ວິສາຫະກິດກອງທັບຊຸກຍູ້ການພົວພັນແລກປ່ຽນການຄ້າຫວຽດນາມ-ລາວ | |
ກຳລັງທະຫານປ້ອງກັນຊາຍແດນ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື |
ພະຍານຫຼັກຖານປະຫວັດສາດ
ເຊິ່ງໄດ້ຍ່າງອອກຈາກບັນຍາກາດອັນຟົດຟື້ນ, ຄຶກຄື້ນຂອງລາຍການສະແດງດົນຕີທີ່ພິທີປະກາດຮ່ອງຮອຍປະຫວັດສາດແຫ່ງຊາດພິເສດ ທີ່ພວມໄດ້ດຳເນີນຢູ່ເດີ່ນເຂດດັ່ງກ່າວ, ຂ້າພະເຈົ້າໄປຍ່າງເຂົ້າຫ້ອງອະນຸສອນສະຖານ ຄືເພື່ອອີກຄັ້ງໜຶ່ງຫວນຄືນບັນດາຄວາມຊົງໃຈທີ່ຕິດພັນກັບວັດຖຸພັນທີ່ໄດ້ເກັບຮັກສາຢູ່ແຫ່ງນີ້. ຢູ່ທີ່ນີ້ ພວມວາງສະແດງວັດຖຸສິ່ງຂອງຂອງຄອບຄົວຂ້າພະເຈົ້າຫຼາຍຢ່າງທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງທ່ານປະທານ ໄກສອນ ພົມວິຫານ ຢູ່ບ້ານ ລາວໂຄ. ນັ້ນແມ່ນຟິກຕົ້ມນ້ຳ, ໝໍ້ທອງ, ໝໍ້ກະທະ, ຄົກໂມ້. ບັນດາຂອງທີ່ລະນຶກນີ້, ລຸງ ຈ້າງລາວໂຄ - ພໍ່ຂ້າພະເຈົ້າ, ຊາວເຜົ່າມົ້ງ ແລະ ຄອບຄົວໄດ້ນຳໃຊ້ເພື່ອຮັບໃຊ້ທ່ານປະທານ ໄກສອນ ພົມວິຫານ ແລະ ຄະນະຕະລຸມບອນ ລາວເໜືອ ໃນໄລຍະເຄື່ອນໄຫວການປະຕິວັດ ຢູ່ ບ້ານພຽງຊາ (ປັດຈຸບັນ ແມ່ນ ບ້ານລາວໂຄ), ຕາແສງ ພຽງຄວາຍ, ເມືອງ ອຽນເຈົາ, ແຂວງເຊີນລາ, ໄລຍະ 1948 – 1951.
ທ່ານ ຈ້າງລາວລື ຢູ່ເຂດວາງສະແດງວັດຖຸພັນ |
ບັນດາຂອງທີ່ລະນຶກເຫຼົ່ານີ້ ໄດ້ວາງສະແດງຢູ່ບ່ອນທີ່ສະຫງ່າ ແລະ ສາມາດເຫັນໄດ້ງ່າຍ. ພາຍໃນຕູ້ແກ້ວແມ່ນຟິກຕົ້ມນ້ຳ ແລະ ໝໍ້ ພ້ອມກັບຄວາມຊົງຈຳຫຼາຍຢ່າງທີ່ຕິດພັນກັບຄອບຄົວຂ້າພະເຈົ້າ. ມັນໄດ້ເຮັດດ້ວຍທອງແດງ, ພາຍຫຼັງການນຳໃຊ້ມາເປັນຫຼາຍປີ, ຂີ້ໝີ້ນໝໍ້ໄດ້ຕິດຢູ່ດ້ານນອກຂອງວັດຖຸ ແລະ ເຮັດໃຫ້ມັນມີສີດຳ. ຢູ່ຫ້ອງວາງສະແດງ, ໝໍ້ກະທະກໍໄດ້ວາງສະແດງຢູ່ຫັ້ນ. ໝໍ້ກະທະ ມີເສັ້ນຜ່າກາງ 80 cm, ໃຊ້ເພື່ອຂົ້ວຜັກ ຫຼື ຊີ້ນ, ຮັບໃຊ້ການປຸງແຕ່ງຄາບເຂົ້າໃຫ້ຫຼາຍຄົນກິນ. ຢູ່ນອກເຮືອນແມ່ນບ່ອນວາງສະແດຄົກຫີນໂມ້ ເຊິ່ງໄດ້ຄອບຄົວຂ້າພະເຈົ້ານຳໃຊ້ເພື່ອໂມ້ສາລີ ເຮັດອາຫານເພື່ອຮັບໃຊ້ການນຳການປະຕິວັດລາວ ແລະ ບັນດາສະຫາຍຫວຽດນາມ ໃນໄລຍະ 1948 – 1951.
