ການພົວພັນລະຫວ່າງສອງພັກສືບຕໍ່ເປັນຂໍກະແຈ, ເສົາຄ້ຳເພື່ອກໍານົດທິດການພົວພັນລະຫວ່າງສອງປະເທດ

21:52 | 26/09/2022

ຍສໝ-ນັ້ນແມ່ນເນື້ອໃນຈິດໃຈສໍາຄັນໃນການຕອບສໍາພາດນັກຂ່າວວາລະສານຍຸກສະໄໝກ່ຽວກັບການພົວພັນມິດຕະພາບຫວຽດນາມ - ລາວ ຂອງ ທ່ານ ຫງວຽນບາຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ.

ສືບຕໍ່ນຳການພົວພັນ ຫວຽດນາມ - ຈີນ ເຂົ້າສູ່ໄລຍະພັດທະນາໃໝ່ ສືບຕໍ່ນຳການພົວພັນ ຫວຽດນາມ - ຈີນ ເຂົ້າສູ່ໄລຍະພັດທະນາໃໝ່
45 ປີ ແຫ່ງການພົວພັນ ຫວຽດນາມ - ສະຫະປະຊາຊາດ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ເພື່ອສັນຕິພາບ, ຮ່ວມມື ແລະພັດທະນາ 45 ປີ ແຫ່ງການພົວພັນ ຫວຽດນາມ - ສະຫະປະຊາຊາດ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ເພື່ອສັນຕິພາບ, ຮ່ວມມື ແລະພັດທະນາ
ການພົວພັນລະຫວ່າງສອງພັກສືບຕໍ່ເປັນຂໍກະແຈ, ເສົາຄ້ຳເພື່ອກໍານົດທິດການພົວພັນລະຫວ່າງສອງປະເທດ
ທ່ານ ຫງວຽນບາຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ. ( ພາບ: TTXVN)

ຮຽນສະໜີທ່ານເອກອັກຄະລັດຖະທູດໃຫ້ຮູ້ເຖິງບັນດາໝາກຜົນທີ່ພົ້ນເດັ່ນໃນການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດຫວຽດນາມ - ລາວ ໃນໄລຍະມໍ່ໆນີ້?

- ໃນໄລຍະຜ່ານມາ, ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ຫຼາຍໝາກຜົນທີ່ສຳຄັນໃນທຸກຂົງເຂດຄື:

ການພົວພັນດ້ານການເມືອງ - ການຕ່າງປະເທດນັບມື້ນັບສະໜິດແໜ້ນ ແລະ ມີຄວາມໄວ້ເນື້ອເຊື່ອໃຈດ້ວຍການແລກປ່ຽນຄະນະ, ການພົບປະຂັ້ນສູງເປັນປະຈຳໃນຫຼາຍຊ່ອງ, ໂດຍຜ່ານການພົບປະດັ່ງກ່າວນັ້ນເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ເພີ່ມຂຶ້ນ, ການນຳຂອງສອງພັກ, ສອງລັດ ບັນລຸໄດ້ຫຼາຍຂໍ້ຕົກລົງອັນສຳຄັນທີ່ມີລັກສະນະຍຸດທະສາດ, ທັງແມ່ນການກໍານົດທິດໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນໄລຍະເວລາຍາວ, ພ້ອມກັນນັ້ນແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ ເພື່ອເຮັດໃຫ້ການພົວພັນລະຫວ່າງສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ການສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ໃນບັນດາເວທີປາໄສຫຼາຍຝ່າຍໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາຜົນປະໂຫຍດ, ຍົກສູງຄວາມໄວ້ເນື້ອເຊື່ອໃຈ ແລະ ຖານະບົດບາດຂອງແຕ່ລະປະເທດໃນພາກພື້ນ ແລະ ໃນໂລກ.

ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ, ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນໃນສາຍພົວພັນພິເສດຫວຽດນາມ - ລາວ, ປະກອບສ່ວນເຂົ້າໃນການຮັບປະກັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ, ກໍຄືສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງເພື່ອຮັບໃຊ້ການພັດທະນາ ແລະ ການຮ່ວມມືລະຫວ່າງສອງປະເທດ.

ການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າ, ວັດທະນະທໍາ, ວິທະຍາສາດເຕັກໂນໂລຊີ ກໍໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກ. ການແລກປ່ຽນການຄ້າສອງສົ້ນໃນຊຸມປີມໍ່ໆນີ້ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ຢູ່ ໃນລະດັບສອງຕົວເລກ; ວົງເງິນການຄ້າສອງສົ້ນໃນ 8 ເດືອນຕົ້ນປີ 2022 ກໍບັນລຸໄດ້ຫຼາຍກວ່າ 1 ຕື້ USD, ເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຫວຽດນາມ ຮັກສາທີ່ຕັ້ງເປັນນັກລົງທຶນໃຫຍ່ອັນດັບສາມ ຢູ່ ລາວ ໂດຍມີຫຼາຍກ່ວາ 200 ໂຄງການທີ່ກໍາລັງເຄື່ອນໄຫວ ມີຍອດທຶນທີ່ຈົດທະບຽນຫຼາຍກວ່າ 5 ຕື້ USD. ຫຼາຍໂຄງການໄດ້ຮັບການຜັນຂະຫຍາຍເປັນຢ່າງດີ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດຂອງລາວ, ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ປະຊາຊົນ. ການເຊື່ອມຕໍ່ເສດຖະກິດຂອງສອງປະເທດ, ພິເສດແມ່ນການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ການຄົມມະນາຄົມ ໄດ້ຮັບການຊຸກຍູ້ (ໂຄງການທາງດ່ວນຮ່າໂນ້ຍ - ວຽງຈັນ, ທາງລົດໄຟທ່າແຂກ - ຫວູງອ໋າງ...), ເພີ່ມທະວີການຮ່ວມມືດ້ານກະສິກຳ, ພະລັງງານ (ໂຄງການໄຟຟ້າ, ພະລັງງານສະອາດ...) ແລະ ຫວຽດນາມ ກໍໄດ້ເອົາໃຈໃສ່ເປັນພິເສດ, ສ້າງເງື່ອນໄຂເພື່ອໃຫ້ປະເທດລາວອ້າຍນ້ອງມີທາງອອກສູ່ທະເລ, ເປີດທິດພັດທະນາເສດຖະກິດໃໝ່ໃຫ້ແກ່ລາວ (ທ່າກຳປັ່ນ 1, 2, 3 ຫວູງອ໋າງ). ຫໍສະພາແຫ່ງຊາດລາວຫຼັງໃໝ່ ເຊິ່ງເປັນຂອງຂວັນທີ່ຈິງໃຈຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ທີ່ຕັ້ງຢູ່ໃນສະໜາມພະທາດຫຼວງທີ່ສັກສິດ, ກາຍເປັນສັນຍາລັກໃໝ່ແຫ່ງການພົວພັນທີ່ຍືນຍົງຊົ່ວກາລະນານຫວຽດນາມ - ລາວ.

ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກໍໄດ້ຮັບການເອົາໃຈໃສ່ຫຼາຍຂຶ້ນ, ນັບມື້ນັບເປີດກວ້າງໄປສູ່ຂັ້ນກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ໃນໄລຍະຜ່ານມາ, ມີນັກສຶກສາ, ນັກຮຽນນັບໝື່ນໆຄົນໄດ້ໄປສຶກສາຮ່ຳຮຽນ ແລະ ຄົ້ນຄ້ວາຢູ່ຫວຽດນາມ ແລະ ນັກສຶກສາຫວຽດນາມ ນັບພັນໆຄົນພວມສຶກສາຮ່ຳຮຽນຢູ່ ລາວ. ລູກຫຼານປະຊາຊົນລາວບັນດາເຜົ່າພາຍຫຼັງສໍາເລັດການສຶກສາຮ່ຳຮຽນຢູ່ຫວຽດນາມແລ້ວກັບຄືນເມືອບ້ານ, ໄດ້ກາຍເປັນພະນັກງານທີ່ດຳລົງຕຳແໜ່ງສຳຄັນໃນລະບົບການຈັດຕັ້ງພັກ ແລະ ລັດຖະບານລາວ, ເຊິ່ງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນພິເສດຮອບດ້ານ ຫວຽດນາມ - ລາວ.

