ເງື່ອນໄຂເພື່ອໄດ້ຮັບອະນຸມັດອອກໜັງສືຜ່ານ​ແດນວັກຊີນ

16:30 | 06/04/2022

ຍ​ສ​ໝ - ຕາມ​ຂໍ້​ມູນ​ຈາກ​ກົມ​ເຕັກໂນໂລຊີ​ຂໍ້​ມູນຂ່າວ​ສານ (ກະ​ຊວງ​ສາ​ທາ​ລະ​ນະ​ສຸກ), ຮອດ​ປັດ​ຈຸ​ບັນ​ການ​ກະ​ກຽມ​ອອກ​ໜັງ​ສື​ຜ່ານ​ແດນ​ວັກ​ຊິນ​ໂດຍ​ພື້ນ​ຖານ​ແມ່ນ​ສຳ​ເລັດ. ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ວັກ​ຊີນ, ໄດ້ແຈ້ງ​ຂໍ້​ມູນ​ຢ່າງ​ຊັດ​ເຈນ ແລະ ໄດ້​ຖືກ​ໜ່ວຍ​ງານ​ໃຫ້​ວັກ​ຊີນ​ປ້ອນ​ຂໍ້​ມູນເຂົ້າ​ໃນ​ລະ​ບົບ ແລະ ຢັ້ງ​ຢືນ​ກັບ​ຖານ​ຂໍ້​ມູນ​ປະ​ຊາ​ກອນແຫ່ງ​ຊາດແລ້ວ ຈະ​ໄດ້​ຮັບ​ອະ​ນຸ​ມັດ​ອອກ​ໜັງ​ສື​ຜ່ານ​ແດນ​ວັດ​ຊີນ ແລະ ບໍ່​ຕ້ອງ​ປະ​ຕິ​ບັດ​ຂັ້ນ​ຕອນ​ໃດ​ຕື່ມ​ອີກ.

ສ້າງ​ເງື່ອນ​ໄຂການ​ເຂົ້າ​ເມືອງ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ, ຊາວ​ຫວຽດ​ນາມ ພ້ອມ​ກັບ​ພີ່​ນ້ອງ​ກັບ​ເມືອ​ປະ​ເທດ ສ້າງ​ເງື່ອນ​ໄຂການ​ເຂົ້າ​ເມືອງ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ, ຊາວ​ຫວຽດ​ນາມ ພ້ອມ​ກັບ​ພີ່​ນ້ອງ​ກັບ​ເມືອ​ປະ​ເທດ
ແຄ໊ງ​ຮ່​ວາ ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວລັດ​ເຊຍ 8.000 ຄົນ ທີ່​ມີ​ໜັງ​ສື​ຜ່ານ​ແດນ​ວັກ​ຊິນ ແຄ໊ງ​ຮ່​ວາ ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວລັດ​ເຊຍ 8.000 ຄົນ ທີ່​ມີ​ໜັງ​ສື​ຜ່ານ​ແດນ​ວັກ​ຊິນ

ເພື່ອ​ໄດ້​ຮັບ​ອະ​ນຸ​ມັດອອກໜັງສືຜ່ານແດນສຳລັບວັກຊີນ COVID-19, ປະຊາຊົນຄວນເອົາ​ໃຈ​ໃສ່​ບາງເງື່ອນໄຂຕໍ່ໄປນີ້:

- ຜູ້ທີ່ໄດ້ຮັບວັກຊີນ ແລະ ໄດ້​ຖືກ​ໜ່ວຍ​ງານ​ໃຫ້​ວັກ​ຊີນ​ປ້ອນ​ຂໍ້​ມູນເຂົ້າ​ໃນ​ລະ​ບົບ, ກວດສອບຂໍ້ມູນໃນແອັບປຶ້ມສຸຂະພາບເອເລັກໂຕຣນິກ. ຂໍ້ມູນຕ້ອງມີຄວາມຖືກຕ້ອງຊັດ​ເຈນ, ໄດ້​ຮັບ​ການຢັ້ງ​ຢືນຖືກຕ້ອງກັບຖານຂໍ້ມູນປະ​ຊາ​ກອນແຫ່ງຊາດ.

