ທົ່ວປະເທດ ໄຂສົກຮຽນໃໝ່ 2019-2020 ຢ່າງຟົດຟື້ນ

15:01 | 30/08/2019

ນັບແຕ່ທ້າຍເດືອນ ສິງຫາ ຫາ ຕົ້ນເດືອນກັນ 2019, ໂຮງຮຽນສາມັນແຫ່ງຕ່າງໆ ໃນທົ່ວປະເທດ ໄດ້ທະຍອຍໄຂສົກຮຽນໃໝ່ ປະ​ຈຳ​ສົກ​ປີ 2019-2020 ຢ່າງເປັນຂະບວນຟົດຟື້ນ. ສະເພາະ ນະ​ຄອນ​ຫລວງວຽງ​ຈັ​ນ ໄດ້ຈັດຂຶ້ນທີ່ໂຮງ​ຮຽນ ມ​ສ ນາ​ຊາຍ​ທອງ​ ໃນ​ວັນ​ທີ 30 ສິງ​ຫາ 2019, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​​ທ່ານ ພຸດ ສິມ​ມາ​ລາ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ທ່ານ ສີ​ຫູນ ສິດ​ທິ​ລື​ໄຊ ຮອງ​ເຈົ້າ​ຄອງ​ນະ​ຄອນ​ຫລວງວຽງ​ຈັນ, ມີ​ທ່ານເຈົ້າ​ເມືອງ​ໆນາ​ຊາຍ​ທອງ, ຫົວ​ໜ້າ​ຫ້ອງ​ການ​ສຶກ​ສາ​ທິ​ການ ແລະ ກິ​ລາ ຈາກ 9 ຕົວ​ເມືອງ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍ​ພະ​ນັກ​ງານ ​ຄູ-ອາ​ຈານ ແລະ ນັກ​ຮຽນ​ເຂົ້າ​ຮ່ວມຢ່າງຫລວງຫລາຍ.

ທົ່ວປະເທດ ໄຂສົກຮຽນໃໝ່ 2019-2020 ຢ່າງຟົດຟື້ນ

ທົ່ວປະເທດ ໄຂສົກຮຽນໃໝ່ 2019-2020 ຢ່າງຟົດຟື້ນ

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ຊົມ​ພູ ແກ້ວ​ປັນ​ຍາ ຫົວ​ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ​ລາ ນະ​ຄອນ​ຫລວງວຽງ​ຈັນ ​ໃຫ້​ຮູ້​ວ່າ: ປັດຈຸບັນ ວຽ​ກ​ງານ​ການ​ສຶກ​ສາ ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ດ້ານ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ ຈຳ​ນວນ​ໂຮງ​ຮຽນ, ຫ້ອງ​ຮຽນ, ຄູ​ສອນ ແລະ ນັກ​ຮຽນ ມີ​ຈຳ​ນວນ​ເພີ່ມ​ຂຶ້ນ; ການ​ສຶກ​ສາ ໄດ້​ຮັບ​ການ​ພັດ​ທະ​ນາ ຄົບ​ຕາມ 3 ລັກ​ສະ​ນະ ແລະ 5 ຫລັກ​ມູນ ຂອງ​ການ​ສຶກ​ສາ ເຊິ່ງໄດ້​ຂະ​ຫຍາຍ​ຕາ​ໜ່າງ​ໄປ​ສູ່​ທ້ອງ​ຖິ່ນ ແລະ ເຂດ​ຊົນ​ນະ​ບົດ​ຫ່າງ​ໄກ. ພ້ອມນີ້ ຍັງມີ​ຫລາຍ​ໂຄງ​ການ ໄດ້​ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ບັນ​ດາ​ເມືອງ, ບ້ານ ແລະ ກຸ່ມ​ບ້ານ​ພັດ​ທະ​ນາ ເປັນ​ຕົນ​ແມ່ນ​ການ​ຂະ​ຫຍາຍ​ ໂຮງ​ຮຽນ​ອາ​ນຸ​ບານ ຫລື ຫ້ອງ​ກຽມ​ປະ​ຖົ​ມ ເຊິ່ງ​ເຮັດ​ໃຫ້​ຈຳ​ນວນ​ໂຮງ​ຮ​ຽນ​, ສະ​ຖານ​ທີ່​ຮຽນ, ຫ້ອງ​ຮຽນ​ເພີ່ມ​ຂຶ້ນ ແລະ ໄດ້​ເປັນ​ເງື່ອນ​ໄຂ​ໃຫ້​ແກ່​ປະ​ຊາ​ກອນ​ ໃນ​ແຕ່​ລະ​ກຸ່ມ​ເປົ້າ​ໝາຍ ມີ​ໂອ​ກາດ​ໄດ້​ຮັບ​ການ​ສຶກ​ສາ​ຫລາຍ​ຂຶ້ນ.