ຄຽງຄູ່ກັນນັ້ນ, ການພົວພັນຮ່ວມມື, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງບັນດາຄະນະພັກ, ຄະນະກໍາມະທິການຂອງສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງດ້ານການເມືອງ-ສັງຄົມ ແລະ ປະຊາຊົນສອງປະເທດນັບມື້ນັບພັດທະນາຫຼາຍສົມຄວນ.

ຂົງເຂດທີ່ສອງປະເທດຈະຊຸກຍູ້ການຮ່ວມມືໃນຕໍ່ໜ້າແມ່ນຂົງເຂດໃດ? ທ່ານ ເອກອັກຄະລັດຖະທູດ ສາມາດຍົົກໃຫ້ເຫັນບາງໂຄງການສະເພາະໄດ້ບໍ?

- ຄຽງຂ້າງບັນດາເສົາຄ້ຳທີ່ດີຄືດ້ານການເມືອງ, ຄວາມໝັ້ນຄົງ, ປ້ອງກັນຊາດ ແລະ ການຕ່າງປະເທດ, ການນຳຂັ້ນສູງຂອງພັກ ແລະ ລັດຖະບານສອງປະເທດ ກໍໄດ້ຢືນຢັນເຖິງຄວາມຈຳເປັນ ແລະ ໄດ້ຊີ້ນຳຢ່າງເດັດຂາດ ເພື່ອນຳການຮ່ວມມືໃນຂົງເຂດເສດຖະກິດໃຫ້ສົມຄູ່ກັບບັນດາເສົາຄ້ຳອື່ນໆທີ່ໄດ້ມີການຮ່ວມມືນໍາກັນ. ຄຽງຄູ່ກັບການເພີ່ມທະວີການແລກປ່ຽນປະສົບການໃນການສ້າງນະໂຍບາຍເພື່ອເຮັດໃຫ້ພື້ນຖານເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ແລະ ຊຸກຍູ້ການພັດທະນາແບບຍືນຍົງ, ສ້າງເງື່ອນໄຂເຮັດທຸລະກິດໃຫ້ບັນດາວິສາຫະກິດຂອງສອງປະເທດ, ການເຊື່ອມຕໍ່ພື້ນຖານເສດຖະກິດຂອງສອງປະເທດ, ພິເສດແມ່ນການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງ, ການຄົມມະນາຄົມ ແລະ ຂົນສົ່ງ ຈະໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າຈາກສອງປະເທດໃນຕໍ່ໜ້າ. ເປີດໂອກາດບໍ່ພຽງແຕ່ໃຫ້ຫວຽດນາມ ແລະ ລາວ ສາມາດຂຸດຄົ້ນບັນດາທ່າແຮງ, ຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດເທົ່ານັ້ນ, ຫາກຍັງເພີ່ມທະວີການເຊື່ອມຕໍ່ ຫວຽດນາມ - ລາວ ກັບບັນດາປະເທດໃນພາກພື້ນ, ຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງລາວໂດຍຜ່ານຂະແໜງການຄົມມະນາຄົມ ແລະ ຂົນສົ່ງ, ແລະ ການຄ້າ, ເພື່ອເຮັດໃຫ້ລາວກາຍເປັນປະເທດມີທາງອອກສູ່ທະເລ, ເປັນສະຖານທີ່ຄ່ຽນຖ່າຍສິນຄ້າລະຫວ່າງບັນດາປະເທດໃນພາກພື້ນ ແລະ ສາກົນ; ພ້ອມກັນນັ້ນ, ປະກອບສ່ວນເພື່ອນຳເອົາການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດໃຫ້ສົມຄູ່ກັບການຮ່ວມມືດ້ານການເມືອງ.

