ທາດຫຼວງ - ສັນ​ຍາ​ລັກ​ຂອງ​ປະ​ເທດ​ລາວ

00:00 | 05/09/2023

ຍ​ສ​ໝ - ໃນ​ຫ້ອງ​ເຮັດ​ວຽກ​ຂອງ​ຂ້​າ​ພະ​ເຈົ້າ​ຢູ່ ມະ​ຫາວ​ິ​ທ​ຍາ​ໄລ​ກຳ​ມະ​ບານ, ມີ​ພາບຄວັດ​​ແກະສະຫຼັກ​ທາດຫຼວງ ຍາມ​ໃດ​ກໍ່​ໄດ້​ຕັ້ງ​ຢູ່​ບ່ອນທີ່​ສາ​ມາດ​ແນມເຫັນ​ໄດ້ງ່າຍ​ທີ່​ສຸດ. ບໍ່​ພຽງ​ແຕ່​ຍ້ອນ​ຄວາມ​ງາມ​ທາງ​ດ້ານ​ສະ​ລະ​ປ​ະກຳ​ເທົ່າ​ນັ້ນ, ເມື່ອ​ເຫັນພາບ​ຄວັດ​​ແກະ​ສະຫຼັກ​ດັ່ງ​ກ່າວ ໄດ້ຊ່ວຍໃຫ້​ຂ້າ​ພະ​ເຈົ້າຍາມ​ໃດກໍຄິດເຖິງ​ຄວາມ​ຊົງ​ຈຳ​ທີ່​ສວຍ​ງາມ ກ່ຽວ​ກັບ​ການ​ພົວ​ພັນ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຄວາມຮັກແພງກັບສຳ​ມະ​ນາ​ກອນ​ຄົນ​ລາວ.

ນະຄອນຫຼວງວຽງຈັນ ຈັດຂຶ້ນພິທີຖວາຍພຣະເພີງພຣະສະ ຣິຣະສັງຂານ (ເຜົາພະສົບ) ນະຄອນຫຼວງວຽງຈັນ ຈັດຂຶ້ນພິທີຖວາຍພຣະເພີງພຣະສະ ຣິຣະສັງຂານ (ເຜົາພະສົບ)
ຊາວນະຄອນຫຼວງ ຮ່ວມສືບສານປະເພນີວຽນທຽນ ໂອກາດບຸນພະທາດຫຼວງ ຢ່າງຄຶກຄື້ນ ຊາວນະຄອນຫຼວງ ຮ່ວມສືບສານປະເພນີວຽນທຽນ ໂອກາດບຸນພະທາດຫຼວງ ຢ່າງຄຶກຄື້ນ

ພາບ​ຄວັດ​ແກະ​ສະຫຼັກ ທາດຫຼວງ​ ໄດ້​ເຮັດ​ຈາກ​ໄມ້, ມີ​ສີ​ຕັບ​ໝູ​ເຂັ້ມ ແລະ ໄດ້​ຄວັດ​ແກະ​ສະຫຼັກ​ແບບລຽບງ່າຍ​. ຢູ່​ໃຕ້​ພາບ​ແມ່ນຖານຮອງຈຳລອງພູມສັນຖານ​​ຂອງ​ປະ​ເທດ​ລາວ ດ້ວຍ 3 ພາກ ເໜືອ - ກາງ - ໃຕ້ ແລະ ຕົວໜັງ​ສື LAO PDR. ຢູ່ສ່ວນ​ກາງ​ຂອງ​ພາບແມ່ນ​ຄວັດ​ແກະສະຫຼັກຮູບວັດ​ທາດຫຼວງ, ໃນພາບນັ້ນ ມີຮູບດອກບົວກັບປະຕູໂຂງ. ສ່ວນເທິງສຸດຂອງພາບ ແມ່ນລາຍລະອຽດຂອງຕົວທາດຫຼວງກັບບັນດາທາດນ້ອຍຢູ່ອ້ອມຂ້າງດ້ວຍກິ່ງດອກໄມ້ 2 ກິ່ງ ຈຳລອງພະຍານາກຄຸ່ໜຶ່ງ ອັນໄດ້ເຮັດໃຫ້ຈອມທາດຍິ່ງເດັ່ນຂຶ້ນ.

