ເວິນໂດ່ນ - ທ່າກຳປັ່ນການຄ້າແຫ່ງທຳອິດຂອງປະເທດ ຫວຽດນາມ

16:30 | 24/02/2022

ເວິນໂດ່ນແມ່ນທ່າກຳປັ່ນແຫ່ງທຳອິດຂອງ ຫວຽດນາມ ແລະ ຄົງຕົວໃນຕະຫຼອດຫຼາຍສະຕະວັດ. ປັດຈຸບັນເມືອງເກາະເວິນໂດ່ນ ແຂວງ ກວ໋າງນິງ ພວມນຳໃຊ້ບັນດາທ່າໄດ້ປຽບໃນລະດັບສູງສຸດເພື່ອເສີມຂະຫຍາຍທ່າແຮງບົ່ມຊ້ອນນັບທັງ ທາງດ້ານທຳມະຊາດ ແລະ ພື້ນຖານວັດທະນະທຳ ເພື່ອຂະຫຍາຍເປັນເຂດກຳລັງໜູນພັດທະນາ ບໍ່ພຽງແຕ່ສຳລັບ ກວ໋າງນິງ ເທົ່ານັ້ນ ຫາກຍັງໃຫ້ທົ່ວປະເທດອີກດ້ວຍ.

ປ່ຽນແປງໃໝ່ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ເພື່ອໃຫ້ໂລກເຂົ້າໃຈຫວຽດນາມຫຼາຍກ່ວາອີກ ປ່ຽນແປງໃໝ່ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ເພື່ອໃຫ້ໂລກເຂົ້າໃຈຫວຽດນາມຫຼາຍກ່ວາອີກ
ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ຫວ​ຽດ​ນາມ ​ມາ​ນະພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ຫວ​ຽດ​ນາມ ​ມາ​ນະພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ເວິນໂດ່ນປະຈຸບັນພວມນຳໃຊ້ທ່າໄດ້ປຽບ ແລະ ທ່າແຮງບົ່ມຊ້ອນເພື່ອພັດທະນາເສດຖະກິດສັງຄົມ
ເວິນໂດ່ນປະຈຸບັນພວມນຳໃຊ້ທ່າໄດ້ປຽບ ແລະ ທ່າແຮງບົ່ມຊ້ອນເພື່ອພັດທະນາເສດຖະກິດສັງຄົມ

ໂດຍເລີ່ມມາຈາກທ່າເຮືອ ກ໊າຍຣົ່ງ ໄປທັດສະນະສຶກສາເກາະຕ່າງໆທີ່ມີຊື່ສຽງຄື ກວານຫຼ້ານ, ງອກວຶ່ງ, ໂກໂຕ, ບໍ່ແມ່ນວ່າແຂກທ່ອງທ່ຽວຜູ້ໃດກໍ່ຮູ້ຈັກເຖິງວິຫານນ້ອຍຢູ່ຕີນພູ ນັ້ນແມ່ນວິຫານບູຊາເຈົ້າຊີວິດ ຫຼີແອັງຕົງ ພະອົງໄດ້ອອກພະລາຊະດຳລັດ ສ້າງເຂດ ເວິນໂດ່ນ ໃນປີ 1149 ນຳເຂດນີ້ກາຍເປັນທ່າກຳປັ່ນທຳອິດຂອງ ຫວຽດນາມ. ດ້ວຍການຂະຫຍາຍຕົວຢ່າງຈະເລີນຮຸ່ງເຮືອງ ໃນສະໄໝລາດຊະວົງ ເຈິ່ນ, ເລ ແລະ ບັນດາການເຄື່ອນໄຫວໃນເກືອບ 7 ສະຕະວັດ, ທ່າກຳປັ່ນການຄ້າ ເວິນໂດ່ນ ບໍ່ພຽງແຕ່ແມ່ນແຫ່ງພົວພັນແລກປ່ຽນການຄ້າກັບບັນດາປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ ຫາກຍັງມີບົດບາດສຳຄັນໃນການຂົນສົ່ງທາງທະເລສາກົນ ລະຫວ່າງພາກພື້ນອາຊີເໜືອ ກັບອາຊີໃຕ້, ອິນເດຍ ແລະ ທະເລເມດີເຕລະເນ ຈົນຮອດທ້າຍ ສະຕະວັດທີ XVIII ອີກດ້ວຍ. ທ່ານ ຫງວຽນມິງຈາງ ອະດີດປະທານຄະນະກຳມະການປະຊາຊົນເມືອງ ເວິນໂດ່ນ ແບ່ງປັນວ່າ ດ້ວຍທີ່ຕັ້ງຍຸດທະສາດທາງດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເວິນໂດ່ນ ເຄີຍສ້າງບັນດາວິລະກຳ ທີ່ລືຊາຜາກົດຂອງປູ່ຍ່າຕາຍາຍ ໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນນັ້ນພົ້ນເດັ່ນທີ່ສຸດແມ່ນການສູ້ຮົບຂອງນາຍພົນ ເຈິ່ນແຄັ໊ງຢື ໄດ້ດັບສູນຝູງເຮືອບັນທຸກທັນຍາຫານຂອງພວກສັດຕູມົງໂກນ ອັນໄດ້ເຮັດໃຫ້ສັດຕູ ຕ້ອງຖອນກຳລັງ ແລະ ຖືກດັບສູນຢູ່ແມ່ນ້ຳ ແບັກດັ່ງ. ມາຮອດວັນນີ້ ພິທີວາດພາບເຖິງໄຊຊະນະປະຫວັດສາດນີ້ ດ້ວຍບຸນຊ່ວງເຮືອບົນທະເລ ຍັງຄົງໄດ້ຖືກຈັດຂຶ້ນໃນງານບຸນສາລາ ກວານຫຼ້ານ ໃນແຕ່ລະປີ. ທ່ານ ຫງວຽນມິງຈາງ ໃຫ້ຮູ້ວ່າ:

