ຫວຽດນາມ ປະຕິບັດສຳເລັດວຽກງານກະກຽມໃຫ້ແກ່ Sea games 31

19:25 | 24/04/2022

ໃນການໄປສຳຫຼວດຕົວຈິງຢູ່ບາງສະຖານທີ່ຈັດ Sea games 31 ຢູ່ ຮ່າໂນ້ຍ, ບັກນິງ, ກວາງນິງ ຫວ່າງມໍ່ໆມານີ້, ຄະນະຜູ້ແທນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ທີ່ເຂົ້າຮ່ວມ Sea games 31 ລ້ວນແຕ່ຕີລາຄາສູງຕໍ່ວຽກງານຈັດຕັ້ງຂອງປະເທດເຈົ້າພາບ ຫວຽດນາມ

ຮັບ​ປະ​ກັນ​ການ​ຈັດ​ຕັ້ງ SEA Games 31 ໃຫ້​ສຳ​ເລັດ​ຜົນ ຮັບ​ປະ​ກັນ​ການ​ຈັດ​ຕັ້ງ SEA Games 31 ໃຫ້​ສຳ​ເລັດ​ຜົນ
ເປີດ​ຕົວ​ບົດ​ເພງ​ທາງ​ການ SEA Games 31 ເປີດ​ຕົວ​ບົດ​ເພງ​ທາງ​ການ SEA Games 31
Sea games 31 ຈະດຳເນີນໃນລະຫວ່າງວັນທີ 12 – 23 ພຶດສະພາ 2022 ຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ 11 ແຂວງ, ນະຄອນ (ພາບ: Vietnam+)
Sea games 31 ຈະດຳເນີນໃນລະຫວ່າງວັນທີ 12 – 23 ພຶດສະພາ 2022 ຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ 11 ແຂວງ, ນະຄອນ (ພາບ: Vietnam+)

ຫວຽດນາມ ຮັບກຽດໄດ້ເປັນເຈົ້າພາບຈັດງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 2, ເຊິ່ງແມ່ນເຫດການກິລາໃຫຍ່ທີ່ສຸດຢູ່ພາກພື້ນ. ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (Sea games 31) ຈະດຳເນີນໃນລະຫວ່າງວັນທີ 12 – 23 ພຶດສະພາ 2022 ຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ 11 ແຂວງ, ນະຄອນໃກ້ຄຽງ. ມາຮອດປະຈຸບັນ, ບັນດາທ້ອງຖິ່ນໄດ້ປະຕິບັດການກະກຽມສຳເລັດ, ພ້ອມແລ້ວທີ່ຈະຈັດ Sea games 31.

ເພື່ອກະກຽມໃຫ້ແກ່ Sea games 31, ຄະນະຈັດຕັ້ງໄດ້ສ້າງຕັ້ງ 9 ອະນຸກຳມະການແລະສູນບໍລິຫານໜຶ່ງແຫ່ງ,ໃນນັ້ນແຕ່ລະອະນຸກຳມະການລ້ວນແຕ່ໄດ້ຈັດແບ່ງ ວຽກງານລະອຽດນັບແຕ່ວິຊາສະເພາະດ້ານເຕັກນິກ,ການປ້ອງກັນຄວາມສະຫງົບ, ການຄົມມະນາຄົມ, ພະລາທິການ, ສາທາລະນະສຸກ… ຢູ່ ຮ່າໂນ້ຍ ແລະ ບັນດາທ້ອງຖິ່ນຕົ້ນຕໍແມ່ນໄດ້ສ້ອມແປງ, ປະດັບປະດາ ຍົກລະດັບພື້ນຖານດ້ານວັດຖຸ. ສະຖານທີ່ຈັດການແຂ່ງຂັນຢູ່ບາງທ້ອງຖິ່ນໄດ້ຮັບການກໍ່ສ້າງໃໝ່. ທ່ານນາງ ເລທິຮ່ວາງອຽນ, ຮອງຫົວໜ້າກົມກິລາກາຍຍະກຳ, ໃຫ້ຮູ້ວ່າ.