ຂອງ​ຂວັນໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຄິດ​ຮອດ​ບັນ​ດາ​ຄວາມ​ຊົງ​ໃຈ​ທີ່​ສວຍ​ງາມ​ກ່ຽວ​ກັບຊຸດ​ຝືກ​ອົບ​ຮົມ​ຂອງ​ພະ​ນັກ​ງານ​ຂຶ້ນ​ກັບ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ​ໃນ​ປີ 2017…

ກ່ອນ​ເກີດ​ພະ​ຍາດ​ໂຄວິດ - 19, ທຸກໆ​ປີ, ມະ​ຫາ​ວິ​ທະ​ຍາ​ໄລ​ກຳ​ມະ​ບານ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ຄະ​ນະ​ພະ​ນັັກງານ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານລາວ ມາ​ຝືກ​ອົບ​ຮົບ​ໄລ​ຍະ​ສັ້ນ​ກ່ຽວ​ກັບ​ທິ​ດ​ສະ​ດີ ແລະ ວຽກງານ​ກຳ​ມະ​ບານ. ຄະນະວິຊາ​ທິດ​ສະ​ດີ ແລະ ວຽກງານ​ກຳ​ມະ​ບານ (ປັດ​ຈຸ​ບັນ ແມ່ນ​ຄະ​ນະ​ພົວ​ພັນ​ແຮງ​ງານ ແລະ ກຳ​ມະ​ບານ) ໄດ້​ມອບ​ໜ້າ​ທີ່​ຕິດ​ຕາມ, ຄຸ້ມ​ຄອງ​ຂະ​ບວນ​ການ​ສິດ​ສອນ​ໃນຫ້ອງ​ຮຽນ​ຂອງ​ຊຸດ​ຝືກ​ອົບ​ຮົມ​ໃຫ້​ແກ່​ຂ້າ​ພະ​ເຈົ້າ. ໃນ​ລະ​ດູ​ໜາວ​ປີ 2017, ຊຸດ​ຝືກ​ອົບ​ຮົບ​ໄດ້​ດຳ​ເນີນ​ຊ້າ​ກ່​ວາ​ເມື່ອ​ທຽບ​ໃສ່​ກັບ​ທຸກໆ​ປີ. ເພາະ​ສະ​ນັ້ນ, ມີ​​ສຳ​ມະ​ນາ​ກອນ​ບໍ່​ໜ້ອຍ​ໃນ​ຈຳ​ນວນ 15 ຄົນ​ຂອງ​ຊຸດ​ຝືກ​ອົບ​ຮົບ ຮູ້​ສຶກ​ບໍ່ຄຸ້ນເຄີຍ​ກັບ​ອາ​ກາ​ດ​ໜາວ​ຈັດ​ຂອງ​ລະ​ດູ​ໜາວຢູ່​ຮ່າ​ໂນ້ຍ.

