ຫວຽດນາມ ແບ່ງປັນວິໄສທັດພ້ອມກັບໂລກຮັບມືກັບສິ່ງທ້າທາຍທົ່ວໂລກ ແລະ ຟື້ນຟູເສດຖະກິດ

11:30 | 25/10/2022

ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ແລະ ພະນັກງານຂອງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ ແລະ ແບ່ງປັນວິໄສທັດຂອງ ຫວຽດນາມ ໃນການຮ່ວມແຮງຮ່ວມໃຈພ້ອມກັບໂລກຮັບມືກັບສິ່ງທ້າທາຍທົ່ວໂລກ.

ນິວຊີແລນ ໃຫ້ຄຳໝັ້ນສັນຍາໜູນ​ຊ່ວຍ​ຫວຽດນາມ ​ຕ້ານ​ພະຍາດໂຄວິດ-19​ ແລະ ຟື້ນຟູເສດຖະກິດ ນິວຊີແລນ ໃຫ້ຄຳໝັ້ນສັນຍາໜູນ​ຊ່ວຍ​ຫວຽດນາມ ​ຕ້ານ​ພະຍາດໂຄວິດ-19​ ແລະ ຟື້ນຟູເສດຖະກິດ
ເອກອັກຄະລັດຖະທູດກູບາ ຕີລາຄາສູງນະໂຍບາຍທີ່ໄຫວພິບຂອງຫວຽດນາມ ຊ່ວຍຍູ້ຖອຍພະຍາດ, ຟື້ນຟູເສດຖະກິດ ເອກອັກຄະລັດຖະທູດກູບາ ຕີລາຄາສູງນະໂຍບາຍທີ່ໄຫວພິບຂອງຫວຽດນາມ ຊ່ວຍຍູ້ຖອຍພະຍາດ, ຟື້ນຟູເສດຖະກິດ
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ (ພາບເອກະສານ:Xuân Hoàng/TTXVN)
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ (ພາບເອກະສານ:Xuân Hoàng/TTXVN)

ໃນລະຫວ່າງວັນທີ 20 ແລະ 21 ຕຸລາ, ຢູ່ເຊີແນວ, ປະເທດ ສະວິດ ໄດ້ດຳເນີນວາລະປຶກສາຫາລືຂັ້ນສູງດ້ວຍຫົວຂໍ້ວ່າ “ນຳພື້ນຖານເສດຖະກິດກັບຄືນສູ່ວົງໂຄຈອນ ແລະ ແກ້ໄຂບັນດາສິ່ງທ້າທາຍຮີບດ່ວນທົ່ວໂລກ”, ໃນຂອບເຂດກອງປະຊຸມຂັ້ນສູງຄັ້ງທີ 72 ຂອງຄະນະກຳມະການການຄ້າ ແລະ ພັດທະນາ, ກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ພັດທະນາ (UNCTAD). ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ແລະ ພະນັກງານຂອງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ ແລະ ແບ່ງປັນວິໄສທັດຂອງ ຫວຽດນາມ ໃນການຮ່ວມແຮງຮ່ວມໃຈພ້ອມກັບໂລກຮັບມືກັບສິ່ງທ້າທາຍທົ່ວໂລກ.

ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ຕາງໜ້າໃຫ້ຄະນະຜູ້ແທນ ຫວຽດນາມ ໄດ້ແບ່ງປັນທີ່ກອງປະຊຸມວ່າ: ຫວຽດນາມ ສະໜັບສະໜູນບົດບາດໃຈກາງຂອງ ສປຊ, ເຊິ່ງລວມມີ: UNCTAD, ໃນການບໍລິຫານທົ່ວໂລກ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກລວມ; ສະໜັບສະໜູນການປະຕິບັດບັນດາວິໄສທັດ ແລະ ຂັ້ນຕອນທີ່ລະບຸໃນສັນຍາ Bridgetown, ຊຶ່ງບັນດາສະມາຊິກ UNCTAD ຮັບຮອງເອົາທີ່ກອງປະຊຸມ UNCTAD – 15 ໃນເດືອນ ຕຸລາ 2021, ເພື່ອແນໃສ່ຊ່ວຍໃຫ້ບັນດາປະເທດຜ່ານຜ່າຄວາມຂາດຄວາມສະເໝີພາບ ແລະ ສະພາບຄວາມສ່ຽງໄພສູງ, ມຸ່ງໄປເຖິງການຟື້ນຟູຮອບດ້ານ ແລະ ຍືນຍົງພາຍຫຼັງໂລກລະບາດໂຄວິດ -19. ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ເນັ້ນໜັກຕ້ອງມີບັນດາມາດຕະການ ແລະ ການກະທຳທີ່ສົມທົບທັງຢູ່ໃນລະດັບສາກົນ, ພາກພື້ນ ແລະ ລະດັບແຫ່ງຊາດ ເພື່ອແກ້ໄຂບັນດາສິ່ງທ້າທາຍສັບຊ້ອນ, ສ້າງເງື່ອນໄຂໃຫ້ແກ່ການເຕີບໂຕກວມລວມ ແລະ ຍືນຍົງ, ໃນນັ້ນ, ຕ້ອງຖືປະຊາຊົນເປັນໃຈກາງຂອງທຸກນະໂຍບາຍ ແລະ ຍຸດທະສາດພັດທະນາ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.