ສຳ​ລັບ​ແຜນ​ວຽກ​ງານ​ຈຸດ​ສຸ​ມ 2020 ກະຊວງສຶກສາທິການ ແລະ ກິລາ ຈະ​ຂະ​ຫຍາຍ​ວຽກ​ງາ​ນ​ການ​ສຶກ​ສາ ກ່ອນ​ໄວ​ຮຽນ​ທີ່​ມີ​ຄຸນ​ນະ​ພາບ ໃຫ້​ກວ້າງ​ຂວາງ ແລະ ທົ່ວ​ເຖິງ ໂດຍ​ເນັ້ນ​ໃສ່​ການ​ສະ​ໜອງ​ໂຄ່ງ​ລ່າງ​ພື້ນ​ຖານໃນ​ຊຸມ​ຊົນ ລວມທັງອຸ​ປະ​ກອນ​ຮັບ​ໃຊ້​ ການ​ຮຽນ-ການ​ສອນ, ຄູ​ສອນ ແລະ ຜູ້​ດູ​ແລ​ເດັກ ໃຫ້​ໂຮງ​ຮຽນ​ອາ​ນຸ​ບານ ແລະຫ້ອງ​ກຽມ ໂດຍ​ສະ​ເພາະ​ພາກ​ລັດ; ປັງ​ປຸງ​ການ​ຮຽນ​-ການ​ສອນ ໃນ​ຊັ້ນ​ປະ​ຖົມ ໂດຍ​ເນັ້ນ​ໃສ່​ການ​ປະ​ຕິ​ບັດ ການ​ເລື່ອນ​ຂັ້​ນ​ແບບ​ຕໍ່​ເນື່ອງ, ການ​ປັບ​ປຸງ​ລະ​ບົບ ​ນິ​ເທດ​ການ​ສຶກ​ສາ ແລະ ການ​ສ້າງ​ກຸ່ມ​ໂຮງ​ຮຽນ ພ້ອ​ມ​ທັງ​ເອົາ​ໃຈ​ໃສ່​ຕິດ​ຕາມ ການ​ປະ​ຕິ​ບັດ​ຫລັກ​ສູດ ແລ​ະ ການ​ສິດ​ສອນ​ຂອງ​ຄູ.

ທົ່ວປະເທດ ໄຂສົກຮຽນໃໝ່ 2019-2020 ຢ່າງຟົດຟື້ນ

ທ່ານ ຊົມ​ພູ ແກ້ວ​ປັນ​ຍາ ຊີ້ໃຫ້ເຫັນຕື່ມວ່າ: ໃນ​ສົກ​ຮຽນ 2018-2019 ຜ່ານ​ມາ ທົ່ວ​ນະ​ຄອນ​ຫລວງວຽງ​ຈັນ ມີ​ໂຮງ​ຮຽນ​ພາກ​ລັດ ແລະ ເອ​ກະ​ຊົນ ທັງ​ໝົດ 1.099 ແຫ່ງ, ທຽບ​ໃສ່​ສົກ​ຜ່ານ​ມາ​ເພີ່ມ​ຂຶ້ນ 41 ແຫ່ງ, ມີ​ນັກ​ຮຽນ​ທັງ​ໝົດ 201.178 ຄົນ ເປັນ​ຍິງ 97.984 ຄົນ ທຽບ​ໃສ່​ສົນ​ຮຽນ​ຜ່ານ​ມາ ເພີ່ມ​ຂຶ້ນ 1.453 ຄົນ. ໃນ​ນີ້, ໂຮງ​ຮຽນ​ລ້ຽງ​ເດັກ ແລະ ອາ​ນຸ​ບານ ມີ 389 ແຫ່ງ ເພີ່ມ​ຂຶ້ນ 26 ແຫ່ງ, ໂຮງ​ຮຽນ​ປະ​ຖົມ ມີ 533 ແຫ່ງ​ ເພີ່ມ​ຂຶ້ນ 8ແຫ່ງ ແລະ ໂຮງ​ຮຽນ​ມັດ​ທະ​ຍົມ 177 ແຫ່ງ ເພີ່ມ​ຂຶ້ນ 7 ແຫ່ງ, ລວມ​ທັງ​ໂຮງ​ຮຽນ​ສົງ 6 ແຫ່ງ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