ຫວຽດນາມ ຈະສືບຕໍ່ບຸລິມະສິດບັນດາຄຳໝັ້ນສັນຍາເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແມ່ຍິງ

07:30 | 01/07/2022

ຍສໝ-ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານຜູ້ຊ່ວຍ​ລັດຖະມົນຕີ ​ກະຊວງ​ການ​ຕ່າງປະ​ເທດ ໂດ້ຮຸ່ງຫວຽດ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ ຄັ້ງ​ທີ 50,ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ (ສປຊ) ​ໄດ້​ຈັດ​ຕັ້ງ​ການສົນທະນາປະຈຳ​ປີ​ກ່ຽວ​ກັບ​ສິດທິ​ແມ່ຍິງ​ຢູ່ Geneva,ສະ​ວິດເຊີແລນ.

​ເພີ່ມ​ທະວີ​ການ​ປະຕິບັດ​ກົດໝາຍ​ຢູ່​ຊາຍ​ແດນ​ຫວຽດນາມ - ຈີນ ​ເພີ່ມ​ທະວີ​ການ​ປະຕິບັດ​ກົດໝາຍ​ຢູ່​ຊາຍ​ແດນ​ຫວຽດນາມ - ຈີນ
ບັນດາຄ້າຍທະຫານ​ຊາຍ​ແດນກອນຕຸມ ແຮກສ່ຽວກັບ​ຕາ​ແສງຊາຍແດນ ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຊາຍ​ແດນ​ແຫ່ງ​ຊາດ ບັນດາຄ້າຍທະຫານ​ຊາຍ​ແດນກອນຕຸມ ແຮກສ່ຽວກັບ​ຕາ​ແສງຊາຍແດນ ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຊາຍ​ແດນ​ແຫ່ງ​ຊາດ
ຫວຽດນາມ ຈະສືບຕໍ່ບຸລິມະສິດບັນດາຄຳໝັ້ນສັນຍາເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແມ່ຍິງ
ພາບປະກອບ ( ພາບ: Báo thế giới và Việt Nam)

ໂດຍການກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຜູ້ຊ່ວຍ​ລັດຖະມົນຕີ ​ກະຊວງ​ການ​ຕ່າງປະ​ເທດ ໂດ້ຮຸ່ງຫວຽດ, ຫົວໜ້າຄະນະ ຫວຽດນາມ ເຂົ້າຮ່ວມ ຊຸດທີ 50 ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ໄດ້ຍົກສູງບົດບາດທີ່ສໍາຄັນຂອງແມ່ຍິງໃນວຽກງານດູແລຄອບຄົວແບບງຽບໆນີ້.

​ທ່ານຜູ້ຊ່ວຍ​ລັດຖະມົນຕີ ໄດ້​ເນັ້ນ​ໜັກວ່າຕ້ອງມີຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ຮັບປະກັນ​ສິດທິ ​ແລະ ກາລະ​ໂອກາດ​ພັດທະນາ​ຂອງເຂົາໂດຍ​ຜ່ານ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ສະ​ເພາະ, ມີ​ປະສິດທິ​ຜົນ, ພ້ອມ​ກັນ​ນັ້ນ​ກໍ່ແບ່ງປັນ​ບັນດາ​ປະສົບ​ການ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ ຫວຽດນາມ ​ໃນ​ບັນດາຂົງເຂດນີ້, ໃນນັ້ນມີເລື່ອງການເປັນປະເທດໜຶ່ງທີ່ມີການກໍານົດເວລາ​ພັກສໍາລັບແມ່ຍິງເກີດ​ລູກໄດ້ພັກ​ດົນ​ກວ່າ​ໝູ່​ໃນ​ໂລກ.

ທ່ານຜູ້ຊ່ວຍ​ລັດຖະມົນຕີ ​ກະຊວງ​ການ​ຕ່າງປະ​ເທດ ໂດ້ຮຸ່ງຫວຽດຢືນຢັນ​ວ່າ: ​ໃນ​ຖານະ​ທີ່​ເປັນ​ຜູ້​ສະໝັກ​ເລືອກ​ຕັ້ງ​ເຂົ້າໃນສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດວາລະ 2023-2025, ຫວຽດນາມ ຈະ​ສືບ​ຕໍ່​​ບຸລິມະສິດ​ບັນດາ​ຄຳ​ໝັ້ນ​ສັນຍາເພື່ອ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ​ຊາຍ, ​ມອບ​ສິດ​ໃຫ້​ແມ່ຍິງ ແລະ ພ້ອມທີ່ຈະຮ່ວມມືກັບບັນດາປະເທດ​ໃນ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ນີ້.

ໃນວັນດຽວກັນວັນທີ 27 ມິຖຸນາ, ທີ່ການພົບປະກັບທ່ານນາງ Tatiana Valovaya, ຜູ້ອໍານວຍການໃຫຍ່ຂອງຫ້ອງການສະຫະປະຊາຊາດ ທີ່Geneva (UNOG),ທ່ານຜູ້ຊ່ວຍ​ລັດຖະມົນຕີ ໂດ້ຮຸ່ງຫວຽດຢືນຢັນວ່າ ຫວຽດນາມ ຈະເພີ່ມທະວີການເຂົ້າຮ່ວມຢ່າງຕັ້ງໜ້າ ແລະເປັນເຈົ້າການໃນເວທີປາໄສຫຼາຍຝ່າຍ ຢູ່ Geneva, ​ໃນ​ນັ້ນ​ລວມມີ​ການອອກ​ສະໝັກ​​ເລືອກ​ຕັ້ງເຂົ້າໃນບັນດາອົງການຈັດຕັ້ງ​​ສາກົນ​ຢູ່​ທີ່​ນີ້, ພ້ອມ​ກັນ​ນັ້ນ​ກໍຈັດ​ຕັ້ງ​ບັນດາ​ເຫດການ​ໂຄສະນາ ​ແລະ ​ແຈ້ງຂໍ້ມູນ​ກ່ຽວ​ກັບ ຫວຽດນາມ ​ໃຫ້​ປະຊາ​ຄົມ​ການ​ທູດ​ຢູ່ Geneva.

ຫອມມາລາ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.