|
ພາບປະກອບ
ຄະນະພັກ-ຄະນະອໍານວຍການບໍລິສັດຮ່ວມມືເສດຖະກິດ 385 (ພົນລະພາກຫຼວງ 15) ໄດ້ຈັດສົ່ງຄະນະພະນັກງານ, ພາລະກອນ ແລະລົດໂອໂຕ 3 ຄັນໄປກູ້ໄພ, ກູ້ຊີບ, ຊ່ວຍປະຊາຊົນຢູ່ເຂດນໍ້າຖ້ວມຍົກຍ້າຍໄປຍັງບ່ອນທີ່ມີຄວາມປອດໄພ; ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈທັງດ້ານວັດຖຸ ແລະຈິດໃຈໃຫ້ແກ່ຜູ້ອອກແຮງງານ ແລະປະຊາຊົນຢູ່ເຂດນໍ້າຖ້ວມ. ກົມກອງໄດ້ຫັກເງິນຈາກກອງທຶນເພື່ອຊື້: ໝີ່ສຳເລັດຮູບ, ນໍ້າດື່ມ, ເຂົ້ົ້າຈີ່ ເພື່ອໜູນຊ່ວຍໃຫ້ພໍ່ແມ່ປະຊາຊົນ, ບໍ່ປະໃຫ້ກໍາມະກອນ ແລະປະຊາຊົນໃນບໍລິເວນຖືກອຶດຢາກ, ໜາວ; ຮັບປະກັນຈໍານວນພົນ 100% ພ້ອມແລ້ວທີ່ຈະໄປກູ້ໄພ, ກູ້ຊີບ, ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ.
ເມື່ອບໍ່ດົນມານີ້, ຊຸມຊົນຊາວຫວຽດນາມທີ່ ອາໄສຢູ່ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ, ປະເທດລາວ ໄດ້ດຳເນີນການຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນຢູ່ບັນດາເຂດທີ່ຖືກນ້ຳ ຖ້ວມຢູ່ເມືອງນານ, ແຂວງຫຼວງພະບາງ.ຈຳນວນເງິນທັງໝົດ ແລະ ຂອງຂວັນ 200 ສ່ວນ ເພື່ອສະໜັບສະໜູນ ປະຊາຊົນຢູ່ເຂດທີ່ຖືກນ້ຳ ຖ້ວມເມືອງນານ ແມ່ນມີມູນຄ່າ 70 ລ້ານກີບ (ເທົ່າກັບ 200 ລ້ານດົ່ງ), ໂດຍວັດເຝື້ດຕິກ - ນະຄອນຫຼວງວຽງຈັນຮຽກຮ້ອງໃຫ້ຍາດຕິພີ່ນ້ອງຂອງຊາວຫວຽດນາມ, ບັນດາວິສາຫະກິດຫວຽດນາມມາລົງທືນ ທຸລະກິດຢູ່ວຽງຈັນ, ແຂວງຫຼວງພະບາງ ໄດ້ປະກອບສ່ວນຕັ້ງແຕ່ຕົ້ນເດືອນສິງຫາຈົນເຖິງປະຈຸບັນ.
(ໄຊພອນ)