ຫລາຍພາກສ່ວນ ມີແຜນການຊ່ວຍເຫລືອ ບັນດາແຂວງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

09:45 | 12/09/2019

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານຄະ ນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ​ໄດ້​ຖະ​ແຫລ​ງຂ່າວ​ໃນວັນທີ 10 ກັນຍາ 2019 ທີ່ກະຊວງດັ່ງກ່າວ, ນະຄອນວຽງຈັນ, ມີບາງຕອນສຳຄັນວ່າ: ຕໍ່ກັບຄວາມເສຍຫາຍທີ່ເກີດຂຶ້ນ ຈາກໄພພິບັດນໍ້າຖ້ວມ ຢູ່ບັນດາແຂວງພາກກາງ ​ແລະ ພາກ​ໃຕ້ໃນຄັ້ງນີ້, ບັນດາກະຊວງ, ຂະແໜງການຕ່າງໆ ລວມທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ໄດ້ມີແຜນ ແລະ ດໍາເນີນການຊຸກຍູ້ ໃຫ້ການຊ່ວຍເຫລືອຕາມບົດບາດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ເປັນຕົ້ນ ກະຊວງປ້ອງກັນປະເທດ ໄດ້ນໍາໃຊ້ກໍາລັງຫລວງ ແລະ ກໍາລັງທ້ອງຖິ່ນ ພ້ອມທັງພາຫະນະຂົນສົ່ງ, ເຮືອກູ້ໄພ, ​ເຮືອບິນເຂົ້າຊ່ວຍເຫລືອ, ກະຊວງປ້ອງກັນຄວາມສະຫງົບ ກໍ່ໄດ້ນໍາໃຊ້ກໍາລັງ ແລະ ພາຫະນະຢູ່ສູນກາງ ແລະ ແຂວງ ເຂົ້າຊ່ວຍເຫລືອປ້ອງກັນເວນຍາມ, ຮັກສາຄວາມສະຫງົບ ແລະ ຄວາມປອດໄພຊັບ​ສິນ, ​ເຄື່ອງຂອງປະຊາຊົນ ລວມທັງ ການຊ່ວຍນໍາໃຊ້ລົດດັບເພີງ ເຂົ້າໄປລໍາລຽງນໍ້າໃຊ້ໃຫ້ປະຊາຊົນ ແລະ ຊ່ວຍອະນາໄມພື້ນ​ທີ່​ຕ່າງໆ.

ຫລາຍພາກສ່ວນ ມີແຜນການຊ່ວຍເຫລືອ ບັນດາແຂວງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ສະພາບນ້ຳຖ້ວມ ບັນດາແຂວງພາກໃຕ້.(ພາບ:ລາວທູເດ)

ສຳລັບ​ກະຊວງ ສາທາລະນະສຸກ ກໍ່ໄດ້ຈັດສົ່ງກໍາລັງທີມງານແພດ ພ້ອມຢາປົວພະຍາດ ລົງໄປຊ່ວຍເຫລືອ ແລະ ປະຈໍາຢູ່ບັນດາແຂວງ ທີ່ຖືກຜົນກະທົບ; ກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍ່ໄດ້ນໍາໄຊ້ກໍາລັງແຮງຂອງຕົນ ເຂົ້າໃນການສ້ອມແປງບັນດາເສັ້ນທາງ ແລະ ຂົວທີ່ຖືກເສຍຫາຍ ແລະ ຕັດຂາດ ໃຫ້ສາມາດນໍາໃຊ້ ເດີນທາງໄປມາໄດ້; ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ຕິດຕາມສະພາບ ພະຍາກອນອາກາດ ແລະ ລະດັບນໍ້າ ຂຶ້ນລົງຢູ່ສາຍແມ່ນໍ້າຂອງ ແລະ ສາຂາຂອງແມ່ນໍ້າຂອງ ພ້ອມທັງໄດ້ອອກແຈ້ງຂ່າວເຕືອນໄພ ເປັນແຕ່ລະໄລຍະໃນແຕ່ລະວັນ; ສ່ວນກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກໍ່ໄດ້ປະສານ ແລະ ສົ່ງທີມງານຂ່າວ ລົງໄປຕິດຕາມສະພາບ ແລະ ເຮັດການລາຍງານຂ່າວ ໃນແຕ່ລະໄລຍະ ຂອງ ແຕ່ລະວັນ ລວມທັງ ການຕິດຕາມຄະນະພັກ ຄະນະນໍາ ທີ່ລົງໄປເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ໃຫ້ກໍາລັງໃຈ ຢູ່ບັນດາແຂວງທີ່ຖືກກະທົບຈາກໄພພິບັດ; ອົງການຊາວໜຸ່ມ ແລະ ແມ່ຍິງ ກໍ່ໄດ້ຈັດສົ່ງກໍາລັງ ແລະ ທີມງານ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ເຂົ້າໄປຊ່ວຍເຫລືອ.

