ລັດຖະມົນຕີ ຮສສ ຮຽກຮ້ອງໃຫ້ທົ່ວສັງຄົມພ້ອມໃຈ ປະກອບສ່ວນຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ

09:45 | 11/09/2019

ໃນວັນທີ 10 ສິງຫາ 2019, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ທົ່ວສັງຄົມ ທັງນິຕິບຸກຄົນ, ພາກລັດ ແລະ ເອກະຊົນ ຈົ່ງພ້ອມໃຈກັນປະກອບສ່ວນຊ່ວຍເຫລືອ ຜູ້ປະສົບໄພພິບັດນ້ຳຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໂດຍສະເພາະແມ່ນ ເຕັ້ນພັກຊົ່ວຄາວ, ເຄື່ອງອຸປະໂພກ-ບໍລິໂພກ, ເຂົ້າສານ, ອາຫານ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນອນ, ຢາປົວພະຍາດ, ເຮືອພ້ອມຄົນຂັບ, ງົບປະມານຮັບໃຊ້ ແລະ ອື່ນໆ ເພາະປະຊາຊົນຜູ້ຖືກຜົນກະທົບ ຍັງມີຄວາມຕ້ອງການຢ່າງຫລວງຫລາຍ.

ລັດຖະມົນຕີ ຮສສ ຮຽກຮ້ອງໃຫ້ທົ່ວສັງຄົມພ້ອມໃຈ ປະກອບສ່ວນຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ທ່ານ ຄຳແພງ ໄຊສົມແພງ ຊີ້ໃຫ້ເຫັນວ່າ: ເນື່ອງຈາກໃນທ້າຍເດືອນສິງຫາ ຫາຕົ້ນເດືອນກັນຍາ 2019ໄດ້ຮັບຜົນກະທົບຈາກອິດທິພົນ ຂອງລົມພະຍຸໝູນເຂດຮ້ອນ ໂພດູ ແລະ ລົມພະຍຸດີເປຣຊັນ ທີ່ພັດຜ່ານເຂົ້າມາ ສປປ ລາວ ເຮັດໃຫ້ມີຝົນຕົກ ໜັກ ແລະ ເກີດນໍ້າຖ້ວມ ຢູ່ 6 ແຂວງ ຄື: ແຂວງຄຳມ່ວນ, ສະຫວັນນະເຂດ,ສາລະວັນ, ຈຳປາສັກ, ເຊກອງ ແລະ ແຂວງອັດຕະປື, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ ໃນ 47 ເມືອງ, 1.643 ບ້ານ, 150.415 ຄອບຄົວ, 458.017 ຄົນ ເຊິ່ງເຮັດໃຫ້ມີ ຜູ້ເສຍຊີວິດ 13 ຄົນ (ແຂວງສະຫວັນນະເຂດ 3 ຄົນ, ສາລະວັນ 2 ຄົນ, ອັດຕະປື 4 ຄົນ ແລະ ຈໍາປາສັກ 4 ຄົນ), ສູນຫາຍ 1 ຄົນ ຢູ່ແຂວງຈໍາປາສັກ, ປະຊາຊົນໄດ້ຮັບການຍົກຍ້າຍ 14.328 ກວ່າຄອບຄົວ, 102.416 ກວ່າຄົນ, ເປັນຍິງ 15.205 ຄົນ. ນອກຈາກນີ້, ມັນຍັງ ສົ່ງຜົນກະທົບ ແລະ ເສຍຫາຍ ຕໍ່ຂະແໜງການສັງຄົມ, ເສດຖະກິດ, ສິ່ງແວດລ້ອມ ແລະ ໂຄງລ່າງພື້ນຖານທີ່ສໍາຄັນ ເປັນຕົ້ນ ທີ່ຢູ່ອາໄສ ແລະ ບ້ານເຮືອນຂອງປະຊາຊົນ, ເສັ້ນທາງ, ຂົວ, ຫ້ອງການຂອງລັດ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ແຫລ່ງນໍ້າກິນ-ນໍ້າໃຊ້, ພື້ນທີ່ການຜະລິດ, ສັດລ້ຽງ, ຊົນລະປະທານ ແລະ ອື່ນໆ.