“ດິນແດນແຫ່ງນີ້ມີມູນເຊື້ອສົ່ງຜົນສະທ້ອນຢ່າງເລິກເຊິ່ງ ເຖິງແນວຄິດຈິດໃຈ ເຮັດໃຫ້ມະນຸດຢູ່ແຫ່ງນັ້ນ ມີຄວາມເຄົາລົບນັບຖື ໄປໃສກໍ່ຄິດຮອດຄິດເຖິງ ກົກເຄົ້າເຫງົ້າກໍ. ເວິນໂດ່ນ ມີມູນເຊື້ອວັດທະນະທຳມາແຕ່ດົນນານເຊັ່ນນັ້ນ ກໍ່ເປັນທີ່ຈະແຈ້ງແລ້ວວ່າ ຕ້ອງຮັກສາ ແລະ ຍົກໃຫ້ສູງຂຶ້ນ. ສຳລັບຊາວ ເວິນໂດ່ນ ແລ້ວ ນີ້ກໍ່ແມ່ນກຳລັງໜູນອັນໃຫຍ່ຫຼວງ ແກ່ການພັດທະນາ”.

ເຖິງຢ່າງໃດກໍ່ຕາມ ພາຍຫຼັງຊຸມວັນເດືອນປີ ແຫ່ງການພັດທະນາ, ເວິນໂດ່ນ ຍັງປະເຊີນໜ້າກັບຄວາມຫຍຸ້ງຍາກນາໆປະການ ຍ້ອນຈຸດພິເສດ ແມ່ນເມືອງເກາະຢູ່ຕ່າງຫາກ. ໃນຊຸມປີ 1980, 1990 ເສດຖະກິດຂອງເມືອງ ພຽງແຕ່ອີງໃສ່ການຈັບຫາສິນທະເລ, ພື້ນຖານໂຄງລ່າງຍັງອ່ອນດ້ອຍ ດ້ວຍບັນດາຕາແສງເກາະກະແຈກກະຈາຍ, ທາງຄົມມະນາຄົມກໍ່ຫຍຸ້ງຍາກ ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ມາເຖິງປີ 2005 ຂົວເວິນໂດ່ນ ໄດ້ກໍ່ສ້າງສຳເລັດ ອັນໄດ້ລົບລ້າງສະພາບຖືກແຍກຢູ່ຕ່າງຫາກ ລະຫວ່າງເກາະໃຫຍ່ ກ໊າຍເບົ່າ ກັບດິນຕໍ່ແຜ່ນ. ແລະ ມາເຖິງຕົ້ນປີ 2015, ບັນດາຕາແສງເກາະທັງໝົດ ຈຶ່ງເຊື່ອມຕໍ່ກັບບັນດາຕາຂ່າຍໄຟຟ້າແຫ່ງຊາດ. ເພື່ອສືບທອດວິໄສທັດຍຸດທະສາດຂອງປູ່ຍ່າຕາຍາຍປີ 2017, ນາຍົກລັດຖະມົນຕີໄດ້ຕົກລົງສ້າງຕັ້ງເຂດເສດຖະກິດ ເວິນໂດ່ນ ແລະ ຮອດເດືອນ ກຸມພາ ປີ 2020 ໄດ້ອະນຸມັດຜ່ານການປັບປຸງແຜນຜັງກໍ່ສ້າງເຂດເສດຖະກິດ ເວິນໂດ່ນ ເຖິງປີ 2040. ເວິນໂດ່ນ ຈະຖືກສ້າງເປັນເຂດເສດຖະກິດທະເລຫຼາຍຂະແໜງ ຫຼາຍຂົງເຂດ ເປັນສູນອຸດສາຫະກຳ ບັນເທີງ ມີກາຊີໂນ, ການທ່ອງທ່ຽວທະເລ, ເກາະລະດັບສູງ, ມີການບໍລິການສັງລວມ ແມ່ນປະຕູພົວພັນແລກປ່ຽນການຄ້າສາກົນ ອັນໄດ້ສ້າງບັນດາຜະລິດຕະພັນທີ່ເປັນເອກະລັກ ມີຄຸນນະພາບສູງ. ທ່ານ ດວ່ານຫິວມົກ ຜູ້ທີ່ໄດ້ມີຄວາມຜູກພັນກັບເມືອງເກາະນີ້ ເປັນເວລາເກືອບ 20 ປີ ໃຫ້ຮູ້ວ່າ:

