ອັດຕະປື ເປີດໂຄງການກໍ່ສ້າງ ອະນຸສາວະລີ ບັນພະບູລຸດລາວ

18:29 | 23/06/2018

ທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດແຫ່ງ ສປປ ລາວ ພ້ອມພັນລະຍາ, ເປີດພິທີວາງສີລະລຶກ ໂຄງການກໍ່ສ້າງອານຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ວິລະກະສັດ ທີ່ມີຄວາມປີຊາສາມາດ ໃນສະ​​ໄໝອະນາຈັກລາວລ້ານຊ້າງ

ອັດຕະປື ເປີດໂຄງການກໍ່ສ້າງ ອະນຸສາວະລີ ບັນພະບູລຸດລາວ

ຂປລ. ແຂວງອັດຕະປື ຈັດພິທີວາງສີລະລຶກ ໂຄງການກໍ່ສ້າງອານຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ວິລະກະສັດ ທີ່ມີຄວາມປີຊາສາມາດ ໃນສະ​​ໄໝອະນາຈັກລາວລ້ານຊ້າງ ​ໃນ​ວັນ​ທີ 21 ມິຖຸນາ​ຜ່ານ​ມາ ໂດຍມີ ທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດແຫ່ງ ສປປ ລາວ ພ້ອມພັນລະຍາ, ມີ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີເຈົ້າແຂວງເຊກອງ, ຮອງເຈົ້າແຂວງອ້ອມຂ້າງ, ຮອງລັດຖະມົນຕີກະຊວງ ຖວທ, ມີ​ພາກສ່ວນ​ກ່ຽວຂ້ອງ ຕະຫລອດ​ຮອດ​ມວນ​ຊົນ​ພາຍ​ໃນ​ແຂວງ​ອັດ​ຕະປື ​ເຂົ້າ​ຮ່ວມ.

ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ຜູ້ອຳນວຍການໃຫຍ່ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ເຊິ່ງເປັນບໍລິສັດຮັບເໝົາ ໂຄງການກໍ່ສ້າງ ໄດ້ຍົກໃຫ້ເຫັນວ່າ: ໂຄງການນີ້ ໃຊ້ເນື້ອທີ່ ໃນການກໍ່ສ້າງທັງໝົດ 1,8 ເຮັກຕາ, ລັກສະນະຮູບປັ້ນຫລໍ່ ອານນຸສາວະລີຂອງພຣະອົງ ແມ່ນມີລັກສະນະຂີຊ້າງຂ້າເສິກ ແລະ ນັ່ງສະງ່າຢູ່ຫລັງຊ້າງ ປິ່ນໜ້າໄປທາງທິດຕາເວັນອອກ, ມີຂະໜາດ 14 ມ x 22,8 ມ, ລວມມູນຄ່າການກໍ່ສ້າງ 25 ຕື້ກີບ ​ໂດຍ​ຈະ​ໃຊ້ເວລາ​ໃນການກໍ່ສ້າງ 18 ເດືອນ, ​ໃນ​ນັ້ນ ບໍລິເວນດ້ານໃນ ຂອງສວນຈະມີ ນໍ້າພຸ, ຫໍມູນເຊື້ອ, ເປັນບ່ອນນັ່ງພັກຜ່ອນ, ພ້ອມນີ້ພາຍໃນສວນ ຍັງເປັນບ່ອນຈັດກິດຈະກຳຕ່າງໆຂອງແຂວງ, ເມືອງຕື່ມອີກ ​ເຊິ່ງສວນແຫ່ງນີ້ຕັ້ງ ຢູ່ຈຸດສາມແຍກ ບ້ານຫາດຊາຍຂາວ ເຂດພະເມືອງ, ເມືອງໄຊເຊດຖາ ແຂວງອັດຕະປື.

ການ​ສ້າງ​ອານຸສາ​ວະລີ​ດັ່ງກ່າວ ແມ່ນເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ພຣະເຈົ້າໄຊຍະເສດຖາທິລາດ ທີ່ພະອົງໄດ້ປົກປັກຮັກສາ ແລະ ພັດທະນາ ອານາຈັກລາວລ້ານຊ້າງ ໃຫ້ເຂັ້ມແຂງຮຸ່ງເຮືອງ ໃນຊຸມປີ 1548-1572 ​ ໂດຍສະເພາະ ແມ່ນໄດ້ຕິດພັນກັບບັ້ນປາຍຊີວິດ ແລະ ການເຄື່ອນ ໄຫວຂອງພະອົງ ໃນທົ່ວອານາຈັກລາວລ້ານຊ້າງ ຢູ່ແຂວງອັດຕະປື, ພ້ອມ​ນີ້ ຍັງເປັນການເສີມຂະຫຍາ​ຍມູນຮັກຊາດ, ການຕໍ່ສູ້ພິລະອາດຫານ ຂອງພະອົງ ເຊິ່ງໄດ້ກາຍເປັນມໍລະດົກ ອັນລ້ຳຄ່າປະໄວ້ ໃຫ້ລູກຫລານສືບທອດຄົ້ນຄວ້າ ສຶກສາຮ່ຳຮຽນ, ເປັນການເສີມສ້າງ ວັດທະນະທຳ​ໃໝ່ ໃຫ້ກາຍເປັນປູສະນີຍະສະຖານ, ເປັນແຫລ່ງທ່ອງທ່ຽວ ແລະ ຈຸດເຕົ້າໂຮມຄວາມສາມັກຄີ ຂອງປວງຊົນລາວ ບັນດາເຜົ່າໃນທົ່ວປະເທດ ໄດ້ພ້ອມພຽງກັນປົກປັກຮັກສາ ແລະ ພັດທະນາໃຫ້ຮຸ່ງເຮືອງ, ເປັນສົ່ງເສີມການຜະລິດເປັນສິນຄ້າ, ຜະລິດຕະພັນການບໍລິການ ແກ່ຜູ້ສະແຫວງບຸນ ຫລື ນັກທ່ອງທ່ຽວ ປະກອບສ່ວນລົບລ້າງຄວາມທຸກຍາກ ເທື່ອລະກ້າວ.

(ແຫຼ່ງ​ຂໍ້​ມູນ​: KPL)

ເຫດການ
302 Found

Found

The document has moved here.