ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບສະຫະປະຊາຊາດ ຮັບມືກັບສິ່ງທ້າທາຍທົ່ວໂລກ

19:36 | 25/09/2022

ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ Borge Brende ປະທານເວທີປາໄສເສດຖະກິດໂລກ (WEF), ຕອນເຊົ້າວັນທີ 23 ກັນຍາ, ຢູ່ນະຄອນນິວຢອກ, ສະຫະລັດ ອາເມລິກາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນໃນຖານະເປັນແຂກຖືກເຊີນພິເສດ ທີ່ກອງປະຊຸມກ່ຽວກັບຜົນກະທົບຂອງການພັດທະນາແບບຍືນຍົງ (SDI) ໂດຍ WEF ຈັດຕັ້ງ ເນື່ອງໃນໂອກາດສັບປະດາຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 77.

ປະທານສະພາແຫ່ງຊາດ ລາວ ເຂົ້າຮ່ວມການແຂ່ງຂັນຖີບລົດ ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ປະທານສະພາແຫ່ງຊາດ ລາວ ເຂົ້າຮ່ວມການແຂ່ງຂັນຖີບລົດ ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022
ຄະ​ນະ​ຜູ້​ແທນ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຕວັກ​ກີ ຄະ​ນະ​ຜູ້​ແທນ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຕວັກ​ກີ
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ວາລະປຶກສາຫາລື “ຊຸກຍູ້ການຄ້າແບບກວມລວມ”, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເນັ້ນໜັກວ່າຈາກແງ່ມຸມຂອງພື້ນຖານເສດຖະກິດທີ່ມີຄວາມເປີດກວ່າ 200%, ໄດ້ເຂົ້າຮ່ວມຕາໜ່າງ 15 FTA ສອງຝ່າຍ ແລະຫຼາຍຝ່າຍ, ລວມທັງ FTA ລຸ້ນໃໝ່ດ້ວຍມາດຕະຖານແຮງງານ ແລະສິ່ງແວດລ້ອມສູງ, ບົດຮຽນປະສົບການສໍາຄັນ ເຊິ່ງ ຫວຽດນາມ ຖອດຖອນມາໄດ້ແມ່ນບໍ່ “ສະຫຼະ” ຄວາມກ້າວໜ້າ, ຄວາມຍຸຕິທຳໃນສັງຄົມ ແລະສິ່ງແວດລ້ອມ ເພື່ອການເຕີບໂຕເສດຖະກິດພຽງຢ່າງດຽວ. ບົນພື້ນຖານນັ້ນ, ຫວຽດນາມ ໄດ້ສ້າງຍຸດທະສາດການສົ່ງອອກ-ນໍາເຂົ້າຮອດປີ 2030 ດ້ວຍທັດສະນະ: ພັດທະນາການສົ່ງອອກ-ນໍາເຂົ້າ ຕ້ອງຮັບປະກັນຄວາມກົມກຽວລະຫວ່າງບັນດາເປົ້າໝາຍໄລຍະສັ້ນ ແລະໄລຍະຍາວ, ລະຫວ່າງກາລະໂອກາດເຂົ້າຮ່ວມ ແລະຊົມໃຊ້ໝາກຜົນຂອງປະຊາຊົນ; ການຄ້າຍຸຕິທຳຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ຊີວະນາໆພັນ ແລະປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ ແລະຂຸດຄົ້ນກາລະໂອກາດຢ່າງມີປະສິດທິຜົນ ແລະຫຼຸດຜ່ອນຜົນກະທົບຈາກບັນດາສິ່ງທ້າທາຍໃນການປະຕິບັດຄໍາໝັ້ນສັນຍາເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ເຂົ້າຮ່ວມຕ່ອງໂສ້ການສະໜອງທົ່ວໂລກ ຢ່າງເລິກເຊິ່ງກວ້າງຂວາງ.

ໃນວັນດຽວກັນ, ທີ່ນິວຢອກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການ ຟ້າມບິ່ງມິງ ໄດ້ເປັນປະທານພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 77 ປີ ແລະວັນຫວຽດນາມ ເຂົ້າເປັນສະມາຊິກຂອງອົງການສະຫະປະຊາຊາດ ຄົບຮອບ 45 ປີ (20-9-1977 / 20-9-2022).

ໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ ແລະຄາດເດົາໄດ້ຍາກ, ທ່ານ ຟ້າມບິ່ງມິງໄດ້ຢັ້ງຢືນອີກເທື່ອໜຶ່ງເຖິງບົບາດທີ່ຈໍາເປັນຂອງຄວາມສາມັກຄີສາກົນ ແລະລັດທິຫຼາຍຝ່າຍ, ໂດຍ ສປຊ ເປັນໃຈກາງ. ທ່ານ ຟ້າມບິ່ງມິງ ກໍຢັ້ງຢືນການສະໜັບສະໜູນ ແລະຄໍາໝັ້ນສັນຍາຢ່າງແຮງຂອງຫວຽດນາມ ທີ່ມີຕໍ່ບົດບາດຂອງ ສປຊ ໃນການນໍາພາ, ປະສານງານບັນດາຄວາມມານະພະຍາຍາມຫຼາຍຝ່າຍ ເພື່ອຮັບມືກັບສິ່ງທ້າທາຍທົ່ວໂລກ. ທ່ານ ຟ້າມບິ່ງມິງ ສະແດງຄວາມປາດຖະໜາວ່າ ເພື່ອນມິດສາກົນຈະສະໜັບສະໜູນຫວຽດນາມ ເຂົ້າສະພາສິດທິມະນຸດ ອາຍຸການ 2023-2025 ເພື່ອໃຫ້ ຫວຽດນາມ ສາມາດປະກອບສ່ວນຫຼາຍກວ່າອີກໃຫ້ແກ່ວຽກງານຂອງ ສປຊ ໃນພາລະກໍາອັນສໍາຄັນ ນັ້ນແມ່ນຮັບປະກັນ ແລະຊຸກຍູ້ສິດທິມະນຸດ.

ວັນທີ 23 ກັນຍາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ໄດ້ມີການພົບປະກັບເລຂາທິການໃຫຍ່ ສປຊ, ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 77, ທ່ານ Mark Rutte ນາຍົກລັດຖະມົນຕີ ໂຮນລັງ, ບັນດາລັດຖະມົນຕີການຕ່າງປະເທດຂອງ Sierra Leon, Guinea-Bissau ແລະ Malawi.

ກອ​ງ​ທັບ​

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.