“ວຽກງານກະກຽມໃຫ້ແກ່ Sea games ລ້ວນແຕ່ກ້າວເຂົ້າສູ່ໄລຍະຕ້ອງເລັ່ງປະຕິບັດ, ການຍົກລະດັບພື້ນຖານດ້ານວັດຖຸ, ກະກຽມກຳລັງນັກກິລາແມ່ນສຳເລັດເປັນທີ່ຮຽບຮ້ອຍແລ້ວ. ປະຈຸບັນ, ທຸກເມືອງຂອງ ຮ່າໂນ້ຍ ກໍຄືຢູ່ທ້ອງຖິ່ນທີ່ຈັດ Sea games ກໍ່ລ້ວນແຕ່ກຽມພ້ອມໝົດແລ້ວ ແລະ ຍັງເຫຼືອແຕ່ຂອດສຸດທ້າຍ. ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຂຶ້ນແຜນຈັດພິທີໄຂ, ພິທີອັດໝົດແລ້ວ ເພື່ອໂຄສະນາພາບພົດ ຫວຽດນາມ, ກໍຄືມຸ່ງໄປເຖິງປະຊາຄົມອາຊຽນ ຢ່າງແຂງແຮງກວ່າ”.

ທີ່ Sea games 31, ຄະນະຈັດຕັ້ງໄດ້ຈັດການຄັດເລືອກຜູ້ອາສາສະໝັກ 3000 ຄົນຢູ່ 12 ແຂວງ, ນະຄອນທີ່ຈັດການແຂ່ງຂັນກິລາປະເພດຕ່າງໆຂອງງານມະຫາກຳ. ໜ້າທີ່ຂອງຜູ້ອາສາສະໝັກແມ່ນ ຕ້ອນຮັບ, ແປພາສາ, ນຳພາຄະນະ… ປະຈຸບັນວຽກງານຮັບສະໜັກ ແລະ ອົບຮົມໄດ້ປະຕິບັດສຳເລັດແລ້ວ. ນາງ ເຈິ່ນທິແທັງຈ່າ, ນັກສຶກສາ ພະແນກເສດຖະກິດ ມະຫາວິທະຍາໄລເປີດຮ່າໂນ້ຍ, ,ເຊິ່ງແມ່ນຜູ້ອາສາສະໝັກໄດ້ຄັດເລືອກຮັບໃຊ້ Sea games 31, ແບ່ງປັນວ່າ:

“ນັບແຕ່ຄາວ ເປັນນັກສຶກສາ, ບັນດາຮູບພາບກ່ຽວກັບ Sea games ຄັ້ງທີ 22 ເມື່ອປີ 2003 ທາງໂຮງຮຽນໄດ້ນຳເຂົ້າຫຼັກສູດສິດສອນແລ້ວ ແລະ ໄດ້ສ້າງຄວາມປະທັບໃຈຕໍ່ນ້ອງຫຼາຍທີ່ສຸດ ແລະ ນ້ອງຫວັງວ່າ ມື້ໃດມື້ໜຶ່ງຈະໄດ້ເຂົ້າຮ່ວມເປັນຜູ້ອາສາສະໝັກ. ເມື່ອມີແຈ້ງການຮັບສະໝັກຜູ້ຮັບໃຊ້ Sea games 31, ບັນດາຄູອາຈານໄດ້ລະດົມພວກນ້ອງເຂົ້າຮ່ວມ ແລະ ນັ້ນແມ່ນກາລະໂອກາດທີ່ດີເພື່ອໃຫ້ນ້ອງໄດ້ເຂົ້າຮ່ວມເຫດການໃຫຍ່ຄືແນວນີ້”