ຫຼາຍປີກ່ອນ, ຄອບຄົວຂ້າພະເຈົ້າໄດ້ຊື້ເຄື່ອງໃຊ້ຂອງສອຍໃໝ່ປ່ຽນເຄື່ອງໃຊ້ຂອງສອຍເກົ່າ, ແຕ່ບັນດາວັດຖຸດັ່ງກ່າວ ຂ້າພະເຈົ້າຍັງໄດ້ເກັບຮັກສາຢ່າງລະມັດລະວັງ. ຊ້ຳບໍ່ໜຳມີຫຼາຍຄົນຢາກຊື້ ດ້ວຍລາຄາສູງ, ແຕ່ຂ້າພະເຈົ້າກໍ່ບໍ່ຂາຍຍ້ອນຮູ້ວ່າມັນຕິດພັນກັບຄວາມຊົງຈຳຫຼາຍຢ່າງຂອງທ່ານປະທານ ໄກສອນ ພົມວິຫານ. ປີ 2017, ເຂດຮ່ອງຮອຍປະຫວັດສາດ ຫວຽດ - ລາວ ໄດ້ສະຫຼອງພິທີເປີດຢູ່ ບ້ານ ລາວໂຄ, ຄອບຄົວຂ້າພະເຈົ້າໄດ້ມອບວັດຖຸສິ່ງຂອງດັ່ງກ່າວໃຫ້ແກ່ເຂດອະນຸສອນສະຖານ. ນັ້ນແມ່ນພະຍານຫຼັກຖານກ່ຽວກັບໄລຍະໜຶ່ງທີ່ອົງອາດກ້າຫານ ແລະ ເຕັມໄດ້ດ້ວຍຄວາມສັດຊື່ບໍລິສຸດ.
ຟິກຕົ້ມນ້ຳ |
ໃນການດຳລົງຊີວິດປັດຈຸບັນ, ບັນດາເຄື່ອງໃຊ້ຂອງສອຍນີ້ແມ່ນທຳມະດາ. ແຕ່ໃນຍຸກສະໄໝກ່ອນນີ້ 40 ປີຂອງສະຕະວັດກ່ອນ, ນັ້ນແມ່ນຊັບສິນທີ່ມີມູນຄ່າຂອງຄອບຄົວເຂດພູສູງ. ເຖິງວ່າຫຼາຍປີວາງໃນເຂດວາງສະແດງກັບຊັ້ນຝຸ່ນຕາມການເວລາ, ແຕ່ບັນດາຄຸນຄ່າທາງດ້ານປະຫວັດສາດຂອງເຄື່ອງຂອງນີ້ຍັງຄົງໄດ້ຮັກສາຕະຫຼອດໄປ. ບັນດາເຄື່ອງຂອງນີ້ສວມບົດບາດແມ່ນພະຍານຫຼັກຖານໃຫ້ແກ່ໄລຍະປະຫວັດສາດທີ່ຟົດຟື້ນ, ສ່ອງແສງໃຫ້ເຫັນນ້ຳໃຈອັນລ້ຳຄ່າລະຫວ່າງປະຊາຊົນ ຫວຽດນາມ ກັບການນຳການປະຕິວັດ ລາວ ໄກສອນ ພົມວິຫານ ໃນຊຸມວັນຕໍ່ສູ້ຕ້ານສັດຕູໂຕດຽວກັນຢ່າງລຳບາກກາກກຳ.