“ເມືອງໄດ້ເລີ່ມຂະຫຍາຍຕົວຈາກບັນດາເຂດທ່ອງທ່ຽວ, ວັດກ໋າຍເບົ່າ ຮອດເວລາມີແຜນຜັງ ແຜນນະໂຍບາຍສ້າງສະໜາມບິນ ເສັ້ນທາງຄວາມໄວສູງ, ໃນທັນທີ ໂສມໜ້າຂອງເມືອງໄດ້ປ່ຽນແປງໃນທັນທີ່, ພື້ນຖານໂຄງລ່າງ ຈາກທາງຄົມມະນາຄົມ, ບັນດາໂຄງການອະສັງຫາລິມະຊັບ ການລົງທຶນກໍ່ສ້າງທ່າກຳປັ່ນໄດ້ຮັບການປະຕິບັດ, ແຂກທ່ອງທ່ຽວໄດ້ໄປທ່ຽວຊົມທັດສະນະສຶກສາຢູ່ເກາະຕ່າງໆຢ່າງຫຼວງຫຼາຍ. ປະຊາຊົນມີຄວາມຫວັງຕໍ່ອະນາຄົດທີ່ສົດໃສ”.

ສະເພາະປີ 2021 ມີເງິນລົງທຶນເກືອບ 6.000 ຕື້ດົ່ງ ໄດ້ຖືກລົງທຶນເຂົ້າ ເວິນໂດ່ນ ອັນໄດ້ສ້າງພື້ນຖານໂຄງລ່າງ ແລະ ບັນດາກິດຈະກຳຮັບໃຊ້ການພັດທະນາໃຫ້ສົມບູນແບບ. ພ້ອມກັບເສດຖະກິດ ບັນດາຄຸນຄ່າທາງດ້ານປະຫວັດສາດວັດທະນະທຳກໍ່ໄດ້ຖືກຕັ້ງເປັນບັນຫາປຸກລຸກ ໃຫ້ແຂງແຮງກວ່າ. ຕົ້ນປີ 2021 ແຂວງ ກວ໋າງນິງ ໄດ້ອະນຸມັດໂຄງຮ່າງ, ໜ້າທີ່ສ້າງເອກະສານວິທະຍາສາດ ສະເໜີຕໍ່ລັດຖະບານຢັ້ງຢືນປູຊະນີຍະສະຖານພິເສດ ສຳລັບກຸ່ມປູຊະນີຍະສະຖານປະຫວັດສາດທ່າກຳປັ່ນ ເວິນໂດ່ນ. ທ່ານ ດ່າວວັນຫວູ ຮອງປະທານຄະນະກຳມະການປະຊາຊົນເມືອງ ເວິນໂດ່ນ ໃຫ້ຮູ້ວ່າ:

“ໃນໄລຍະທີ່ຈະມາເຖິງ ເວິນໂດ່ນ ສຸມໃສ່ຟື້ນຟູ ບັນດາປູຊະນີຍະສະຖານປະຫວັດສາດ ໃນນັ້ນມີສາລາ ກວານຫຼ້ານ, ງານບຸນກວານຫຼ້ານ - ປູຊະນີຍະສະຖານວັດທະນະທຳບໍ່ເປັນວັດຖຸລະດັບຊາດ; ສຸມໃສ່ຄົ້ນຄວ້າ ເຊື້ອເຊີນບັນດານັກລົງທຶນເຂົ້າມາລົງທຶນໃຫ້ແກ່ບັນດາລະບົບເຂດທ່ອງທ່ຽວຈິດວິນຍານ ຟື້ນຟູທ່າກຳປັ່ນເກົ່າຢູ່ເກາະ ງອກວຶ່ງ ຖັງເລີ້ຍ”.

ປີ 2022 ເສັ້ນທາງຄວາມໄວສູງ ເວິນໂດ່ນ - ໝອງກ໊າຍຈະເຂົ້າສູ່ເຄື່ອນໄຫວ ອັນຈະສ້າງແລວທາງຄວາມໄວສູງ ຫວຽດນາມ ກັບ ຈີນ ແລະ ອາຊຽນ ໃຫ້ສຳເລັດ ສືບຕໍ່ຢັ້ງຢືນຖານະບົດບາດບຸກທະລຸຂອງ ເວິນໂດ່ນ ໃນການກຳນົດທິດພັດທະນາຂອງແຂວງ ກວ໋າງນິງ.

vovworld.vn

ເຫດການ
302 Found

Found

The document has moved here.