ຕໍ່ກັບເຫດການດັ່ງກ່າວ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ກໍ່ໄດ້ປະສານງານຢ່າງໃກ້ຊິດ ກັບບັນດາແຂວງທີ່ຖືກກະທົບຈາກໄພພິບັດ ພ້ອມທັງໄດ້ເລັ່ງດຳເນີນການ ຊ່ວຍເຫລືອບັນເທົາທຸກສຸກເສີນ ເປັນຕົ້ນໄດ້ສົມທົບ ກັບກອງທັບນໍາໃຊ້ລົດ ແລະ ຍົນ ເພື່ອຈັດສົ່ງພາຫະນະ, ອຸປະກອນ ແລະ ເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີນ ໄປຊ່ວຍເຫລືອປະຊາຊົນ ທີ່ຖືກກະທົບຢູ່ບັນດາແຂວງ ເຊັ່ນ: ເຮືອກູ້ໄພ ຈໍານວນ39 ລໍາ ເພື່ອນໍາໃຊ້ເຂົ້າໃນການກູ້ໄພ ແລະ ຍົກຍ້າຍ ປະຊາຊົນພ້ອມທັງສັບສິນຂອງເຂົາເຈົ້າ; ເຕັ້ນນອນຄອບຄົວ120 ຊຸດ, ນໍ້າດື່ມ 3 ພັນກວ່າແພັກ, ເຄື່ອງໃຊ້ຄົວເຮືອນ 300 ກວ່າຊຸດ; ໄດ້ນໍາໃຊ້ເງິນທີ່ລັດຖະບານ ຈັດສັນໃນເບື້ອງຕົ້ນໃຫ້ ຈໍານວນ 5 ຕື້ກີບ ນໍາໄປຊ່ວຍເຫລືອ ແລະ ມອບໃຫ້ບັນດາ ແຂວງທີ່ຖືກ ກະທົບຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ລວມທັງ ໄດ້ມອບເງິນ ໃນບ້ວງກອງທຶນແຮນໍ້າມັນສຸກເສີນ ໃຫ້ແຂວງລະ 50 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນການບໍລິຫານ ຂົນສົ່ງເຄື່ອງຊ່ວຍເຫລືອ ບັນເທົາທຸກໄປໃຫ້ຜູ້ປະສົບໄພພິບັດ.

ພ້ອມກັນນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ອອກແຈ້ງການລະດົມບໍລິຈາກນໍາສັງຄົມຜ່ານສື່ມວນຊົນ ເຊິ່ງໄດ້ເລີ່ມປະຕິບັດແຕ່ວັນທີ 7 ກັນຍາ 2019 ເປັນຕົ້ນມາ. ຮອດປັດຈຸບັນ ໄດ້ມີຫລາຍພາກສ່ວນທີ່ເຂົ້າມາ ໃຫ້ການຊ່ວຍ ເຫລືອທັງເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິ ໂພກ, ເຂົ້າກິນ, ນໍ້າດື່ມ,ເຄື່ອງນຸ່ງຫົ່ມ, ເຄື່ອງນອນ, ເຄື່ອງ ໃຊ້ຄົວເຮືອນ, ອື່ນໆ ມູນຄ່າ 1 ຕື້ກີບ ເຊິ່ງໄດ້ນໍາໄປຊ່ວຍເຫລືອຜູ້ປະສົບໄພພິບັດ ໃນບັນດາແຂວງຢູ່ພາກໄຕ້ແລ້ວ. ປັດຈຸບັນ ຍັງມີເຄື່ອງ ອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ຢູ່ສາງກະຊວງ ຮສສ ແລະ ກໍາລັງປະສານກັບກອງທັບ ເພື່ອນໍາສົ່ງເຄື່ອງດັ່ງກ່າວໄປເພື່ອຊ່ວຍເຫລືຜູ້ປະສົບໄພພິບັດ ໂດຍໄວ.

