ຄາດວ່າ ຫວຽດນາມ ຈະນຳໜ້າກ່ຽວກັບການເຕີບໂຕຢູ່ ອາຊີຕາເວັນອອກສຽງໃຕ້ ໃນໄລຍະປີ 2022-2025

09:00 | 29/10/2022

ຫວຽດນາມ ຈະເປັນພື້ນຖານເສດຖະກິດເຕັກນິກດີຈີຕອນ ທີ່ເຕີບໂຕແຮງທີ່ສຸດໃນໄລຍະປີ 2022-2025.

ຮອດ​ປີ 2025, 100% ຂອງ​ຕາ​ແສງ ຮ່າ​ໂນ້ຍ ຈະ​ມີ​ລະບົບ​ກະຈາຍສຽງ​ເຕັກ​ໂນ​ໂລ​ຊີ ຮອດ​ປີ 2025, 100% ຂອງ​ຕາ​ແສງ ຮ່າ​ໂນ້ຍ ຈະ​ມີ​ລະບົບ​ກະຈາຍສຽງ​ເຕັກ​ໂນ​ໂລ​ຊີ
EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ພາບປະກອບ: weforum.org
ພາບປະກອບ: weforum.org

ວັນທີ 27 ຕຸລາ, Google, Temasek ແລະ Bain & Company ໄດ້ປະກາດບົດລາຍງານຫຼ້າສຸດ ໂດຍໃຫ້ເຫັນວ່າ 6 ກຸ່ມພື້ນຖານເສດຖະກິດດີຈີຕອນແຖວໜ້າຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ການເຕີບໂຕໄວ ກວ່າການຄາດຄະເນໃນປີ 2022, ຄາດຄະເນວ່າຈະບັນລຸມູນຄ່າແລກປ່ຽນສິນຄ້າທັງໝົດ (GMV) ໄດ້ 200 ຕື້ ໂດລາສະຫະລັດ ໃນປີນີ້. ໃນນັ້ນ, ບົດລາຍງານໄດ້ໃຈໃສ່ວ່າ ຫວຽດນາມ ຈະເປັນພື້ນຖານເສດຖະກິດເຕັກນິກດີຈີຕອນ ທີ່ເຕີບໂຕແຮງທີ່ສຸດໃນໄລຍະປີ 2022-2025. ລະອຽດຄື, ບົດລາຍງານ “e-Conomy SEA 2022” ໄດ້ລະບຸຢ່າງຈະແຈ້ງວ່າດ້ວຍຜົນດັ່ງກ່າວ, 6 ກຸ່ມເສດຖະກິດດິຈີຕອນແຖວໜ້າຂອງພາກພື້ນ ໃນນັ້ນມີ ຫວຽດນາມ, ຈະບັນລຸເປັ້າໝາຍ 200 ຕື້ ໂດລາສະຫາລັດ ໄວກວ່າ 3 ປີ ທຽບໃສ່ການຄາດເນ. ນອກນັ້ນ, ບົດລາຍງານຍັງໄດ້ເນັ້ນໜັກວ່າ, ການຄ້າເອເລັກໂຕນິກ ສືບຕໍ່ເປັນແຮງກະຕຸ້ນການເຕີບໂຕ ເຖິງວ່າບັນດາຮູບການການຄ້າທີ່ເປັນມູນເຊື້ໄດ້ຄ່ອຍໆຟື້ນຟູ ພາຍຫຼັງມາດຕະການຈຳກັດການຕ້ານໂລກລະບາດໄດ້ຍົກເລີກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.