ໄຂສູນສື່ມວນຊົນ SEA Games 31

10:44 | 10/05/2022

ສູນສື່ມວນຊົນຈະຮັບໜ້າທີ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ພະນັກງານ, ນັກຂ່າວເຮັດວຽກຢູ່ SEA Games 31 ຄື: ສະໜອງ, ໜູນຊ່ວຍບັນດາການບໍລິການຮັບໃຊ້ການໃຫ້ຂ່າວຂອງນັກຂ່າວ

ພິທີແຫ່ທວນໄຟ Sea Games 31 ພິທີແຫ່ທວນໄຟ Sea Games 31
ຈຳໜ່າຍຊຸດສະແຕມ “ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 – SEA Games 31” ຈຳໜ່າຍຊຸດສະແຕມ “ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 – SEA Games 31”
ພິທີໄຂສູນສື່ມວນຊົນ SEA Games 31 (ພາບ: TTXVN)
ພິທີໄຂສູນສື່ມວນຊົນ SEA Games 31 (ພາບ: TTXVN)

ຕອນບ່າຍວັນທີ 09 ພຶດສະພາ, ສູນສື່ມວນຊົນ (MPC) ແລະ ສູນໂທລະພາບສາກົນ (IBC) ຂອງງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (SEA Games 31) ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ສູນກອງປະຊຸມແຫ່ງຊາດ (ຮ່າໂນ້ຍ).

ສູນສື່ມວນຊົນຈະຮັບໜ້າທີ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ພະນັກງານ, ນັກຂ່າວເຮັດວຽກຢູ່ SEA Games 31 ຄື: ສະໜອງ, ໜູນຊ່ວຍບັນດາການບໍລິການຮັບໃຊ້ການໃຫ້ຂ່າວຂອງນັກຂ່າວ; ລະບົບເຕັກໂນໂລຊີຂໍ້ມູນຂ່າວສານຂຸດຄົ້ນ ແລະ ສົ່ງຂ່າວ, ພາຫະນະໄປມາ; ຈັດການປະຊຸມຂ່າວສະໜອງຂໍ້ມູນ, ຈັດການສຳພາດເມື່ອມີຄວາມຮຽກຮ້ອງ. ສູນຜະລິດຂ່າວງານມະຫາກຳກິລາ (ດ້ວຍພາສາ ຫວຽດ ແລະ ອັງກິດ); ພິມຈຳໜ່າຍປື້ມຄູ່ມືໂຄສະນາດ້ານສື່ມວນຊົນ; ຮັກສາການເຄື່ອນໄຫວຂອງເວັບໄຊທາງການຂອງ ງານມະຫາກຳກິລາ; ໜູນຊ່ວຍຄວາມຮຽກຮ້ອງດ້ານວິຊາເພາະສື່ມວນຊົນອື່ນໆ.

ສູນສື່ມວນຊົນ SEA Games 31 ສາມາດຮັບໃຊ້ນັກຂ່າວ 200 ຄົນໃນຈຸດເວລາດຽວກັນ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.