ແຂວງ Buenos Aires ຖືການຮ່ວມມືດ້ານກະສິກຳ ແລະ ພະລັງງານກັບຫວຽດນາມ ເປັນສຳຄັນ | |
ໜູນຊ່ວຍຊາວໜຸ່ມ ແລະ ເດັກນ້ອຍ ໃນການຮັບມືກັບພະຍາດໂຄວິດ-19 |
“ຂ້າພະເຈົ້າຫວັງວ່າຈະໄດ້ພົບກັບຄອບຄົວຜູ້ມີພະຄຸນສູນທອນອີກ”
ທ່ານນາງ ບຸ່ຍທິແທ່ງ (ກອງພົນ 968, ທະຫານອາສາສະໝັກ ຫວຽດນາມ-ລາວ) ໃຫ້ຮູ້ວ່າ: ຫຼັງຈາກຮຽນການຟ້ອນຢູ່ວິທະຍາໄລສິລະປະກອງທັບ, ເດືອນ ພຶດສະພາ 1971, ຂ້າພະເຈົ້າໄດ້ໄປປະເທດລາວເພື່ອສະແດງສິລະປະຮັບໃຊ້ປະຊາຊົນ. ມີຫຼາຍຄືນ, ຂ້າພະເຈົ້າຕ້ອງສະແດງຮອດ 4 ເທື່ອ. ປະຊາຊົນທີ່ຮັກແພງໄດ້ມອບໄກ່, ໝູ, ໝາກໄມ້, ອ້ອຍ, ໝາກມ່ວງ, ໝາກເດື່ອ,ມອບຄັນຮົ່ມທີ່ເຮັດດ້ວຍເຈ້ຍໃຫ້ອີກ ເພື່ອຂ້າພະເຈົ້າຫຼົບຝົນ.
ທ່ານນາງ ບຸ່ຍທິແທ່ງ |
ໃນໄລຍະເຄື່ອນໄຫວ, ປີ 1973 ຂ້າພະເຈົ້າໄດ້ຖືກສັດຕູຮູ້ວ່າເປັນຄົນຫວຽດນາມ, ສະນັ້ນຂ້າພະເຈົ້າຈຶ່ງຖືກລອບຈັບຕົວ. ປະຊາຊົນລາວພາຂ້າພະເຈົ້າ ໄປເຮືອນຂອງ ທ່ານ ສູນທອນເຈົ້າແຂວງສະຫວັນນະເຂດ ເພື່ອຊ່ອນຕົວ. ຂ້າພະເຈົ້າຢູ່ໃນຂຸມລີ້ໄພໃຕ້ຫ້ອງເຮັດວຽກຂອງເພິ່ນ. ທຸກໆມື້, ຜູ້ຊ່ວຍວຽກເພິ່ນໄດ້ລໍາລຽງ ອາຫານ ແລະ ນໍ້າມາໃຫ້ຂ້າພະເຈົ້າ. ພາຍຫຼັງ 10 ວັນທີ່ລີ້ໄພ, ກອງທັບລາວໄດ້ພາຂ້າພະເຈົ້າອອກໄປ ແລະ ເຂົ້າກອງພົນ 471 ເພື່ອສືບຕໍ່ສະແດງສິລະປະ ວັດທະນະທຳຮັບໃຊ້ປະຊາຊົນບັນດາແຂວງຕ່າງໆ. ເມື່ອອຳລາພາຈາກກັນ, ທ່ານ ສູນທອນ ໄດ້ກ່າວໄວ້ວ່າ: ສະຫາຍມີຄວາມສາມາດ ແລະ ດຶງດູດຊາວລາວເປັນຈຳນວນຫຼວງຫຼາຍ. ເສຍດາຍທີ່ສຸດທີ່ສະຫາຍຕ້ອງຍ້າຍໄປແຂວງອື່ນ. ສະຫາຍ, ຈົ່ງສືບຕໍ່ເສີມຂະຫຍາຍພອນສະຫວັນຂອງຕົນ ແລະ ຮັບໃຊ້ປະຊາຊົນລາວ”. ຖ້ອຍຄຳຂອງເພິ່ນເຮັດໃຫ້ຂ້າພະເຈົ້າ ຈື່ຈຳຕະຫຼອດໄປ.