ເຄື່ອງຂອງດັ່ງກ່າວເຮັດໃຫ້ຂ້າພະເຈົ້າເໝືອນຄືວ່າໄດ້ກັບຄືນໄລຍະປະຫວັດສາດຂອງບ້ານລາວໂຄ, ເມື່ອຄາວການນຳການປະຕິວັດລາວ ຍັງມີຊີວິດ ແລະ ພວມຕໍ່ສູ້ຢູ່ແຫ່ງນີ້…
ຕອນຄ່ຳດື່ມເລືອດສາບານຕົນ
ໝໍ້ |
ປີ 1948, ປະທານ ໄກສອນ ພົມວິຫານ ແລະ ຄະນະໂຄສະນາ ລາວເໜືອ ກັບມາບ້ານ ພຽງຊາ (ປັດຈຸບັນແມ່ນ ບ້ານ ລາວໂຄ) ເພື່ອເຮັດໜ້າທີ່ກໍ່ສ້າງຮາກຖານການປະຕິວັດ, ແລ້ວຈາກນັ້ນ ກໍພັດທະນາຖານທີ່ໝັ້ນການປະຕິວັດຫຼາຍແຫ່ງຢູ່ປະເທດລາວ ເພື່ອຕ້ານພວກລ່າເມືອງຂຶ້ນຝລັ່ງ. ຕາມຄຳເວົ້າຂອງພໍ່ຂ້າພະເຈົ້າກໍໄດ້ຮູ້ວ່າ: ໃນເບື້ອງຕົ້ນ, ທ່ານ ໄກສອນ ພົມວິຫານ ຢູ່ຖ້ຳ ເຖິມເມ (ຫ່າງຈາກບ້ານ ລາວໂຄ, ປະມານ 7 ກີໂລແມັດ), ຫຼັງຈາກນັ້ນ ກໍຍ້າຍມາດຳລົງຊີວິດກັບຄອບຄົວຂ້າພະເຈົ້າ. ໃນການດຳລົງຊີວິດທຸກໆວັນ, ບັນດາສະມາຊິກໄດ້ຄ່ອຍໆມີຄວາມສະໜິດຕິດພັນກັບປະທານຄືຄົນໃນຄອບຄົວ.
ພິເສດໃນຈຸດເວລານີ້, ພໍ່ຂອງຂ້າພະເຈົ້າ ແລະ ທ່ານໄກສອນ ພົມວິຫານ ຍັງເຮັດພິທີດື່ມເລືອດສາບານຕົນ ເປັນອ້າຍນ້ອງຮັກ. ໃນພິທີນັ້ນ ໄດ້ຈັດໃນຕອນຟ້າມືດຢູ່ໃນປ່າຂ້າງບ້ານ. ມື້ນັ້ນ, ພໍ່ຂ້າພະເຈົ້າໄດ້ເຊື້ອເຊີນບັນດາຜູ້ເຖົ້າຜູ້ແກ່ໃນບ້ານມາ ແລະ ແນະນຳກັບທຸກຄົນກ່ຽວກັບ ທ່ານ ໄກສອນ ພົມວິຫານ. ທ່ານລາວໂຄເວົ້າວ່າ ຕ້ອງປົກປ້ອງທ່ານ ໄກສອນ ພົມວິຫານ ຍ້ອນໄດ້ຖືກັນເປັນຄົນໃນຄອບຄົວແລ້ວ. ຕາມຮີດຄອງປະເພນີຂອງຊາວເຜົ່າມົ້ງ, ພໍ່ຂ້າພະເຈົ້າໄດ້ກຽມໄກ່ໂຕຜູ້ໜຶ່ງໂຕ, ເຫຼົ້າ 1 ຖ້ວຍ ແລະ ທູບ 3 ດອກ. ເພິ່ນໄດ້ຈູດທູບ ແລະ ອ່ວາຍໜ້າຂຶ້ນຟ້າ ສາບານຕົນເປັນອ້າຍນ້ອງກັບທ່ານ ໄກສອນ ພົມວິຫານ. ເພິ່ນເວົ້າວ່າ “ຜູ້ໃດທໍລະຍົດຈະຖືກເທວະດາລົງໂທດ. ນັບແຕ່ມື້ສາບານຕົນ ຈະເປັນຕາຍມີກັນແລະກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ຖືກັນຄືອ້າຍນ້ອງໃນຄອບຄົວ”. ທຸກໆຄົນທີ່ເຂົ້າຮ່ວມພິທີເຫັນດີຈະເດີນຕາມການປະຕິວັດ. ນັບແຕ່ນັ້ນມາ, ປະຊາຊົນໃນບ້ານ ໄດ້ຊ່ວຍເຫຼືອຫົວໜ່ວຍຂອງທ່ານ ໄກສອນ ພົມວິຫານ ໃນການສະໜອງຂໍ້ມູນ, ໃຫ້ຢືມທີ່ດິນ, ໜູນຊ່ວຍອາຫານການກິນ ເພື່ອຊ່ວຍສ້າງເງື່ອນໄຂດຳລົງຊີວິດຢູ່ຖ້ຳເຖິມເມສ່ວນໃດສ່ວນໜຶ່ງ, ຍ້ອນວ່າໃນເມື່ອກ່ອນພູຜາປ່າໄມ້ຕຶບໜາ ການເດີນທາງໄປມາກໍປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ໝໍ້ກະທະ |
