ່​ຫຼາ​ຍ​ຊັ້ນ​ຂອງ​ແຮ່​ທາດ ຫຼາຍ​ຊະ​ນິດ​ຄື: ຫີນ​ປູນ, ຫີນ​ຊາຍ, ຫີນ​ອ່ອນ ແລະ ຫີນ​ແກຼນ​ນິດ.

ຮູບພາບຂອງໜ່ວຍໂລກຈາກອາວາກາດ

ໜອງ ຊິງ​ໄຫ່, ​ປະ​ເທດ ສ​ປ ຈີນ: EarthKAM ຂອງ NASA ໄດ້​ຖ່າຍ​ພາບ​ສະ​ເໝືອນ​ຈິງ​ຂອງ ໜອງ ຊິງ​ໄຫ່ - ເປັນໜອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ ​ສ​ປ ຈີນ. ນອນຢູ່​ເທິງ​ພູ​ພຽງ ທິ​ເບດ ໜອງ​ມີ​ຄວາມ​ຍາວ​ຫຼາຍກວ່າ 2.5km2 ແລະ ມີ​ຄວາມ​ເລິກ​ເຖິງ 25.6m.

ຮູບພາບຂອງໜ່ວຍໂລກຈາກອາວາກາດ

ປາ​ລີດ, ​ປະ​ເທດ ຝ​ລັງ​ເສດ: ຫໍ Eiffel ເປັນ​ພຽງ​ແຕ່​ຈຸດ​ດຳ​ຢູ່​ໄດ້​ກັບ​ແມ່​ນ້ຳ ແຊນ ແນມ​ຜ່ານ​ຮູບ​ພາບ​ຈາກ​ດາວ​ທຽມ NASA Terra

ຮູບພາບຂອງໜ່ວຍໂລກຈາກອາວາກາດ

Empty Quarter, ປະ​ເທດ ອາ​ລັບ​ເຊ​ອຸດ: EarthKAM ຂອງ ນາ​ຊ້າ ຖ່າຍ​ເຂດ​ຊາຍ​ແດນ​ລະ​ຫວ່າງ ເຂດນ​ອກ​ເມືອງຂອງ​ນະ​ຄອນ As Sulayyil Sulayel ແລະ ທະ​ເລ​ຊາຍ Rub al Khali ຂອງ ປະ​ເທດ ອາ​ລັບ​ເຊ​ອຸດ. ສະ​ຖານ​ທີ່ນີ້​ຍັງ​ເອີ້ນ​ວ່າ Empty Quaeter ທະ​ເລ​ຊາຍທີ່ກວ້າງ​ໃຫຍ່​ທີ່​ສຸດ​ຂອງ​ໂລກ.

ຮູບພາບຂອງໜ່ວຍໂລກຈາກອາວາກາດ

ສວນ​ສັດ​ແຫ່ງ​ຊາດ Grand Canyon, ປ​ະ​ເທດ ສະ​ຫະ​ລັດອາ​ເມ​ລິ​ກາ: ​ເປັນ​ສິ່ງ​ທີ່​ມະ​ຫັດ​ສະ​ຈັນ​ທາງທຳ​ມະ​ຊາດ ສວນ​ສັດ​ແຫ່ງ​ຊາດ​ແຫ່ງນີ້​ມີ​ຊື່​ສຽງ​ໂດງ​ດັງ​ທີ່​ສຸດ​ຂອງ​ ສະ​ຫະ​ລັດອາ​ເມ​ລິ​ກາ ແກ່​ຍາວຮອດ 445 ກມ ແລະ ເລິກ 1.6 ກມ. ແນມ​ຈາກ​ດາວ​ທຽມ ບັນ​ດາ​ເສັ້ນ​ຕໍ່​ຫີນ​ແດງ ຂອງສາຍ​ພູ​ຫີນ​ເບິ່ງ​ຄ້າຍ​ກັບ​ເປັນ ຜ​ະ​ລິດ​ຕະ​ພັນ​ຂອງ​ສິນ​ລະ​ປະ​ອັນ​ໜື່ງ​ທີ່​ໜ້າ​ສະ​ອອນ.

ຮູບພາບຂອງໜ່ວຍໂລກຈາກອາວາກາດ

ປາ​ຕາ​ໂກ​ເນຍ, ​ປະ​ເທດ ຊີ​ລີ : ອົງ​ການນາ​ຊ້າ​ ໃຊ້​ຮູບ​ພາບ ASTER ເພື່ອ​ກວດ​ກາ​ສະ​ຖາ​ນະ​ການ​ຂອງ​ແມ່​ນ້ຳ​ກ້າມ​ທີ່​ເລີ່ມ​ແ​ຄບ​ເຂົ້າ ເປັນ​ດັ່ງ​ສິ່ງວັດ​ແທກ​ເຕືອນ​ກ່ຽວ​ກັບ​ຄວາມ​ຮ້ອນ​ຂື້ນ​ຂອງ​ໜ່ວຍ​ໂລກ​. ນ້ຳ​ກ້ອນ​ຢູ່​ທາງ​ເໜື​ອ​ຂອງ ປາ​ຕີ​ໂກ​ເນຍ ສີ​ໄດ້​ຈາງລົງ​ ຜ່ານ​ຊັ້ນ​ພືດ​ສາ​ຊາດ​ສີ​ແດງ ເປັນ​ເໝືອນ​ດັ່ງ​ສິ່ງ​ວັດ​ແທກ​ຂະ​ໜາດ​ຂອງ​ແມ່​ນ້ຳ​ກ້າມ​ຜ່ານ​ເວ​ລາ.