- ກໍລະນີທີ່ມີຂໍ້ມູນວັກຊີນບໍ່ຖືກຕ້ອງ ຫຼື ບໍ່​ຄົບ​ຖ້ວນ ຈະບໍ່ຮັບ​ອະ​ນຸ​ຍາດອອກໜັງສືຜ່ານແດນວັກຊີນ. ໃນກໍລະນີນີ້, ຜູ້​ກ່ຽວຕ້ອງຕິດຕໍ່ກັບໜ່ວຍ​ງານ​ໃຫ້​ວັກ​ຊີນເພື່ອເພີ່ມ​ເຕີມ, ປັບປຸງ ແລະ ອັບ​ເດດໂດຍກົງ ຫຼື ປ້ອນ​ເຂົ້າຖານ​ຂໍ້​ມູນ​ຮັບ​ວັກ​ຊີນ (tiemchungcovid19.gov.vn).

- ປະຊາຊົນຕ້ອງແຈ້ງຂໍ້ມູນຢ່າງຖືກຕ້ອງຊັດ​ເຈນໃນເວລາທີ່​ໄປຮັບວັກຊີນຕ້ານ COVID-19.

ເງື່ອນໄຂເພື່ອໄດ້ຮັບອະນຸມັດອອກໜັງສືຜ່ານ​ແດນວັກຊີນ
ພາບປະກອບ: lsvn.vn

ໜັງສືຜ່ານແດນວັກຊີນຈະຖືກສະແດງຢູ່ໃນແອັບປຶ້ມສຸຂະພາບເອເລັກໂຕຣນິກ, PC-COVID ຫຼືເມື່ອມີຜູ້​ຄົ້ນຫາໃນຖານ​ຂໍ້​ມູນຂອງກະຊວງສາທາລະນະສຸກ.

ເພື່ອການ​ຄົ້ນຫາໄດ້​ນັ້ນ, ປະຊາຊົນຈໍາເປັນຕ້ອງແຈ້ງຂໍ້ມູນລວມມີຊື່ນາມ​ສະ​ກຸນ, ວັນເດືອນປີເກີດ, ເພດ, ເລກປະຈໍາຕົວພົນລະເມືອງ ຫຼື ລະ​ຫັດປະຈໍາຕົວສ່ວນບຸກຄົນ, ວັນທີຂອງຮັບ​ວັກ​ຊີນເຂັມລ້າ​ສຸດ, ອີເມວ. ໃນທີ່ນີ້, ປະຊາຊົນຜູ້ທີ່ບໍ່ນຳໃຊ້ໂທລະສັບມືຖືແບບ​ສະ​ມາດ​ໂຟນ ກໍສາມາດລົງທະບຽນຜ່ານທາງອີເມວ ແລະ ພິມອອກເປັນ​ເອ​ກະ​ສານ​ເພື່ອການນໍາໃຊ້.

ກະຊວງ​ສາທາລະນະ​ສຸກ​ກ່າວ​ວ່າ, ວັນ​ທີ 15 ​ເມສາ​ນີ້ ຈະ​ເລີ່​ມດຳ​ເນີນ​ການອອກ​ໜັງສືຜ່ານ​ແດນ​ວັກ​ແຊງ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ.

ເພື່ອເຮັດໃຫ້ຂະບວນການອອກໜັງສືຜ່ານແດນວັກຊີນດຳ​ເນີນ​ໄປໃນຕໍ່ໜ້າຢ່າງສະດວກ ແລະ ມີປະສິດທິຜົນ, ກະຊວງສາທາລະນະສຸກໄດ້ມອບໃຫ້ກົມເຕັກໂນໂລຊີຂໍ້ມູນຂ່າວສານ ເກັບ​ກຳຄວາມຄິດເຫັນຂອງທ້ອງຖິ່ນ ແລະ ຂະ​ແໜງ​ການ​ຕ່າງໆ ເລັ່ງສ້າງ​ຄຳ​ແນະ​ນຳ ຈັດ​ຕັ້ງ​ປະ​ຕິ​ບັດການອອກໜັງ​ສື​ຜ່ານ​ແດນວັກຊີນ. ບັນ​ດາໜ່ວຍ​ງານໃຫ້​ວັກ​ຊີນທົ່ວປະເທດ ຕ້ອງກວດກາຄືນ, ເພີ່ມ​ເຕີມ ແລະ ຢັ້ງຢືນຂໍ້ມູນການ​ຮັບວັກຊີນ COVID-19, ປ້ອນຂໍ້ມູນຜູ້​ໄດ້​ຮັບວັກຊີນ COVID-19 ໃຫ້ຄົບຖ້ວນ, ຊັດ​ເຈນ ເຂົ້າໃນລະບົບການບໍລິການອອກໜັງສືຜ່ານແດນວັກຊີນ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.