ວັນທີ 1 ມິຖຸນາ, ເນື່ອງໃນໂອກາດເປັນຂີດໝາຍບັນລຸໄດ້ 50 ຮ້ານຊັບພະສິນຄ້າແມ່ ແລະ ເດັກ, ຮ້ານຄ້າ AVAKids ໄດ້ມອບ 50 ຊຸດຜ່າຕັດປາກແຫວ່ງໃຫ້ເດັກນ້ອຍຜ່ານກອງທຶນ Operation Smile Vietnam. ນີ້ແມ່ນການປະກອບສ່ວນເບື້ອງຕົ້ນໃນຄຳໝັ້ນສັນຍາຜ່າຕັດໃຫ້ເດັກນ້ອຍຫວຽດນາມ 500 ຄົນຂອງໜ່ວຍງານດັ່ງກ່າວ ດ້ວຍມູນຄ່າ 5 ຕື້ດົ່ງໃນໄລຍະ 2022-2023.
![]() |
ປະກາດກອງທຶນຮອຍຍິ້ມທີ່ມີການຜ່າຕັດປາກແຫວ່ງໃຫ້ເດັກນ້ອຍຫວຽດນາມ 500 ຄົນ. ພາບ: vovworld.vn |
50 ຄົນທໍາອິດທີ່ຜ່າຕັດປາກແຫວ່ງ ຈະໄດ້ຮັບການດຳເນີນຢູ່ໂຮງໝໍ ມິທ້ຽນ (ນະຄອນໂຮ່ຈີມິນ) ໃນວັນທີ 6 ມິຖຸນາ.
ໃນແຕ່ລະປີ, ຢູ່ຫວຽດນາມ, OS ດຳເນີນການຜ່າຕັດໃຫ້ເດັກປາກແຫວ່ງ ປະມານ 2000-2.200 ກໍລະນີ. ດັ່ງນັ້ນ, AVAKids ຈຶ່ງໄດ້ສ້າງຕັ້ງກອງທຶນ ຮອຍຍິ້ມ ແລະ ປະຕິບັດລົງນາມໃນສັນຍາອຸປະຖຳການຜ່າຕັດໃຫ້ເດັກນ້ອຍ 500 ຄົນ ກວມເອົາ 1/4 ຂອງເປົ້າໝາຍ, ເຊິ່ງເປັນການປະກອບ ສ່ວນອັນໃຫຍ່ຫຼວງຂອງວິສາຫະກິດ ເພື່ອເຮັດໃຫ້ຮອຍຍິ້ມຂອງເດັກນ້ອຍ ມີຄວາມສົມບູນ ແລະ ມີອະນາຄົດທີ່ສົດໃສກວ່າ.
ບູນມີ