ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ​ໄອ​ແລນ

10:46 | 07/07/2022

ຍສໝ - 2 ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ ​ເພື່ອ​ຮັດ​ແໜ້ນ​ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ; ​ເປີດການ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ​ເຊັ່ນ: ຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພະລັງງານ​ທົດ​ແທນ, ກະສິກຳ​ເຕັກ​ໂນ​ໂລ​ຢີ​ສູງ, ນະວັດຕະກຳ, ການ​ຮ່ວມ​ມື​ພັດທະນາ, ການ​ສຶກສາ - ບຳລຸງ​ສ້າງ, ການພົບປະ​ແລກປ່ຽນ​ປະຊາຊົນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Abdelhamid Boubazine: ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ Algeria ແລະ ຫວຽດນາມ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Abdelhamid Boubazine: ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ Algeria ແລະ ຫວຽດນາມ
ອົດ​ສະ​ຕາ​ລີ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກັບ ຫວຽດ​ນາມ ອົດ​ສະ​ຕາ​ລີ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກັບ ຫວຽດ​ນາມ

ຕອນ​ເຊົ້າ​ວັນ​ທີ 4 ກໍລະກົດ, ຢູ່​ຮ່າ​ໂນ້ຍ, ທ່ານ​ ໂດ໊ຮຸ່ງຫວຽດ ຜູ້ຊ່ວຍວຽກ ລັດຖະມົນຕີ​ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Colm Brophy ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ໄອ​ແລນ ​ໄດ້​ຮັບຮູ້​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ການ​ພົວພັນ ຫວຽດນາມ - ​ໄອ​ແລນ.

ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ​ໄອ​ແລນ
ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ​ໄອ​ແລນ. ພາບ: baoquocte.vn

ທ່ານ​ ໂດ໊ຮຸ່ງຫວຽດ ​ໄດ້​ຊົມເຊີຍ​ການ​ເຂົ້າ​ຢ້ຽມ​ຫວຽດນາມຂອງ​ທ່ານ​ Brophy ຢູ່ ຫວຽດນາມ, ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ​ໄອ​ແລນ.

2 ຝ່າຍ​ໄດ້​ຮັບ​ຮູ້ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ​ຂອງ​ການ​ພົວພັນຮ່ວມ​ມື​ສອງຝ່າຍລະຫວ່າງ ຫວຽດນາມ - ​ໄອ​ແລນ ​ໃນ​ຂົງ​ເຂດ​ການ​ເມືອງ - ການ​ທູດ, ການ​ຄ້າ - ການ​ລົງທຶນ, ການ​ສຶກສາ, ການ​ຮ່ວມ​ມື​ພັດທະນາ... ພິເສດ, ເຖິງວ່າຖືກຜົນກະທົບຈາກພະຍາດໂຄວິດ-19 ແຕ່ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຍັງ ​ຮັກສາ​ໄດ້ທ່າຈັງ​ເຕີບ​ໂຕ​ສູງ, ບັນລຸ 4,7 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2021.

2 ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ ​ເພື່ອ​ຮັດ​ແໜ້ນ​ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ; ​ເປີດການ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ​ເຊັ່ນ: ຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພະລັງງານ​ທົດ​ແທນ, ກະສິກຳ​ເຕັກ​ໂນ​ໂລ​ຢີ​ສູງ, ນະວັດຕະກຳ, ການ​ຮ່ວມ​ມື​ພັດທະນາ, ການ​ສຶກສາ - ບຳລຸງ​ສ້າງ, ການພົບປະ​ແລກປ່ຽນ​ປະຊາຊົນ.

​ເນື່ອງ​ໃນ​ໂອກາດ​ນີ້, ສອງ​ຝ່າຍ​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ຫຼາຍ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ບູນມີ

ເຫດການ
302 Found

Found

The document has moved here.