ອີງຕາມທ່ານເອກອັກຄະລັດຖະທູດ, ບັນດາວິສາຫະກິດ, ບັນດາກຸ່ມ ແລະ ປະຊາຊົນ ຫວຽດນາມ ຕ້ອງເອົາໃຈໃສ່ເຖິງບັນດາຂົງເຂດ, ເປົ້າໝາຍຕະຫຼາດ... ໃດແດ່ຂອງປະເທດ ລາວ ເພື່ອຂຸດຄົ້ນບັນດາທ່າໄດ້ປຽບ ແລະ ທ່າແຮງບົ່ມຊ້ອນຂອງການພົວພັນລະຫວ່າງສອງປະເທດ?

- ລາວເປັນໜຶ່ງໃນບັນດາປະເທດທີ່ມີກົນໄກການລົງທຶນງ່າຍດາຍ, ເປີດກວ້າງສິນເຊື່ອທະນາຄານໃຫ້ກະສິກຳ ແລະວິສາຫະກິດຂະໜາດນ້ອຍ, ພັດທະນາເຂດເສດຖະກິດພິເສດ... ທ່າແຮງເສດຖະກິດລາວ ແມ່ນການຂຸດຄົ້ນຊັບພະຍາກອນທຳມະຊາດ. ຄຽງຄູ່ກັນນັ້ນ, ຂົງເຂດບໍລິການບໍລິໂພກຢູ່ລາວກໍ່ພວມຂະຫຍາຍຕົວ. ຂະແໜງໄຟຟ້າໃນລາວ ພວມເປີດໃຫ້ປະກອບທຶນລົງທຶນສາກົນ, ໂດຍມີຫຼາຍບໍລິສັດ ຈາກຕ່າງປະເທດພວມດໍາເນີນທຸລະກິດ. ໄຟຟ້ານໍ້າຕົກ ແລະ ພື້ນຖານໂຄງລ່າງສາຍສົ່ງ, ການບໍລິການຄົມມະນາຄົມຂົນສົ່ງເຊື່ອມຕໍ່ ແລະ ການຈໍາໜ່າຍ ໃສ່ການສ້າງເຂື່ອນນັບມື້ນັບຫຼາຍຂຶ້ນ.

ເຖິງຢ່າງໃດກໍ່ຕາມ, ອີງຕາມຂ້າພະເຈົ້າແລ້ວ, ຂະແໜງກະສິກຳຂອງລາວ ສະແດງໃຫ້ວ່າມີທ່າແຮງບົ່ມຊ້ອນຫຼາຍ ແລະ ເປັນບູລິມະສິດຂອງລັດຖະບານລາວ. ດິນມີຄວາມອຸດົມສົມບູນ, ບັນດາຕະຫຼາດໃກ້ຄຽງຄື ຫວຽດນາມ ແລະ ຈີນ ແມ່ນຕະຫຼາດໃຫຍ່ໃຫ້ແກ່ບັນດາຜະລິດຕະພັນ ແລະ ສິນຄ້າກະສິກໍາ, ລ້ຽງສັດ. ສະນັ້ນ, ຂົງເຂດກະສິກຳຢູ່ລາວ ມີທ່າແຮງຈະນໍາເອົາກາລະໂອກາດລົງທຶນຫຼາຍຢ່າງ, ສ້າງຜະລິດຕະພັນກະເສດດທີ່ມີມູນຄ່າສົ່ງອອກ. ຕົວຢ່າງທີ່ພົ້ນເດັ່ນກ່ຽວກັບການ ລົງທຶນກະສິກຳສະອາດຢູ່ລາວ, ດ້ວຍເປົ້າໝາຍສຸມໃສ່ພັດທະນາກະສິກຳຕົ້ນໄມ້ໃຫ້ໝາກເພື່ອສົ່ງອອກ, ກຸ່ມບໍລິສັດຫຸ້ນສ່ວນເຈື່ອງຫາຍ (Thaco) ໄດ້ລົງທຶນ ແລະ ສຸມໃສ່ສ້າງຕ່ອງໂສ້ມູນຄ່າຄົບວົງຈອນ, ປູກຝັງຂະໜາດໃຫຍ່ຢູ່ອັດຕະປືຂອງລາວ, ການຖ່າຍທອດເຕັກໂນໂລຊີເພື່ອຊ່ວຍໃຫ້ຊາວກະສິກອນຢູ່ພາກໃຕ້ລາວ ພ້ອມກັນພັດທະນາກະສິກຳ, ປັດຈຸບັນມູນຄ່າການສົ່ງອອກກະສິກຳຂອງ Thaco ແມ່ນປະມານ 300 ລ້ານ USD/ປີ, ກ້າວໄປເຖິງເປົ້າໝາຍການສົ່ງອອກໃຫ້ໄດ້ 500 ລ້ານ USD ໃນປີ 2025.