ຂ້າພະເຈົ້າຖືປະເທດລາວເປັນປະເທດທີສອງຂອງຕົນ, ສະນັ້ນ ຂ້ອຍຈະບໍ່ມີວັນລືມປະເທດລາວ. ໃນປີ 2009,ຂ້າພະເຈົ້າໄດ້ມີໂອກາດກັບຄືນໄປລາວ ເພື່ອໄປຢ້ຽມຢາມສະຫນາມຮົບເກົ່າ. ຂ້າພະເຈົ້າໄດ້ຊອກຫາວິທີເພື່ອພົບປະກັບທ່ານ ສູນທອນ ອີກ, ແຕ່ຜ່ານທາງຜູ້ນຳຫລາຍຄົນ, ຂ້າພະເຈົ້າໄດ້ຮູ້ວ່າເພິ່ນໄດ້ເສຍຊີວິດແລ້ວ. ບັດນີ້, ຂ້າພະເຈົ້າຫວັງວ່າຈະໄດ້ພົບກັບຄອບຄົວຂອງທ່ານສູນທອນ ອີກເທື່ອໜຶ່ງ,ຢາກໄດ້ຈູດທູບທຽນໃຫ້ຜູ້ທີ່ຊ່ວຍຊູຂ້າພະເຈົ້າໃນເວລາຫຍຸ້ງຍາກທີ່ສຸດ.
ສຸດາລັດ ໄຊຍະລາດ, ນັກສຶກສາລາວຢູ່ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລໄທງວຽນ |
“ນ້ອງຢາກນຳຄວາມຮູ້ທີ່ຄູຫວຽດນາມສິດສອນໄປເຜີຍແຜ່ໃຫ້ນັກສຶກສາລາວ”
ສຸດາລັດ ໄຊຍະລາດ, ນັກສຶກສາລາວຢູ່ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລໄທງວຽນ: ນ້ອງພວມຮໍ່າຮຽນປີທີ 3 ຂະແໜງສ້າງຄູຟີຊິກສາດ ຢູ່ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລໄທງວຽນ. ຟີຊິກສາດເປັນວິຊາວິທະຍາສາດທົດລອງຕົວຈິງ ແຕ່ຕອນທີ່ນ້ອງຮຽນຢູ່ໂຮງຮຽນມັດທະຍົມຕອນປາຍຢູ່ລາວເຮົາບໍ່ໄດ້ປະຕິບັດທົດລອງຕົວຈິງຫຼາຍ. ໄປຮຽນຢູ່ຫວຽດນາມ, ນ້ອງໄດ້ປະຕິບັດຕົວຈິງຫຼາຍຢ່າງຢູ່ຫ້ອງທົດລອງ. ຊົ່ວໂມງປະຕິບັດການທົດລອງຕົວຈິງຊ່ວຍໃຫ້ນ້ອງເຂົ້າໃຈແຈ້ງຄວາມຮູ້ທາງທິດສະດີທີ່ຄູສິດສອນ,ຈາກນັ້ນກໍປັບປຸງ, ຖອດຖອນໄດ້ຄວາມຮູ້ຫຼາຍຕື່ມອີກ.
ບັນດາໂຮງຮຽນມັດທະຍົມຕອນປາຍຂອງລາວຫລາຍໂຮງຮຽນຍັງຂາດຄູສອນວິຊານີ້, ຫຼາຍໂຮງຮຽນມີແຄ່ຄູສອນ 2-3 ຄົນເທົ່ານັ້ນ. ສະນັ້ນ, ນ້ອງຫວັງວ່າ ບັນດາຄວາມຮູ້ທີ່ຖອດຖອນມາໄດ້, ເມື່ອກັບຄືນປະເທດຈະໄດ້ປະກອບສ່ວນໃດສ່ວນໜຶ່ງເຂົ້າໃນການປ່ຽນແປງປື້ມແບບຮຽນຟີຊິກສາດແຕ່ຊັ້ນມັດທະຍົມຕອນຕົ້ນ, ປ່ຽນວິທີການສອນ, ຫຼຸດຜ່ອນທິດສະດີ, ເພີ່ມການປະຕິບັດທົດລອງຕົວຈິງໃຫ້ເໝາະສົມ. ຖ້ານັກສຶກສາລາວ ສາມາດໄດ້ຮຽນຟີຊິກສາດຄືກັບຢູ່ ຫວຽດນາມ, ແນ່ນອນວ່າເຂົາເຈົ້າຈະເຫັນວ່າມັນງ່າຍ ແລະ ໜ້າສົນໃຈກັບການຮຽນວິຊານີ້ກວ່າອີກ“ຫວັງວ່າຈະມີໂຄງການຮ່ວມມືດ້ານດົນຕີ ລາວ-ຫວຽດນາມ ຫຼາຍໂຄງການຕື່ມອີກ”.
