ຮອງລັດຖະມົນຕີ ຫງວຽນວັນຟຸກ ເຮັດວຽກກັບລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ

08:18 | 30/09/2022

ຫວ່າງແລ້ວນີ້, ຢູ່ປະເທດລາວ, ທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານ ໄດ້ມີການເຮັດວຽກກັບກະຊວງສຶກສາທິການ ແລະກິລາລາວ.

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ກົງສຸນໃຫຍ່ ຄົນໃໝ່ ແຫ່ງ ສສ ຫວຽດນາມ ປະຈຳ ແຂວງ ຫລວງພະບາງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ກົງສຸນໃຫຍ່ ຄົນໃໝ່ ແຫ່ງ ສສ ຫວຽດນາມ ປະຈຳ ແຂວງ ຫລວງພະບາງ
ທ່ານ ຮວ່າງ ກວກ ເວື້ອງ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ອັງກິດ ທ່ານ ຮວ່າງ ກວກ ເວື້ອງ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ອັງກິດ
ທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ມອບຂອງຂວັນທີ່ລະນຶກ. ພາບ: giaoducthoidai.vn
ທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ມອບຂອງຂວັນທີ່ລະນຶກ. ພາບ: giaoducthoidai.vn

ຍິນດີຕ້ອນຮັບທ່ານຮອງລັດຖະມົນຕີ ຫງວຽນວັນຟຸກ ມາຢ້ຽມຢາມ ແລະເຮັດວຽກກັບກະຊວງສຶກສາທິການ ແລະກິລາລາວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ປາດຖະໜາຢາກໃຫ້ສາຍພົວພັນຮ່ວມມືດ້ານການສຶກສາ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ, ຜ່ານນັ້ນປະກອບສ່ວນເຂົ້າໃນການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ເມື່ອເບິ່ງຄືນການຮ່ວມມືດ້ານການສຶກສາ ແລະກໍ່ສ້າງລະຫວ່າງສອງປະເທດໃນໄລຍະຜ່ານມາ, ທ່ານ ຫງວຽນວັນຟຸກ ໃຫ້ຮູ້ວ່າ ໃນສະພາບການໂລກ, ພາກພື້ນມີການຜັນແປສັບສົນຫຼາຍຢ່າງຍ້ອນພະຍາດໂຄວິດ-19, ແຕ່ດ້ວຍຄວາມເອົາໃຈໃສ່ຈາກການນຳພັກ, ລັດຖະບານສອງປະເທດ ແລະຄວາມມານະພະຍາຍາມຂອງກະຊວງສຶກສາຂອງສອງປະເທດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງເພື່ອປະຕິບັດໃຫ້ສຳເລັດແຜນການຮ່ວມມືດ້ານການສຶກສາປີ 2020 ແລະ 2021. ໃນປີ 2022, ສອງກະຊວງ ຈະສືບຕໍ່ສົມທົບກັນຈັດຕັ້ງປະຕິບັດແຜນຮ່າງ “ຍົກສູງຄຸນນະພາບ ແລະປະສິດທິຜົນການຮ່ວມມືລະຫວ່າງຫວຽດນາມ-ລາວ ໃນຂົງເຂດການສຶກສາ ແລະພັດທະນາຊັບພະຍາກອນມະນຸດ ໄລຍະ 2021-2030”.

ເມື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານການສຶກສາຂັ້ນມະຫາວິທະຍາໄລລະຫວ່າງສອງປະເທດ ແລະການກໍ່ສ້າງຊັບພະຍາກອນມະນຸດໃຫ້ປະເທດລາວ, ທ່ານ ຫງວຽນວັນຟຸກ ເນັ້ນໜັກເຖິງການຮັບປະກັນຄຸນນະພາບການກໍ່ສ້າງ. ໃນນັ້ນລວມມີຂັ້ນຕອນການຄັດເລືອກ, ຍົກສູງລະດັບຄວາມຮູ້ພາສາຫວຽດ ແລະກໍ່ສ້າງລົງເລິກຂະແໜງຢູ່ຕາມຮາກຖານການສຶກສາຫວຽດນາມແຫ່ງຕ່າງໆ, ພາຍຫຼັງການກໍ່ສ້າງ, ພວກນ້ອງສາມາດເສີມຂະຫຍາຍກໍາລັງຄວາມສາມາດ, ປະກອບສ່ວນເຂົ້າໃນການພັດທະນາຂອງສອງປະເທດ.

ກອ​ງ​ທັບ​

ເຫດການ