ຊຸມມື້ທີ່ຍັງເຫຼືອຂອງເດືອນ ເມສາ 2022, ທຸກວຽກງານກະກຽມດ້ານວັດຖຸຢູ່ຕາມສະຖານທີ່ຈັດການແຂ່ງຂັນຂອງ Sea games 31 ຢູ່ ຫວຽດນາມ ກໍ່ຈະສຳເລັດ ແລະ ເຄື່ອນໄຫວທົດລອງ. ໃນ 7 ປະເພດກິລາແຂ່ງຂັນຂອງ Sea games 31 ເຊິ່ງຈັດຂຶ້ນຢູ່ແຂວງ ກວາງນິງ, ເກາະ ຕ່ວນເຈົາ, ນະຄອນ ຮະລອງ ແມ່ນສະຖານທີ່ໄດ້ຄັດເລືອກໃຫ້ຈັດການແຂ່ງຂັນກິລາຫຼາຍປະເພດທີ່ສຸດ. ກຸ່ມບໍລິສັດ ຕ່ວນເຈົາ ໄດ້ມີປະສົບການໃນການຈັດງານແຂ່ງຂັນບານສົ່ງຫາດຊາຍທະເລສາກົນ, ສະນັ້ນແຂວງ ກວາງນິງ ຈຶ່ງໄດ້ຮັບມອບໝາຍໃຫ້ຈັດການແຂ່ງຂັນປະເພດກິລາບານສົ່ງຫາດຊາຍທະເລ. ທ່ານ ດິງຮິວຈູງ, ຮອງຫົວໜ້າກຸ່ມບໍລິສັດ ຕ່ວນເຈົາ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າພວມຈັດການຜັນຂະຫຍາຍວຽກງານກະກຽມເດີ່ນແຂ່ງຂັນບານສົ່ງຫາດຊາຍທະເລ 4 ແຫ່ງ. ວຽກງານດູດຊາຍມາໃສ່ເດີ່ນກໍ່ໄດ້ປະຕິບັດສຳເລັດແລ້ວ. ສຳລັບ 3 ປະເພດກິລາປະສົມ ກໍ່ໄດ້ປະຕິບັດສຳເລັດທິວທັດຢູ່ 2 ເບື້ອງ ແລະ ໄດ້ເຮັດອະນາໄມທຳຄວາມສະອາດສິ່ງແວດລ້ອມໝົດແລ້ວເພື່ອຮັບປະກັນຄວາມຮຽກຮ້ອງຕ້ອງການຂອງຄະນະຈັດຕັ້ງ Sea games ວາງອອກ”.

ໃນການໄປສຳຫຼວດຕົວຈິງຢູ່ບາງສະຖານທີ່ຈັດ Sea games 31 ຢູ່ ຮ່າໂນ້ຍ, ບັກນິງ, ກວາງນິງ ຫວ່າງມໍ່ໆມານີ້, ຄະນະຜູ້ແທນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ທີ່ເຂົ້າຮ່ວມ Sea games 31 ລ້ວນແຕ່ຕີລາຄາສູງຕໍ່ວຽກງານຈັດຕັ້ງຂອງປະເທດເຈົ້າພາບ ຫວຽດນາມ; ຢືນຢັນວ່າ ຫວຽດນາມ ກະກຽມ Sea games 31 ໄດ້ຢ່າງລອບຄອບຖີ່ຖ້ວນ. ທີ່ງານມະຫາກຳກິລາຄັ້ງນີ້, ມີນັກກິລາມາຈາກ 11 ປະເທດອາຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມການແຂ່ງຂັນໃນ 40 ປະເພດກິລາ, ຄ້ວາເອົາຫຼຽນ 526 ຊຸດ. ປະເທດ ຫວຽດນາມ ກຽມພ້ອມເປີດ Sea games ແລ້ວ, ຫວັງວ່າ Sea games ຈະເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມ, ສ້າງຄວາມປະທັບໃຈອັນດີງາມຕໍ່ເພື່ອນມິດສາກົນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.