ຫວຽດນາມ ຕັ້ງໜ້າກະກຽມການປ້ອງກັນ, ຕ້ານພະຍາດໝາກສຸກລີງ

13:51 | 25/06/2022

ຫວຽດນາມ ໄດ້ຕັ້ງໜ້າຈັດບັ້ນໂຄສະນາທາງສື່ມວນຊົນ, ຍົກສູງຄວາມຮູ້ໃຫ້ແກ່ປະຊາຊົນກ່ຽວກັບພະຍາດໝາກສຸກລີງ ແລະ ມາດຕະການປ້ອງກັນ, ຕ້ານພະຍາດ.

ກຸ່ມບໍລິສັດ​ຫວຽດນາມ​ແຫ່ງ​ທຳ​ອິດ​ທີ່​ເປີດ​ສຳນັກງານ​ຜູ້ຕາງໜ້າ​ຢູ່ ອິດສະຣາ​ແອນ ກຸ່ມບໍລິສັດ​ຫວຽດນາມ​ແຫ່ງ​ທຳ​ອິດ​ທີ່​ເປີດ​ສຳນັກງານ​ຜູ້ຕາງໜ້າ​ຢູ່ ອິດສະຣາ​ແອນ
ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ແລະ ​ເຢຍລະ​ມັນ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ແລະ ​ເຢຍລະ​ມັນ
ໄວຣັດກໍ່ໃຫ້ເກີດພະຍາດໝາກສຸກລີງ (ພາບ: VGC/ Reuters)
ໄວຣັດກໍ່ໃຫ້ເກີດພະຍາດໝາກສຸກລີງ (ພາບ: VGC/ Reuters)

ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 23 ມິຖຸນາ, ຢູ່ ຮ່າໂນ້ຍ, ຕໍ່ໜ້າຄວາມວິຕົກກັງວົນທີ່ວ່າ ພະຍາດໝາກສຸກລີງຢູ່ພາກພື້ນ ຈະແຜ່ລະບາດມາຮອດ ຫວຽດນາມ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຕັ້ງໜ້າຈັດບັ້ນໂຄສະນາທາງສື່ມວນຊົນ, ຍົກສູງຄວາມຮູ້ໃຫ້ແກ່ປະຊາຊົນກ່ຽວກັບພະຍາດໝາກສຸກລີງ ແລະ ມາດຕະການປ້ອງກັນ, ຕ້ານພະຍາດ. ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສົ່ງເອກະສານໃຫ້ອົງການທີ່ມີໜ້າທີ່ ແລະ ທ້ອງຖິ່ນຕ່າງໆຢູ່ພາຍໃນປະເທດ ສະເໜີໃຫ້ເພີ່ມທະວີການຕິດຕາມ ກວດກາ, ສະກັດກັ້ນ ແລະ ກວດພົບກໍລະນີຕິດພະຍາດຢູ່ຕາມດ່ານຊາຍແດນ ແລະ ອົງການການແພດໂດຍໄວ, ໂດຍສະເພາະແມ່ນກໍລະນີກັບມາຈາກບັນດາປະເທດເກີດພະຍາດໝາກສຸກລີງ. ພ້ອມກັນນັ້ນ, ຫວຽດນາມ ກໍ່ຕັ້ງໜ້າຜັນຂະຫຍາຍບັນດາບັ້ນໂຄສະນາທາງສື່ມວນຊົນ, ຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນກ່ຽວກັບພະຍາດດັ່ງກ່າວ, ກໍຄືມາດຕະການປ້ອງກັນ, ຕ້ານພະຍາດ. ຕາມກະຊວງສາທາລະນະສຸກແລ້ວ, ປະຈຸບັນ ຫວຽດນາມ ຍັງບໍ່ມີຜູ້ຕິດພະຍາດໝາກສຸກລີງເທື່ອ. ປະຈຸບັນ, ບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ໄດ້ສົມທົບກັບອົງການອະນາໄມໂລກ (WTO) ຕິດຕາມສະພາບການຂອງໂລກລະບາດໃນໂລກຢ່າງໃກ້ຊິດ ເພື່ອສາມາດຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານພະຍາດໃຫ້ເໝາະສົມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.