ຮຽນທ່ານເອກອັກຄະລັດຖະທູດ, ພວກເຂົົາສາມາດຄາດຄະເນກ່ຽວກັບການຮ່ວມມືລະຫວ່າງສອງປະເທດຄືແນວໃດ?

- ສາຍພົວພັນລະຫວ່າງສອງພັກສືບຕໍ່ມີບົດບາດເປັນຂໍກຸນແຈ, ຮັດແໜ້ນສາຍພົວ ພັນດ້ານການເມືອງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະຄວາມສະໜິດຕິດພັນ ເຊິ່ງກັນ ແລະກັນ, ແມ່ນເສົາຄໍ້າສໍາຄັນກໍານົດທິດ ໃນສາຍພົວພັນການຮ່ວມມື, ນໍາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງພັກ, ສອງລັດ ໃຫ້ສືບຕໍ່ເສີມຂະຫຍາຍຕົວເປັນຢ່າງດີ, ມີປະສິດທິຜົນ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນບັນຫາທິດສະດີ ແລະພຶດຕິກໍາຕົວຈິງ, ຖອດຖອນບົດບຮຽນເຊິ່ງກັນ ແລະກັນ ໃນວຽກງານກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ; ໜັກແໜ້ນ ໃນການພັດທະນາເສດຖະກິດ-ສັງຄົມ, ເຊື່ອມໂຍງເຂົ້າກັບສາກົນ, ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນຈະໄດ້ຮັບການເອົາໃຈໃສ່ກວ່າເກົ່າເພື່ອສາມາດພັດທະນາໃຫ້ແທດຕົວຈິງ, ມີປະສິດທິຜົນກວ່າເກົ່າ, ກາຍເປັນເສົາຄໍ້າສໍາຄັນ ແລະ ຍາວນານໃນສາຍພົວພັນສອງປະເທດ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດນັບມື້ນັບແໜ້ນແຟ້ນ, ເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງຕັ້ງໜ້າ ແລະມີບົດບາດເສົາຄໍ້າໃນສາຍພົວພັນລະຫວ່າງສອງປະເທດ; ການຮ່ວມມືດ້ານວັດທະນະທໍາ, ການສຶກສາທີ່ ມີຄຸນນະພາບສູງ, ວິທະຍາສາດ - ເຕັກນິກ ໄດ້ຮັບເອົາໝາກຜົນທີ່ຕັ້ງໜ້າຫຼາຍດ້ານ, ຊ່ວຍບໍາລຸງສ້າງຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ແລະຍາວນານ ໃຫ້ພາລະກິດພັດທະນາປະເທດຊາດ, ເພີ່ມເຕີມທ່າໄດ້ປຽບໃຫ້ກັນ ໃນການປ່ຽນແປງໃໝ່ ແລະພັດທະນາ; ສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງ ປະຊາຊົນ ສອງປະເທດ, ເປັນຕົ້ນແມ່ນລະຫວ່າງບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມກັນ, ສາຍພົວພັນລະຫວ່າງບັນດາອົງການຈັດຕັ້ງປະຊາຊົນ, ສັງຄົມຂອງສອງປະເທດພັດທະນາຢ່າງບໍ່ຢຸດຢັ້ງ. ການສຶກສາອົບຮົມໃຫ້ແກ່ປະຊາຊົນສອງປະເທດ, ພິເສດແມ່ນຄົນຮຸ້ນໜຸ່ມ ກ່ຽວກັບມູນເຊື້ອ ແລະຄຸນຄ່າຂອງ ສາຍພົວພັນຫວຽດນາມ-ລາວ ມີຄວາມໝາຍສໍາຄັນທີ່ສຸດ ແລະ ຈະໄດ້ຮັບການຍູ້ແຮງຈາກສອງຝ່າຍ.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ທ່ານເອກອັກຄະລັດຖະທູດ ມີຂໍ້ສະເໜີຫຍັງຕໍ່ຊາວຫວຽດນາມ ຢູ່ ປະເທດເພື່ອນ?

