ປີ 2022: ແຂວງຮ່າຕິງ ຍູ້ແຮງການຮ່ວມມືຮອບດ້ານກັບທ້ອງຖິ່ນຂອງລາວ

07:12 | 15/02/2022

ຍູ້ແຮງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງແຂວງຮ່າຕິງ ກັບບັນດາທ້ອງຖິ່ນຂອງລາວ”. ນີ້ແມ່ນເນື້ອໃນທີ່ໜ້າໃສ່ໃຈໃນແຜນການສະບັບເລກທີ 27/KH-UBND ຂອງແຂວງຮ່າຕິງ ກ່ຽວກັບການເຄື່ອນໄຫວທາງການທູດ ແລະເຊື່ອມໂຍງເຂົ້າກັບສາກົນປີ 2022.

ໜ້າ​ທີ່​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໃນ​ປີ 2022 ໜ້າ​ທີ່​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໃນ​ປີ 2022
ການ​ທູດ​​ປະ​ຊາ​ຊົນ ປີ 2022: ນຳ​ໜ້າ ແລະ ປ່ຽນ​ແປງ​ໃໝ່ ການ​ທູດ​​ປະ​ຊາ​ຊົນ ປີ 2022: ນຳ​ໜ້າ ແລະ ປ່ຽນ​ແປງ​ໃໝ່
ປີ 2022: ແຂວງຮ່າຕິງ ຍູ້ແຮງການຮ່ວມມືຮອບດ້ານກັບທ້ອງຖິ່ນຂອງລາວ
ການນໍາສອງແຂວງຮ່າຕິງ ແລະແຂວງບໍລິຄໍາໄຊ ແລກປ່ຽນບົດບັນທຶນຊ່ວຍຈໍາປີ 2022. ພາບ: baohatinh.vn

ຕາມແຜນການ, ແຂວງຮ່າຕິງ ຈະຜັນຂະຫຍາຍເນື້ອໃນທີ່ໄດ້ລົງນາມກັບແຂວງບໍລິຄໍາໄຊ, ຄໍາມ່ວນ ໃຫ້ມີປະສິດທິຜົນ. ກໍ່ສ້າງແຜນການ ແລະຈັດຕັ້ງປະຕິບັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ.

ສືບຕໍ່ໜູນຊ່ວຍການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ທ້ອງຖິ່ນຕ່າງໆຂອງລາວ, ໃນນັ້ນເອົາໃຈໃສ່ເປັນສໍາຄັນຕໍ່ການຍົກສູງຄຸນນະພາບການບໍາລຸງສ້າງ. ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຮ່ວມມືກັບບັນດາສະມາຊິກຂອງສະຫະສະມາຄົມບັນດາແຂວງຂອງສາມປະເທດຫວຽດນາມ-ລາວ-ໄທ ທີ່ນໍາໃຊ້ທາງເລກ 8, ເລກ 12.

ເຂົ້າຮ່ວມກອງປະຊຸມກະກຽມ ແລະກອງປະຊຸມຂັ້ນສູງ 9 ແຂວງຂອງສາມປະເທດຫວຽດນາມ-ລາວ-ໄທ. ຜັນຂະຫຍາຍສົນທິສັນຍາລະຫວ່າງລັດຖະບານຫວຽດນາມ-ລາວ ກ່ຽວກັບການຮ່ວມມືພັດທະນາທ່າກໍາປັ່ນເລກທີ 1, 2, 3 ຢ່າງມີປະສິດທິຜົນຂອງທ່າກໍາປັ່ນຫວູງອ໊າງ. ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດຂອງແຂວງຮ່າຕິງ ແລະແຂວງຕ່າງໆຂອງລາວ. ກະກຽມສໍາເນົາເອກະສານ, ລະບຽບການເພື່ອລົງມືກໍ່ສ້າງໂຄງການກໍ່ສ້າງລະບົບຊົນລະປະທານເມືອງໜອງບົກ, ແຂວງຄໍາມ່ວນ ໃນໄຕມາດ I ປີ 2022 ແລະຜັນຂະຫຍາຍຂັ້ນຕໍ່ໄປຂອງໂຄງການ...

ປະຕິບັດບົດສະຫຼຸບເລກທີ 12-KL/TW ລົງວັນທີ 12 ສິງຫາ 2021 ຂອງກົມການເມືອງກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່, ແຂວງຮ່າຕິງ ໄດ້ສ້າງເງື່ອນໄຂສະດວກ ແລະໜູນຊ່ວຍຊາວຮ່າຕິງຢູ່ຕ່າງປະເທດມີຄວາມອຸ່ນອ່ຽນໃຈທໍາມາຫາກິນ, ເຊື່ອມໂຍງເຂົ້າກັບສັງຄົມຂອງປະເທດປະຈໍາຖິ່ນ, ພ້ອມທັງຮັກສາການພົວພັນສະໜິດຕິດແທດບ້ານເກີດເມືອງນອນ, ປະເທດຊາດ. ໃນນັ້ນເອົາໃຈໃສ່, ໜູນຊ່ວຍ ແລະຈັດສົ່ງຄູສອນໄປສອນພາສາຫວຽດ ໃຫ້ລູກຫຼານປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງບໍລິຄໍາໄຊ, ລາວ.

la.qdnd.vn

ເຫດການ