ຍູ້ແຮງວຽກງານປ້ອງກັນ, ຕ້ານການຟອກເງິນ, ອຸປະຖຳການກໍ່ການຮ້າຍ ແລະ ໜູນຊ່ວຍການແຜ່ຂະຫຍາຍອາວຸດລ້າງຜານ

11:12 | 12/08/2022

ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິນຄາຍ ຫາກໍ່ເຊັນປະກາດໃຊ້ແຜນການກະທຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ຕ້ານການຟອກເງິນ, ອຸປະຖຳການກໍ່ການຮ້າຍ ແລະ ໜູນຊ່ວຍການແຜ່ຂະຫຍາຍອາວຸດລ້າງຜານ ໄລຍະ 2021 – 2025.

ໝູນໃຊ້ສັນຍາ EVFTA ເພື່ອສ້າງເຄື່ອງໝາຍການຄ້າສິນຄ້າ ໝູນໃຊ້ສັນຍາ EVFTA ເພື່ອສ້າງເຄື່ອງໝາຍການຄ້າສິນຄ້າ
ກອງປະຊຸມສົ່ງເສີມການລົງທຶນຮ່າໂນ້ຍ-ວຽງຈັນ ກອງປະຊຸມສົ່ງເສີມການລົງທຶນຮ່າໂນ້ຍ-ວຽງຈັນ
ພາບປະກອບ
ພາບປະກອບ

ແຜນການເພື່ອແນໃສ່ສ້າງກົນໄກການປ້ອງກັນ, ຕ້ານການຟອກເງິນ, ອຸປະຖຳການກໍ່ການຮ້າຍ ແລະ ໜູນຊ່ວຍການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ຢ່າງມີປະສິດທິຜົນ ເພື່ອພື້ນຖານສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ເຊື່ອມໂຍງ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງຂອງ ຫວຽດນາມ ໃນປະຊາຄົມສາກົນ; ປົກປ້ອງຜົນປະໂຫຍດແຫ່ງຊາດ, ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນໃນພື້ນຖານເສດຖະກິດໃຫ້ເປັນຢ່າງດີທີ່ສຸດ, ປະກອບສ່ວນປ້ອງກັນ, ຕ້ານອາດຊະຍາກຳສໍ້ລາດບັງຫຼວງ, ຟອກເງິນ, ອຸປະຖຳການກໍ່ການຮ້າຍ ແລະ ໜູນຊ່ວຍການແຜ່ຂະຫຍາຍອາວຸດລ້າງຜານ... ຊຸກຍູ້ການເຕີບໂຕເສດຖະກິດ.

ແຜນການໄດ້ຊ່ວຍສ້າງກອບນິຕິກຳໃຫ້ສົມບູນແບບ, ສ້າງລະບົບເອກະສານກຳນົດກົດໝາຍໃຫ້ຄົບຊຸດ, ສອດຄ່ອງກັບສະພາບການຕົວຈິງຢູ່ພາຍໃນປະເທດ ແລະ ມຸ່ງໄປເຖິງການຕອບສະໜອງບັນດາມາດຕະຖານສາກົນ.

ແຜນການ​ດັ່ງກ່າວ​ໄດ້​ວາງ​ອອກ​ບັນດາ​ໜ້າ​ທີ່ ​ແລະ ​ມາດຕະການແກ້​ໄຂ​ຄື: ​ສຳ​ເລັດ​ກອບ​ກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຟອກ​ເງິນ, ອຸປະຖຳການກໍ່ການຮ້າຍ ​ແລະ ໜູນຊ່ວຍການແຜ່ຂະຫຍາຍອາວຸດລ້າງຜານ... ບົນ​ພື້ນຖານ​ການຕອບສະໜອງບັນດາມາດຕະຖານສາກົນ ​ແລະ ເໝາະ​ສົມ​ກັບ​ການ​ສະພາບຕົວຈິງ​ຂອງ​ຫວຽດນາມ; ຍົກສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ປະ​ເມີນ​ຄວາມ​ສ່ຽງ​ຂອງ​ການ​ຟອກ​ເງິນ, ໜູນຊ່ວຍການແຜ່ຂະຫຍາຍອາວຸດລ້າງຜານ ​ແລະ ການ​ແຜ່​ຂະຫຍາຍ​ອາວຸດ​ທຳລາຍ​ລ້າງ​ຜານ ແລະ ການ​ຮ່ວມ​ມື​ພາຍ​ໃນ​ປະ​ເທດ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.