ໃນເວລານັ້ນ, ມີຄົນບໍ່ດີແຈ້ງໃຫ້ພວກສັດຕູຝລັ່ງຮູ້ວ່າ: ພໍ່ຂ້າພະເຈົ້າຊ່ວຍທ່ານ ໄກສອນ ພົມວິຫານ. ພວກຝລັ່ງຈິ່ງມາຈາກເຂດດິນແດນລາວ ແລະ ສືບສວນພໍ່ຂ້າພະເຈົ້າ. ໃນຂະນະນັ້ນ, ພໍ່ຂ້າພະເຈົ້າບອກນ້ອງຊາຍໄປທາງລັດຜ່ານປ່າເພື່ອແຈ້ງໃຫ້ຫົວໜ່ວຍທ່ານ ໄກສອນ ພົມວິຫານ ຢູ່ຖ້ຳ ເຖິມເມ. ພ້ອມທັງ ເພິ່ນໄດ້ເວົ້າກັບພວກຝລັ່ງວ່າ ເສັ້ນທາງໄປຍັງບ່ອນຂອງທະຫານປະຕິວັດແມ່ນທຸລະກັນດານ ແລະ ມີແຮ້ວຫຼາຍ. ໄດ້ຟັງແນວນັ້ນ, ພວກຝລັ່ງບໍ່ກ້າໄປອີກ ແລະ ກັບເມືອເລີຍ. ຍ້ອນຄວາມສາມາດໃນການຮັບມືຂອງ ລຸງ ລາວໂຄ, ທ່ານ ໄກສອນ ພົມວິຫານ ແລະ ກຳລັງຕະລຸມບອນຍັງຄົງຢູ່ຖ້ຳ ເຖິມເມ ຢ່າງປອດໄພ.
ປີ 1951, ທ່ານ ໄກສອນ ພົມວິຫານ ພ້ອມກັບກຳລັງຕະລຸມບອນ ລາວເໜືອ ໄດ້ເດີນທາງໄປຍັງເຂດອື່ນເພື່ອສ້າງຖານທີ່ໝັ້ນໃໝ່. ກ່ອນທີ່ຈະຈາກໄປ, ພໍ່ຂ້າພະເຈົ້າໄດ້ເອົາຫຼຽນເງິນຂາວ 50 ຫຼຽນ ໃຫ້ທ່ານ ໄກສອນ ພົມວິຫານ ເພື່ອຊື້ອາວຸດ. ຫຼັງຈາກນັ້ນໄລຍະໜຶ່ງ, ທ່ານ ໄກສອນ ພົມວິຫານ ໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈເຖິງພໍ່ຂ້າພະເຈົ້າ ແລະ ແຈ້ງໃຫ້ຊາບວ່າ ໄດ້ນຳໃຊ້ຈຳນວນເງິນດັ່ງກ່າວເພື່ອຊື້ປືນ ແລະ ລູກປືນ 30 ລູກ. ທ່ານ ໄກສອນ ພົມວິຫານ ອອກໄປຈາກແຫ່ງນີ້ ແຕ່ຍັງມີນ້ຳໃຈຄວາມຮັກແພງຕໍ່ກັບປະຊາຊົນຢູ່ແຫ່ງນີ້ຫຼາຍ. ຂ້າພະເຈົ້າຕອນນັ້ນມີອາຍຸພຽງ 13 ປີ ແຕ່ຍັງຈື່ໄດ້ວ່າ ທ່ານ ໄກສອນ ພົວວິຫານ ແມ່ນຄົນທີ່ຜິວຂາວ, ຫຼໍ່, ສະຫຼາດ ແລະ ມີວ່ອງໄວ…
ນ້ຳໃຈຄວາມຮັກແພງຍັງຄົງຕົວຕະຫຼອດໄປ
ຫຼັງຈາກນັ້ນຫຼາຍປີ, ແຂວງຫົວພັນ (ລາວ) ຕິດກັບແຂວງ ເຊີນລາ (ຫວຽດນາມ) ໄດ້ຮັບການປົດປ່ອຍ, ອຳນາດການປົກຄອງການປະຕິວັດລາວ ກໍ່ໜູນຊ່ວຍປະຊາຊົນສອງຟາກເຂດຊາຍແດນໃນດ້ານອາຫານການກິນ ແລະ ເຄື່ອງໃຊ້ຂອງສອຍຫຼາຍຢ່າງ. ສະເພາະຄອບຄົວຂ້າພະເຈົ້າ ທ່ານ ໄກສອນ ພົມວິຫານ ໄດ້ສົ່ງເຄື່ອງໃຊ້ຂອງສອຍໃນຊີວິດປະຈຳວັນໃຫ້, ໃນນັ້ນ ມີໝໍ້ໜຶ້ງເຂົ້າໜຽວ.