ຮູບພາບຂອງໜ່ວຍໂລກຈາກອາວາກາດ

ກຳ​ແພງ​ເມືອງ​ຈີນ​ຂອງ ​ປະ​ເທດ ສ​ປ ຈີນ: ທອດ​ຍາວກວ່າ 21.000 ກມ ທາງ​ພາກ​ເໜືອ​ຂອງ​ຈີນ, ກຳ​ແພງ​ເມືອງ​ຈີນ ຖືກ​ກໍ່​ສ້າງ​ໃນ​ສັດ​ຕະ​ວັດ​ທີ 3 ກ່ອນ​ຄຼິດ​ສັກ​ກະ​ລາດ. ກຳ​ແພງ​ເມືອງ​ຈີນ​ອັນ​ເກົ່າ​ແກ່​ປະ​ຈຸ​ບັນ​ເປັນ​ໜື່ງ​ໃນ​ສະ​ຖານ​ທີ່​​ທ່ອງ​ທ່ຽວທີ່​ມີ​ຜູ່​ຄົນ​ມາ​ຢ້ຽມ​ຊົມ​​ຫຼາຍທີ່​ສຸດ​ໃນ​ໂລກ. ດາວ​ທຽມ Terra ຖ່າຍ​ຮູບ​ນີ້​​ແມ່ນ​ຢູ່ທາງ​ເໜືອ​ຂອງ ຊານ​ຊີ, ເປັນ​ບ່ອນ​ທີ່​ພູຜາ​ສອດ​ປະ​ສານ​ກັນຢ່າງສະ​ຫຼັບ​ສັບ​ຊ້ອ​ນ.

ຮູບພາບຂອງໜ່ວຍໂລກຈາກອາວາກາດ

ລີ​ໂອ ກູ​ລູ​ປີ, ​ປະ​ເທດ ບຼ​າ​ຊິນ : ຮູບ​ພາບ​ທີ່​ໄດ້​ຈາກ EarthKAM ຂອງ ລີ​ໂອ ກູ​ລູ​ປີ ຢູ່​ປະ​ເທດ ບ​ຼາ​ຊິນ ເບິ່ງ​ຄື​ເປັນ​ສິ່ງ​ທີ່​ຢູ່ໃນ​ມະ​ໂນ​ພາບ . ເປັນ​ສ່ວນ​ໜື່ງ​ຂອງ​ເຂດ​ອະ​ນຸ​ລັກ ຊີ​ວະ​ສາດ ກູ​ລູ​ປີ ສາຍ​ແມ່​ນ້ຳ​ທີ່​ໄຫຼ​ໄປ​ສູ່​ເຂດ​ທົ່ງ​ພຽງ​ໄກ້​ກັບ​ນ້ຳ​ທະ​ເລ, ເຂດ​ທີ່​ມີ​ລະ​ບົບ​ນິ​ເວດ​ນາໆ​ພັນ​ມີໝູ່​ເກາ​ະ ຫຼາຍ​ສິບ​ໝູ່​ເກາ​ະ, ປ່າ​ຊາຍ​ເລ, ເນີນ​ຫາດ​ຊາຍ, ແລະ ຊາຍ​ຝັ່ງ​ຫາດ​ຊາຍ.

ຮູບພາບຂອງໜ່ວຍໂລກຈາກອາວາກາດ

ເຂ​ດ​ອະ​ນຸ​ລັກ​ຊັ້ນ​ບັນ​ຍາ​ກາດ ດາ​ນູບ, ປະ​ເທດ ຢູ​ເຄຼນ: ເປັນແມ່​ນ້ຳ​ທີ່​ຍາວ​ທີ່​ສຸດ​ຂອງ ສະ​ຫະ​ພາບ ເອີ​ລົບ, ແມ່​ນ້ຳ​ນີ້ ໄຫຼ​ຜ່ານ 19 ປະ​ເທດ ປະ​ກອ​ບ​ມີ: ເຢຍ​ລະ​ມັນ, ອ໋ອດ​ສະ​ເຕຍ,ໂຮງ​ກາ​ລີ, ແລະ ຢູ​ເຄຼນ. ສະ​ຖານ​ນີ​ຕິດ​ຕາມ​ການ​ໝຸນ​ປີ່ນ​ຂອງໜ່ວຍ​ໂລກ ອົງ​ການ​ນາ​ຊ້າ ໄດ້​ຖ່າຍ​ຮູບ​ເຂດ​ທົ່ງ​ພຽງ ຂອງ​ແມ່​ນ້ຳ​ ດາ​ນູບ, ເປັນ​ບ່ອນ​ທີ່ ແມ່​ນ້ຳ​ໄຫຼ​ໄປ​ສູ່​ທະ​ເລ​ດຳ. ເຂດນີ້​ເປັນມໍ​ລະ​ດົກ​ໂລກ ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ເປັນທັງ​ເຂດ​ທີ່​ມີ​ຄວາມ​ອຸ​ດົມ​ສົມ​ບູນ​ດ້ວຍ​ສັດ​ສາ​ວາ​ສິ່ງນາໆ​ພັນ ມີ​ນົກຫຼາຍ​ກວ່າ 300 ຊະ​ນິດ.