ວົງໄຊຍະ ແກ້ວນະຄອນ (ນັກສຶກສາມະຫາວິທະຍາໄລ ຫງວຽນເຕິດແທ່ງ, ນະຄອນໂຮ່ຈີມິນ): ຂ້າພະເຈົ້າເກີດ ແລະ ເຕີບໃຫຍ່ຢູ່ໃນປະເທດລາວ, ແຕ່ພໍ່ແມ່ຂອງຂ້າພະເຈົ້າແມ່ນຊາວຫວຽດນາມ. ບ້ານເກີດຂອງຂ້າພະເຈົ້າແມ່ນຢູ່ແຂວງກວາງຫງ໊າຍ, ຊື່ຫວຽດຂອງຂ້າພະເຈົ້າແມ່ນ ຫງວຽນຫາຍກວກ. ປະຈຸບັນ, ຂ້າພະເຈົ້າພວມຮໍ່າຮຽນຢູ່ຄະນະດົນຕີ, ມະຫາວິທະຍາໄລ ຫງວຽນເຕິດແທ່ງ.
ຂ້າພະເຈົ້າເລືອກເອົາຫວຽດນາມ ໄປຮຽນຢູ່ຕ່າງປະເທດ ເພາະຫວຽດນາມ ເປັນບ້ານເກີດຂອງຂ້າພະເຈົ້າ. ພາຍຫຼັງ 5 ປີແຫ່ງການດຳລົງຊີວິດ ແລະ ຮ່ຳຮຽນຢູ່ ຫວຽດນາມ, ຂ້າພະເຈົ້າຮູ້ສຶກວ່າຂ້າພະເຈົ້າຮັກແພງຫວຽດນາມ ຫລາຍກວ່າອີກ. ຢູ່ທີ່ນີ້, ຂ້າພະເຈົ້າມີໝູ່ເພື່ອນຫຼາຍຄົນ, ໄດ້ຮັບການຊ່ວຍເຫຼືອຈາກຫຼາຍຄົນ, ໄດ້ຮັບການເອົາໃຈໃສ່ຈາກຄູອາຈານ ແລະ ຄູຝຶກ. ຖ້າເປັນໄປໄດ້, ຂ້າພະເຈົ້າຢາກຕິດພັນ ແລະ ພັດທະນາເສັ້ນທາງສິລະປະຢູ່ບ້ານເກີດເມືອງນອນ.
ສ່ວນຕົວຂ້າພະເຈົ້າແມ່ນມັກດົນຕີຫວຽດນາມຫຼາຍ. ຂ້າພະເຈົ້າໄດ້ເຂົ້າຮ່ວມບັນດາລາຍການບັນເທິງຢູ່ຫວຽດນາມ ເຊັ່ນ: ສຽງຂອງໃຜ, ເວທີແຂ່ງຂັນດົນຕີ, ສຳຜັດທີ 6... ທຸກການສະແດງຂອງຂ້າພະເຈົ້າ, ຂ້າພະເຈົ້າລ້ວນແຕ່ມານະພະຍາຍາມຮ້ອງເພງດ້ວຍສອງພາສາ ຫວຽດນາມ - ລາວ.
