ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມືຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

08:00 | 27/10/2022

ຜູ້ຕາງໜ້າການນຳບັນດາຫົວໜ່ວຍຂອງສອງກະຊວງກໍ່ສະເໜີເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບົດຮຽນ, ປະສົບກັນ, ຄວາມຮູ້ກ່ຽວກັບການຄຸ້ມຄອງ ແລະ ສ້າງນະໂຍບາຍດ້ານຊັບພະຍາກອນທຳມະຊາດ - ສິ່ງແວດລ້ອມ.

ທ່ານເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ໄດ້ມອບຫຼຽນກາລະນຶກເພື່ອພາລະກິດຊັບພະຍາກອນ ແລະ ສິ່ງແວດລ້ອມ ທ່ານເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ໄດ້ມອບຫຼຽນກາລະນຶກເພື່ອພາລະກິດຊັບພະຍາກອນ ແລະ ສິ່ງແວດລ້ອມ
ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ສປປ ລາວ ຊຸດ​ທີ VIII: ສະເໜີໃຫ້ແກ້ໄຂບັນຫາການປູກກ້ວຍ ທີ່ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ສປປ ລາວ ຊຸດ​ທີ VIII: ສະເໜີໃຫ້ແກ້ໄຂບັນຫາການປູກກ້ວຍ ທີ່ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ
ການເຈລະຈາລະຫວ່າງສອງກະຊວງ
ການເຈລະຈາລະຫວ່າງສອງກະຊວງ

ວັນທີ 25 ຕຸລາ, ທີ່ຮ່າໂນ້ຍ, ທ່ານ ເຈິ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ພົບປະກັບທ່ານນາງ ບຸນຄຳ ວໍລະຈິດ, ລັດຖະມົນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຫ່ງ ສປປ ລາວ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງສອງປະເທດໃນໄລຍະຈະມາເຖິງ.

ທີ່ການພົບປະ, ຜູ້ຕາງໜ້າການນຳບັນດາຫົວໜ່ວຍຂອງສອງກະຊວງກໍ່ສະເໜີເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບົດຮຽນ, ປະສົບການ, ຄວາມຮູ້ກ່ຽວກັບການຄຸ້ມຄອງ ແລະ ສ້າງນະໂຍບາຍດ້ານຊັບພະຍາກອນທຳມະຊາດ - ສິ່ງແວດລ້ອມ; ສະໜອງການໜູນຊ່ວຍກ່ຽວກັບການບຳລຸງສ້າງ, ຝຶກອົບຮົບໃຫ້ຖັນແຖວພະນັກງານຄຸ້ມຄອງຂອງລາວ; ສົມທົບກັນສ້າງບັນດາໂຄງການນຳໃຊ້ແຫຼ່ງທຶນ ODA ຂອງ ຫວຽດນາມ; ສົມທົບກັນຂົນຂວາຍການອຸປະຖຳຈາກຕ່າງປະເທດ… ສອງກະຊວງຈະນຳເອົາຂໍ້ສະເໜີຮ່ວມມືນີ້ເຂົ້າໃນແຜນການຮ່ວມມື, ບົດລາຍງານ, ຍື່ນສະເໜີລັດຖະມົນຕີຂອງສອງກະຊວງອະນຸມັດເພື່ອຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.