ທາດຫຼວງ - ສັນ​ຍາ​ລັກ​ຂອງ​ປະ​ເທດ​ລາວ
ພາບຄວັດສະຫຼັກນູນ ທາດຫຼວງ

​ໃນ​ການ​ຮຽນ, ສິ່ງ​ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ​ນັ້ນ​ແມ່ນ​ການປະພຶດ​ໃນ​ການຮ່ຳ​ຮຽນທີ່ເຂັ້ມງວດ ແລະ ຄວາມ​ດູ​ໝັ່ນຕັ້ງໃຈ​ຂອງ​ນັກ​ສຳ​ມະ​ນາ​ກອນ​ລາວ. ດ້ວຍ​ກິລິຍາທີ່​ຄຽມ​ຄົມ ແລະ ໃຈ​ດີ, ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ຂອງ​​ຊຸດ​ຝືກ​ອົບ​ຮົບ ໄດ້ເພີດເພີນກັບການ​ສຳ​ຜັດ​ກັບ​ຄວາມ​ຮູ້​ພໍສົມຄວນ. ມີ​ບາງ​ຊົ່ວ​ໂມງ​ທີ່ຮຽນ​ຍາມ​ຕອນ​ບ່າຍ ເຖິງວ່າ ຈະ​ເລີກ​ຕອນ​ເວ​ລາ 16 ໂມງ 30 ນາ​ທີ ແຕ່​ນັກ​ສຳ​ມະ​ນາ​ກອນ​ທຸກ​ຄົນ​ລ້ວນ​ແຕ່​ຢາກ​ຖາມ​ຕື່ມ​ຈົນ​ຮອດ​ເວ​ລາ 17 ໂມງ 30 ນາ​ທີ ​ຈຶ່ງ​ໄດ້ເລີກ. ເຖິງວ່າຈະເປັນນັກ​ສຳ​ມະ​ນາ​ກອນ ​ແຕ່​​ສ່ວນຫຼາຍ​ກໍແມ່ນ​ພະ​ນັກ​ງານ​ກຳ​ມະ​ບານ​ຂັ້ນ​ເມືອງ​ຂຶ້ນ​ໄປ. ເຂົາ​ເຈົ້າ​ກໍ່​ມີ​ປະ​ສົບ​ການຫຼາຍ​ຢ່າງ​ໃນ​ການ​ເຄື່ອນ​ໄຫວ​ກຳ​ມະ​ບານ​ຂັ້ນ​ຮາກ​ຖານ. ຜ່ານ​ການ​ແລກ​ປ່ຽນ, ມີ​ນັກ​ສຳ​ມະ​ນາ​ກອນຫຼາຍ​ຄົນ​ຍັງ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ຕົວ​ຈິງທີ່​ມີ​ຊີ​ວິດ​ຊີ​ວາ ແລະ ລ້ຳ​ຄ່າ​ໃນ​ວຽກ​ງານ​ພັດ​ທະ​ນາ​ກຳ​ມະ​ບານ​ລາວ. ໃນ​ແງ່​ມູນ​ຂອງ​ອາ​ຈານ, ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ຮູ້​ທີ່​ໄດ​້​ຮັບ​ຈາກ​ນັກ​ສຳ​ມະ​ນາ​ກອນ​ລາວ.

ກໍ່ຍ້ອນ​ລັກ​ສະ​ນະ​ພິ​ເສດ​ດ້ານລະດັບວິຊາສະເພາະ​​ຂອງ​ນັກ​ສຳ​ມະ​ນາ​ກອນ, ເພາະ​ສະ​ນັ້ນ ຊຸດ​ຝືກ​ອົບ​ຮົບ​ກໍ່​ຮຽກ​ຮ້ອງ​ການ​ເຮັດ​ວຽກແບບ​ສັງ​ລວມ​ພໍ​ສົມ​ຄວນ: ນັກ​ສຳ​ມະ​ນາ​ກອນ​ທັງ​ອັບ​ເດດ​ຄວາມ​ຮູ້​ໃໝ່, ທັງ​ໄດ້​ໄປ​ທັດ​ສະ​ນະ​ຢູ່​ກຳ​ມະ​ບານ​ຂັ້ນ​ຮາກ​ຖານ​ຢູ່​ບັນ​ດາ​ວິ​ສາ​ຫະ​ກິດ, ຮາກ​ຖານ​ຜະ​ລິດ​ຢູ່​ບັນ​ດາ​ແຂວງ​ຄື: ເງະ​ອານ, ກ໋​ວາງ​ນິງ, ຫ໋າຍ​ຝ່ອງ. ​ນັກ​ສຳ​ມະ​ນາ​ກອນຫຼາຍ​ຄົນ​ໄດ້​ແບ່ງ​ປັນ​ວ່າ: ການ​ໄປ​ທັດ​ສະ​ນະ​ຄື​ດັ່ງ​ກ່າວ ມີ​ຄວາມ​ໝາຍ​ຢ່າ​ງ​ແທດ​ຈິງ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ກຳ​ມະ​ບານ​ລາວ ກໍ່​ຄື ຫວຽດ​ນາມ. ພຽງ​ແຕ່​ພາຍຫຼັງ​ໄລ​ຍະ​​ສັ້ນໆ, ມີ​ນັກ​ສຳ​ມະ​ກອນຫຼາຍ​ຄົນ​ກໍ່​ບໍ່​ມີ​ທ່າ​ທີອືດອາດ​ອີກ ທັນ​ທີ່​ນັ້ນ​ແມ່ນ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສະ​ພາບ​ການຮຳ່​ຮຽນ ແລະ ຕິດ​ພັນ​ກັບ​ຄູ​ອາ​ຈານ​ກ່​ວາ​ເກົ່າ.

