ບາດກ້າວເດີນໃຫຍ່ເພື່ອ ສົ່ງໝາກໄມ້ ຫວຽດນາມ ໄປຂາຍຢູ່ ອາເມລິກາ

13:43 | 02/08/2022

ສາຂາຫ້ອງການການຄ້າ ປະຈຳ San Francisco ໄດ້ປຸກລະດົມ, ສົມທົບກັບບັນດາອົງການ, ວິສາຫະກິດພາຍໃນປະເທດ ແລະ ບັນດາວິສາຫະກິດ ອາເມລິກາ ເພື່ອຜັນຂະຫຍາຍການນຳເຂົ້າໝາກລີ້ນຈີ່ສົດຂອງ ຫວຽດນາມ ໄປຂາຍຢູ່ຕະຫຼາດ ອາເມລິກາ.

ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ຢ້ຽມຢາມ ຫວຽດນາມ ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ຢ້ຽມຢາມ ຫວຽດນາມ
ເພີ່ມທະວີການຮ່ວມມືດ້ານການສຶກສາ ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືດ້ານການສຶກສາ ຫວຽດນາມ - ອາເມລິກາ
ຂັ້ນຕອນເລືອກເຟັ້ນໃນບໍລິສັດສົ່ງອອກໝາກໄມ້ແຫ່ງໜື່ງຢູ່ແຂວງ ບັກຢາງ (ພາບ:  Vũ Sinh/TTXVN)
ຂັ້ນຕອນເລືອກເຟັ້ນໃນບໍລິສັດສົ່ງອອກໝາກໄມ້ແຫ່ງໜື່ງຢູ່ແຂວງ ບັກຢາງ (ພາບ: Vũ Sinh/TTXVN)

ຕະຫຼາດເອີລົບ - ທະວີບອາເມລິກາ (ຂຶ້ນກັບກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ) ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄຳຊີ້ນຳຂອງກະຊວງອຸດສາຫະກຳ - ການຄ້າ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco (ປະເທດ ອາເມລິກາ) ໄດ້ຜັນຂະຫຍາຍແຜນຮ່າງນຳສິນຄ້າ ຫວຽດນາມ ເຂົ້າລະບົບຈຳໜ່າຍຕ່າງປະເທດ ແຕ່ຕົ້ນປີ 2022. ຕາມນັ້ນແລ້ວ, ສາຂາຫ້ອງການການຄ້າ ປະຈຳ San Francisco ໄດ້ປຸກລະດົມ, ສົມທົບກັບບັນດາອົງການ, ວິສາຫະກິດພາຍໃນປະເທດ ແລະ ບັນດາວິສາຫະກິດ ອາເມລິກາ ເພື່ອຜັນຂະຫຍາຍການນຳເຂົ້າໝາກລີ້ນຈີ່ສົດຂອງ ຫວຽດນາມ ໄປຂາຍຢູ່ຕະຫຼາດ ອາເມລິກາ, ພິເສດແມ່ນບັນດາລັດຂຶ້ນກັບ ອາເມລິກາ ຕາເວັນຕົກ. ພາຍຫຼັງມານະພະຍາຍາມຫຼາຍຢ່າງ, ຫວ່າງແລ້ວນີ້, ໝາກລີ້ນຈີ່ຖ້ຽວທຳອິດໄດ້ຂົນສົ່ງດ້ວຍທາງທະເລຈາກແຂວງ ບັກຢາງ ແລະ ຫາຍເຢືອງ ໂດຍບໍລິສັດ Dragonberry Produce ຈຳໜ່າຍ ແລະ ວາງຂາຍຢູ່ລະບົບຮ້ານສັບພະສິນຄ້າ Safeway ແລະ Albersons ຢູ່ລັດ Washington, Oregon ແລະ California. ນີ້ແມ່ນລະບົບຮ້ານສັບພະສິນຄ້າໃຫຍ່ຢູ່ເຂດຕາເວັນຕົກຂອງປະເທດ ອາເມລິກາ; ໃນນັ້ນ Safeway ມີ 773 ຮ້ານ, Albersons ມີ 340 ຮ້ານ. ຕາມກົມຕະຫຼາດເອີລົບ - ທະວີບອາເມລິກາ, ອາດຈະຖືວ່ານີ້ແມ່ນບາດກ້າວເດີນໃຫຍ່ໃນການຊຸກຍູ້ການບໍລິໂພກໝາກໄມ້ຂອງ ຫວຽດນາມ ເວົ້າລວມ ແລະ ໝາກລີ້ນຈີ່ເວົ້າສະເພາະຢູ່ຕະຫຼາດ ອາເມລິກາ. ຍ້ອນວ່າ, ກ່ອນນີ້, ສ່ວນຫຼາຍໝາກລີ້ນຈີ ຫວຽດນາມ ໄດ້ສົ່ງຂາຍຢູ່ອາເມລິກາ ພຽງໄດ້ວາງຂາຍຢູ່ຕະຫຼາດມູນເຊື້ອ, ຮ້ານສັບພະສິນຄ້າຂະໜາດນ້ອຍເພື່ອຮັບໃຊ້ຊາວອາເມລິກາ ເຊື້ອຊາດ ອາຊີເທົ່ານັ້ນ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.