ຮູບພາບຂອງໜ່ວຍໂລກຈາກອາວາກາດ

ຊາຍ​ຝັ່ງ​ທະ​ເລ ເກຼນ ​ບາ​ຮາ​ມາ: ຮູບ​ພາບ​ແຕ່​ເຂດ​ນ້ຳ​ເລິກ​ຂອງ ລິ້ນ​ມະ​ຫາ​ສະ​ໝຸດ (ເປັນ​ເຫວ​ພູ​ຢູ່​ໃຕ້​ນ້ຳ) ນອນ​ຢູ່​ໃນ​ຊາຍ​ຝັ່​ງ​ຂອງ​ໝູ່​ເກາະ.

ຮູບພາບຂອງໜ່ວຍໂລກຈາກອາວາກາດ

ສາຍ​ພູ ອັນ​ເດດ: ສາຍ​ພູ ອັນ​ເດດ ຂອງ​ອາ​ເມ​ລິ​ກາ​ໃຕ້ ຖ່າຍ​ດ້ວຍ EarthKAM

ຮູບພາບຂອງໜ່ວຍໂລກຈາກອາວາກາດ

ເກາະ Sakhalin ປະ​ເທດ ລັດ​ເຊຍ: ນອ​ກ​ຊາຍ​ຝັ່ງ​ທະ​ເລ ຂອງ ປະ​ເທດ ລັດ​ເຊຍ, ທາງ​ພາກ​ເໜືອ​ຂອງ​ຢີ​ປຸ່ນ, ເກາະ Sakhalin ເບິ່ງ​ຄ້າຍ​ຄື​ກັບ​ຮູບ​ພາບໃນ​ມະ​ໂນ​ພາບ​ ຮູບ​ພາບ​ຖ່າຍ​ດ້ວຍ EarthKAM.

ຮູບພາບຂອງໜ່ວຍໂລກຈາກອາວາກາດ

ວັດ ເຊັນ​ ເອນ​ໂທ​ນີ, ປະ​ເທດ ອີ​ຢີບ: ວັດ ເຊັນ​ ເອນ​ໂທ​ນີ, ຢູ່ ປະ​ເທດ ອີ​ຢີບ ປຽບ​ດັ່ງ​ໂຕ​ແມງ​ຮິງ​ຫ້ອຍ​ນ້ອຍ, ຊ່ອນ​ໂຕ​ເອງ​ໄກ້​ກັບ​ທະ​ເລ​ແດງ.

ນີ້​ແມ່ນ​ວັດ ທີ່​ສອນ​ສາດ​ສະ​ໜາເກົ່າ​ແກ່​ທີ່​ສຸດ​ຂອງ​ໂລກ.

ຮູບພາບຂອງໜ່ວຍໂລກຈາກອາວາກາດ

ອ່າວ​ເປີ​ເຊຍ: ແຕ່​ຊັ້ນ​ບັນ​ຍາ​ກາດ​ເທິງ ອ່າວ​ເປີ​ເຊຍ, EarthKAM ໄດ້​ຖ່າຍ​ຮູບ​ນີ້ ຂອງ​ແມ່​ນ້ຳ Tigris, Euphrates, Shatt al-Arab ແລະ Karun ໄປ​ສູ່​ເຂດ​ທົ່ງ​ພຽງ ບູ​ຮານ.

ຮູບພາບຂອງໜ່ວຍໂລກຈາກອາວາກາດ

ເຂດ ອ໋າວ​ແບັກ ກັນ​ດານ​ຂອງ ອ໋ອດ​ສະ​ເຕ​ເລຍ: ຮູບ​ພາບ​ສະ​ເໝືອນ​ຈິງ​ຈາ​ກ​ອາ​ວາ​ກາດ ຂອງ ໜອງ​ໄກ້​ກັບ ທະ​ເລ​ຊາຍ​ຫີນ​ຂອງ​ເຂດ​ທຸ​ລ​ະ​ກັນ​ດາ​ຂອງ ອ໋ອດ​ສະ​ເຕ​ເລຍ.




(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.