​ນອກ​ຈາກ​ຊົ່ວ​ໂມງ​ຮຽນ, ຂ້າ​ພະ​ເຈົ້າ​ຍັງ​ຮ່ວມ​ເດີນ​ທາງ​ກັບ​ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ໃນ​ການ​ທ່ອງ​ທ່ຽວ​ໄປ​ຢ້ຽມຢາມ​ສຸ​ສານ​ໂຮ່​ຈີ​ມິນ, ຢ້ຽມ​ຊົມ​ທຳ​ນຽບ​ປະ​ທານ​ປະ​ເທດ, ວັນມ້ຽວ​ກວັກ​ຕື​ຢາມ, ກຳ​ແພງເມືອງ ​ພະ​ລາ​ຊະ​ວັງ​ທັງ​ລອງ… ເມື່ອ​ມາ​ທ່ອງ​ທ່ຽວ​ຢູ່ບັນ​ດາ​ສະ​ຖານ​ທີ່​ດັ່ງ​ກ່າວ, ນັກ​ສຳ​ມະ​ນາ​ກອນ​ລາວ​ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ປະ​ທັບ​ໃຈ​ທີ່ສວຍ​ງາມ. ມີຫຼາຍ​ຄົນ​ກໍ່ເວົ້າເຖິງ​ບັນ​ດາ​ທິວ​ທັດ​ທຳ​ມະ​ຊາດ​ຂອງ​ລາວ ແລະ ຫວັງ​ວ່າ ໃນ​ອະ​ນາ​ຄົດ​ເມື່ອ​ພວກ​ຂ້າ​ພະ​ເຈົ້າ​ໄປ​ລາວ​ຈະ​ພາ​ໄປ​ທ່ຽວ​ຢູ່​ບັນ​ດາ​ສະ​ຖານ​ທີ່​ນັ້ນ. ນ້ຳ​ໃຈ​ຄວາມ​ຮັກ​ແພງ​ລະ​ຫວ່າງ ຄູ​ອາ​ຈານ ແລະ ນັກ​ສຳ​ມະ​ນາ​ກອນ​ຄ່ອຍໆ​ມີ​ຄວາມ​ສະ​ໜິດ​ສະ​ໜົມ, ຂ້າ​ພະ​ເຈົ້າ​ກໍ່​ໄດ້​ເຊື້ອ​ເຊີນ​ນັກ​ສຳ​ມະ​ນາ​ກອນ​ມາ​ກິນ​ເຂົ້າ​ຢູ່​ເຮືອນ​ຂອງ​ຕົນເພື່ອ​ຈະ​ມີ​ໂອ​ກາດ​ທີ່​ດີ ​ເຮັດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ກ່​ວາ​ອີກ. ສິ່​ງ​ທີ່​ເປັນ​ໜ້າ​ຈັບ​ອົບ​ຈັບ​ໃຈ​ແມ່ນ ເພື່ອ​ນ​ລາວ​ມັກ​ກິນ​ອາ​ຫານ​ທະ​ເລ. ສິ່ງ​ນີ້​ກໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້​ງ່າຍໆວ່າ ​ຍ້ອນ​ພູ​ມີ​ສາດ​ຂອງ​ລາວ​ບໍ່​ມີບ່ອນໃດຕິດ​ກັບ​ທະ​ເລ.