ເພື່ອຮັບມືກັບເຫດການ ທີ່ຈະເກີດຂຶ້ນໃນຕໍ່ໜ້າ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ກໍຄືລັດ ຖະບານໄດ້ມີ ມາດຕະການຈັດຕັ້ງປະຕິບັດດັ່ງນີ້: ສືບຕໍ່ການຕິດຕາມພະຍາກອນ ແລະ ແຈ້ງຂ່າວເຕືອນໄພລ່ວງໜ້າ ໃຫ້ທັນເວລາ ນໍາໃຊ້ເຄື່ອງມືທີ່ມີຢູ່; ສືບຕໍ່ປະສານປະຕິບັດ ໃຫ້ການຊ່ວຍເຫລືອສຸກເສີນ ແລະ ຟື້ນຟູຮີບດ່ວນ ລວມທັງການສົ່ງທີມປະເມີນສຸກເສີນ ເພື່ອເຮັດການປະເມີນຄວາມເສຍຫາຍ ແລະ ຄວາມຕ້ອງການ ເພື່ອສ້າງແຜນຊ່ວຍເຫລືອ ແລະ ຟື້ນຟູຄືນຫລັງໄພພິບັດ; ເລັ່ງສືບຕໍ່ສ້ອມແປງສິ່ງອໍານວຍຄວາມສະດວກ ແລະ ສະຖານທີ່ບໍລິການ ເປັນຕົ້ນ ເສັ້ນທາງ, ຂົວ, ໄຟຟ້າ, ນໍາປະປາ, ແຫລ່ງນໍ້າກິນ ນໍ້າໃຊ້, ໂຮງຮຽນ, ໂຮງໝໍ, ສຸກສາລາ, ອື່ນໆ; ຮັບປະກັນໃຫ້ຜູ້ປະສົບໄພພິບັດ ທີ່ອາໃສຢູ່ສູນພັກເຊົາ ໄດ້ເຂົ້າເຖິງປັດໄຈອາຫານ, ນໍ້າດື່ມ, ການຢູ່ກິນທີ່ປອດໄພ, ສຸຂະອານາໄມ, ສຸຂະພາບ ແລະ ອື່ນໆ; ສືບຕໍ່ນໍາໃຊ້ກໍາລັງແຮງຂອງກອງທັບ, ຕໍາຫລວດ, ຊາວໜຸ່ມ, ແມ່ຍິງ, ກາແດງ, ອາສາສະໝັກ ​​ແລະ ອື່ນໆ ເພື່ອປະຕິບັດໃຫ້ການຊ່ວຍເຫລືອສຸກເສີນ ແລະ ຟື້ນຟູຫລັງໄພພິບັດ; ການຂໍນໍາໃຊ້ເຂົ້າສານ ໃນຂອບໂຄງການ ອາຊຽນບວກສາມ, ລວມທັງເຂົ້າໃນຄັງສະສົມ ຂອງກະຊວງການເງິນ ສະເໜີ ໃຫ້ປະສານກັນລະອຽດ ລວມທັງການມອບໂອນ ໂຄງການຄັງແຮເຂົ້າ ລະຫວ່າງ ກະຊວງ ການເງິນ ໃຫ້ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.