ການວາງສະແດງ “ຄວາງາມຂອງມໍລະດົກກຸງເກົ່າເຫ້ວໂດຍຜ່ານກາບກອນ, ຈິດຕະກໍາ”

09:04 | 30/06/2022

ຍສໝ-ເນື່ອງໃນໂອກາດສະເຫຼີມສະຫຼອງສັບປະດາ Festival ເຫ້ວ 2022 ດ້ວຍຫົວຂໍ້ວ່າ “ມໍລະດົກວັດທະນະທຳ ກັບການເຊື່ອມໂຍງ ແລະ ພັດທະນາ”, ຕອນບ່າຍວັນທີ 23 ມິຖຸນາ, ຢູ່ຫໍພິພິທະພັນວິຈິດສິນ ເຫ້ວ ໄດ້ໄຂງານວາງສະແດງ “ຄວາມງາມຂອງມໍລະດົກເຫ້ວ ໂດຍຜ່ານກາບກອນ, ຈິດຕະກໍາ”.

ຫວຽດນາມ - ຮຸງກາຣີ ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຮຸງກາຣີ ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ
ຄວາມປະທັບໃຈຕໍ່ມິດຕະພາບຫວຽດນາມ - ເຊັກ ຜ່ານການວາງສະແດງຮູບພາບ “ຫວຽດນາມ ປ່ຽນໃໝ່ ແລະ ພັດທະນາ” ຄວາມປະທັບໃຈຕໍ່ມິດຕະພາບຫວຽດນາມ - ເຊັກ ຜ່ານການວາງສະແດງຮູບພາບ “ຫວຽດນາມ ປ່ຽນໃໝ່ ແລະ ພັດທະນາ”
ການວາງສະແດງ “ຄວາງາມຂອງມໍລະດົກກຸງເກົ່າເຫ້ວໂດຍຜ່ານກາບກອນ, ຈິດຕະກໍາ”
ພາບປະກອບ (ພາບ: TTXVN)

ທີ່ງານ​ວາງ​ສະ​ແດງໄດ້ວາງສະແດງ, ​ແນະ​ນຳ​ໃຫ້​ແກ່​ໝູ່ປະຊາຊົນ ພາບສະເກັດກວ່າ 250 ແຜ່ນ​; ບົດ​ກອນ 30 ບົດ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ບັນດາ​ແງ່​ມຸມ​ຂອງ​ມໍລະດົກ​ວັດທະນະທຳ​ເຫ້ວ, ​ເຊັ່ນ: ເຂດຮ່ອງຮອຍກຸງເກົ່າ ​ເຫ້ວ; ບັນດາກິດຈະກຳສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະເຊິ່ງຕິດພັນກັບປະຫວັດສາດຂອງລາຊະວົງ ຫງວຽນ; ສະຖາປັດຕະຍະກຳຕາມແບບພື້ນເມືອງ ກໍຄືທິວທັດ ເຫ້ວ.

ນີ້​ແມ່ນ​ໝາກຜົນ​ຂອງ​ລາຍການ “​ການເດີນ​ທາງ​ແຕ້ມສະເກັດ​ມໍລະດົກ​ກຸງເກົ່າ ເຫ້ວ 2022” ​ໂດຍ​ຫໍພິພິທະ​ພັນ​ວິຈິດ​ສິນ​ ເຫ້ວ ​​ຈັດ​ຕັ້ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ເກືອບ 100 ຄົນ ​ເຊິ່ງລວມມີ​ສະຖາປະນິກ, ນັກ​ສິລະ​ປິນ, ນັກ​ຈິດຕະກອນ, ນັກ​ກະວີ, ນັກ​ປະພັນ, ເຍົາວະຊົນ ​ແລະ ບັນດາ​ຜູ້ທີ່​ຮັກ​ການ​ແຕ້ມ​ຮູບ, ກໍ​ຄື​ຮັກ​ມໍລະດົກ​ເຊິ່ງມາຈາກບັນດາສະມາຄົມວັດທະນະ​ທຳ ສິລະ​ປະ​ແຂວງ​ເທື່ອທຽນ-ເຫ້ວ ​ແລະ ກຸ່ມ​ແຕ້ມ​ສະເກັດ​ຕົວ​ເມືອງ​ ຮ່າ​ໂນ້ຍ.

ຫອມມາລາ

ເຫດການ
302 Found

Found

The document has moved here.