ທ້າວ ວົງໄຊຍະ ແກ້ວນະຄອນ (ນັກສຶກສາມະຫາວິທະຍາໄລ ຫງວຽນເຕິດແທ່ງ, ນະຄອນໂຮ່ຈີມິນ) |
ໃນໄລຍະຈະມາເຖິງ, ຂ້າພະເຈົ້າຈະປະພັນບັນດາບົດເພງກ່ຽວກັບຄວາມຮັກແພງຫວຽດນາມ - ລາວໃຫ້ເໝາະສົມກັບໂນ໊ດດົນຕີຂອງລຸ້ນໜຸ່ມຂອງສອງປະເທດ. ຂ້າພະເຈົ້າຫວັງວ່າຈະເຂົ້າຮ່ວມບັນດາລາຍການບັນເທິງ ແລະ ບັນດາໂຄງການຂອງບັນດານັກສິລະປິນຫວຽດນາມຫຼາຍກວ່າອີກ.
ຂ້າພະເຈົ້າຫວັງວ່າພື້ນຖານການບັນເທິງ, ໃນນັ້ນມີດົນຕີຫວຽດນາມ ແລະ ລາວ ຈະມີຫຼາຍໂຄງການຮ່ວມມືກັນ, ພິເສດແມ່ນບັນດາໂຄງການສຳລັບໄວໜຸ່ມ. ເພາະວ່າຂ້າພະເຈົ້າຮູ້ສຶກວ່າດົນຕີ ແລະ ຮູບເງົາແມ່ນວິທີສໍາຜັດໄວທີ່ສຸດເພື່ອເຂົ້າເຖິງລຸ້ນໜຸ່ມ ແລະ ກໍ່ເປັນເປັນຕົວກະຕຸ້ນທີ່ຮັດແໜ້ນນໍ້າໃຈຂອງປະຊາຊົນສອງປະເທດໃຫ້ເຂັ້ມຂຸ້ນຕື່ມອີກ.
“ຂົນຂວາຍເພື່ອເສັ້ນທາງເຈື່ອງເຊີນສາຍຕາເວັນຕົກໄດ້ຮັບການຮັບຮອງວ່າເປັນຮ່ອງຮອຍປະຫວັດສາດແຫ່ງຊາດລາວ” ທ່ານ ຫງວຽນແມ້ງຮຸ່ງ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ, ຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ: ເສັ້ນທາງ ເຈື່ອງເຊີນ ສາຍຕາເວັນຕົກແມ່ນອະນຸສາລະວີອຳມະຕະແຫ່ງສາຍພົວພັນສາມັກຄີແບບພິເສດ, ແຫ່ງການສຳພັນສູ້ຮົບຂອງສອງປະເທດຫວຽດນາມ - ລາວ, ປະກອບສ່ວນໃຫ້ນໍ້າໃຈມິດຕະພາບທີ່ເລິກເຊິ່ງຂອງສອງປະເທດ. ມາຮອດປະຈຸບັນ, ລະບົບເສັ້ນທາງເຈື່ອງເຊີນຢູ່ຫວຽດນາມ ໂດຍລັດຖະບານຫວຽດນາມ ໄດ້ຮັບຮອງເປັນຮ່ອງຮອຍປະຫວັດສາດແຫ່ງຊາດລາວ, ແຕ່ເສັ້ນທາງເຈື່ອງເຊີນສາຍຕາເວັນຕົກແມ່ນຍັງບໍ່ທັນໄດ້ຮັບການຮັບຮອງເທື່ອ. ສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບລາວ - ຫວຽດນາມຕ້ອງສົມທົບກັນໂຄສະນາ, ຂົນຂວາຍຊຸກຍູ້ບັນດາກະຊວງ, ຂະແໜງການຂອງລາວເພື່ອສະເໜີຕໍ່ລັດຖະບານລາວ ຮັບຮອງເສັ້ນທາງ ເຈື່ອງເຊີນ ສາຍຕາເວັນຕົກເປັນຮ່ອງຮອຍປະຫວັດສາດແຫ່ງຊາດລາວ - ມໍລະດົກຂອງນໍ້າໃຈມິດຕະພາບ, ຄວາມສາມັກຄີສໍາພັນສູ້ຮົບຫວຽດນາມ - ລາວ. |
ມີງຖາຍ - ຟ້າມຫຼີ