ຫວຽດນາມ ຟື້ນຟູດ້ານເສດຖະກິດພາຍຫຼັງພະຍາດໂຄວິດ-1 | |
ຫງວຽນທິແອັວງ ນັກກິລາທີ່ດີເດັ່ນຂອງ ກິລາປະເພດແລ່ນແລະລານຂອງຫວຽດນາມ |
![]() |
ທ່ານ ຫງວຽນຈູງກຽນ ເອກອັກຄະລັດຖະທູດ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: plo.vn |
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຈູງກຽນ ແຈ້ງໃຫ້ຊາບກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່ ແລະຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານນິວເຄຼຍ ແລະນໍາໃຊ້ພະລັງງານປະລະມານູ ເພື່ອຈຸດປະສົງສັນຕິພາບ ແລະພັດທະນາແບບຍືນຍົງ, ປະກອບສ່ວນປະຕິບັດບັນດາຄໍາໝັ້ນສັນຍາສາກົນຂອງຫວຽດນາມ, ໃນນັ້ນຢັ້ງຢືນການປະກາດໃຊ້ດໍາລັດ ສະບັບເລກທີ 81/2019/NĐ-CP ວ່າດ້ວຍການສະກັດກັ້ນ ແລະຕ້ານການເຜີຍແຜ່ອາວຸດລ້າງຜານ ໄດ້ສ້າງພື້ນຖານດ້ານກົດໝາຍເພື່ອແນໃສ່ສະກັດກັ້ນການເຜີຍແຜ່ ແລະອຸປະຖໍາໃຫ້ແກ່ການເຜີຍແຜ່ອາວຸດລ້າງຜານນີ້; ພ້ອມທັງພ້ອມກັບບັນດາປະເທດສະມາຊິກແບ່ງປັນ, ເອົາໃຈໃສ່ເຖິງເຕັກໂນໂລຢີໃໝ່ ຄື ເຕົາປະຕິກອນນິວເຄຼຍຂະໜາດໜ້ອຍ ແລະຕິດຕັ້ງຕາມມໍດູນ (SMR), ໂຮງງານໄຟຟ້ານິວເຄຼຍເຄື່ອນທີ່ (TNPP) ແລະໂຮງງານໄຟຟ້ານິວເຄຼຍຢູ່ເທິງທະເລ (FNPP)... ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ການຄົ້ນຄວ້າ, ພັດທະນາ, ອະນຸຍາດ, ເຄື່ອນໄຫວ ແລະຜັນຂະຫຍາຍບັນດາເຕັກໂນໂລຢີນິວເຄຼຍໃໝ່ແມ່ນຕ້ອງເຂົ້າເຖິງຢ່າງລະມັດລະວັງ ແລະສ້າງຂອບກົດໝາຍທີ່ສອດຄ່ອງກັບກົດໝາຍສາກົນ ໂດຍໄວ.
la.qdnd.vn