ທາດຫຼວງ - ສັນ​ຍາ​ລັກ​ຂອງ​ປະ​ເທດ​ລາວ

ຜູ້ຂຽນ ແລະ ພາບຄວັດສະຫຼັກນູນ ທາດຫຼວງ

ໄລ​ຍະ​ຮຽນ 2 ເດືອນ​ຜ່ານ​ໄປ​ຢ່າງວ່ອງ​ໄວ, ນັກ​ສຳ​ມະ​ນາ​ກອນ​ກໍ່​ຮອດ​ເວ​ລາ​ຕ້ອງ​ກັບ​ເມືອ​ລາວ. ຍາມ​ລາ​ຈາກກັນ ​ກໍ່​ແມ່ນ​ຈຸດ​ເວ​ລາ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ​ຕື້ນ​ຕັນ​ ແລະ ສະເທືອນໃຈ​ລະ​ຫວ່າງ​ຄູ​ອາ​ຈານ ແລະ ນັກ​ສຳ​ມະ​ນາ​ກອນ​ພາຍຫຼັງ​ໄລ​ຍະ​ໜຶ່ງ​ທີ່​ຕິດ​ພັນ​ກັນ. ຫົວ​ໜ້າ​ຄະ​ນະ​ນັກ​ສຳ​ມະ​ນາ​ກອນ​ໄດ້​ມອບ​ພາບໄມ້ທີ່ວັດແກະ​ສະຫຼັກ​ທາດຫຼວງ - ສັນ​ຍາ​ລັກ​ຂອງ​ປະ​ເທດ ສ​ປ​ປ.ລາວ, ພາບ​ຢູ່​ໃນ​ກາ​ໝາຍ​ແຫ່ງ​ຊາດ ແລະ ຢູ່ໃນ​ໃບເງິນ​ຂອງ​ປະ​ເທດລາວ​ອ້າຍນອງ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕຶ້ນ​ຕັນ​ໃຈ ເມື່ອ​ໄດ້​ຮັບ​ຂອງ​ຂວັນພ້ອມກັບ​ຄຳ​ເວົ້າ​ຂອງ​ຫົວ​ໜ້າ​ຄະ​ນະທີ່​ວ່າ: “ພວກ​ນ້ອງ​ຢາກຕ້ອນ​ຮັບ​ອາ​ຈານ ເມື່ອ​ອາ​ຈານ​ໄປ​ວຽງ​ຈັນ, ຢ້ຽມ​ຢາມ​ທາດຫຼວງ ໃນ​ໂອ​ກາດ​ວັນ​ບຸນ​ເດືອນ​ພະ​ຈິກ ເດີ​ອາ​ຈານ!”. ສຳ​ລັບ​ຂ້າ​ພະ​ເຈົ້າ, ນັ້ນ​ແມ່ນ​ຂອງ​ຂວັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ. ມັນ​ກໍ່​ແມ່ນ​ສານ​ທີ່​ເຕື້ອງ​ເຖິງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ກັບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ລາວ. ພ້ອມ​ທັງ​ກ​ໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​ນ້ຳ​ໃຈ​ສາ​ມັກ​ຄີ, ຄວາມ​ເຂົ້າ​ໃຈ ແລະ ເຄົາ​ລົບ​ລະ​ຫວ່າງ​ນ້ຳ​ໃຈ​ຄູ​ອາ​ຈານ, ຄູ່​ຮ່ວມ​ງານ ຫວຽດ​ນາມ - ລາວ.

ໃນ​ຕະຫຼອດ​ໄລ​ຍະ 5 ປີ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ຮັກ​ສາ​ວັດ​ຖຸທີ່ເປັນ​ອະ​ນຸ​ສອນ​ຂອງ​ບັນ​ດານັກ​ສຳ​ມະ​ນາ​ກອນ​ລາວ ໃນຊຸດ​ຝືກ​ອົບ​ຮົມ​ປີ 2017 ໄວ້ໃນ​ຫ້ອງ​ເຮັດ​ວຽກ. ນັ້ນ​ແມ່ນ​ການ​ເຕືອນ​ກ່ຽວ​ກັບ​ຄວາມ​ຊົງ​ຈຳ​ອັນ​ສວຍ​ງາມ, ສຸດ​ຈິດ​ສຸດ​ໃຈ​ຂອງ​ນັກ​ສຳ​ມະ​ນາ​ກອນ​ກຳ​ມະ​ບານ​ລາວ. ຜ່ານ​ນັ້ນ​ກໍ່ໄດ້ຊ່ວຍໃຫ້​ຂ້າ​ພະ​ເຈົ້າໃນການ​ຊອກ​ຮູ້​ກ່ຽວ​ກັບ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ເທດ​ລາວ ຕື່ມອີກ ແລະ ຫວັງ​ວ່າ​ໃນ​ວ​ັນ​ໜຶ່ງ​ຈະ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ປະ​ເທດດອກ​ຈຳ​ປາ​ທີ່​ສວຍ​ງາມ, ຮັບ​ຊົມ​ຄວາມ​ງາມທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ ຂອງ​ທາດຫຼວງທີ່ຢູ່​ທ່າມ​ກາງ​ນະ​ຄອນຫຼວງວຽງ​ຈັນ…

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.