ປຶກສາຫາລືກັນ ແລະ ລະດົມຄວາມຄິດຄວາມເຫັນ ເພື່ອກະກຽມໃສ່ກອງປະຊຸມພາກພື້ນ ເພື່ອພັດທະນາກະສິກຳ-ຊົນນະບົດລະດັບພາກພື້ນ ອາຊີປາຊີຟິກ ຄັ້ງທີ 35

17:58 | 28/01/2020

ໃນວັນທີ 27 ມັງກອນ 2020, ເຈົ້າໜ້າທີ່ຈາກກະຊວງກະສິກໍາ ແລະ ປ່າໄມ້, ອົງການອາຫານ ແລະ ການກະເສດ ລວມທັງພາກສ່ວນອື່ນໆທີ່ກ່ຽວຂ້ອງ ໄດ້ປຶກສາຫາລືກັນ ແລະ ລະດົມຄວາມຄິດຄວາມເຫັນ ເພື່ອກະກຽມໃສ່ກອງປະຊຸມລະດັບພາກພື້ນ ອາຊີປາຊີຟິກ ຄັ້ງທີ 35 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 17-20 ກຸມພານີ້ ທີ່ ບູຕານ.

ປຶກສາຫາລືກັນ ແລະ ລະດົມຄວາມຄິດຄວາມເຫັນ ເພື່ອກະກຽມໃສ່ກອງປະຊຸມພາກພື້ນ ເພື່ອພັດທະນາກະສິກຳ-ຊົນນະບົດລະດັບພາກພື້ນ ອາຊີປາຊີຟິກ ຄັ້ງທີ 35

ເຈົ້າໜ້າທີ່ຈາກກະຊວງກະສິກໍາ ແລະ ປ່າໄມ້, ອົງການອາຫານ ແລະ ການກະເສດ ລວມທັງພາກສ່ວນອື່ນໆທີ່ກ່ຽວຂ້ອງ ໄດ້ປຶກສາຫາລືກັນ ແລະ ລະດົມຄວາມຄິດຄວາມເຫັນ ເພື່ອກະກຽມໃສ່ກອງປະຊຸມລະດັບພາກພື້ນ ອາຊີປາຊີຟິກ ຄັ້ງທີ 35.(ພາບ: ຂປລ)

ທ່ານ ພວງປະຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ຈຸດປະສົງໃນການຈັດກອງປະຊຸມ ໃນຄັ້ງນີ້ ກໍເພື່ອເປັນການລະດົມ ແລະ ສັງລວມຄວາມຄິດຄວາມເຫັນ ຈາກທຸກພາກສ່ວນ ທີ່ມີການຮ່ວມມືກັບອົງການອາຫານ ແລະ ການກະເສດ ໂດຍສະເພາະກ່ຽວ ກັບບັນຫາທີ່ຍັງຄົງຄ້າງ, ບັນຫາທີ່ຍັງເປັນສິ່ງທ້າທາຍ ຕໍ່ວຽກງານກະສິກຳ ແລະ ປ່າໄມ, ວຽກງານພັດທະນາຊົນນະບົດ ວ່າຄວນຈະເອົາໃຈໃສ່ຄືແນວໃດ ຫລື​ ຄວນມີໂຄງການຄືແນວໃດ. ພາຍຫລັງປຶກສາຫາລືກັນແລ້ວ ກໍຈະໄດ້ສັງລວມເອົາ ເນື້ອໃນຈິດໃຈ ແລະ ບັນຫາສຳຄັນຕ່າງໆ ເພື່ອລາຍງານ ແລະ ສະເໜີຕໍ່ກອງປະຊຸມກ່າວ. ໃນໄລຍະຜ່ານມາ ພວກເຮົາໄດ້ຈັດເປັນກອງປະຊຸມພາຍໃນ ແລະ ຂໍຂໍ້ມູນຈາກທຸກ ພາກສ່ວນທີ່ກ່ຽວຂ້ອງ ເພື່ອມາສັງລວມແລ້ວໄປລາຍງານ ແຕ່ວ່າໃນຄັ້ງນີ້ ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ເນັ້ນໃຫ້ຈັດກອງປະຊຸມ ຢູ່ແຕ່ລະປະເທດ ເພື່ອເຈາະຈີ້ມກ່ຽວກັບກ່ຽວປະເດັນ ແລະ ບັນຫາ ທີ່ອົງການອາຫານ ແລະ ການກະເສດ ໃຫ້ຄວາມສົນໃຈ ເພື່ອໃຫ້ແຕ່ລະປະເທດທີ່ມີຄຳເຫັນ ແລະ ພ້ອມກັນປຶກສາ ຫາລືໃນປະເດັນຕ່າງໆ.

