ເພື່ອການພັດທະນາຢ່າງຍືນຍົງຂອງວຽກງານປົກປ້ອງ, ເບິ່ງແຍງສຸຂະພາບຂອງປະຊາຊົນ

14:07 | 25/10/2022

ນີ້ແມ່ນຮ່າງກົດໝາຍສຳຄັນ, ກຳນົດທິດການເຄື່ອນໄຫວຄຸ້ມຄອງ ແລະ ການພັດທະນາແບບຍືນຍົງຂອງວຽກງານການປົກປ້ອງ, ເບິ່ງແຍງສຸຂະພາບຂອງປະຊາຊົນ.

ຫວຽດນາມ ແບ່ງປັນວິໄສທັດພ້ອມກັບໂລກຮັບມືກັບສິ່ງທ້າທາຍທົ່ວໂລກ ແລະ ຟື້ນຟູເສດຖະກິດ ຫວຽດນາມ ແບ່ງປັນວິໄສທັດພ້ອມກັບໂລກຮັບມືກັບສິ່ງທ້າທາຍທົ່ວໂລກ ແລະ ຟື້ນຟູເສດຖະກິດ
ເພີ່ມທະວີການຮ່ວມມືຊາວໜຸ່ມ ຫວຽດນາມ - ກຳປູເຈຍ ເພີ່ມທະວີການຮ່ວມມືຊາວໜຸ່ມ ຫວຽດນາມ - ກຳປູເຈຍ
ທີ່ກອງປະຊຸມ (ພາບ: quochoi.vn)
ທີ່ກອງປະຊຸມ (ພາບ: quochoi.vn)

ໂດຍສືບຕໍ່ລາຍການໃນກອງປະຊຸມຄັ້ງທີ 4, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ໄດ້ຮັບຟັງການລາຍງານອະພິບາຍ, ຮັບເອົາຄຳເຫັນ, ດັດປັບກົດໝາຍວ່າດ້ວຍການກວດ, ປີ່ນປົວພະຍາດ (ສະບັບປັບປຸງ) ແລະ ໄດ້ດຳເນີນການສົນທະນາຢູ່ກອງປະຊຸມ.

ນີ້ແມ່ນຮ່າງກົດໝາຍສຳຄັນ, ກຳນົດທິດການເຄື່ອນໄຫວຄຸ້ມຄອງ ແລະ ການພັດທະນາແບບຍືນຍົງຂອງວຽກງານການປົກປ້ອງ, ເບິ່ງແຍງສຸຂະພາບຂອງປະຊາຊົນ. ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ໃຫ້ຄຳເຫັນກ່ຽວກັບກົນໄກການຮັບປະກັນບົນຈິດໃຈ “ຖືກຄົນເຈັບເປັນໃຈກາງ” ຕິດພັນກັບການຮັບປະກັນຄວາມຍຸຕິທຳສັງຄົມ ໃນການເຂົ້າເຖິງການບໍລິການກວດ, ປີ່ນປົວພະຍາດ; ກຳນົດລະບົບການແພດທັນສະໄໝ; ກົນໄກເປັນເຈົ້າການດ້ານການເງິນຂອງຮາກຖານການກວດ, ປີ່ນປົວພະຍາດພາກລັດ, ກ່ອນອື່ນໝົດແມ່ນເປັນເຈົ້າການດ້ານການເງິນ, ຮ່ວມມືພາກລັດ - ເອກະຊົນ, ລາຄາບໍລິການ…

ຕອນບ່າຍວັນທີ 24 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍ ກ່ຽວກັບຮ່າງກົດໝາຍວ່າດ້ວຍມະຕິປະກາດໃຊ້ຂໍ້ກຳນົດກອງປະຊຸມຂອງສະພາແຫ່ງຊາດ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຟອກເງິນ (ສະບັບປັບປຸງ); ຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບເວລາປະຕິບັດລະບຽບວິໄນສຳລັບພະນັກງານ, ພາລະກອນ, ລັດຖະກອນ.

ເມື່ອໃຫ້ຄຳເຫັນໃສ່ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຟອກເງິນ (ສະບັບປັບປຸງ), ບັນດາສະມາຊິກສະພາແຫ່ງຊາດຕີລາຄາວ່າ ຮ່າງກົດໝາຍຄັ້ງນີ້ໄດ້ຍົກສູງປະສິດທິຜົນໃນວຽກງານປ້ອງກັນ, ຕ້ານການຟອກເງິນກວ່າອີກ, ປົວແປງການກຳນົດກ່ຽວກັບການຮັບເອົາແຫຼ່ງຂໍ້ມູນ, ກ່ຽວກັບການແກ້ໄຂຂໍ້ມູນ ແລະ ແບ່ງປັນຂໍ້ມູນ.

ສຳລັບຮ່າງມະຕິປະກາດໃຊ້ຂໍ້ກຳນົດຂອງສະພາແຫ່ງຊາດ (ສະບັບປັບປຸງ), ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ເລື່ອງປັບປຸງຂໍ້ກຳນົດສະໄໝ ປະຊຸມສຳລັບ 32 ໝວດບັນຫາໃໝ່.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.