ໝໍ້ຄົກໂມ້ສາລີ |
ປີ 1990, ພໍ່ຂ້າພະເຈົ້າເສຍຊີວິດ, ຄອບຄົວປະທານ ໄກສອນ ພົມວິຫານ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈພ້ອມກັບເງິນ ແລະ ເຄື່ອງຂອງກິນທານ. ຮອດປີ 1992, ທ່ານປະທານ ໄກສອນ ພົມວິຫານ ໄດ້ເຖິງແກ່ມໍລະນະກຳ. ປີ 2009, ຜູ້ຕາງໜ້າສະຖານທູດລາວ ໄດ້ຮັບການມອບສິດຈາກລັດຖະບານລາວ ມາມອບຫຼຽນກາອິດສະຫຼະໃຫ້ແກ່ຄອບຄົວຂ້າພະເຈົ້າ. ພິທີມອບຫຼຽນກາ ໄດ້ດຳເນີນຢູ່ຫໍວັດທະນະທຳບ້ານ ລາວໂຄ. ໃນມື້ນັ້ນ, ຂ້າພະເຈົ້າໄຫ້ຍ້ອນຮູ້ສຶກຕື້ນຕັນໃຈ, ເມື່ອຄິດຮອດເວລາທຸກຍາກຂອງພໍ່ຂ້າພະເຈົ້າ, ປະທານ ໄກສອນ ພົມວິຫານ ພ້ອມກັບເພື່ອນຮ່ວມກົມກອງຂອງທ່ານ.
ຮອດປີ 2010, ລັດຖະບານລາວ ໄດ້ເຊື້ອເຊີນຄອບຄົວຂ້າພະເຈົ້າໄປຢ້ຽມຢາມວຽງຈັນ. ໃນຈຸດເວລານັ້ນ, ພັນລະຍາຂອງທ່ານປະທານ ໄກສອນ ພົມວິຫານ ໄດ້ຕ້ອນຮັບຄອບຄົວຂ້າພະເຈົ້າຢ່າງອົບອຸ່ນ ແລະ ສະໜອດສະໜົມ. ພັນລະຍາທ່ານ ໄກສອນ ພົມວິຫານ ຕື້ນຕັນໃຈເລົ່າຄືນບັນດາຄວາມຊົງຈຳກ່ຽວກັບວິວັດການເຄື່ອນໄຫວການປະຕິວັດຂອງທ່ານ ໄກສອນ ພົມວິຫານ ແລະ ເວົ້າວ່າ “ຕາງໜ້າຄອບຄົວ, ຂ້າພະເຈົ້າຂໍສະແດວຄວາມຂອບໃຈນຳຄອບຄົວ ລຸງ ລາວໂຄ. ຂອບໃຈໃນການອຸ້ມຊູຊ່ວຍເຫຼືອຂອງຊາວເຜົ່າມົ້ງ ແລະ ຊິງມູ. ຖ້າບໍ່ມີພໍ່ແມ່ປະຊາຊົນເຜົ່າມົ້ງ ກໍຈະບໍ່ມີປະເທດລາວຄືໃນປັດຈຸບັນ…”.
ຂ້າພະເຈົ້າຍັງຈື່ວ່າ ໃນປີ 2012 ພັນລະຍາ ແລະ ລູກຂອງທ່ານ ໄກສອນ ພົມວິຫານ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເຂດຮ່ອງຮອຍປະຫວັດສາດ ລາວໂຄ. ເພິ່ນໄດ້ມາຢ້ຽມຢາມຄອບຄົວຂ້າພະເຈົ້າ. ຫຼັງຈາກນັ້ນ, ເພິ່ນກໍ່ໄດ້ມອບໂທລະພາບ 1 ໜ່ວຍ ແລະ ລົດໂຫຍ່ 1 ຄັນໃຫ້ຄອບຄົວຂ້າພະເຈົ້າ ເພື່ອໃຫ້ມີຄວາມສະດວກໃນການພາຄົນໃນຄອບຄົວໄປກວດປິ່ນປົວພະຍາດຢ່າງວ່ອງໄວ. ຊຸມປີຕໍ່ມາ, ສະຖານທູດລາວ ປະຈຳຫວຽດນາມ ກໍ່ໄດ້ສົ່ງຈົດໝາຍເປັນຫຼາຍຄັ້ງເພື່ອເຊື້ອເຊີນຂ້າພະເຈົ້າມາຮ່າໂນ້ຍ ພ້ອມກັນຕ້ອນຮັບບຸນປີໃໝ່…
ຈ້າງລາວລື