ກອງ​ປະ­ຊຸມ​ພາກ​ພື້ນ ກ່ຽວ​ກັບ​ກະ­ສິ­ກຳ​ສີ­ຂຽວ ແລະ ຍືນ​ຍົງ ການ​ແລກ­ປ່ຽນ​ບົດ­ຮຽນ ແລະ ປະ­ສົບ​ການ​ໃນ​ການ​ສ້າງ​ນະ­ໂຍ­ບາຍ​ກະ­ສິ­ກຳ​ຍືນ​ຍົງ ທີ່​ມີ​ປະ​ສິດ­ທິ​ຜົນ ແລະ ເໝາະ​ສົມ​ໃນ​ພາກ​ພື້ນ​ແມ່­ນ້ຳ​ຂອງ ຈັດ​ຂຶ້ນ​ວັນ​ທີ 21-22 ມັງ­ກອນ 2020 ຢູ່​ໂຮງ­ແຮມ​ຄຣາວ​ພາ​ຊາ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ລຽນ ທິ​ແກ້ວ ລັດ­ຖະ­ມົນ­ຕີ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ທ່ານ Nasar Hayat ຜູ້­ຕາງ­ໜ້າ​ອົງ­ການ​ອາ­ຫານ ແລະ ການ​ກະ­ເສດ ປະ­ຈຳ​ລາວ ແລະ ທ່ານ Niall O’ Connor ຫົວ­ໜ້າ​ສະ​ຖາ​ບັນ​ສິ່ງ­ແວ­ດລ້ອມ​ສະ​ຕ໋ອກ​ໂຮມ ປະ­ຈຳ​ອາ­ຊີ ມີ​ຜູ້­ຕາງ­ໜ້າ​ຈາກ​ພາກ​ລັດ ອົງ­ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ­ຖະ­ບານ ພາກ​ເອ­ກະ​ຊົນ ແລະ ຄູ່​ຮ່ວມ​ງານ ທັງ​ພາຍ​ໃນ ແລະ ປະ­ເທດ​ໃນ​ພາກ​ພື້ນ​ແມ່­ນ້ຳ​ຂອງ ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຮັບ​ຟັງ​ການ​ສະ­ເໜີ​ຍຸດ​ທະ​ສາດ​ການ​ເຕີບ​ຂອງ​ສີ­ຂຽວ​ແຫ່ງ​ຊາດ ຂອງ ສປປ ລາວ ຮ່າງ​ຂອບ​ຍຸດ​ທະ​ສາດ​ສີ­ຂຽວ ແລະ ຍືນ​ຍົງ ພ້ອມ​ທັງ​ສົນ­ທະ­ນາ ແລກ­ປ່ຽນ​ປະ­ສົບ​ການ ແລະ ບົດ­ຮຽນ​ຕ່າງໆ​ຈາກ​ພາຍ​ໃນ ແລະ ພາກ​ພື້ນ ນອກ​ນີ້​ຜູ້​ເຂົ້າ​ຮ່ວມ​ປະ­ຊຸມ​ຍັງ​ໄດ້​ລົງ​ຢ້ຽມ­ຢາມ ບ້ານ​ທ່າ​ຊ້າງ ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ເຕັກ­ນິກ​ການ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ແລະ ການ​ຕະ­ຫຼາດ.

ທ່ານ ລຽນ ທິ​ແກ້ວ ກ່າວ​ວ່າ: ການ​ເຕີບ​ໂຕ​ສີ­ຂຽວ ເປັນ​ໂອ­ກາດ​ໃນ​ການ​ປະ­ກອບ­ສ່ວນ ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ ຄົມ ແລະ ສິ່ງ­ແວ­ດລ້ອມ ໃຫ້​ມີ​ຄວາມ​ໝັ້ນ­ຄົງ ຂະ­ແໜງ­ການ​ກະ­ສິ­ກຳ ແມ່ນ 1 ໃນ 7 ບຸ­ລິ­ມະ­ສິດ ທີ່​ມີ​ບົດ­ບາດ​ສຳ­ຄັນ​ໃນ​ຂະ​ບວນ​ການ­ຈັດ­ຕັ້ງ ເພື່ອ​ໃຫ້​ມີ​ຄວາມ​ຍືນ​ຍົງ ພ້ອມ​ທັງ​ເປັນ​ການ​ເປີດ​ຕະ­ຫຼາດ​ການ​ແລກ­ປ່ຽນ​ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ­ຕະ​ກຳ​ຕ່າງໆ ເພື່ອ​ສະ­ໜັບ­ສະ­ໜູນ​ການ​ເຕີບ​ໂຕ​ສີ­ຂຽວ.

ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ ເປັນ​ສິ່ງ​ທ້າ​ທາຍ ແຕ່​ເປັນ​ໂອ­ກາດ​ສຳ­ລັບ​ຂະ­ແໜງ​ກະ­ສິ­ກຳ​ໃນ​ການ​ຫຼຸດ­ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ ສານ​ຄາ​ບອນ ແລະ ຄວາມ​ຈຳ­ເປັນ​ໃນ​ການ​ປັບ​ຕົວ​ຂອງ​ຊາວ​ກະ­ສິ­ກອນ ຕາມ​ທີ່​ກຳ­ນົດ​ໄວ້​ໃນ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ສີ­ຂຽວ​ແຫ່ງ​ຊາດ ຂອບ​ຍຸດ​ທະ​ສາດ​ກະ­ສິ­ກຳ​ສີ­ຂຽວ ແລະ ຍືນ​ຍົງ ກຳ­ລັງ​ສ້າງ​ຂຶ້ນ ໂດຍ​ໃຫ້​ສອດ­ຄ່ອງ​ກັບ​ນະ­ໂຍ­ບາຍ ແລະ ຍຸດ​ທະ​ສາດ​ທີ່​ມີ​ໃນ​ປັດ­ຈຸ­ບັນ ໃນ​ລະ­ດັບ​ຊາດ ພາກ​ພື້ນ ແລະ ສາ­ກົນ ລວມ​ທັງ​ຂະ​ບວນ​ການ​ກະ­ກຽມ​ສ້າງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ ຄັ້ງ​ທີ 9 ແລະ ຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ກະ­ສິ­ກຳ ປີ 2021-2025 ສະ­ບັບ​ປັບ­ປຸງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.