ເພື່ອຮັບມືກັບເຫດການ ທີ່ຈະເກີດຂຶ້ນໃນຕໍ່ໜ້າ ກະຊວງ ຮສສ ກໍຄືລັດຖະບານ ໄດ້ມີມາດຕະການຈັດຕັ້ງປະຕິບັດດັ່ງນີ້: ສືບຕໍ່ການຕິດຕາມພະຍາກອນ ແລະ ແຈ້ງຂ່າວເຕືອນໄພລ່ວງໜ້າ ໃຫ້ທັນເວລາ ນໍາໃຊ້ເຄື່ອງມືທີ່ມີຢູ່; ສືບຕໍ່ປະສານ-ປະຕິບັດ ໃຫ້ການຊ່ວຍເຫລືອສຸກເສີນ ແລະ ຟື້ນຟູຮີບດ່ວນ ລວມທັງ ການສົ່ງທີມປະເມີນສຸກເສີນ ເພື່ອເຮັດການປະເມີນຄວາມເສຍຫາຍ ແລະ ຄວາມຕ້ອງການ ເພື່ອສ້າງແຜນຊ່ວຍເຫລືອ ແລະ ຟື້ນຟູຄືນຫລັງໄພພິບັດ; ເລັ່ງສືບຕໍ່ ສ້ອມແປງສິ່ງອໍານວຍ ຄວາມສະດວກ ແລະ ສະຖານທີ່ບໍລິການ ເປັນຕົ້ນ ເສັ້ນທາງ, ຂົວ, ໄຟຟ້າ, ນໍ້າປະປາ, ແຫລ່ງນໍ້າກິນ-ນໍ້າໃຊ້, ໂຮງຮຽນ, ໂຮງໝໍ, ສຸກສາລາ ແລະ ອື່ນໆ;ຮັບປະກັນໃຫ້ຜູ້ປະສົບໄພພິບັດ ທີ່ອາໄສຢູ່ສູນພັກເຊົາ ໄດ້ເຂົ້າເຖິງປັດໃຈ ອາຫານ, ນໍ້າດື່ມ, ການຢູ່ກິນທີ່ປອດໄພ, ສຸຂະອານາໄມ ແລະ ສຸຂະພາບ; ສືບຕໍ່ນໍາໃຊ້ກໍາລັງແຮງ ຂອງ ກອງທັບ, ຕໍາຫລວດ, ຊາວໜຸ່ມ, ແມ່ຍິງ,ກາແດງ, ອາສາສະໝັກ ເພື່ອປະຕິບັດໃຫ້ການຊ່ວຍເຫລືອສຸກເສີນ ແລະ ຟື້ນຟູຫລັງໄພພິບັດ; ຂໍນໍາໃຊ້ເຂົ້າສານ ໃນຂອບໂຄງການ ອາຊຽນບວກສາມ, ລວມທັງ ເຂົ້າໃນຄັງສະສົມ ຂອງ ກະຊວງການເງິນ.

ສຳລັບຜູ້ທີ່ປະສົງຢາກປະກອບສ່ວນ ໃນການແກ້ໄຂບັນເທົາທຸກໃນຄັ້ງນີ້ ສາມາດປະກອບສ່ວນດ້ວຍຕົນເອງ ຫລື ປະສານມາຍັງກົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫລື ໂອນເຂົ້າບັນຊີ: ກອງທຶນຊ່ວຍເຫລືອຜູ້ປະສົບເຄາະຮ້າຍ ຈາກໄພພິບັດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພາສາອັງກິດFund Assistance ta Disaster Victims-Mlrilstry of Labour and Social Weltare; ບັນຊີສະກຸນເງິນກີບ: 010110001508937001; ບັນຊີສະກຸນເງິນບາດ: 01011020150 8937001; ບັນຊີສະກຸນເງິນໂດລາ: 010110101508937001 ເຊິ່ງທ່ານສາມາດຕິດຕໍ່ພົວພັນມາ ໃຫ້ການຊ່ວຍເຫລືອນັບແຕ່ເວລາ 7:30 ໂມງ ຂອງວັນທີ 7 ກັນຍາ 2019 ເປັນຕົ້ນໄປ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.