- ໃນຊຸມປີຜ່ານມາ, ຊາວຫວຽດນາມອາໄສຢູ່ລາວຍາມໃດກໍ່ໄດ້ເສີມຂະຫຍາຍທາດແທ້ຄວາມດຸໝັ່ນ, ຄ່ອງແຄ້ວໃນການຜະລິດ, ພ້ອມທັງຊຸກຍູ້ ບັນດາການ ເຄື່ອນໄຫວດຳເນີນທຸລະກິດນຳເຂົ້າ-ສົ່ງອອກ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍດ້ານ. ມີຫຼາຍວິສາຫະກິດຂອງຊາວຫວຽດນາມ ໄດ້ກາຍເປັນ ຫົວໜ່ວຍເສດຖະກິດຫຼັກຂອງ ບາງທ້ອງຖິ່ນ, ມີການເຄື່ອນໄຫວສັງຄົມຫຼາຍຢ່າງຊ່ວຍທ້ອງຖິ່ນໃນການແກ້ໄຂຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ແລະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຊົມເຊີຍຈາກອໍານາດການປົກຄອງທຸກຂັ້ນ. ຄຽງຄູ່ກັບການຊ່ວຍເຫຼືອກັນພັດທະນາເສດຖະກິດ, ສ້າງຂົວຕໍ່ດຶງດູດນັກທຸລະກິດຫວຽດນາມ ມາລົງທຶນຢູ່ລາວ, ຊາວຫວຽດນາມ ຢູ່ ລາວ ຍັງໄປຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈກັນຮັກສາວັດທະນະທຳຂອງຊາວຫວຽດນາມ, ຮັກສາພາສາ ແລະຕົວໜັງສືຫວຽດນາມ, ຍາມໃດກໍ່ເອກອ້າງທະນົງໃຈຕໍ່ກັບພື້ນຖານວັດທະນະທຳທີ່ເປັນມູນເຊື້ອຂອງຊາດ. ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມນັ້ນ, ຂ້າພະເຈົ້າຫວັງວ່າຊາວຫວຽດນາມອາໄສຢູ່ລາວຈະສືບຕໍ່ບູລະນະບັນດາອົງການຈັດຕັ້ງສະມາຄົມ; ເພິ່ງພາອາໄສກັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນພັດທະນາໃຫ້ເຂັ້ມແຂງຂຶ້ນ; ຮັກສາສີສັນວັດທະນະທຳຂອງຊາດ, ຫັນກັບເມືອຫາຖີ່ນກໍາເນີດ, ຮັກສາການສອນ ແລະຮຽນພາສາຫວຽດນາມ; ປະຕິບັດຕາມຂໍ້ກຳນົດກົດໝາຍຂອງລາວຢ່າງເຂັ້ມງວດ, ເຊື່ອມໂຍງເຂົ້າກັບຊຸມຊົນປະເທດເຈົ້າພາບ ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ; ເສີມຂະຫຍາຍບົດບາດຂອງຊາວຫວຽດນາມທຸກຄົນຢູ່ລາວ, ແຕ່ລະວິສາຫະກິດຫວຽດນາມຢູ່ລາວ ແມ່ນທູດໃນການຮັກສາ, ພັດທະນາ ແລະເພີ່ມພູນຄູນສ້າງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.

ເຈີມແອງ

ເຫດການ
302 Found

Found

The document has moved here.