ຫວຽດນາມ ໃຫ້ຄໍາໝັ້ນສັນຍາຢ່າງແຮງ ຕໍ່ລັດທິຫຼາຍຝ່າຍ

07:30 | 19/05/2022

ຍສໝ - ທີ່ການພົບປະທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ, ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງຕໍ່ລັດທິ ຫຼາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງໂລກໂດຍອີງຕາມກົດໝາຍ ສາກົນ ແລະ ກົດບັດ ສປຊ, ສະໜັບສະໜູນບົດບາດໃຈກາງຂອງ ສປຊ ໃນລະບົບຄຸ້ມຄອງທົ່ວໂລກ.

ຫວຽດນາມ - ລາວ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດໂຄວິດ-19 ຫວຽດນາມ - ລາວ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດໂຄວິດ-19
ຊາວ​ຫວຽດ​ນາມ ແຕ່​ລະ​ຄົນຢູ່ ລາວ ຕ້ອງ​ແມ່ນນັກ​ການ​ທູດ ​ເພື່ອ​ພັດ​ທະ​ນາ ແລະ ຍົກ​ສູງ ສາຍ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ ຊາວ​ຫວຽດ​ນາມ ແຕ່​ລະ​ຄົນຢູ່ ລາວ ຕ້ອງ​ແມ່ນນັກ​ການ​ທູດ ​ເພື່ອ​ພັດ​ທະ​ນາ ແລະ ຍົກ​ສູງ ສາຍ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ

ຕອນເຊົ້າວັນທີ 16 ພຶດສະພາ, ທີ່ສຳນັກງານສະຫະປະຊາຊາດຢູ່ ນະຄອນນິວຢອກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການ ພົບປະ​ກັບທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ ແລະ ທ່ານ Abdulla Shahid ປະທານສະມັດຊາໃຫຍ່ ສປຊ.

ຫວຽດນາມ ໃຫ້ຄໍາໝັ້ນສັນຍາຢ່າງແຮງ ຕໍ່ລັດທິຫຼາຍຝ່າຍ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ. ພາບ: qdnd.vn

ທີ່ການພົບປະທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ, ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງຕໍ່ລັດທິ ຫຼາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງໂລກໂດຍອີງຕາມກົດໝາຍ ສາກົນ ແລະ ກົດບັດ ສປຊ, ສະໜັບສະໜູນບົດບາດໃຈກາງຂອງ ສປຊ ໃນລະບົບຄຸ້ມຄອງທົ່ວໂລກ. ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ທ່ານ ຟ້າມມິງຈິ໊ງ ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ການພົວພັນຄູ່ຮ່ວມມືອາຊຽນ-ສປຊ ສືບຕໍ່ໄດ້ຮັບການເພີ່ມທະວີ, ສະເໜີ ສປຊ ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນການແກ້ໄຂບັນຫາພາກພື້ນ, ໃນນັ້ນມີ ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມ ປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີໂດຍອີງຕາມພື້ນຖານກົດໝາຍ ສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປິ 1982 (UNCLOS 1982).

ທ່ານນາງຮອງເລຂາທິການໃຫຍ່ ສປຊ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນວຽກງານລວມຂອງ ສປຊ, ໂດຍ ສະເພາະແມ່ນ ໃນຖານະຕຳແໜ່ງສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021; ແບ່ງປັນທັດສະນະຂອງຫວຽດນາມ ກ່ຽວກັບ ຫຼາຍບັນຫາສາກົນ ແລະ ພາກພື້ນ, ໃນນ້ັນມີບັນຫາທະເລຕາເວັນອອກ; ພ້ອມທັງ ປາດຖະໜາວ່າການພົວພັນຄູ່ຮ່ວມມືອາຊຽນ-ສປຊ ຈະສືບຕໍ່ໄດ້ຮັບການປັບປຸງ.

ການພົບປະກັບທ່ານປະທານສະມັດຊາໃຫຍ່ ສປຊ, ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ຫວຽດນາມ ສະໜັບສະໜູນວິວັດທະນາການປັບປຸງ ສປຊ ເພື່ອໃຫ້ອົງການ ຈັດຕັ້ງນີ້ ເຄື່ອນໄຫວຢ່າງມີປະຊາທິປະໄຕ, ກະຈ່າງແຈ້ງກວ່າ ແລະ ຮັບມືກັບ ສິ່ງທ້າທາຍທົ່ວໂລກໃຫ້ດີກວ່າ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ສະມາຊິກສ່ວນຫຼາຍ, ເຊິ່ງແມ່ນບັນດາປະເທດພວມພັດທະນາ; ສະໜັບສະໜູນການຍົກສູງບົດບາດສຳຄັນຂອງສະມັດຊາໃຫຍ່ ແລະ ເພີ່ມທະວີການພົວ ພັນຂອງບັນດາອົງການອື່ນກັບສະມັດຊາໃຫຍ່.

ປະທານສະມັດຊາໃຫຍ່ ສປຊ ຊົມເຊີຍ ແລະ ຖືວ່າ ຫວຽດນາມ ແມ່ນປະເທດ ທີ່ໄດ້ຜ່ານຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ບືນ​ຕົວ​ຂຶ້ນຍາດໄດ້ຜົນງານຫຼາຍຢ່າງ​ທີ່ໜ້າ ເອກອ້າງທະນົງໃຈ, ພົ້ນເດັ່ນ ແມ່ນເສດຖະກິດ-ສັງຄົມ, ການຮັບມືກັບໂລກລະ ບາດ; ພິເສດ​ແມ່ນຕີລາຄາສູງຂໍ້ລິເລີ່ມຂອງຫວຽດນາມ ກ່ຽວກັບວັນສາກົນ ປ້ອງກັນ, ຕ້ານໂລກລະບາດ (27 ທັນວາ).

ບູນມີ

ເຫດການ
302 Found

Found

The document has moved here.